FACE MASK GUIDE ຮູ້ຈັກແຜ່ນມາສກ໌ໜ້າແຕ່ລະປະເພດ ເລືອກແບບໃດໃຫ້ເໝາະກັບຜິວ

ແບ່ງປັນ

FACE MASK GUIDE ຮູ້ຈັກແຜ່ນມາສກ໌ໜ້າແຕ່ລະປະເພດ ເລືອກແບບໃດໃຫ້ເໝາະກັບຜິວ

ໂດຍ: Tonmai Phoutthasack Tonmai Phoutthasack
24 November 2026● 7

ການດູແລຜິວໜ້າບໍ່ໄດ້ມີພຽງແຕ່ການລ້າງໜ້າ ແລະ ທາຄຣີມບຳລຸງເທົ່ານັ້ນ ເພາະອີກໜຶ່ງສິ່ງທີ່ຫຼາຍຄົນມັກໃຊ້ກໍຄື “ແຜ່ນມາສກ໌ໜ້າ” ຕົວຊ່ວຍເພີ່ມຄວາມຊຸ່ມຊື່ນ ແລະ ບຳລຸງຜິວທີ່ໃຊ້ງານງ່າຍ. ແຕ່ຮູ້ບໍ່ວ່າ ແຜ່ນມາສກ໌ໜ້າແຕ່ລະແບບກໍມີຄຸນສົມບັດ ແລະ ຈຸດເດັ່ນທີ່ແຕກຕ່າງກັນ?

ມື້ນີ້ ມ່ວນຈະພາໄປຮູ້ຈັກແຜ່ນມາສກ໌ໜ້າແຕ່ລະປະເພດ ຕັ້ງແຕ່ວັດສະດຸທີ່ໃຊ້ຜະລິດ ໄປຈົນເຖິງສູດບຳລຸງຜິວ ພ້ອມແນະນຳວ່າຄວນເລືອກແບບໃດໃຫ້ເໝາະກັບສະພາບຜິວຂອງຕົນເອງ

Cotton Mask – ແຜ່ນມາສກ໌ຜ້າຝ້າຍ

ຜະລິດຈາກເສັ້ນໃຍຝ້າຍ ມີຄວາມນຸ້ມ ສາມາດອຸ້ມເອສເຊັນ (Essence) ໄດ້ດີ ແລະ ໃຊ້ງານງ່າຍ ເໝາະສຳລັບການເພີ່ມຄວາມຊຸ່ມຊື່ນໃຫ້ຜິວທົ່ວໄປ ຖືເປັນອີກໜຶ່ງທາງເລືອກຍອດນິຍົມສຳລັບການດູແລຜິວໃນຊີວິດປະຈຳວັນ

Cellulose Mask – ແຜ່ນມາສກ໌ເຊວລູໂລສ

ຜະລິດຈາກເສັ້ນໃຍເຊວລູໂລສ ມີຈຸດເດັ່ນດ້ານຄວາມບາງ ແລະ ການແນບສະໜິດກັບຜິວ ຊ່ວຍໃຫ້ເອສເຊັນສຳຜັດກັບຜິວໄດ້ທົ່ວເຖິງ ເໝາະກັບຜູ້ທີ່ຕ້ອງການແຜ່ນມາສກ໌ທີ່ແນບໄປຕາມຮູບໜ້າ

Hydrogel Mask – ແຜ່ນມາສກ໌ໄຮໂດຣເຈວ

ມີລັກສະນະຄ້າຍຄືເຈວນຸ້ມໆ ໃຫ້ສຳຜັດເຢັນສະບາຍ ແລະ ແນບສະໜິດກັບຜິວ ຊ່ວຍຮັກສາຄວາມຊຸ່ມຊື່ນໄດ້ດີ ເໝາະສຳລັບຜິວແຫ້ງ ຫຼື ວັນທີ່ຕ້ອງການເພີ່ມຄວາມສົດຊື່ນໃຫ້ຜິວ

Bio-Cellulose Mask – ແຜ່ນມາສກ໌ໄບໂອເຊວລູໂລສ

ຜະລິດຈາກເສັ້ນໃຍເຊວລູໂລສທີ່ໄດ້ຈາກຂະບວນການໝັກຂອງຈຸລິນຊີ ມີເສັ້ນໃຍລະອຽດ ແລະ ແນບສະໜິດກັບຜິວເປັນພິເສດ ເໝາະສຳລັບການບຳລຸງຜິວທີ່ຕ້ອງການໃຫ້ເອສເຊັນສຳຜັດກັບຜິວຢ່າງທົ່ວເຖິງ

Foil Mask – ແຜ່ນມາສກ໌ຟອຍ

ອ່ານຕື່ມ:  ປ່ຽນໜ້າວອກໃຫ້ເປັນໜ້າດີ ເປີດວິທີແຕ່ງໜ້າສູ້ແຟລັດແບບບໍ່ງໍ້ຟິວເຕີ້ໄອຈີ

ມີຊັ້ນຟອຍທີ່ຊ່ວຍຫຼຸດການລະເຫີຍຂອງຄວາມຊຸ່ມຊື່ນ ເຮັດໃຫ້ເອສເຊັນຄົງຢູ່ເທິງຜິວໄດ້ດົນຂຶ້ນ ເໝາະສຳລັບຜູ້ທີ່ຕ້ອງການກັກເກັບຄວາມຊຸ່ມຊື່ນໃນລະຫວ່າງການມາສກ໌ໜ້າ

ນອກຈາກວັດສະດຸແລ້ວ ສິ່ງສຳຄັນທີ່ຄວນເບິ່ງກໍຄືສ່ວນປະສົມ ແລະ ສູດບຳລຸງ ເພາະແຕ່ລະສູດຖືກອອກແບບມາເພື່ອດູແລບັນຫາຜິວທີ່ແຕກຕ່າງກັນ

  • Hydrating Mask: ມີສ່ວນປະສົມເຊັ່ນ Hyaluronic Acid ແລະ Glycerin ຊ່ວຍເພີ່ມຄວາມຊຸ່ມຊື່ນ ເໝາະກັບຜິວແຫ້ງ ແລະ ຜິວຂາດນ້ຳ
  • Soothing Mask: ມີ Centella Asiatica ຫຼື Panthenol ຊ່ວຍປອບປະໂລມຜິວ ເໝາະກັບຜິວທີ່ລະຄາຍເຄືອງງ່າຍ
  • Brightening Mask: ມີ Vitamin C ຫຼື Niacinamide ຊ່ວຍດູແລຄວາມໝອງຄ້ຳ ແລະ ສີຜິວທີ່ບໍ່ສະໝ່ຳສະເໝີ
  • Anti-aging Mask: ມີ Peptides ຫຼື Adenosine ຊ່ວຍດູແລຜິວທີ່ມີຮອຍຫ່ຽວ ແລະ ສັນຍານຂອງຜິວທີ່ມີອາຍຸ
  • Acne Care Mask: ມີສ່ວນປະສົມເຊັ່ນ Salicylic Acid ຫຼື Zinc ຊ່ວຍດູແລຄວາມມັນ ແລະ ຜິວທີ່ມີແນວໂນ້ມເປັນສິວ
  • Exfoliating Mask: ມີ AHA, BHA ຫຼື PHA ຊ່ວຍຜັດເຊວຜິວທີ່ເສື່ອມສະພາບ ເໝາະກັບຜິວທີ່ເບິ່ງຫຍາບກະດ້າງ ແລະ ບໍ່ຮຽບນຽນ

ການເລືອກມາສກ໌ບໍ່ຈຳເປັນຕ້ອງເລືອກສູດທີ່ດີທີ່ສຸດ ຫຼື ລາຄາແພງທີ່ສຸດ ແຕ່ຄວນເລືອກໃຫ້ເໝາະກັບສະພາບຜິວ ແລະ ຄວາມຕ້ອງການໃນຊ່ວງເວລານັ້ນ

  • ຜິວແຫ້ງ ຫຼື ຂາດນ້ຳ ເລືອກ Hydrating Mask
  • ຜິວລະຄາຍເຄືອງງ່າຍ ເລືອກ Soothing Mask
  • ຜິວໝອງຄ້ຳ ເລືອກ Brightening Mask
  • ຜິວມັນ ແລະ ມີບັນຫາສິວ ເລືອກສູດ Acne Care ທີ່ເໝາະກັບຜິວ
  • ຜິວເລີ່ມມີຮອຍຫ່ຽວ ເລືອກ Anti-aging Mask
ອ່ານຕື່ມ:  ຢາກແຕ່ງໜ້າເບົາໆແຕ່ໃຫ້ເບິ່ງຄືແພງ ຕ້ອງໃສ່ໃຈບ່ອນໃດແນ່?

ສຳລັບວິທີໃຊ້ ຄວນເລີ່ມຈາກການລ້າງໜ້າໃຫ້ສະອາດ ວາງແຜ່ນມາສກ໌ຕາມໄລຍະເວລາທີ່ລະບຸໄວ້ເທິງບັນຈຸພັນ ໂດຍທົ່ວໄປປະມານ 10–20 ນາທີ ຈາກນັ້ນນຳແຜ່ນມາສກ໌ອອກ ແລະ ຕາມດ້ວຍມອຍເຈີໄຣເຊີ (Moisturizer) ເພື່ອຊ່ວຍຮັກສາຄວາມຊຸ່ມຊື່ນໃຫ້ຜິວ

ແຜ່ນມາສກ໌ໜ້າແຕ່ລະປະເພດມີຈຸດເດັ່ນທີ່ແຕກຕ່າງກັນ ທັງວັດສະດຸທີ່ໃຊ້ຜະລິດ ແລະ ສ່ວນປະສົມໃນການບຳລຸງຜິວ ການເລືອກໃຫ້ເໝາະກັບສະພາບຜິວຈຶ່ງເປັນສິ່ງສຳຄັນ ເພາະການດູແລຜິວທີ່ດີບໍ່ຈຳເປັນຕ້ອງໃຊ້ຜະລິດຕະພັນຫຼາຍຊິ້ນ ແຕ່ຄືການຮູ້ວ່າຜິວຂອງເຮົາຕ້ອງການຫຍັງ ແລະ ເລືອກສິ່ງທີ່ຕອບໂຈດໄດ້ຢ່າງເໝາະສົມ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.