ດູດີຄລາສສິກ ຫຼື ເທ່ມີສະໄຕລ໌ ຄວາມຄືກັນແຕ່ບໍ່ຄືຂອງຊຸດສູດແລະເບລເຊີ

ແບ່ງປັນ

ດູດີຄລາສສິກ ຫຼື ເທ່ມີສະໄຕລ໌ ຄວາມຄືກັນແຕ່ບໍ່ຄືຂອງຊຸດສູດແລະເບລເຊີ

ໂດຍ: Tonmai Phoutthasack Tonmai Phoutthasack
19 November 2026● 2
✦ AI Summarized

Key Takeaways:

  • ຊຸດສູດ ແລະ ເບລເຊີ ເຖິງວ່າຈະມີຮູບຊົງຄ້າຍຄືກັນ ແຕ່ມີຄວາມແຕກຕ່າງກັນທັງໃນດ້ານການອອກແບບ, ເນື້ອຜ້າ, ສີສັນ ແລະ ວິທີການນຳໄປຈັບຄູ່.
  • ຊຸດສູດມີເອກະລັກສຳຄັນຄືການອອກແບບເສື້ອສູດ ແລະ ໂສ້ງໃຫ້ເປັນຊຸດດຽວກັນ ໂດຍໃຊ້ເນື້ອຜ້າ, ສີ ແລະ ລວດລາຍທີ່ເຂົ້າກັນ ເໝາະກັບໂອກາດທີ່ຕ້ອງການຄວາມເປັນທາງການ.
  • ເບລເຊີ ເປັນເສື້ອຄຸມແຍກຊິ້ນທີ່ສາມາດໃສ່ຄູ່ກັບໂສ້ງຫຼາຍປະເພດໄດ້ຢ່າງຍືດຫຍຸ່ນ ເຊັ່ນ ໂສ້ງສະແລັກ ຫຼື ໂສ້ງຢີນ ເພື່ອສ້າງລຸກແບບ Smart Casual.
  • ຄວາມແຕກຕ່າງດ້ານເນື້ອຜ້າ ແລະ ລາຍລະອຽດ ຊ່ວຍໃຫ້ຊຸດສູດເດັ່ນເລື່ອງຄວາມສະຫງ່າ ແລະ ຄວາມຄລາສສິກ ໃນຂະນະທີ່ເບລເຊີມີຄວາມຫຼາກຫຼາຍດ້ານລູກຫຼິ້ນ ເຊັ່ນ ກະດຸມໂລຫະ ແລະ ກະເປົ໋າແບບປະ.
  • ການເລືອກລະຫວ່າງຊຸດສູດ ແລະ ເບລເຊີ ຂຶ້ນຢູ່ກັບໂອກາດ ບັນຍາກາດ ແລະ ສະຕາຍທີ່ຜູ້ສວມໃສ່ຕ້ອງການຖ່າຍທອດອອກມາ.

ເຄີຍສັງເກດບໍ່ວ່າ ເສື້ອທີ່ເຮົາເອີ້ນວ່າ ‘ຊຸດສູດ’ ແລະ ‘ເບລເຊີ’ ທີ່ເຫັນຢູ່ຕາມຮ້ານເສື້ອຜ້າ ຫຼື ນຳມາໃສ່ໃນຊີວິດປະຈຳວັນນັ້ນ ແທ້ຈິງແລ້ວເປັນເສື້ອປະເພດດຽວກັນຫຼືບໍ່? ເພາະເຖິງວ່າທັງສອງຈະມີຮູບຊົງຄ້າຍຄືກັນ ມີປົກເສື້ອ, ກະດຸມ ແລະ ຮູບແບບການຕັດຫຍິບທີ່ເບິ່ງຄ້າຍກັນ ແຕ່ຮູ້ຫຼືບໍ່ວ່າ ເສື້ອທັງສອງປະເພດນີ້ມີຄວາມຄ້າຍຄືທີ່ແຕກຕ່າງກັນຢູ່.

ໃນໂລກຂອງແຟຊັນ ການແຍກວ່າເສື້ອໂຕໃດເປັນຊຸດສູດ ຫຼື ເບລເຊີ ບໍ່ໄດ້ເບິ່ງພຽງແຕ່ຮູບຊົງ ຫຼື ລະດັບຄວາມສຸພາບເທົ່ານັ້ນ ແຕ່ຍັງມີລາຍລະອຽດຕັ້ງແຕ່ການອອກແບບ, ການເລືອກເນື້ອຜ້າ ໄປຈົນເຖິງວິທີການນຳໄປຈັບຄູ່ກັບເສື້ອຜ້າອື່ນໆ.

ມື້ນີ້ມ່ວນຈະພາທຸກຄົນ ມາລອງສັງເກດໄປພ້ອມກັນວ່າ ຊຸດສູດ ແລະ ເບລເຊີມີຄວາມແຕກຕ່າງກັນແນວໃດ? ແລ້ວແຕ່ລະໂອກາດເຮົາຄວນເລືອກນຸ່ງແບບໃຫ້ລະຫວ່າງສູດແລະເບລເຊີ.

“ຊຸດສູດ”ສະເໜ່ຂອງຄວາມສະຫງ່າງາມ ແລະ ຄວາມເປັນທາງການທີ່ຢູ່ມາທຸກຍຸກສະໄໝ

‘Suit’ ຫຼື ‘ຊຸດສູດ’ ແມ່ນເຄື່ອງແຕ່ງກາຍທີ່ມີເອກະລັກສຳຄັນຄື ການອອກແບບເສື້ອສູດ ແລະ ໂສ້ງໃຫ້ເປັນຊຸດດຽວກັນ ໂດຍໃຊ້ເນື້ອຜ້າ, ສີ ແລະ ລວດລາຍທີ່ເຂົ້າກັນ. ສາມາດແບ່ງໄດ້ເປັນຊຸດສູດສອງສ່ວນທີ່ປະກອບມີເສື້ອສູດ ແລະ ໂສ້ງ ຫຼື ຊຸດສູດສາມສ່ວນທີ່ເພີ່ມເສື້ອກັກ ຫຼື Waistcoat ເຂົ້າມາເປັນສ່ວນປະກອບ.

ອ່ານຕື່ມ:  ແຕ່ງຕົວຕາມສີແຫ່ງປີ 2026 ໃຫ້ກົງກັບ vibe ຊີວິດຂອງຕົວເອງ

ຈຸດເດັ່ນທີ່ເຮັດໃຫ້ຊຸດສູດດູດີບໍ່ແມ່ນແຕ່ ການໃສ່ເສື້ອກັບໂສ້ງໃຫ້ເຂົ້າກັນ ແຕ່ແມ່ນລາຍລະອຽດໃນການຕັດຫຍິບທີ່ຊ່ວຍຈັດຮູບຊົງ ແລະ ເສີມສັດສ່ວນຂອງຜູ້ສວມໃສ່ໃຫ້ເບິ່ງສົມດຸນຂຶ້ນ. ຕັ້ງແຕ່ຮູບຊົງປົກເສື້ອທີ່ມີທັງປົກເສື້ອຄໍແບບແຫວ່ງ(Notch Lapel), ປົກເສື້ອແບບປາຍແຫຼມ(Peak Lapel) ແລະ ປົກເສື້ອຄໍແບບໂຄ້ງ(Shawl Lapel) ໄປຈົນເຖິງການຈັດວາງກະດຸມ ແລະ ກະເປົາ ເຊິ່ງແຕ່ລະລາຍລະອຽດກໍຊ່ວຍສ້າງອາລົມໃຫ້ຊຸດແຕກຕ່າງກັນໄປ.

ຊຸດສູດສາມາດຕັດຫຍິບໄດ້ຈາກຫຼາຍວັດສະດຸ ແຕ່ເນື້ອຜ້າທີ່ນິຍົມນຳມາຕັດຫຍິບຊຸດສູດກໍຈະມີທັງຜ້າວູນ, ຜ້າຝ້າຍ, ຜ້າລິນິນແລະ ຜ້າໄໝ ລວມເຖິງຜ້າເສັ້ນໃຍປະສົມຊະນິດຕ່າງໆ. ແຕ່ຖ້າເວົ້າເຖິງຜ້າຄລາສສິກທີ່ນິຍົມໃຊ້ກັບຊຸດສູດ ກໍຕ້ອງຍົກໃຫ້ຜ້າວູນເລີຍເນື່ອງຈາກມີຄຸນສົມບັດທີ່ຊ່ວຍຮັກສາຮູບຊົງຂອງເສື້ອຜ້າ ແລະ ໃຫ້ພາບລວມໃຫ້ລຸກທີ່ແຕ່ງອອກມາດູດີ.

ດ້ານສີສັນຖ້າເປັນຊຸດສູດແນວຄລາສສິກ ສີທີ່ເຫັນກັນເລື້ອຍໆກໍຄື ສີດຳ, ສີກົມທ່າ ແລະ ສີເທົາ ທີ່ໃຊ້ແຕ່ງໂຕໄດ້ງ່າຍ ແລະ ໃສ່ໄດ້ຫຼາຍໂອກາດ. ສຳລັບຄົນທີ່ຢາກເພີ່ມລູກຫຼິ້ນໃຫ້ການແຕ່ງຕົວ ກໍຍັງມີລວດລາຍຢ່າງ Pinstripe ຫຼື Check ທີ່ຊ່ວຍໃຫ້ຊຸດສູດບໍ່ເບິ່ງຈືດຈົນເກີນໄປ.

ດ້ວຍຮູບແບບການອອກແບບນີ້ ຊຸດສູດຈຶ່ງເໝາະກັບໂອກາດທີ່ຕ້ອງການຄວາມເປັນທາງການ ເຊັ່ນ ການປະຊຸມທາງທຸລະກິດ, ງານພິທີການ, ງານແຕ່ງດອງ ຫຼື ງານສຳຄັນຕ່າງໆ. ເຖິງຊຸດສູດຈະຂຶ້ນຊື່ວ່າເປັນຕົວເລືອກສຳລັບງານທາງການ ແຕ່ດ້ວຍດີໄຊນ໌ທີ່ພັດທະນາໄປຕາມຍຸກສະໄໝ ທັງຮູບຊົງ Oversized ແລະ ການອອກແບບທີ່ຫຼຸດຄວາມເປັນທາງການລົງ ເຮັດໃຫ້ຊຸດສູດສາມາດນຳມາແມັດກັບເສື້ອຍືດ, ເກີບຜ້າໃບ ຫຼື ຊຸດອື່ນໆໄດ້ຢ່າງມີສະຕາຍຫຼາຍຂຶ້ນ.

“ເບລເຊີ” ຄວາມເປັນທາງການກັບອິດສະຫຼະໃນການແຕ່ງຕົວມາພົບກັນ

ຖ້າຊຸດສູດເປັນຕົວແທນຂອງຄວາມສະຫງ່າ ແລະ ຄລາສສິກ ສ່ວນ ເບລເຊີ  ກໍເປັນໄອເທັມທີ່ຊ່ວຍເພີ່ມຄວາມມີສະຕາຍໃຫ້ການແຕ່ງຕົວໄດ້ຢ່າງລົງຕົວ. ຈະໃສ່ຄູ່ກັບເສື້ອເຊີດໃຫ້ເບິ່ງສຸພາບ ຫຼື ຈັບຄູ່ກັບເສື້ອຍືດ ແລະ ໂສ້ງຢີນໃຫ້ເບິ່ງຊິວໆ ກໍສາມາດປັບໃຫ້ເຂົ້າກັບຫຼາຍໂອກາດໄດ້.

ແລ້ວ ເບລເຊີ  ຕ່າງຈາກຊຸດສູດແນວໃດ? ຈຸດສັງເກດງ່າຍໆ ຄື ເບລເຊີ  ເປັນເສື້ອທີ່ສາມາດໃສ່ແຍກຊິ້ນໄດ້ ໂດຍບໍ່ຈຳເປັນຕ້ອງມີໂສ້ງທີ່ໃຊ້ເນື້ອຜ້າສີ ຫຼື ລວດລາຍດຽວກັນຄືກັບຊຸດສູດ, ຈຶ່ງສາມາດນຳມາໃສ່ຄູ່ກັບໂສ້ງຫຼາຍແບບ ຕັ້ງແຕ່ໂສ້ງສະແລັກໄປຈົນເຖິງໂສ້ງຢີນ ເພື່ອປ່ຽນອາລົມການແຕ່ງຕົວໄດ້ຕາມໃຈມັກ.

ອ່ານຕື່ມ:  Retro Fashion ສະເໜ່ຂອງແຟຊັນຍ້ອນຍຸກ ທີ່ເອົາອະດີດມາແຕ່ງແຕ້ມໃຫ້ທັນສະໄໝ

ແຕ່ກ່ອນຈະກາຍມາເປັນສິ່ງທີ່ຄຸ້ນຕາໃນໂລກແຟຊັນ ເບລເຊີ  ກໍມີປະຫວັດທີ່ໜ້າສົນໃຈບໍ່ໜ້ອຍ. ໜຶ່ງໃນທີ່ມາທີ່ມັກຖືກກ່າວເຖິງ ແມ່ນເສື້ອແຈັກເກັດສີແດງສົດຂອງ Lady Margaret Boat Club ຊົມລົມພາຍເຮືອຈາກມະຫາວິທະຍາໄລ Cambridge ປະເທດອັງກິດ. ເສື້ອສີແດງທີ່ໂດດເດັ່ນນີ້ຖືກເຊື່ອມໂຍງກັບທີ່ມາຂອງຊື່ ເບລເຊີ . ຕໍ່ມາເສື້ອປະເພດນີ້ກໍໄດ້ພັດທະນາຮູບແບບໄປຢ່າງຫຼາກຫຼາຍ ໂດຍໜຶ່ງໃນພາບຈຳຂອງ ເບລເຊີ  ແນວຄລາສສິກກໍຄື ເສື້ອສີກົມທ່າທີ່ມາພ້ອມກະດຸມໂລຫະສີທອງ ໃຫ້ກິ່ນອາຍຄວາມສຸພາບແບບຜູ້ດີອັງກິດ.

ສ່ວນລາຍລະອຽດຂອງ ເບລເຊີ  ກໍມີລູກຫຼິ້ນໃຫ້ເລືອກຫຼາຍກວ່າທີ່ຄິດ. ບາງຮຸ່ນມາພ້ອມກະດຸມໂລຫະສີທອງ ຫຼື ສີເງິນ ບາງຮຸ່ນເລືອກໃຊ້ກະດຸມສີທີ່ຕັດກັບຕົວເສື້ອ ແລະ ຍັງມີກະເປົ໋າແບບປະ (Patch Pocket) ທີ່ເພີ່ມຄວາມລຳລອງແຕ່ຍັງຄົງຄວາມຄລາສສິກ. ສ່ວນຮູບແບບກະດຸມກໍມີທັງແບບແຖວດຽວ (Single-breasted) ແລະ ແບບສອງແຖວ (Double-breasted) ເຊິ່ງໃຫ້ອາລົມຂອງເສື້ອທີ່ຕ່າງກັນໄປ.

ດ້ານເນື້ອຜ້າກໍມີໃຫ້ເລືອກຫຼາຍຕາມການໃຊ້ງານ ບໍ່ວ່າຈະເປັນຜ້າວູນ, ຜ້າຝ້າຍ, ຜ້າລິນິນ ຫຼື ຜ້າທໍທີ່ມີພື້ນຜິວສຳຜັດແບບຕ່າງໆ. ສ່ວນສີສັນກໍມີຕັ້ງແຕ່ສີກົມທ່າ, ສີດຳ, ສີເທົາ ໄປຈົນເຖິງສີເອີດໂທນ ຢ່າງສີນ້ຳຕານ ແລະ ສີເບຈ. ບາງສີກໍໃຫ້ລຸກທີ່ສຸຂຸມ ບາງສີກໍເພີ່ມຄວາມອົບອຸ່ນໃຫ້ການແຕ່ງຕົວ ເຮັດໃຫ້ ເບລເຊີ  ບໍ່ໄດ້ຈຳກັດຢູ່ແຕ່ລຸກທາງການເທົ່ານັ້ນ.

ແລະ ນີ້ກໍຄືສະເໜ່ຂອງ ເບລເຊີ  ທີ່ເຮັດໃຫ້ຫຼາຍຄົນມັກມີຕິດຕູ້ເສື້ອຜ້າໄວ້. ມື້ໃດຢາກໄດ້ລຸກທາງການແນ່ ກໍຈັບຄູ່ກັບເສື້ອເຊີດ ແລະ ໂສ້ງສະແລັກໄດ້ ຫຼື ຢາກຫຼຸດຄວາມເປັນທາງການລົງ ກໍປ່ຽນເປັນເສື້ອຍືດກັບໂສ້ງຢີນ ກໍໄດ້ລຸກ Smart Casual ທີ່ສາມາດດູດີໄດ້ແບບບໍ່ຕ້ອງຈັດເຕັມ.

ເຖິງວ່າຊຸດສູດ ແລະ ເບລເຊີຈະມີຮູບຊົງຄ້າຍຄືກັນ ແຕ່ຫາກສັງເກດໃນລາຍລະອຽດ ຈະພົບວ່າມີຄວາມແຕກຕ່າງຢູ່ຫຼາຍດ້ານ ດັ່ງນີ້:

1. ຮູບແບບການອອກແບບ ແລະ ການໃຊ້ງານ

ຊຸດສູດຖືກອອກແບບໃຫ້ເປັນຊຸດທີ່ເຂົ້າກັນ ໂດຍມີເສື້ອແຈັກເກັດ ແລະ ໂສ້ງທີ່ໃຊ້ເນື້ອຜ້າ ແລະ ສີດຽວກັນເປັນອົງປະກອບຫຼັກ. ສ່ວນເບລເຊີເປັນເສື້ອຄຸມແຍກຊິ້ນ ທີ່ສາມາດນຳໄປໃສ່ກັບໂສ້ງຫຼາຍປະເພດໄດ້.

2. ເນື້ອຜ້າ ແລະ ພື້ນຜິວສຳຜັດ

ຊຸດສູດມັກໃຊ້ເນື້ອຜ້າທີ່ມີພື້ນຜິວລຽບ ແລະ ມີການທໍທີ່ເໝາະກັບການຮັກສາຮູບຊົງ ເຊັ່ນ ຜ້າວູນເນື້ອລະອຽດ ແລະ ຜ້າເສັ້ນໃຍປະສົມ. ຂະນະທີ່ເບລເຊີສາມາດໃຊ້ເນື້ອຜ້າໄດ້ຫຼາຍປະເພດ ທັງຜ້າວູນ, ຜ້າລິນິນ, ຜ້າຝ້າຍ ແລະ ຜ້າທວີດ (Tweed) ທີ່ມີພື້ນຜິວ ແລະ ລວດລາຍເປັນເອກະລັກ.

ອ່ານຕື່ມ:  ກ່ອນທີ່ຈະຄອງໂລກ DRAG RACE ເຄີຍເປັນພຽງວັດທະນາທຳໃຕ້ດິນທີ່ຫຼາຍຄົນບອກວ່າປະຫຼາດ

3. ສີສັນ ແລະ ລວດລາຍ

ຊຸດສູດມັກເນັ້ນສີສັນທີ່ເບິ່ງສຸຂຸມ ແລະ ຄລາສສິກ ເຊັ່ນ ສີດຳ, ສີກົມທ່າ ແລະ ສີເທົາ ລວມເຖິງລວດລາຍທີ່ຊ່ວຍເພີ່ມມິຕິໃຫ້ກັບຊຸດ. ສ່ວນເບລເຊີມີຄວາມຍືດຫຍຸ່ນດ້ານສີສັນ ແລະ ດີຊາຍຫຼາຍກວ່າ ຕັ້ງແຕ່ສີພື້ນໄປຈົນເຖິງລາຍທາງ ແລະ ລາຍຕາຕະລາງ.

4. ລາຍລະອຽດ ແລະ ອົງປະກອບຂອງເສື້ອ

ຊຸດສູດມັກເນັ້ນລາຍລະອຽດທີ່ກົມກຽວກັນທັງຊຸດ ເຊັ່ນ ກະດຸມທີ່ເຂົ້າກັບສີຜ້າ ແລະ ຮູບແບບກະເປົາທີ່ລຽບງ່າຍ. ສ່ວນເບລເຊີແບບຄລາສສິກມັກມີລາຍລະອຽດທີ່ຊ່ວຍສ້າງເອກະລັກ ເຊັ່ນ ກະດຸມສີທອງ ຫຼື ສີເງິນ ລວມເຖິງກະເປົາແບບປະ. ທັງນີ້ ລາຍລະອຽດອາດແຕກຕ່າງກັນໄປຕາມດີຊາຍຂອງແຕ່ລະແບຣນ.

5. ການແມັດຊຸດ ແລະ ໂອກາດໃນການສວມໃສ່

ຊຸດສູດເໝາະກັບໂອກາດທີ່ຕ້ອງການຄວາມເປັນທາງການ ເຊັ່ນ ການປະຊຸມ, ງານທຸລະກິດ ຫຼື ງານພິທີການ ໂດຍນິຍົມໃສ່ຄູ່ກັບເສື້ອເຊີດ, ເນັກໄທ ແລະ ເກີບໜັງ. ສ່ວນເບລເຊີເໝາະກັບການແຕ່ງຕົວທີ່ຕ້ອງການຄວາມສຸພາບແຕ່ບໍ່ເປັນທາງການຈົນເກີນໄປ ສາມາດແມັດກັບໂສ້ງຊິໂນ, ໂສ້ງສະແລັກ ຫຼື ໂສ້ງຢີນ ລວມເຖິງເສື້ອຍືດ ແລະ ເສື້ອເຊີດໄດ້ຕາມສະຕາຍທີ່ຕ້ອງການ.

ເຖິງແມ່ນວ່າ ສູດແລະ ເບລເຊີ ຈະມີຮູບຊົງທີ່ຄ້າຍຄືກັນ ແຕ່ທັງສອງກໍມີເອກະລັກ ແລະ ສະເໜ່ທີ່ແຕກຕ່າງກັນ. ສູດເນັ້ນຄວາມສະຫງ່າ ແລະ ຄວາມຄລາສສິກດ້ວຍເສື້ອແຈັກເກັດກັບໂສ້ງທີ່ເຂົ້າຊຸດກັນ ສ່ວນ ເບລເຊີ ເປັນເສື້ອແຈັກເກັດແຍກຊິ້ນທີ່ເພີ່ມຄວາມຢືດຫຍຸ່ນໃຫ້ການແຕ່ງຕົວ ເຮົາສາມາດນຳໄປປະສົມກັບເສື້ອຜ້າຫຼາຍຮູບແບບໄດ້ຕາມສະຕາຍທີ່ມັກ.

ສຸດທ້າຍ ການເລືອກວ່າຈະໃສ່ ສູດຫຼື ເບລເຊີ ກໍບໍ່ໄດ້ມີສູດຕາຍຕົວ ແຕ່ຂຶ້ນຢູ່ກັບໂອກາດ, ບັນຍາກາດ ແລະ ສະຕາຍທີ່ເຮົາຢາກຖ່າຍທອດອອກມາ. ເພາະບາງຄັ້ງການແຕ່ງຕົວໃຫ້ດູດີ ກໍບໍ່ໄດ້ຂຶ້ນຢູ່ກັບວ່າເຮົາໃສ່ຫຍັງລາຄາແພງທີ່ສຸດ ແຕ່ແມ່ນການເລືອກໃຫ້ເໝາະກັບຕົວເອງ ແລະ ໝັ້ນໃຈໃນທຸກສະຕາຍທີ່ສວມໃສ່.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.