ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ Rock ທີ່ປະສົມປະສານກັບໂທນສຽງທີ່ເຕັມໄປດ້ວຍອາລົມ ເຮັດໃຫ້ເປັນບົດເພງທີ່ເນັ້ນຢໍ້າຄວາມຮູ້ສຶກຂອງການຖືກຖິ້ມ ແລະ ຍັງຮູ້ສຶກວ່າເລື່ອງລາວເກົ່າໆຍັງຄົງຫຼອກຫຼອນຢູ່ໃນໃຈ ຖ້າໃຜທີ່ເຄີຍມີປະສົບການຜິດຫວັງຄວາມຮັກມາຟັງຕ່າງກໍຕ້ອງມີນ້ຳຕາແນ່ນອນ ເນື້ອເພງເລົ່າເຖິງຄວາມເຈັບປວດຢ່າງກົງໄປກົງມາຂອງການຖືກຄົນຮັກຖິ້ມແລ້ວໄປກັບຄົນໃໝ່, ຖືກປ່ອຍໃຫ້ຕົວເອງຕ້ອງຈົມຢູ່ກັບເລື່ອງລາວເກົ່າໆ ຍິ່ງພະຍາຍາມຈະມູບອອນ ກໍຍິ່ງຈົມແລະຍິ່ງເພີ່ມທະວີຄວາມເຈັບຊ້ຳຂຶ້ນທຸກຄັ້ງທີ່ຫວນຄິດເຖິງເລື່ອງລາວເກົ່າໆ, ເຮັດໃຫ້ບົດນີ້ເປັນເໝືອນການລະບາຍຄວາມເຈັບປວດທີ່ຢູ່ໃນໃຈຂອງຄົນທີ່ຍັງບໍ່ລືມຄົນເກົ່າ...
ເມື່ອຄວາມຮັກຕ້ອງມາເຖິງທາງແຍກ, ບາງຄຳຕອບກໍອາດຈະບໍ່ເຄີຍມີໃນໂລກນີ້, ໄດ້ແຕ່ຍອມຮັບວ່າ “ອາດເປັນເພາະເຮົາຍັງໄຮ້ດຽງສາ” ຫຼືນີ້ເປັນສິ່ງທີ່ ຕານຸ ວັນນະສິນ ຕ້ອງການບອກຜ່ານບົດເພງ “ຄຳຕອບ | Naive” ຫຼັງຈາກທີ່ຜ່ານໄປ 2 ເດືອນ ກໍບໍ່ໃຫ້ແຟນໆຕ້ອງໄດ້ຖ້າດົນ ຕານຸ ວັນນະສິນ ກໍໄດ້ປ່ອຍອີກໜຶ່ງບົດເພງໃນ Ep Album: The Rhythmarries ອາລະບ້ຳທີ່ຈະເລົ່າເລື່ອງຈັງຫວະຂອງຊີວິດເພື່ອນຳພາທຸກຄົນໄປຮຽນຮູ້...
ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ ກິນໃຈ, ບວກກັບສຽງປະສານທີ່ຊົງພະລັງ, ທີ່ຈະພາໃຫ້ຜູ້ຟັງທຸກຄົນໄດ້ຄິດຮອດຄົນສຳຄັນທີ່ໄດ້ຈາກກັນໄປແລ້ວ ແຕ່ຍັງຄົງງົດງາມແລະຝັງຢູ່ໃນຄວາມຊົງຈຳຕະຫຼອດໄປ ເຫຼືອໄວ້ແຕ່ຄວາມຄິດຮອດຄິດເຖິງແກ່ຜູ້ທີ່ຍັງຢູ່ຕໍ່. ເນື້ອໃນຂອງເພງນີ້ແມ່ນເວົ້າເຖິງ ການໃຊ້ຊີວິດໃນປັດຈຸບັນ ຂອງຄົນທີ່ຍັງຄິດຮອດ ຄົນສຳຄັນທີ່ໄດ້ຈາກກັນໄປແລ້ວ, ມັນບໍ່ແມ່ນການຈົມປັກກັບຄວາມທຸກຈົນກ້າວໄປໜ້າບໍ່ໄດ້, ແຕ່ເນັ້ນເຖິງ...
ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.
ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ Mister Teen Laos 2025 ແລະ ຍັງເປັນເຈົ້າຂອງລາງວັນຊະນະເລີດແຂ່ງຂັນນັກຮ້ອງ ຂັ້ນນະຄອນຫຼວງ ປີ 2025. ຊັນເດ້ ເປັນຕົວຢ່າງຂອງໄວໜຸ່ມທີ່ກ້າທີ່ຈະກ້າວອອກຈາກເຂດສະດວກສະບາຍຂອງຕົນເອງ...
ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ, ຜູ້ຍິງທີ່ຊື່ ຕ໋ອດ – ວິລຸນາ ເພັດມະນີ ຫຼື ທີ່ຫຼາຍຄົນຮູ້ຈັກໃນຊື່ ຕ໋ອດ ລີນ້າ ຄົນນີ້ເຮັດມາໝົດແລ້ວ. ພ້ອມນັ້ນ...
“ຕະຫຼອດເວລາ 3 ເດືອນນີ້ ມັນບໍ່ໄດ້ດົນເລີຍ, ແຕ່ຍັງເຮັດໃຫ້ຢູກິໄດ້ຮຽນຮູ້ສິ່ງໃໝ່ໆ ໄດ້ຫຼາຍຂະໜາດນີ້, ຮູ້ສຶກພູມໃຈ ແລະ ຢາກຂອບໃຈໃນຕົວເອງທີ່ຕັດສິນໃຈເອົາຊະນະຄວາມຢ້ານແລ້ວລົງສະໝັກ audition ໃນມື້ນັ້ນ.” ປະໂຫຍກນີ້ຄົງສະຫຼຸບເລື່ອງລາວຂອງ ຢູກິ ກິດຕິພູມ ຈັນທະວົງ, 1st Runner Up Mister Teen Laos 2025, ໄດ້ດີທີ່ສຸດ....
“ເພາະຄວາມຫຼົງໃຫຼໃນສຽງດົນຕີ ມີຄວາມຝັນຢາກເປັນສິນລະປິນໃນແບບຕົວເອງ.” ນີ້ຄືຄຳເວົ້າຂອງ ກົບ ສຸວິໄຊ ສຸນາເຄນ, Mister Tourism Lao 2025, ຜູ້ທີ່ຫຼາຍຄົນຮູ້ຈັກໃນຖານະພໍ່ຄ້າຂາຍເສື້ອຜ້າ ແລະ ນັກປະກວດທີ່ໂດດເດັ່ນ, ແຕ່ໃຜຈະຮູ້ວ່າໃນອີກມຸມໜຶ່ງຂອງຜູ້ຊາຍຄົນນີ້ ເຕັມໄປດ້ວຍຄວາມຫຼົງໄຫຼໃນສຽງດົນຕີທີ່ບໍ່ເຄີຍໄດ້ສະແດງອອກໃຫ້ໃຜຮັບຮູ້ ຄົງບໍ່ມີໃຜຄິດວ່າ ກົບ ສຸວິໄຊ ສຸນາເຄນ, ໜຸ່ມນັກທຸລະກິດຈາກແຂວງໄຊຍະບູລີ, ເຈົ້າຂອງຮ້ານຂາຍເສື້ອຜ້າຜູ້ຊາຍຕັ້ງແຕ່ອາຍຸ 17 ປີ...
ຄິງຄອງ ລັດຖະກອນຫນຸ່ມຜູ້ມີສະເໜ່ ພ້ອມຄວາມຝັນທີ່ຈະກ້າວສູ່ເສັ້ນທາງນາຍແບບ ດ້ວຍຄວາມເຊື່ອມັ່ນໃນຕົວເອງ ແລະ ພ້ອມທີ່ຈະພັດທະນາໃນວົງການນາຍແບບ.
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານທີ່ສຸດ. ຍິນຍອມໃຫ້ເຮົາເບິ່ງແຍງປະສົບການຂອງທ່ານບໍ່?