ລົ້ມແລ້ວລຸກຄືສູດລັບຄົນເກັ່ງ ການກັບມາຄັ້ງທີ 3 ຂອງ ທີ ຫລອຍແຮນລີ້ ທີ່ພ້ອມທວງຄືນເວທີ FACE of LAOS

Key Takeaways:
- For "Tee" or Loyhanlee Silakham (FOL 08), a 21-year-old from Pakading District, Borikhamxay Province, he brings a different weapon to the FACE of LAOS competition: intelligence, communication skills, and composure.
- The power of his voice transformed a shy young man into a champion before he entered the modeling path, with Tee's profile filled with awards from national communication and debate stages.
- The turning point came in 2022 when he represented Borikhamxay Province in the Speak For Laos competition, which taught him to handle difficulties and disappointment, turning them into motivation.
- Tee's journey to this point was not smooth, facing illness, accidents, and disappointment, but with his mother's encouragement, he decided to apply for the FACE of LAOS program for the third time.
- Beyond his speaking ability, Tee can also sing, perform, dance, and swim. His ultimate dream is not just to be a runway model but a "community development model" to inspire the new generation.
ເມື່ອເວົ້າເຖິງການປະກວດ FACE of LAOS ຫຼາຍຄົນອາດຈະຈິນຕະນາການເຖິງການແຂ່ງຂັນເລື່ອງຮູບຮ່າງໜ້າຕາ ແລະ ການຍ່າງແບບ. ແຕ່ສຳລັບ “ທີ” ຫຼື ຫລອຍແຮນລີ້ ສີລາຄຳ (FOL 08) ໜຸ່ມໄວ 21 ປີ ຈາກເມືອງປາກກະດິງ ແຂວງບໍລິຄຳໄຊ ຄົນນີ້ ໄດ້ນຳເອົາອາວຸດທີ່ແຕກຕ່າງອອກມານຳສະເໜີ ນັ້ນກໍຄື “ຄວາມສະຫຼາດ, ທັກສະການສື່ສານ ແລະ ຄວາມນິ່ງ” ທີ່ພ້ອມຈະສະກົດທຸກສາຍຕາ.
ພະລັງຂອງສຽງ ທີ່ປ່ຽນເດັກໜຸ່ມຜູ້ຂາດຄວາມໝັ້ນໃຈ ໃຫ້ກາຍເປັນແຊັມ ກ່ອນຈະກ້າວເຂົ້າມາສູ່ເສັ້ນທາງນາຍແບບ ໂປຣໄຟລ໌ຂອງທີເຕັມໄປດ້ວຍລາງວັນຈາກເວທີການສື່ສານ ແລະ ການໂຕ້ວາທີລະດັບປະເທດ (ເຊັ່ນ: ແຊັມຈາກ Toyota Speech Contest, Green Diplomacy Week, LegalEagles Debate ແລະ ອີກຫຼາກຫຼາຍເວທີ). ແຕ່ໃຜຈະຮູ້ວ່າ ກ່ອນຈະກາຍເປັນຄົນທີ່ຈັບໄມແລ້ວມີສະເໜ່ຂະໜາດນີ້ ລາວເຄີຍເປັນຄົນທີ່ບໍ່ກ້າສະແດງອອກມາກ່ອນ.

ຈຸດປ່ຽນສຳຄັນເກີດຂຶ້ນໃນປີ 2022 ເມື່ອລາວໄດ້ເປັນຕົວແທນແຂວງບໍລິຄຳໄຊ ເຂົ້າແຂ່ງຂັນ Speak For Laos. “ມັນປ່ຽນຄົນທີ່ບໍ່ໝັ້ນໃຈໃນຕົວເອງ ບໍ່ກ້າເວົ້າ ໃຫ້ຮູ້ວ່າການທີ່ເຮົາກ້າເວົ້າມັນມີປະໂຫຍດຫຼາຍຕໍ່ໂຕເຮົາເອງ, ຕໍ່ຄອບຄົວ ແລະ ຊຸມຊົນ” ທີເລົ່າດ້ວຍຄວາມພູມໃຈ. ເວທີນັ້ນບໍ່ພຽງແຕ່ໃຫ້ລາງວັນ ແຕ່ຍັງສອນໃຫ້ລາວຮູ້ຈັກວິທີຮັບມືກັບຄວາມຍາກລຳບາກ, ຄວາມຜິດຫວັງ ແລະ ປ່ຽນມັນເປັນແຮງຍູ້ດັນທີ່ເຮັດໃຫ້ລາວບໍ່ເຄີຍຍອມແພ້ໃນທຸກໆເສັ້ນທາງທີ່ເລືອກຍ່າງ.
ລົ້ມແລ້ວລຸກ ກັບ ກ້າວທີ 3 ກັບເວທີ FACE of LAOS ຍ້ອນຄຳເວົ້າຂອງ “ແມ່” ເບື້ອງຫຼັງຮອຍຍິ້ມ ແລະ ຄວາມສົດໃສ ການເດີນທາງມາສູ່ຈຸດນີ້ຂອງທີບໍ່ໄດ້ໂຮຍດ້ວຍກີບກຸຫຼາບ. ລາວຕ້ອງຜ່ານອຸປະສັກມາຢ່າງໜັກໜ່ວງ ທັງອາການປ່ວຍ, ອຸບັດຕິເຫດ ແລະ ຄວາມຜິດຫວັງ. ແຕ່ດ້ວຍຄວາມຮັກໃນການຢູ່ເທິງເວທີ ແລະ ໄດ້ຮັບກຳລັງໃຈອັນຍິ່ງໃຫຍ່ຈາກ “ແມ່” ຜູ້ທີ່ເປັນທັງ Role Model ແລະ ແຮງບັນດານໃຈທີ່ສອນໃຫ້ລາວຮູ້ຈັກຄວາມອົດທົນ, ແມ່ບອກພຽງວ່າ “ເຮັດໂລດຖ້າລູກຮັກສິ່ງນີ້”. ນັ້ນຄືເຫດຜົນທີ່ທີຕັດສິນໃຈສົ່ງໃບສະໝັກເຂົ້າຮ່ວມລາຍການນີ້ເປັນຄັ້ງທີ 3 ແລະ ໃນທີ່ສຸດ ຄວາມພະຍາຍາມກໍອອກດອກອອກຜົນ ເມື່ອຊື່ຂອງລາວໄດ້ຜ່ານເຂົ້າຮອບຢ່າງສົມກຽດ.

ໃນຂະນະທີ່ຫຼາຍຄົນອາດຈະຕື່ນເຕັ້ນກັບການແຂ່ງຂັນ ແຕ່ສຳລັບທີແລ້ວ ຈຸດເດັ່ນຂອງລາວຄື “ຄວາມນິ່ງ”. ການຜ່ານສະໜາມໂຕ້ວາທີມາ ເຮັດໃຫ້ລາວມີທັກສະໃນການວິເຄາະ ແລະ ຈັດການກັບຄວາມກົດດັນໄດ້ເປັນຢ່າງດີ. ບໍ່ວ່າສະຖານະການໜ້າເວທີຈະເປັນແນວໃດ ທີກໍພ້ອມທີ່ຈະດຶງສະຕິ ແລະ ໂຟກັສເພື່ອໃຫ້ຜົນງານອອກມາດີທີ່ສຸດ.
ນອກຈາກຄວາມສາມາດດ້ານການເວົ້າແລ້ວ ທີຍັງຮ້ອງເພງ, ຂັບລຳ, ເຕັ້ນ ແລະ ລອຍນໍ້າໄດ້ນຳອີກ. ແຕ່ຄວາມຝັນສູງສຸດຂອງລາວ ບໍ່ແມ່ນພຽງການເປັນນາຍແບບທີ່ຍ່າງເທິງຣັນເວເທົ່ານັ້ນ, ແຕ່ລາວຢາກເປັນ “ນາຍແບບທີ່ເປັນນັກພັດທະນາຊຸມຊົນ” ເພື່ອສົ່ງຕໍ່ຄວາມຮູ້ ແລະ ສ້າງແຮງບັນດານໃຈໃຫ້ຄົນລຸ້ນໃໝ່ໄດ້ເຫັນວ່າ: ເຮົາສາມາດເປັນໃນສິ່ງທີ່ຢາກເປັນ ແລະ ເຮັດໃນສິ່ງທີ່ຮັກໄປພ້ອມກັນໄດ້ ຂໍພຽງແຕ່ບໍ່ທໍ້ຖອຍ.

ຈັບຕາເບິ່ງຊາຍໜຸ່ມຄົນນີ້ໄວ້ໃຫ້ດີ ການມາ FACE of LAOS ປີນີ້ ທີບອກເລີຍວ່າ ຈະງັດເອົາທຸກຄວາມສາມາດ ແລະ ປະສົບການທັງໝົດທີ່ສະສົມມາອອກມາໃຊ້ແບບໝົດໜ້າຕັກ ເພື່ອເຮັດໃຫ້ທຸກຄົນປະທັບໃຈທີ່ສຸດ. ລາວຝາກຂອບໃຈທຸກກຳລັງໃຈທີ່ສົ່ງມາໃຫ້ ແລະ ຂໍໃຫ້ທຸກຄົນຊ່ວຍເຊຍໄປຈົນຮອດມື້ສຸດທ້າຍ.
ບໍ່ໄດ້ມາແຂ່ງກັບໃຜ ປີນີ້ມາເພື່ອໃຊ້ປະສົບການໃຫ້ຕົນເອງປະສົບຜົນສຳເລັດ
