ທາເວສ ທະວີສັກ ບັນນະວົງ ກັບການງັດທຸກປະສົບການເພື່ອຄວ້າທີ່ 1 ໃນ FACE of LAOS

Key Takeaways:
- "ທາເວສ" (FOL 06) ຫລື ທະວີສັກ ບັນນະວົງ ຜູ້ມີລັກສະນະພາຍນອກແບບນາຍແບບ ແຕ່ພາຍໃນເຕັມໄປດ້ວຍຄວາມອົບອຸ່ນ ແລະ ໃສ່ໃຈຄົນອ້ອມຂ້າງ.
- ໜຸ່ມຄົນນີ້ເປັນຄົນອ່ອນໄຫວ, ອົບອຸ່ນ, ແຄຣ໌ຄວາມຮູ້ສຶກຄົນອື່ນ ແລະ ຍັງມີມຸມຕະລົກ.
- ນອກຈາກນັ້ນ, ທາເວສ ຍັງເຄີຍມີປະສົບການໃນວົງການບັນເທີງ ໂດຍຜ່ານງານຖ່າຍແບບ, ເດີນແບບ, ຖ່າຍໂຄສະນາ ແລະ ຫຼິ້ນຊີຣີສັ້ນມາແລ້ວ.
- ລາວຕັດສິນໃຈກ້າວເຂົ້າມາປະກວດ FACE of LAOS ເພື່ອເປີດໂອກາດໃຫ້ຕົນເອງໃນວົງການບັນເທີງຢ່າງເຕັມຕົວ ແລະ ຕ້ອງການເປັນ "ນາຍແບບໂກອິນເຕີ".
- ສິ່ງທີ່ເຮັດໃຫ້ລາວໂດດເດັ່ນແມ່ນໃບໜ້າທີ່ອອກໄປທາງໂມເດວອິນເຕີ, ມີຄາແຣັກເຕີທີ່ຊັດເຈນ ແລະ ໄດ້ຮຽນຮູ້ທີ່ຈະກ້າສະແດງອອກເປັນຕົວຂອງຕົວເອງຫຼາຍຂຶ້ນ.
ຖ້າໃຜມັກຜູ້ຊາຍລັກສະນະພາຍນອກທີ່ເບິ່ງຄືມີມາດນາຍແບບ (Model look) ແຕ່ພາຍໃນເຕັມໄປດ້ວຍຄວາມອົບອຸ່ນ ແລະ ໃສ່ໃຈຄົນອ້ອມຂ້າງ ຕ້ອງຂໍແນະນຳໃຫ້ຮູ້ຈັກກັບ “ທາເວສ” ຫຼື ທະວີສັກ ບັນນະວົງ (FOL 06). ໜຸ່ມນະຄອນຫຼວງວຽງຈັນ ຈາກເມືອງຈັນທະບູລີຄົນນີ້ ປັດຈຸບັນກຳລັງເຮັດວຽກຢູ່ທີ່ ທະນາຄານຄຳລາວ. ເຖິງໜ້າຕາຈະເບິ່ງຄົມເຂັ້ມແບບມີຄາແຣັກເຕີ ແຕ່ຕົວຈິງແລ້ວ ລາວເປັນຄົນທີ່ອ່ອນໄຫວ, ອົບອຸ່ນ, ແຄຣ໌ຄວາມຮູ້ສຶກຄົນອື່ນ ແລະ ຍັງມີມຸມຕະລົກທີ່ເຮັດໃຫ້ຄົນອ້ອມຂ້າງຍິ້ມໄດ້ສະເໝີ.
ຈາກໜຸ່ມມັກເຮັດຄອນເທນ ສູ່ການເກັບກ່ຽວປະສົບການໜ້າກ້ອງ ຖ້າບໍ່ໄດ້ເຮັດວຽກປະຈຳ ຫຼື ຢູ່ເທິງເວທີປະກວດ ເຮົາອາດຈະເຫັນໜຸ່ມຄົນນີ້ກຳລັງມ່ວນຊື່ນກັບການພະຍາຍາມຖ່າຍຄອນເທນໃໝ່ໆລົງໂຊຊຽວ. ທາເວສ ເປັນຄົນທີ່ມັກກິລາ ແລະ ການຮ້ອງເພງ ເຖິງລາວຈະຖ່ອມຕົວວ່າອາດຈະບໍ່ມີທັກສະໃດທີ່ໂດດເດັ່ນແບບກ້າວກະໂດດ ເພາະເປັນຄົນມັກເຮັດຫຼາຍຢ່າງທັງຮ້ອງທັງເຕັ້ນ ແຕ່ຖ້າເວົ້າເລື່ອງປະສົບການໃນວົງການແລ້ວ ຖືວ່າບໍ່ທຳມະດາ.

ລາວເຄີຍຜ່ານງານຖ່າຍແບບ, ເດີນແບບ, ຖ່າຍໂຄສະນາຣີວິວ ແລະ ຫຼິ້ນຊີຣີສັ້ນມາແລ້ວ. ເຊິ່ງຜົນງານເຫຼົ່ານີ້ແຫຼະ ທີ່ເປັນຈຸດປ່ຽນເຮັດໃຫ້ລາວໄດ້ເຫັນຜົນງານຂອງຕົວເອງໃນມຸມໃໝ່ໆ ແລະ ຮູ້ວ່າຈຸດໃດທີ່ຕ້ອງນຳມາປັບປຸງພັດທະນາໃຫ້ເກັ່ງຂຶ້ນກວ່າເກົ່າ.
ໂອກາດມາຮອດແລ້ວ ຕ້ອງລຸຍໃຫ້ສຸດເພື່ອກ້າວສູ່ການເປັນ “ນາຍແບບໂກອິນເຕີ” ສາເຫດທີ່ ທາເວສ ຕັດສິນໃຈກ້າວເຂົ້າມາປະກວດ FACE of LAOS ກໍເພື່ອເປີດໂອກາດໃຫ້ຕົວເອງໃນວົງການບັນເທີງຢ່າງເຕັມຕົວ. ວິນາທີທີ່ຮູ້ວ່າຜ່ານເຂົ້າຮອບ ລາວບອກກັບຕົວເອງທັນທີວ່າ “ໂອກາດມາຮອດແລ້ວ ແລະ ເຮົາຕ້ອງເຮັດໃຫ້ມັນດີທີ່ສຸດ!”
ສິ່ງທີ່ເຮັດໃຫ້ລາວໂດດເດັ່ນແຕກຕ່າງຈາກຄູ່ແຂ່ງ ຄືໃບໜ້າທີ່ອອກໄປທາງໂມເດວອິນເຕີ ແລະ ມີຄາແຣັກເຕີທີ່ຊັດເຈນເປັນຂອງຕົວເອງ. ການມາຢືນຢູ່ຈຸດນີ້ ບໍ່ພຽງແຕ່ໃຫ້ປະສົບການ, ຄວາມຮູ້ ຫຼື ມິດຕະພາບ ແຕ່ຍັງສອນໃຫ້ລາວກ້າທີ່ຈະສະແດງອອກ ແລະ ເປັນຕົວຂອງຕົວເອງຫຼາຍຂຶ້ນ ເພື່ອແລ່ນຕາມຄວາມຝັນສູງສຸດ ນັ້ນຄືການໄດ້ເປັນ “ນາຍແບບທີ່ໂກອິນເຕີ”. ຖ້າມື້ໜຶ່ງມີຄົນຮູ້ຈັກລາວທົ່ວປະເທດ ທາເວສຢາກໃຫ້ທຸກຄົນຈື່ຈຳລາວໃນສິ່ງທີ່ລາວເປັນຢ່າງແທ້ຈິງ.

ຈັບຕາເບິ່ງໄວ້ໃຫ້ດີ ໜຸ່ມຄົນນີ້ມີຂອງໃໝ່ໆມາໃຫ້ເບິ່ງແນ່ນອນ! ສຳລັບແຟນໆທີ່ກຳລັງຕິດຕາມ ແລະ ເຊຍຢູ່ ທາເວສ ຝາກຂໍກຳລັງໃຈ ແລະ ຂໍໃຫ້ເປັນແຮງພັກດັນໃຫ້ກັນຕະຫຼອດໄປ. ຖ້າຖາມວ່າເປັນຫຍັງຕ້ອງຈັບຕາເບິ່ງຊາຍໜຸ່ມຄົນນີ້ໃນການແຂ່ງຂັນ? ລາວຕອບພ້ອມສຽງຫົວວ່າ “ເພາະທຸກຄົນຈະໄດ້ເຫັນຫຍັງໃໝ່ໆທີ່ໜ້າສົນໃຈ ແລະ ທັດສະນະຄະຕິທີ່ດີຂຶ້ນແນ່ນອນ”.
ແລະ ປິດທ້າຍດ້ວຍ 1 ປະໂຫຍກເດັດ ທີ່ຟັງແລ້ວຄູ່ແຂ່ງອາດຈະມີໜາວ:
ຝາກເຖິງຄົນອື່ນເດີ້ ບໍ່ຟ້າວທໍ້, ບໍ່ຟ້າວເມື່ອຍ ລະກະບໍ່ຟ້າວສູ້ ເພາະຄົນທີ່ຊະນະແມ່ນຢູ່ນີ້ແລ້ວ!

ຢ່າລືມຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ກັບ ທາເວສ FOL 06 ໃນການປະກວດ FACE of LAOS ຄັ້ງນີ້ກັນໄດ້ດ້ວຍການໂຫວດໄດ້ທີ່ເວັບໄຊ FACEOFLAOS.WEVOTE.LA ແດ່ເດີ້!