Creative marketing and business tips from Laos! Muan Specialty provides expert insights, working tips, and technology trends to help you succeed in the creative industry. ປຸກໄຟແຫ່ງປັນຍາ ກັບເນື້ອຫາການແບ່ງປັນຄວາມຮູ້ຈາກຜູ້ຊ່ຽວຊານ, ເຄັດລັບການເຮັດວຽກ ແລະ ທ່າອ່ຽງດ້ານເຕັກໂນໂລຊີ-ການຕະຫຼາດ ເພື່ອຊ່ວຍໃຫ້ທ່ານປະສົບຜົນສໍາເລັດໃນວົງການຢ່າງສ້າງສັນ 🔥💙🧿🪬
ເຈາະເລິກ 3 ບັນຫາໃຫຍ່ຂອງທຸລະກິດ F&B ລາວ ທັງເລື່ອງໂຕເລກ, ການບໍລິຫານຄົນ ແລະ ການສ້າງແບຣນ ຈາກງານ Lao Foodie Forum ທີ່ລວມພົນຜູ້ປະກອບການກວ່າ 300 ຄົນ ມາຮ່ວມຖອດສູດລອດ ແລະ ແລກປ່ຽນປະສົບການຈິງເພື່ອຍົກລະດັບຮ້ານອາຫານ-ຄາເຟ່ລາວສູ່ອະນາຄົດ.
ຮ້ານກາເຟທີ່ເຄີຍຄິວຍາວ ມື້ນີ້ກາຍເປັນປ້າຍ “ໃຫ້ເຊົ່າ”? ຖອດບົດຮຽນຈາກ World Bank ແລະ ADB ວ່າດ້ວຍ 3 ຫຼຸມພາງໃຫຍ່ຂອງທຸລະກິດຮ້ານອາຫານ-ຄາເຟ່ໃນລາວ: ເລື່ອງເງິນທີ່ຊະຊາຍ, ລະບົບຮ້ານທີ່ຕິດຢູ່ກັບເຈົ້າຂອງ ແລະ ຕະຫຼາດທີ່ແຂ່ງກັນຕັດລາຄາ. ຢ່າປ່ອຍໃຫ້ຮ້ານເຈົ້າເປັນລາຍຊື່ຕໍ່ໄປ!
Coca-Cola ແບຣນທີ່ມີອາຍຸ 140 ປີ ລຸກຂຶ້ນມາປັບມາດຕະຖານແບຣນໃໝ່ທົ່ວໂລກ ຫຼື ໃນວົງການການຕະຫຼາດເອີ້ນວ່າແບຣນໄກດ໌ລາຍ (Brand Guideline) ໃນປີ 2026… ບໍ່ແມ່ນການເຮັດໂລໂກ້ໃໝ່ ແຕ່ເປັນຄວາມພະຍາຍາມໃນການເຮັດໃຫ້ Coca-Cola ເປັນ Coca-Cola ຫຼາຍຍິ່ງຂຶ້ນ Coca-Cola has been given a complete...
“ໂລໂກ້” ໃຜໆ ກໍເຮັດໄດ້. ແຕ່ມັນດີແທ້ຫວາ? ໂລໂກ້ (Logo) ຫຼື ກາໝາຍ ມັນເປັນພຽງສັນຍາລັກຂອງອົງກອນ, ຢູ່ເທິງສິນຄ້າ ທີ່ມີໄວ້ເພື່ອຄວາມສວຍງາມເທົ່ານັ້ນແທ້ບໍ? ເປັນຫຍັງຫຼາຍຄັ້ງ ຜູ້ປະກອບການ ມັກໃຫ້ຄຸນຄ່າມັນເປັນພຽງແຕ່ວຽກງານລາຄາຖືກ ໃຜເຮັດກໍໄດ້ ຫຼື ໃຫ້ເອໄອເຮັດກໍໄດ້ ໄວອີກ.ມັນພຽງພໍ ແລະ ຄຸ້ມຄ່າແທ້ບໍ່ ເມື່ອທຽບກັບກາໝາຍທີ່ຕ້ອງຢູ່ກັບອົງກອນໄປອີກຫຼາຍປີ. ພາທຸກຄົນມາຊົມຜົນງານກັນກ່ອນ ກ່ອນຈະໄປເນື້ອຫາເລື່ອງໂລໂກ້ທີ່ດີ,...
ບໍລິສັດບໍ່ເຕີບໂຕເພາະຜູ້ນຳເປັນ "ເພດານ"? ຖອດບົດຮຽນຈາກ ທັອບ Bitkub ກ່ຽວກັບການຫຼຸດ Ego, ການ Scale-up ທຸລະກິດ ແລະ ກົນລະຍຸດການຢູ່ລອດໃນຍຸກ AI. ອ່ານເລີຍ!
ເມື່ອ AI ເສກຮູບໃຫ້ງາມ ແລະ ໄວ... ແລ້ວເປັນຫຍັງເດັກນ້ອຍ ປ.3 ຍັງຢາກແຕ້ມເອງ? ສະຫຼຸບ 5 Minute Talk ຈາກ ທ່ານ ຈອນນີ້ CEO ມ່ວນ ທີ່ຈະພາຜູ້ໃຫຍ່ໄວເຮັດວຽກກັບມາຊອກຫາຄວາມມ່ວນ ແລະ ຄວາມສຸກລະຫວ່າງທາງ ທີ່ເຕັກໂນໂລຊີຍາດໄປບໍ່ໄດ້.
ເຜີຍສູດລັບການເຮັດແຄມເປນຂອງ 'ທີມຊັດຊາດ' ທີ່ໃຊ້ພຽງຄວາມຄິດສ້າງສັນ ແລະ ຄວາມໄວ້ວາງໃຈ ມັດໃຈຄົນກຸ່ມໃຫຍ່ໂດຍບໍ່ຕ້ອງອັດງົບໂຄສະນາ. ຮຽນຮູ້ວິທີການນຳໄປປະຍຸກໃຊ້ໃນການຕະຫຼາດຍຸກໃໝ່.
ເຈົ້າເຄີຍສົງໄສບໍວ່າເປັນຫຍັງຄົນເຮັດວຽກເກັ່ງມັກລົ້ມເຫລວເມື່ອຂຶ້ນຮັບຕຳແໜ່ງຫົວໜ້າ? ເປີດເຜີຍສາເຫດ ແລະ ກັບດັກທາງຄວາມຄິດທີ່ເຮັດໃຫ້ຜູ້ບໍລິຫານມືໃໝ່ໄປບໍ່ລອດ.
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.