ຈອນນີ້ ອາລິຍາສອນ ພົມມະຈັກ ກັບບົດພິສູດຄວາມທຸ້ມເທ ແລະ ຄວາມຕັ້ງໃຈໃນເວທີ FACE of LAOS

ແບ່ງປັນ

ຈອນນີ້ ອາລິຍາສອນ ພົມມະຈັກ ກັບບົດພິສູດຄວາມທຸ້ມເທ ແລະ ຄວາມຕັ້ງໃຈໃນເວທີ FACE of LAOS

ໂດຍ: Tonmai Phoutthasack Tonmai Phoutthasack
20 August 2026 9
AI Summarized

Key Takeaways:

  • “ຈອນນີ້” ອາລິຍາສອນ ພົມມະຈັກ (FOL 04) ໜຸ່ມອາຍຸ 27 ປີ ຈາກນະຄອນຫຼວງວຽງຈັນ ຜູ້ເຂົ້າປະກວດ FACE of LAOS ທີ່ມີສະເໜ່ແຕກຕ່າງ, ເປັນຕົວແທນຂອງຄົນ "ມາດນິ່ງ" ທີ່ເວົ້າໜ້ອຍ ແຕ່ເຮັດຫຼາຍ ແລະ ພ້ອມພິສູດວ່າຄົນທີ່ບໍ່ເຄີຍກ້າສະແດງອອກ ກໍສາມາດສ່ອງປະກາຍເທິງເວທີໄດ້.
  • ຊີວິດປະຈຳວັນຂອງຈອນນີ້ ຄືການເຮັດວຽກເປັນພະນັກງານທະນາຄານ ຢູ່ພະແນກເປີດບັນຊີໃໝ່ ໂດຍໃຊ້ "ຄວາມນິ່ງ" ເປັນພະລັງໃນການແກ້ໄຂບັນຫາ, ສັງເກດ, ແລະ ຄິດວິເຄາະສິ່ງຕ່າງໆ ຢ່າງສະເໝີ, ພ້ອມຄວາມສາມາດໃນການແກ້ໄຂບັນຫາສະເພາະໜ້າໄດ້ດີ ແລະ ມີໄອເດຍໃໝ່ໆ ຕະຫຼອດ.
  • ຈຸດປ່ຽນສຳຄັນທີ່ເຮັດໃຫ້ຈອນນີ້ກ້າວອອກຈາກ Safe Zone ຄືປະສົບການການຍ່າງແບບໃນງານ Lao Fashion Week 2025, ເຊິ່ງຊ່ວຍທະລາຍ "ຄວາມຢ້ານ" ໃນການຂຶ້ນເວທີ ແລະ ໄດ້ຮັບແຮງບັນດານໃຈຈາກ Hao (FACE of LAOS 2024) ໃຫ້ຕັດສິນໃຈຍ່າງຕາມເສັ້ນທາງສາຍນີ້ຢ່າງຈິງຈັງ.
  • ການສະໝັກ FACE of LAOS ເທື່ອນີ້ ເພາະເຫັນວ່າເວທີນີ້ໃຫ້ຫຼາຍກວ່າການເດີນແບບ, ເປັນໂອກາດຮຽນຮູ້ເບື້ອງຫຼັງການຖ່າຍທຳ, ການຖ່າຍໂຄສະນາ ແລະ ທັກສະຕ່າງໆ, ຄວາມຮູ້ສຶກພູມໃຈເມື່ອຜ່ານເຂົ້າຮອບ ທີ່ບອກຕົວເອງວ່າ "ເຮົາກໍເຮັດໄດ້ຄືກັນ".
  • ຈອນນີ້ໝັ້ນໃຈວ່າ "ຄວາມທຸ້ມເທ ແລະ ຄວາມຕັ້ງໃຈ" ຈະເຮັດໃຫ້ລາວໂດດເດັ່ນ, ຄວາມຝັນສູງສຸດຄືການເປັນ "ແຮງບັນດານໃຈສຳລັບຄົນທີ່ບໍ່ກ້າສະແດງອອກ ແຕ່ກ້າທີ່ຈະລຸກຂຶ້ນມາປ່ຽນແປງຕົວເອງ".
ອ່ານຕື່ມ:  ຈາກຄົນຫຼັງກ້ອງສູ່ໜ້າເວທີ ຮູ້ຈັກ ແຈັກກີ້ ຊ່າງພາບໜຸ່ມຫຼວງພະບາງກັບເສັ້ນທາງ Mister Universe Laos

ເວລາເຮົາເວົ້າເຖິງເວທີປະກວດນາຍແບບ ຫຼາຍຄົນອາດຈະນຶກເຖິງຄົນທີ່ກ້າສະແດງອອກ ແລະ ເວົ້າເກັ່ງມາແຕ່ເກີດ. ແຕ່ສຳລັບ “ຈອນນີ້” ຫຼື ອາລິຍາສອນ ພົມມະຈັກ (FOL 04) ໜຸ່ມນະຄອນຫຼວງວຽງຈັນ ໄວ 27 ປີ ຄົນນີ້ ກັບມີສະເໜ່ທີ່ແຕກຕ່າງອອກໄປ. ລາວຄືຕົວແທນຂອງຄົນ “ມາດນິ່ງ” ທີ່ເວົ້າໜ້ອຍ ແຕ່ເນັ້ນລົງມືເຮັດໃຫ້ສຸດ ແລະ ພ້ອມຈະພິສູດໃຫ້ເຫັນວ່າ ຄົນທີ່ເຄີຍບໍ່ກ້າສະແດງອອກ ກໍສາມາດກ້າວຂຶ້ນມາສ່ອງປະກາຍເທິງເວທີລະດັບປະເທດໄດ້ຄືກັນ.

ຊາຍໜຸ່ມຜູ້ນຳໃຊ້ “ຄວາມນິ່ງ” ເປັນພະລັງໃນການແກ້ໄຂບັນຫາ ຖ້າຕັດພາບອອກຈາກການເປັນຜູ້ເຂົ້າແຂ່ງຂັນ FACE of LAOS ຊີວິດປະຈຳວັນຂອງຈອນນີ້ ແມ່ນການສວມບົດບາດເປັນໜຸ່ມທະນາຄານ ຢູ່ພະແນກເປີດບັນຊີໃໝ່ ຂອງທະນາຄານອິນໂດຈີນ. ຖ້າບໍ່ໄດ້ຢູ່ເທິງເວທີ ຕອນນີ້ລາວກໍຄົງກຳລັງງ່ວນຢູ່ກັບການດູແລວຽກໃນພະແນກ ແລະ ວາງແຜນພັດທະນາລະບົບຕ່າງໆໃຫ້ເປັນລະບຽບ.ດ້ວຍບຸກຄະລິກທີ່ເປັນຄົນນິ່ງໆ ບໍ່ຄ່ອຍເວົ້າຫຼາຍ ຈອນນີ້ຈຶ່ງມີເວລາສັງເກດ ແລະ ຄິດວິເຄາະສິ່ງຕ່າງໆຢູ່ສະເໝີ. ທັກສະທີ່ຫຼາຍຄົນອາດຈະບໍ່ເຄີຍຮູ້ຄື ລາວເປັນຄົນທີ່ “ແກ້ໄຂບັນຫາສະເພາະໜ້າໄດ້ດີຫຼາຍ” ແລະ ເປັນຄົນທີ່ມີໄອເດຍໃໝ່ໆແລ່ນຢູ່ໃນຫົວຕະຫຼອດເວລາ.

ຈຸດປ່ຽນທີ່ເຮັດໃຫ້ໜຸ່ມມາດນິ່ງຄົນນີ້ ກ້າທີ່ຈະກ້າວອອກຈາກ Safe Zone ຄືການໄດ້ມີໂອກາດຮ່ວມຍ່າງແບບໃນງານຍິ່ງໃຫຍ່ລະດັບປະເທດຢ່າງ Lao Fashion Week 2025. ປະສົບການຄັ້ງນັ້ນ ບໍ່ພຽງແຕ່ເປັນການເປີດໂລກໃບໃໝ່ ແຕ່ມັນຍັງຊ່ວຍທະລາຍ “ຄວາມຢ້ານ” ໃນການຂຶ້ນເວທີຂອງລາວຈົນໝົດສິ້ນ. ໂດຍມີ Hao (FACE of LAOS 2024) ເປັນທັງແບບຢ່າງ ແລະ ແຮງບັນດານໃຈສຳຄັນ ທີ່ເຮັດໃຫ້ຈອນນີ້ຕັດສິນໃຈຍ່າງຕາມເສັ້ນທາງສາຍນີ້ຢ່າງຈິງຈັງ.

ການຕັດສິນໃຈສະໝັກ FACE of LAOS ໃນຄັ້ງນີ້ ຈອນນີ້ບອກວ່າ ເພາະລາວເບິ່ງເຫັນວ່າເວທີນີ້ໃຫ້ຫຼາຍກວ່າແຄ່ເລື່ອງຂອງການເດີນແບບ. ມັນຄືໂອກາດທີ່ຈະໄດ້ຮຽນຮູ້ເບື້ອງຫຼັງການຖ່າຍທຳ, ການຖ່າຍໂຄສະນາ ແລະ ທັກສະຕ່າງໆ ທີ່ຕໍ່ໃຫ້ຈະບໍ່ຊະນະ ກໍຍັງໄດ້ຄວາມຮູ້ຕິດໂຕກັບໄປ. ຕອນທີ່ຮູ້ວ່າຕົນເອງຜ່ານເຂົ້າມາໃນລາຍການ ມັນຄືຄວາມຮູ້ສຶກພູມໃຈລຶກໆທີ່ບອກກັບຕົວເອງວ່າ “ເຮົາກໍເຮັດໄດ້ຄືກັນ”. ສິ່ງທີ່ຈອນນີ້ໝັ້ນໃຈວ່າຈະເຮັດໃຫ້ລາວໂດດເດັ່ນ ແລະ ແຕກຕ່າງຈາກຄູ່ແຂ່ງຄົນອື່ນໆ ບໍ່ແມ່ນການໂອ້ອວດ ແຕ່ແມ່ນ “ຄວາມທຸ້ມເທ ແລະ ຄວາມຕັ້ງໃຈທີ່ເຕັມທີ່ໃນທຸກໆການແຂ່ງຂັນ” ທີ່ຈະເປັນຕົວພິສູດ.

ຄວາມຝັນສູງສຸດຂອງຈອນນີ້ໃນເສັ້ນທາງນີ້ ຄືການໄດ້ເຫັນຕົວເອງຂຶ້ນໄປຢູ່ເທິງປ້າຍໂປສເຕີໂຄສະນາໃຫຍ່ໆ ໃຫ້ຫຼາຍຄົນໄດ້ເຫັນ ແລະ ເປັນທີ່ຮູ້ຈັກຂອງສັງຄົມ. ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນຄື ຖ້າມື້ໜຶ່ງລາວປະສົບຄວາມສຳເລັດ ລາວຢາກໃຫ້ທຸກຄົນຈົດຈຳລາວໃນຖານະ “ແຮງບັນດານໃຈສຳລັບຄົນທີ່ບໍ່ກ້າສະແດງອອກ ແຕ່ກ້າທີ່ຈະລຸກຂຶ້ນມາປ່ຽນແປງຕົວເອງ”.

ເຊື່ອວ່າທຸກຄົນມີຄວາມຝັນ ແລະ ຄວາມຕັ້ງໃຈທີ່ຈະເຮັດສິ່ງໃດສິ່ງໜຶ່ງ ຢາກໃຫ້ທຸກຄົນໄດ້ລອງພະຍາຍາມເບິ່ງ. ຖ້າພາດກໍເອົາໃໝ່ ຖ້າໄດ້ແລ້ວກໍໃຫ້ພັດທະນາຕໍ່ໆໄປ

ລາວຍັງຢໍ້າອີກວ່າ ຢາກໃຫ້ທຸກຄົນຈັບຕາເບິ່ງພັດທະນາການຂອງລາວໄປຈົນຮອດມື້ Final ຮັບຮອງວ່າມີເຊີໄພຣສ໌ໃຫ້ເຫັນແນ່ນອນ.ແລະ ກ່ອນຈະຈາກກັນໄປ ໜຸ່ມມາດນິ່ງຄົນນີ້ ໄດ້ຝາກໜຶ່ງປະໂຫຍກເດັດ ທີ່ປຽບເໝືອນການປະກາດເສິກແບບງຽບໆ ແຕ່ຊົງພະລັງທີ່ສຸດວ່າ:

“ຢ່າຕັດສິນຈາກການເປີດຕົວ… ໃຫ້ລໍຖ້າຕອນປະກາດຜົນ!”

ຢ່າລືມຮ່ວມເຊຍ ຈອນນີ້ FOL 04 ໃນການປະກວດ FACE of LAOS ຄັ້ງນີ້ກັນໄດ້ດ້ວຍການໂຫວດໄດ້ທີ່ເວັບໄຊ FACEOFLAOS.WEVOTE.LA ແດ່ເດີ້!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.