Month: July 2026

66 ບົດຄວາມ

ຈາກຮູບໄວຣັລພິກຊີວິດ ສູ່ຊຸບເປີໂມເດວຜິວສີລະດັບໂລກ ຮູ້ຈັກ Anok Yai ຊຸບເປີໂມເດວທີ່ທຸກແບຣນດັງຍາດຕົວ

ໃນໂລກຂອງແຟຊັ່ນລະດັບແຖວໜ້າທີ່ມີການແຂ່ງຂັນສູງ ແລະ ມາດຕະຖານຄວາມງາມມັກຈະຖືກກຳນົດດ້ວຍກອບເດີມໆ, ການປະກົດຕົວຂອງ Anok Yai ຫຼື ອານົກ ໄຍ ບໍ່ໄດ້ເປັນພຽງແຕ່ການແຈ້ງເກີດຂອງນາງແບບໜ້າໃໝ່ເທົ່ານັ້ນ ແຕ່ເປັນການສ້າງແຮງສັ່ນສະເທືອນໃນລະດັບໂລກ. ນາງແບບສາວຊາວອາເມຣິກັນເຊື້ອສາຍຊູດານໃຕ້ຄົນນີ້ໄດ້ໃຊ້ເອກະລັກທີ່ໂດດເດັ່ນ, ຊົງພະລັງ ແລະ ຕົວຕົນທີ່ແທ້ຈິງຂອງນາງ ມາພິກໂສມໜ້າປະຫວັດສາດ ແລະ ກາຍເປັນໜຶ່ງໃນໄອຄອນທີ່ແບຣນຫຼູຫຼາ ຫຼື Luxury brands ທົ່ວໂລກຕ່າງກໍຍາດຕົວ. Anok...

ເຫັນໜ້າເຈົ້າປຸບ ນີ້ແຫຼະສະເປັກເລີຍ ຟັງ “ໄປກັບຂ້ອຍບໍ່” ຈາກ LIL SMOKE, FRANK D-MAX & FIRE SUZUKI

ເພງ ໄປກັບຂ້ອຍບໍ່ ຈາກ LIL SMOKE x FRANK D-MAX x FIRE SUZUKI ເພງຈີບສຸດຈິງໃຈ ປະສົມພາສາລາວ-ຢີ່ປຸ່ນ ເລົ່າຄວາມຮູ້ສຶກຕົກຂຸມຮັກຕັ້ງແຕ່ທຳອິດເຫັນ.

ປີນີ້ມີຫຍັງເດັດ ກັບ ເວທີນາງສາວບັນດາເຜົ່າລາວ 2026 ທີ່ໃຜກໍບອກວ່າໜ້າສົນໃຈກວ່າທຸກປີ

ເມື່ອເວົ້າເຖິງເວທີການປະກວດຄວາມງາມໃນປະເທດລາວ, “ນາງສາວບັນດາເຜົ່າລາວ” ຖືເປັນໜຶ່ງໃນເວທີທີ່ມີເອກະລັກສະເພາະຕົວ ແລະ ໂດດເດັ່ນທີ່ສຸດ ເພາະນີ້ບໍ່ແມ່ນພຽງແຕ່ການແຂ່ງຂັນເພື່ອຄົ້ນຫາຜູ້ຍິງທີ່ມີຄວາມງາມທາງດ້ານຮ່າງກາຍເທົ່ານັ້ນ, ແຕ່ຍັງເປັນເວທີທີ່ “ສົ່ງເສີມບົດບາດຂອງແມ່ຍິງລາວບັນດາເຜົ່າຢ່າງແທ້ຈິງ”. ສຳລັບປີນີ້, ກອງປະກວດ “ນາງສາວບັນດາເຜົ່າລາວ 2026” ໄດ້ກັບມາຢ່າງຍິ່ງໃຫຍ່ ພ້ອມກັບຄວາມມຸ່ງໝັ້ນທີ່ຈະຍົກລະດັບວັດທະນະທຳ ແລະ ສົ່ງຕໍ່ພູມປັນຍາຂອງບັນພະບຸລຸດໃຫ້ກາຍເປັນ Soft Power ທີ່ຊົງພະລັງຂອງລາວ. ມື້ນີ້, ມ່ວນຈະພາທຸກຄົນມາເຈາະເລິກເບິ່ງວ່າ ເວທີນາງສາວບັນດາເຜົ່າລາວປີນີ້ ມີຄວາມໜ້າສົນໃຈ...

ໜຸ່ມຫຼວງພະບາງ ສະແດງຊີຣີສ໌ວາຍເລື່ອງ ມັງເປັນປອບ Love at First Bite ຈອນນີ້ ພວງສຸວັນ ຫຼິ້ນເປັນ ປອບ ທີ່ຮັກກັບຄົນ

ມາຟິນກັບຊີຣີສ໌ວາຍ Rom-Com ແຟນຕາຊີສຸດໜ້າຮັກ "ມັງເປັນປອບ" (Love at First Bite) ເມື່ອ ຟານ ຍອມທຸ່ມເທປ່ຽນໂຕເອງເພື່ອ ຣັອກເກັດ ນຳສະແດງໂດຍຄູ່ຈິ້ນສຸດຮັອດ ຈອນນີ້ ແລະ ນັດທະພົງ.

ປັງບໍ່ໄຫວ! ອານິຕ້າ ຢາການາກິ ຮັບບົດນາງເອກຊ່ອງດັງ ປະກົບຄູ່ພະເອກ ພູມ ກຽດຕິພູມ

ຕ້ອງບອກວ່າກະແສກໍຍັງຄົງແຮງ ແລະ ວຽກເຂົ້າບໍ່ຢຸດເລີຍສຳລັບນັກສະແດງລາວ ອານິຕ້າ ຢາການາກິ. ຫຼ້າສຸດ, ຊ່ອງດັງຫຼາຍສີຈາກປະເທດເພື່ອນບ້ານໄດ້ປ່ອຍພາບຢືນຢັນອອກມາແລ້ວວ່າ ອານິຕ້າ ໄດ້ຮັບບົດນາງເອກປະກົບຄູ່ພະເອກຂອງຊ່ອງຄື ພູມ ກຽດຕິພູມ (ภูมิ เกียรติภูมิ). ຕ້ອງຂໍບອກວ່ານີ້ບໍ່ແມ່ນຄັ້ງທຳອິດທີ່ ອານິຕ້າ ໄດ້ຮ່ວມສະແດງລະຄອນຢູ່ປະເທດເພື່ອນບ້ານ ເພາະລາວກໍຍັງໄດ້ຝາກຜົນງານການສະແດງໃນຊີຣີສ໌ອີສານແນວສືບສວນສວນ ສາຍລັບລົດແຫ່ (สายลับรถแห่) ມາກ່ອນ ອີກດ້ວຍ. ອານິຕ້າ ຢາການາກິ...

ເຈົ້າຮູ້ສຶກເມື່ອຍ ແລະ ກຳລັງໝົດໄຟແມ່ນບໍ? ລອງຟັງ “ເຈົ້າດວງໃຈ” ຈາກ Young Do ft TickTar

ບໍ່ວ່າໂລກພາຍນອກຈະໃຈຮ້າຍກັບເຮົາປານໃດ, ແຕ່ອ້ອມກອດຂອງແມ່ ແລະ ບ້ານ ເຮົາ ຄື 'ພື້ນທີ່ປອດໄພ' ທີ່ພ້ອມຟື້ນຟູພະລັງໃຈໃຫ້ເຮົາສະເໝີ.

Swarovski ແບຣນທີ່ຫຼາຍຄົນເບິ່ງວ່າຫຼ້າສະໄໝແຕ່ເປັນຫຍັງຈຶ່ງຢູ່ໄດ້ມາຮອດ 100 ກວ່າປີ

ຫາກເວົ້າເຖິງ Swarovski (ສະວາຣອຟສະກີ), ພາບທຳອິດທີ່ຫຼາຍຄົນນຶກເຖິງຄົງໜີບໍ່ພົ້ນ “ຮູບຫົງ” ສຸດຄລາສສິກທີ່ເບິ່ງລຽບຫຼູ ຫຼື ຂອງຂວັນລ້ຳຄ່າທີ່ແມ່ຫວງແຫນ. ແຕ່ຖ້າລອງຍ່າງຜ່ານໜ້າຮ້ານໃນມື້ນີ້, ກໍຈະໄດ້ພົບກັບໂລກໃບໃໝ່ທີ່ເຕັມໄປດ້ວຍສີສັນຈັດຈ້ານ, ຄຣິສຕັນເມັດໃຫຍ່ສະດຸດຕາ ແລະ ກິ່ນອາຍຄວາມມ່ວນຊື່ນທີ່ດຶງດູດໄວລຸ້ນສາຍແຟຊັນໃຫ້ຕ້ອງຫຼຽວເບິ່ງ. ແບຣນທີ່ມີອາຍຸຮ່ວມ 130 ປີແບຣນນີ້ ເຮັດແນວໃດຈຶ່ງສາມາດສະຫຼັດພາບພົດຄວາມຄລາສສິກ ທີ່ບາງຄັ້ງອາດເບິ່ງຄືມີອາຍຸ ໃຫ້ກາຍມາເປັນໄອເທັມສຸດໄວຣັລທີ່ຊາວ Gen Z ຕ້ອງມີ? ມື້ນີ້...

ຮູ້ຈັກ ໂບ້ ພູມີພົນ ຕົວແທນແຂວງສາລະວັນ ຜູ້ກ້າທະລາຍກອບເດີມໆ ເພື່ອຄົ້ນຫາສັກກະຍະພາບໃນເວທີ Mister Universe Laos

ຫຼາຍຄັ້ງທີ່ຄົນເຮົາມັກຈະຕິດຢູ່ໃນ “ກອບ” ຫຼື ເຊຟໂຊນ ຂອງຕົນເອງ ຈົນຫຼົງລືມໄປວ່າ ເຮົາອາດຈະມີຄວາມສາມາດທີ່ຍິ່ງໃຫຍ່ເຊື່ອງຢູ່ທາງໃນ. ເຊັ່ນດຽວກັນກັບ “ໂບ້ – ພູມີພົນ ລັດຕະນະກອນ” ຊາຍໜຸ່ມໄວ 21 ປີ ຈາກນະຄອນຫຼວງວຽງຈັນ ຜູ້ທີ່ປີນີ້ໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນຕົວແທນ ແຂວງສາລະວັນ ເພື່ອເຂົ້າຮ່ວມຊິງມົງໃນເວທີ Mister Universe Laos. ຈາກນັກສຶກສາສາຍການເງິນ...

ຊີວິດບໍ່ມີຄວາມໝາຍ ຈົນມີເຈົ້າເຂົ້າມາເຕີມເຕັມ ຟັງ Recharge ຈາກ RGB ft JLIIXER

ເຄີຍຢ້ານການເລີ່ມຕົ້ນໃໝ່ບໍ່? ມາຄົ້ນຫາຄວາມໝາຍສຸດອົບອຸ່ນໃນເພງ Recharge ຈາກ RGB ft JLIIXER ທີ່ຈະຊ່ວຍຮັກສາໃຈ ແລະ ເຮັດໃຫ້ຊີວິດກັບມາມີຄວາມໝາຍອີກຄັ້ງ.

ຊານົນ ພະເອກໃໝ່ປ້າຍແດງ ພ້ອມເບື້ອງຫຼັງເຮັດແນວໃດຈຶ່ງໄດ້ໄປສະແດງຊີລີ້ຢູ່ໄທ

ເອີ້ນໄດ້ວ່າກຳລັງເປັນກະແສທີ່ໜ້າຈັບຕາມອງສຸດໆ! ສຳລັບ ຊານົນ ມະນີຜົນ ສິລະປິນໜຸ່ມມາກຄວາມສາມາດ ຫຼັງຈາກມີຂ່າວດີແວ່ວມາວ່າ ເຈົ້າຕົວໄດ້ລຸຍງານສະແດງຊີລີ້ເລື່ອງໃໝ່. ແຕ່ທີ່ເຮັດໃຫ້ຕ້ອງຮ້ອງວ້າວ ແລະ ບໍ່ທຳມະດາທີ່ເຈົ້າໂຕກໍໄດ້ຢືນຢັນມາແລ້ວກໍຄື ການໄດ້ຮັບບົດ “ພະເອກ” ໃນຊີລີ້ແນວແອັກຊັນສຸດເຂັ້ມຂຸ້ນເລື່ອງໃໝ່ “ເກີດໃໝ່ມາເປັນໃຫຍ່ ເໜືອໂລກສີເທົາ” ເຊິ່ງຕອນນີ້ໄດ້ປິດກ້ອງຖ່າຍທຳກັນເປັນທີ່ຮຽບຮ້ອຍແລ້ວ. ເຊິ່ງທີມມ່ວນກໍໄດ້ມີການໄປສືບໄປຖາມກັບຊານົນໂດຍກົງເລີຍວ່າ ຈຸດເລີ່ມຕົ້ນຂອງການໄດ້ມາຮ່ວມງານໃນໂປຣເຈັກນີ້ເປັນມາແນວໃດ? ຕ້ອງໄດ້ພົບຄວາມທ້າທາຍຫຍັງແດ່ໃນກອງຖ່າຍ? ລວມໄປເຖິງເບື້ອງຫຼັງການເຮັດວຽກທີ່ຕ້ອງບິນໄປ-ກັບ ລະຫວ່າງ ລາວ-ໄທ? ຫາກໃຜຍັງຈື່ໄດ້...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.