ເມື່ອຄວາມຝັນບໍ່ມີຂໍ້ຈຳກັດດ້ານອາຍຸ, ສະຖານະ ຫຼື ບົດບາດໃນຊີວິດຂອງຜູ້ຍິງ ເພາະການເປັນເມຍ ແລະ ແມ່ລູກໜຶ່ງ ບໍ່ໄດ້ໝາຍຄວາມວ່າຕ້ອງຖິ້ມຄວາມຝັນຂອງຕົນເອງ. ນີ້ຄືເລື່ອງລາວຂອງ ເຈນນິເຟີ ບາເຣໂຕ (Jennifer Barreto) ຫຼື Jennifer Abreu Mora ສາວງາມຈາກເປີໂຕຣິໂກ ຜູ້ສ້າງປາກົດການເທິງເວທີ Miss Universe 2026 ດ້ວຍການຄວ້າມົງກຸດຈັກກະວານມາຄອງພ້ອມສ້າງປະຫວັດສາດໃນຖານະແມ່ລູກໜຶ່ງຄົນທຳອິດທີ່ສາມາດຄວ້າຕຳແໜ່ງນີ້ໄດ້ສຳເລັດ
ຈາກຜູ້ຍິງທຳມະດາຄົນໜຶ່ງ ທີ່ມີເສັ້ນທາງຊີວິດທັງດ້ານການສຶກສາ, ການເຮັດວຽກ ແລະ ຄອບຄົວ ຈົນກ້າວຂຶ້ນສູ່ເວທີປະກວດນາງງາມລະດັບໂລກ ເລື່ອງລາວຂອງ ເຈນນິເຟີ ຈຶ່ງບໍ່ໄດ້ມີພຽງຄວາມງາມພາຍນອກ ແຕ່ຍັງສະທ້ອນເຖິງຄວາມມຸ່ງໝັ້ນ, ຄວາມພະຍາຍາມ ແລະ ການບໍ່ເຊົາເດີນຕາມຄວາມຝັນຂອງຕົນເອງ
ປະຫວັດ Jennifer Barreto ຈາກສາວນ້ອຍເປີໂຕຣິໂກ ສູ່ເວທີຈັກກະວານ
Jennifer Barreto ເກີດວັນທີ 17 ທັນວາ 1998 ທີ່ເມືອງ Mayagüez ປະເທດເປີໂຕຣິໂກ ກ່ອນຈະເຕີບໃຫຍ່ຢູ່ເມືອງ Isabela ແລະ ໃຊ້ຊີວິດໃນໄວຮຽນຢູ່ເມືອງ San Sebastián ແລະ Aguadilla. ໃນໄວເດັກ ນາງເປັນຄົນທີ່ມັກກິດຈະກຳດ້ານກິລາເປັນຢ່າງຫຼາຍ ໂດຍສະເພາະກິລາບານສົ່ງ ເຊິ່ງນາງໄດ້ຫຼິ້ນມາຕັ້ງແຕ່ລະດັບປະຖົມຈົນເຖິງມັດທະຍົມສຶກສາ
ນອກຈາກຄວາມສົນໃຈດ້ານກິລາແລ້ວ Jennifer ຍັງໃຫ້ຄວາມສຳຄັນກັບການສຶກສາຢ່າງຈິງຈັງ ໂດຍສຳເລັດການສຶກສາລະດັບປະລິນຍາຕີດ້ານຈິດຕະວິທະຍາການວິໄຈ (Research Psychology) ກ່ອນຈະສຶກສາຕໍ່ໃນລະດັບປະລິນຍາໂທອີກ 2 ໃບ ໄດ້ແກ່ ສາຂາຈິດຕະວິທະຍາ (Psychology) ແລະ ສັງຄົມສົງເຄາະຄລີນິກ (Clinical Social Work) ສະທ້ອນໃຫ້ເຫັນເຖິງຄວາມສົນໃຈໃນເລື່ອງຈິດໃຈຂອງມະນຸດ ແລະ ການເຮັດວຽກເພື່ອຊ່ວຍເຫຼືອຜູ້ອື່ນ
ກ່ອນເປັນນາງງາມ ນາງເຄີຍເຮັດວຽກຊ່ວຍເຫຼືອຄອບຄົວທະຫານ
ກ່ອນຈະເຂົ້າສູ່ວົງການນາງງາມ Jennifer ມີເສັ້ນທາງການເຮັດວຽກທີ່ໜ້າສົນໃຈບໍ່ແພ້ປະຫວັດການສຶກສາ ໂດຍຕັ້ງແຕ່ປີ 2021 ນາງເຄີຍເຮັດວຽກຮ່ວມກັບກະຊວງກະລາໂຫມສະຫະລັດອາເມລິກາ (United States Department of Defense) ຢູ່ Fort Hood ລັດ Texas ໃນບົດບາດນັກການສຶກສາ ແລະ ຜູ້ປະສານງານຊ່ວຍເຫຼືອໃນສະຖານະການວິກິດ
ໜ້າທີ່ສຳຄັນຂອງນາງຄືການໃຫ້ຄວາມຊ່ວຍເຫຼືອ ແລະ ສະໜັບສະໜູນຄອບຄົວທະຫານທີ່ປະສົບບັນຫາຄວາມຮຸນແຮງພາຍໃນຄອບຄົວ ລວມເຖິງການທາລຸນເດັກ ນອກຈາກນີ້ ນາງຍັງມີສ່ວນຮ່ວມໃນວຽກງານດ້ານການປ້ອງກັນບັນຫາສັງຄົມ ການສົ່ງເສີມຄຸນນະພາບຊີວິດຂອງຊຸມຊົນທະຫານ ແລະ ສະໜັບສະໜູນກິດຈະກຳຂອງສະມາຄົມຜູ້ປ່ວຍເບົາຫວານເດັກໃນເປີໂຕຣິໂກອີກດ້ວຍ
ເສັ້ນທາງຊີວິດກ່ອນເຂົ້າປະກວດ ຈຶ່ງສະທ້ອນໃຫ້ເຫັນວ່າ Jennifer ບໍ່ໄດ້ມີພຽງຄວາມມຸ່ງໝັ້ນໃນການພັດທະນາຕົນເອງ ແຕ່ຍັງໃຫ້ຄວາມສຳຄັນກັບການຊ່ວຍເຫຼືອ ແລະ ສ້າງປະໂຫຍດໃຫ້ແກ່ສັງຄົມອີກດ້ວຍ

ຈາກມືໃໝ່ໃນວົງການນາງງາມ ສູ່ການຄວ້າມົງກຸດ Miss Universe Puerto Rico 2026
ເຖິງແມ່ນຈະມີປະສົບການທັງດ້ານການສຶກສາ ແລະ ການເຮັດວຽກ ແຕ່ສຳລັບວົງການນາງງາມ Jennifer ກັບເລີ່ມຕົ້ນຈາກສູນ ໂດຍໃນຊ່ວງປີ 2025 ນາງເລີ່ມກຽມຕົວເຂົ້າສູ່ເສັ້ນທາງການປະກວດ ທັງທີ່ກ່ອນໜ້ານັ້ນບໍ່ເຄີຍມີປະສົບການດ້ານການປະກວດນາງງາມ ຫຼື ການເດີນແບບມາກ່ອນ
ສິ່ງທີ່ໜ້າສົນໃຈຄື ນາງທຸ່ມເທໃຫ້ກັບການປ່ຽນແປງຕົນເອງຢ່າງຈິງຈັງ ທັງການດູແລຮູບຮ່າງ ແລະ ການກຽມຄວາມພ້ອມສຳລັບການແຂ່ງຂັນ ຈົນສາມາດຫຼຸດນ້ຳໜັກໄດ້ເຖິງ 30 ກິໂລກຣາມ ກາຍເປັນອີກໜຶ່ງບົດພິສູດເຖິງຄວາມຕັ້ງໃຈ ແລະ ວິໄນໃນການກ້າວໄປສູ່ເປົ້າໝາຍທີ່ວາງໄວ້
ຈົນມາຮອດປີ 2026 Jennifer ຕັດສິນໃຈເຂົ້າປະກວດ Miss Universe Puerto Rico 2026 ໃນຖານະຕົວແທນຈາກເມືອງ San Sebastián ແລະ ສາມາດຄວ້າມົງກຸດຈາກການປະກວດຄັ້ງທີ 70 ເຊິ່ງຈັດຂຶ້ນໃນວັນທີ 25 ມິຖຸນາ 2026 ໄດ້ສຳເລັດ
ບໍ່ພຽງເທົ່ານັ້ນ ໃນການແຂ່ງຂັນຮອບ Preliminary ນາງຍັງສາມາດຄວ້າລາງວັນພິເສດມາໄດ້ເຖິງ 3 ລາງວັນ ໄດ້ແກ່
- Piel Radiante L’Oréal Paris ລາງວັນຜິວພັນດີເດັ່ນ
- Sonrisa Colgate ລາງວັນຮອຍຍິ້ມງາມຈາກ Colgate
- Mejor Pasarela ລາງວັນການເດີນແບບດີເດັ່ນ
ຈາກຜູ້ຍິງທີ່ບໍ່ເຄີຍມີປະສົບການເທິງເວທີນາງງາມມາກ່ອນ ມື້ນີ້ນາງໄດ້ກາຍເປັນຕົວແທນຂອງເປີໂຕຣິໂກເທິງເວທີປະກວດນາງງາມລະດັບໂລກທີ່ຍິ່ງໃຫຍ່ທີ່ສຸດແຫ່ງໜຶ່ງ
Jennifer Barreto ກັບຊີວິດຄອບຄົວ ໃນຖານະພັນລະຍາ ແລະ ແມ່ລູກໜຶ່ງ
ອີກໜຶ່ງເລື່ອງລາວທີ່ເຮັດໃຫ້ Jennifer ກາຍເປັນທີ່ສົນໃຈ ຄືຊີວິດຄອບຄົວຂອງນາງ ທີ່ດຳເນີນໄປຄຽງຄູ່ກັບເສັ້ນທາງການເຮັດວຽກ ແລະ ຄວາມຝັນ
Jennifer ແຕ່ງງານກັບ Yan Carlos Barreto Calderón ນາຍທະຫານຍົດຈ່າສິບເອກແຫ່ງກອງທັບບົກສະຫະລັດ ເຊິ່ງປະຕິບັດໜ້າທີ່ສະໜັບສະໜູນດ້ານການຂົນສົ່ງໃຫ້ກັບກອງພົນສົ່ງທາງອາກາດທີ 101 (101st Airborne Division)
ທັງສອງມີລູກສາວນຳກັນ 1 ຄົນ ຊື່ Penélope ເກີດໃນປີ 2019 ເຮັດໃຫ້ Jennifer ຕ້ອງແບ່ງເວລາ ແລະ ຮັບຜິດຊອບຫຼາຍບົດບາດ ທັງການເປັນພັນລະຍາ, ຄຸນແມ່, ການເຮັດວຽກ ແລະ ການກຽມຕົວເຂົ້າສູ່ເສັ້ນທາງນາງງາມ
ເຖິງຈະມີຫຼາຍບົດບາດທີ່ຕ້ອງຮັບຜິດຊອບ ແຕ່ນາງກໍຍັງເລືອກທີ່ຈະເດີນໜ້າຕາມຄວາມຝັນຂອງຕົນເອງ ແລະ ພິສູດໃຫ້ເຫັນວ່າ ການມີຄອບຄົວບໍ່ແມ່ນອຸປະສັກຕໍ່ການເຕີບໂຕ ຫຼື ການໄປໃຫ້ເຖິງເປົ້າໝາຍໃນຊີວິດ

ປະຫວັດສາດໜ້າໃໝ່ເທິງເວທີ Miss Universe 2026
ຫຼັງຈາກຄວ້າມົງກຸດ Miss Universe Puerto Rico 2026 ໄດ້ສຳເລັດ Jennifer ກໍໄດ້ກ້າວຂຶ້ນເປັນຕົວແທນຂອງເປີໂຕຣິໂກເທິງເວທີ Miss Universe 2026 ແລະ ສາມາດສ້າງປາກົດການຄັ້ງສຳຄັນ ດ້ວຍການຄວ້າມົງກຸດ Miss Universe ມາຄອງໄດ້ສຳເລັດ
ໄຊຊະນະຄັ້ງນີ້ບໍ່ໄດ້ເປັນພຽງຄວາມພາກພູມໃຈຂອງຕົວນາງ ແລະ ຊາວເປີໂຕຣິໂກເທົ່ານັ້ນ ແຕ່ຍັງເປັນອີກໜຶ່ງໜ້າປະຫວັດສາດຂອງເວທີຈັກກະວານ ເມື່ອນາງໄດ້ຮັບການຈົດຈຳໃນຖານະແມ່ລູກໜຶ່ງຄົນທຳອິດທີ່ສາມາດຄວ້າຕຳແໜ່ງ Miss Universe ໄດ້ສຳເລັດ
ເລື່ອງລາວຂອງ Jennifer Barreto ຈຶ່ງເປັນຫຼາຍກວ່າຊີວະປະຫວັດຂອງສາວງາມຜູ້ຄວ້າມົງກຸດລະດັບໂລກ ເພາະນາງໄດ້ສະແດງໃຫ້ເຫັນວ່າ ຜູ້ຍິງຄົນໜຶ່ງສາມາດມີຄວາມຝັນ, ມີຄອບຄົວ, ມີໜ້າທີ່ການງານ ແລະ ຍັງສາມາດສ້າງຄວາມສຳເລັດໃນເສັ້ນທາງທີ່ຕົນເອງເລືອກໄດ້
ເພາະທ້າຍທີ່ສຸດແລ້ວ ການເປັນແຕ່ງງານມີຄອບຄົວ ຫຼື ມີລູກນັ້ນກໍບໍ່ໄດ້ໝາຍຄວາມວ່າຄວາມຝັນຕ້ອງຈົບລົງ ແລະ ການມີບົດບາດໃນຄອບຄົວກໍບໍ່ໄດ້ເຮັດໃຫ້ຜູ້ຍິງຄົນໜຶ່ງຕ້ອງຫຼຸດທອນຄຸນຄ່າ ຫຼື ສັກກະຍະພາບຂອງຕົນເອງ
Jennifer Barreto ຈາກເປີໂຕຣິໂກ ຈຶ່ງເປັນອີກໜຶ່ງຜູ້ຍິງທີ່ເຮັດໃຫ້ເວທີຈັກກະວານມີຄວາມໝາຍຫຼາຍກວ່າການປະກວດຄວາມງາມ ແລະ ພິສູດໃຫ້ເຫັນວ່າ ບໍ່ວ່າເຈົ້າຈະຢູ່ໃນບົດບາດໃດ ເຈົ້າກໍຍັງມີສິດທີ່ຈະຝັນ ແລະ ກ້າວໄປໃຫ້ເຖິງດວງດາວໄດ້ເຊັ່ນກັນ.

