40 ປີແຫ່ງຕຳນານ! ເປັນຫຍັງ Air Jordan 1 “Bred” ຈຶ່ງເປັນເກີບທີ່ບໍ່ເຄີຍຕົກຍຸກ?

Key Takeaways:
- Air Jordan 1 High OG “Bred” ຖຶກເບິ່ງວ່າເປັນເກີບສະນີກເກີທີ່ມີອິດທິພົນສູງຕໍ່ວົງການກິລາ, ວັດທະນະທຳ Streetwear ແລະ ແຟຊັນລະດັບໂລກ ດ້ວຍການປະສົມປະສານສີດຳ ແລະ ສີແດງທີ່ມີເອກະລັກໂດດເດັ່ນ.
- ຈຸດເລີ່ມຕົ້ນຂອງ Air Jordan ໃນປີ 1985 ເກີດຈາກການຮ່ວມມືລະຫວ່າງ Nike ແລະ Michael Jordan ໂດຍມີ Peter Moore ເປັນຜູ້ອອກແບບເກີບລຸ້ນທຳອິດນີ້.
- ເລື່ອງລາວຂອງ Colorway “Bred” ມີຄວາມກ່ຽວຂ້ອງກັບເຫດການເກີບທີ່ຂັດກັບລະບຽບການຂອງ NBA ໃນຍຸກນັ້ນ ເຊິ່ງ Nike ໄດ້ນຳມາໃຊ້ເປັນແຄມເປນການຕະຫຼາດສ້າງຊື່ສຽງ.
- ຕະຫຼອດໄລຍະເວລາກວ່າ 40 ປີ Jordan Brand ໄດ້ນຳດີຊາຍ Bred ມາຜະລິດໃໝ່ ແລະ ປັບປ່ຽນລາຍລະອຽດຕ່າງໆ ຫຼາຍເວີຊັນ ເຊັ່ນ: ລຸ້ນປີ 1994, 2001, 2009 (DMP), 2011 (Banned), 2013, 2016, Patent Bred, Satin Bred ແລະ ປີ 2025.
- ຄຸນຄ່າຂອງ Air Jordan 1 Bred ບໍ່ໄດ້ຢູ່ພຽງແຕ່ການເປັນເກີບສວມໃສ່ເທົ່ານັ້ນ ແຕ່ຍังເປັນສ່ວນໜຶ່ງຂອງປະຫວັດສາດ ແລະ ວັດທະນະທຳທີ່ຖືກສົ່ງຕໍ່ຈາກລຸ່ນສູ່ລຸ່ນ.
ຖ້າເວົ້າເຖິງເກີບສະນີກເກີ (Sneaker) ທີ່ມີອິດທິພົນຕໍ່ທັງວົງການກິລາ, ວັດທະນະທຳ Streetwear ແລະ ແຟຊັນລະດັບໂລກ ຊື່ຂອງ Air Jordan 1 High OG “Bred” ກໍເປັນໜຶ່ງຢ່າງທີ່ຫຼາຍຄົນຕ້ອງຮູ້ຈັກແນ່ນອນ. ດ້ວຍການປະສົມປະສານລະຫວ່າງສີດຳ ແລະ ສີແດງ (Black / Red) ທີ່ຮຽບງ່າຍ ແຕ່ກັບມີເອກະລັກໂດດເດັ່ນ ຈົນກາຍເປັນໜຶ່ງໃນ Colorway ທີ່ຖືກຈົດຈຳຫຼາຍທີ່ສຸດຂອງ Jordan Brand.
ຍ້ອນກັບໄປໃນປີ 1985 ຈຸດເລີ່ມຕົ້ນຂອງ Air Jordan ເກີດຂຶ້ນຈາກການຮ່ວມມືລະຫວ່າງ Nike ແລະ Michael Jordan ນັກບານບ້ວງດາວຮຸ່ງຈາກທີມ Chicago Bulls ທີ່ຕ້ອງການສ້າງເກີບບານບ້ວງທີ່ເປັນຊິກເນເຈີໃນການສະທ້ອນຕົວຕົນ ແລະ ສະຕາຍການຫຼິ້ນຂອງລາວ ໂດຍມີ Peter Moore ເປັນຜູ້ອອກແບບ Air Jordan 1 ເກີບລຸ້ນທຳອິດທີ່ກາຍເປັນຈຸດເລີ່ມຕົ້ນຂອງຕຳນານ.

ແຕ່ກ່ອນທີ່ຈະມາຮ່ວມງານກັບ Nike, Michael Jordan ກັບເປັນແຟນເກີບ Adidas ແລະ Converse ຫຼາຍກວ່າ. ກ່ອນທີ່ Nike ຈະສາມາດກ່ອມໃຫ້ລາວເຂົ້າຮ່ວມໂປຣເຈັກນີ້ ພ້ອມສ້າງເກີບທີ່ບໍ່ໄດ້ເປັນພຽງອຸປະກອນກິລາ ແຕ່ກາຍເປັນສັນຍະລັກຂອງນັກບານບ້ວງຄົນໜຶ່ງ ທີ່ກຳລັງຈະປ່ຽນປະຫວັດສາດຂອງວົງການກິລາໄປຕະຫຼອດການ.
ໜຶ່ງໃນເລື່ອງລາວທີ່ເຮັດໃຫ້ Air Jordan 1 ກາຍເປັນຕຳນານ ຄື Colorway ສີດຳ-ແດງ ຫຼື ທີ່ເອີ້ນວ່າ “Bred” ເຊິ່ງເຊື່ອມໂຍງກັບເຫດການເກີບສີດຳ-ແດງທີ່ຂັດກັບລະບຽບການແຕ່ງກາຍຂອງ NBA ໃນຍຸກນັ້ນ ຈົນ Nike ນຳເລື່ອງລາວການຖືກສັ່ງຫ້າມມາໃຊ້ເປັນແຄມເປນການຕະຫຼາດ. ໂດຍເກີບທີ່ກ່ຽວຂ້ອງກັບເຫດການດັ່ງກ່າວແມ່ນ Nike Air Ship ບໍ່ແມ່ນ Air Jordan 1 ໂດຍກົງ.
ຈາກເກີບບານບ້ວງທີ່ໃຊ້ໃນສະໜາມແຂ່ງຂັນ Air Jordan ຄ່ອຍໆ ຂະຫຍາຍອິດທິພົນເຂົ້າສູ່ວັດທະນະທຳ Hip-hop, Streetwear ແລະ ແຟຊັນລະດັບໂລກ ຈົນກາຍເປັນໜຶ່ງໃນສະນີກເກີທີ່ຜູ້ຄົນທົ່ວໂລກຫຼົງໄຫຼ ແລະ ນິຍົມສະສົມມາຈົນເຖິງປັດຈຸບັນ.

ຕະຫຼອດໄລຍະເວລາກວ່າ 40 ປີ Jordan Brand ໄດ້ນຳດີຊາຍ Bred ກັບມາຜະລິດໃໝ່ຫຼາຍຄັ້ງ ພ້ອມປັບປ່ຽນລາຍລະອຽດທັງຮູບຊົງ, ວັດສະດຸ ແລະ ອົງປະກອບຕ່າງໆ ໃຫ້ສອດຄ່ອງກັບຍຸກສະໄໝ ແຕ່ຍັງຄົງຮັກສາເອກະລັກຂອງສີດຳ ແລະ ສີແດງເອົາໄວ້ໄດ້ຢ່າງບໍ່ເສື່ອມຄາຍ.
ມື້ນີ້ ມ່ວນຈະພາທຸກຄົນຍ້ອນເບິ່ງວິວັດທະນາການຂອງ Air Jordan 1 High OG “Bred” ຕັ້ງແຕ່ປີ 1985 ຈົນເຖິງປີ 2025 ຜ່ານເກີບແຕ່ລະເວີຊັນທີ່ມີລາຍລະອຽດ ແລະ ເລື່ອງລາວແຕກຕ່າງກັນ ພ້ອມຄົ້ນຫາວ່າແມ່ນຫຍັງຄືສິ່ງທີ່ເຮັດໃຫ້ເກີບຄູ່ນີ້ຍັງເປັນໜຶ່ງໃນຕຳນານທີ່ນັກສະສົມທົ່ວໂລກຕາມຫາມາຈົນເຖິງທຸກວັນນີ້.

1. Air Jordan 1 High OG “Bred” (1985)
ເກີບຄູ່ທຳອິດກັບການເປີດຕົວຢ່າງເປັນທາງການຂອງໂມເດວ Air Jordan 1 ທີ່ວາງຈຳໜ່າຍຄັ້ງທຳອິດໃນປີ 1985 ແລະ ກາຍເປັນໜຶ່ງໃນເກີບທີ່ມີຄຸນຄ່າທາງປະຫວັດສາດຂອງວົງການສະນີກເກີ. ສ່ວນລາຍລະອຽດທີ່ເຮັດໃຫ້ລຸ້ນ Original ແຕກຕ່າງຈາກລຸ້ນ Retro ໃນຍຸກຫຼັງ ຄື Swoosh ທີ່ມີຂະໜາດໃຫຍ່ ແລະ ຮູບຊົງແຕກຕ່າງຈາກລຸ້ນປັດຈຸບັນ, Wing Logo ທີ່ມີຕົວອັກສອນຂະໜາດໃຫຍ່ ແລະ ລັກສະນະຟອນທີ່ໂຄ້ງມົນ ໂດຍບໍ່ມີສັນຍະລັກ TM, ປ້າຍຫ້ອຍຮູບ Michael Jordan ແລະ Nike Air Tag ບໍລິເວນລິ້ນເກີບທີ່ມີລາຍລະອຽດແຕກຕ່າງຈາກລຸ້ນຜະລິດໃໝ່. ນອກຈາກນີ້ ຍັງມີລາຍລະອຽດດ້ານວັດສະດຸໜັງ ແລະ ຮູບຊົງທີ່ສະທ້ອນເຖິງມາດຕະຖານການຜະລິດໃນຍຸກ 80s. ໂດຍເກີບຕົວຢ່າງຈາກປີ 1985 ທີ່ນັກສະສົມພົບເຫັນຈຳນວນຫຼາຍ ມີປ້າຍ Made in Korea ເຊິ່ງເປັນໜຶ່ງໃນລາຍລະອຽດທີ່ໜ້າສົນໃຈຂອງເກີບລຸ້ນທຳອິດ.

2. Air Jordan 1 High OG “Bred” (1994)
ການກັບມາອີກຄັ້ງຫຼັງຈາກເປີດຕົວໄປເກືອບໜຶ່ງທົດສະວັດ ຖືເປັນການກັບມາຜະລິດໃໝ່ຂອງ Air Jordan 1 Bred ທີ່ນັກສະສົມໃຫ້ຄວາມສົນໃຈຢ່າງຫຼາຍ. ໂດຍພາບລວມຍັງຄົງຮັກສາຮູບແບບການຈັດວາງສີຈາກຕົ້ນສະບັບເອົາໄວ້ ແຕ່ມີລາຍລະອຽດດ້ານວັດສະດຸທີ່ປ່ຽນແປງໄປ ໂດຍສະເພາະ Swoosh ສີແດງທີ່ປ່ຽນຈາກໜັງມາເປັນ Nubuck ເຮັດໃຫ້ພື້ນຜິວມີຄວາມດ້ານ ແລະ ສຳຜັດແຕກຕ່າງຈາກລຸ້ນປີ 1985. ຂະນະທີ່ຮູບຊົງໂດຍລວມຍັງພະຍາຍາມຮັກສາສັດສ່ວນຂອງລຸ້ນ Original ເອົາໄວ້ ແຕ່ກໍຍັງມີຄວາມແຕກຕ່າງໃນລາຍລະອຽດຂອງການຕັດຫຍິບ ແລະ ວັດສະດຸ ເຮັດໃຫ້ເກີບຄູ່ນີ້ກາຍເປັນອີກໜຶ່ງເວີຊັນທີ່ນັກສະສົມຍຸກເກົ່າຕາມຫາ.

3. Air Jordan 1 High OG “Bred” (2001)
ການກັບມາຂອງ Bred ໃນປີ 2001 ເປັນອີກໜຶ່ງຊ່ວງເວລາສຳຄັນຂອງວັດທະນະທຳ Sneaker Retro ເພາະເປັນຍຸກທີ່ກະແສການສະສົມເກີບລຸ້ນເກົ່າເລີ່ມເຕີບໂຕຢ່າງຊັດເຈນ. ໂດຍລຸ້ນນີ້ຍັງຄົງໃຊ້ຮູບແບບການຕັດຫຍິບ ແລະ ວັດສະດຸທີ່ໃກ້ຄຽງກັບເວີຊັນປີ 1994 ລວມເຖິງ Swoosh ສີແດງທີ່ເປັນ Nubuck ແຕ່ໄດ້ເພີ່ມລາຍລະອຽດສຳລັບນັກສະສົມເຂົ້າມາ ບໍ່ວ່າຈະເປັນປ້າຍໝາຍເລກປະຈຳເກີບບໍລິເວນດ້ານຫຼັງລິ້ນເກີບ ແລະ Retro Card ທີ່ບອກເລື່ອງລາວຂອງ Air Jordan 1. ນອກຈາກນີ້ ຍັງມີການປ່ຽນລາຍລະອຽດ Branding ໃນບາງສ່ວນຂອງເກີບ ໂດຍສະເພາະລຸ້ນທີ່ໃຊ້ Jumpman ເປັນອົງປະກອບຕົກແຕ່ງ ເຮັດໃຫ້ເວີຊັນປີ 2001 ມີເອກະລັກສະເພາະຕົວໃນແບບຂອງຍຸກຕົ້ນ 2000s.

4. Air Jordan 1 Retro High “Bred” – Defining Moments Pack (2009)
ອີກໜຶ່ງເວີຊັນທີ່ມີຄວາມພິເສດຫຼາຍກວ່າການນຳເກີບລຸ້ນເກົ່າກັບມາຜະລິດໃໝ່ ເພາະ Bred ປີ 2009 ເປັນສ່ວນໜຶ່ງຂອງຄໍເລັກຊັນ Defining Moments Pack ຫຼື DMP ທີ່ນຳສະເໜີເລື່ອງລາວຄວາມສຳເລັດ ແລະ ຊ່ວງເວລາສຳຄັນໃນອາຊີບຂອງ Michael Jordan. ໂດຍແພັກນີ້ປະກອບມີ Air Jordan 1 ສີດຳ-ແດງ ແລະ ຄູ່ສີຂຽວ-ຂາວທີ່ເຊື່ອມໂຍງກັບການແຂ່ງຂັນກັບ Boston Celtics. ສ່ວນຄວາມແຕກຕ່າງຂອງລຸ້ນນີ້ ຄືການປ່ຽນຈາກ Nike Air Branding ມາໃຊ້ Jumpman ບໍລິເວນລິ້ນເກີບ ລວມເຖິງລາຍລະອຽດ Jumpman ທີ່ສົ້ນເກີບ ເຮັດໃຫ້ພາບລວມແຕກຕ່າງຈາກລຸ້ນ Original ຢ່າງຊັດເຈນ. ນອກຈາກນີ້ ຍັງມີການອອກແບບກ່ອງບັນຈຸພັນ ແລະ ລາຍລະອຽດຂອງແພັກເກດທີ່ເພີ່ມຄຸນຄ່າດ້ານການສະສົມໃຫ້ກັບເກີບຄູ່ນີ້.

5. Air Jordan 1 Retro High “Banned” (2011)
ເວີຊັນທີ່ເອົາເລື່ອງລາວການຖືກແບນຂອງ Michael Jordan ມາເລົ່າໃໝ່ຜ່ານລາຍລະອຽດເທິງຕົວເກີບ ໂດຍຍັງຄົງໃຊ້ Colorway ສີດຳ ແລະ ແດງຕາມແບບສະບັບ Bred ແຕ່ໄດ້ເພີ່ມສັນຍະລັກກາກະບາດສີແດງ (Red X) ບໍລິເວນສົ້ນເກີບ ເຊິ່ງກາຍເປັນຈຸດສັງເກດສຳຄັນຂອງລຸ້ນນີ້. ນອກຈາກນີ້ ຍັງມີການພິມວັນທີ 10.18.85 ບໍລິເວນດ້ານໃນເກີບ ພ້ອມຂໍ້ຄວາມທີ່ເຊື່ອມໂຍງກັບເລື່ອງລາວການຖືກຫ້າມໃຊ້ເກີບລົງແຂ່ງຂັນ ແລະ ຂໍ້ຄວາມຈາກແຄມເປນໂຄສະນາ Banned ຂອງ Nike ຢູ່ບໍລິເວນ Insole ອີກດ້ວຍ. ທີ່ສຳຄັນ ລຸ້ນນີ້ຍັງກັບມາໃຊ້ Nike Air ບົນລິ້ນເກີບອີກຄັ້ງ ຫຼັງຈາກລຸ້ນກ່ອນໜ້າປ່ຽນໄປໃຊ້ Jumpman Branding ເຮັດໃຫ້ Banned ປີ 2011 ເປັນໜຶ່ງໃນເວີຊັນທີ່ມີເລື່ອງລາວ ແລະ ເອກະລັກຊັດເຈນທີ່ສຸດ.

6. Air Jordan 1 Retro High OG “Bred” (2013)
ຫຼັງຈາກຜ່ານການຕີຄວາມດີຊາຍດ້ວຍ Jumpman ແລະ ລາຍລະອຽດພິເສດຈາກລຸ້ນ Banned ໃນປີ 2011 ການກັບມາໃນປີ 2013 ຈຶ່ງປຽບເໝືອນການພາ Bred ກັບຄືນສູ່ຮາກຖານດັ້ງເດີມອີກຄັ້ງ. ໂດຍລຸ້ນນີ້ຖືເປັນໜຶ່ງໃນເວີຊັນສຳຄັນຂອງການເລີ່ມຕົ້ນຍຸກ Retro High OG ຢ່າງຊັດເຈນ. ຈຸດເດັ່ນຄືການນຳ Nike Air ກັບມາໄວ້ເທິງລິ້ນເກີບ ພ້ອມຕັດລາຍລະອຽດພິເສດຢ່າງ Red X ແລະ ຂໍ້ຄວາມ Banned ອອກທັງໝົດ ເພື່ອໃຫ້ພາບລວມກັບມາໃກ້ຄຽງກັບເກີບປີ 1985 ຫຼາຍຂຶ້ນ ຂະນະທີ່ຍັງຄົງໃຊ້ການຈັດວາງສີ Black / Red / White ແບບດັ້ງເດີມ. ເຖິງແມ່ນວ່າຮູບຊົງ ແລະ ສັດສ່ວນຈະຍັງບໍ່ຄືກັບ Original ທຸກປະການ ແຕ່ກໍຖືເປັນອີກໜຶ່ງລຸ້ນທີ່ນັກສະສົມມັກຈາກຄວາມຮຽບງ່າຍ ແລະ ຄວາມຄລາສສິກ.

7. Air Jordan 1 Retro High OG “Banned” (2016)
ການກັບມາອີກຄັ້ງໃນປີ 2016 ພ້ອມການປັບປຸງລາຍລະອຽດດ້ານວັດສະດຸ ແລະ ຮູບຊົງ ພາຍໃຕ້ແນວຄິດ Remastered ຂອງ Jordan Brand. ໂດຍລຸ້ນນີ້ໃຊ້ຊື່ Banned ພ້ອມລະຫັດສີ Black / Varsity Red / White ແລະ ຍັງຄົງຮັກສາ Color Blocking ຕາມແບບສະບັບ Bred ເອົາໄວ້. ຈຸດທີ່ໜ້າສັງເກດຄືການເລືອກໃຊ້ໜັງທີ່ມີພື້ນຜິວ ແລະ ສຳຜັດແຕກຕ່າງຈາກລຸ້ນກ່ອນໜ້າ ລວມເຖິງລາຍລະອຽດການຕັດຫຍິບ ແລະ ຮູບຊົງທີ່ໄດ້ຮັບການປັບປຸງໃຫ້ເບິ່ງໃກ້ຄຽງກັບລຸ້ນ Original ຫຼາຍຂຶ້ນ ໂດຍຍັງຄົງໃຊ້ Nike Air ເທິງລິ້ນເກີບ ແລະ ບໍ່ມີສັນຍະລັກ Red X ແບບລຸ້ນປີ 2011. ເຮັດໃຫ້ເວີຊັນນີ້ເປັນການນຳຕຳນານ Banned ກັບມາຕີຄວາມໃໝ່ ໃນຮູບແບບທີ່ເນັ້ນຄວາມຄລາສສິກຫຼາຍກວ່າການເລົ່າເລື່ອງຜ່ານລູກຫຼິ້ນເທິງຕົວເກີບ.

8. Air Jordan 1 Retro High OG “Patent Bred” (2021)
ເມື່ອຄວາມຄລາສສິກມາພົບກັບຄວາມຮ່ວມສະໄໝ Jordan Brand ຈຶ່ງນຳ Bred ກັບມາໃນຮູບແບບທີ່ແຕກຕ່າງຈາກທຸກເວີຊັນກ່ອນໜ້າ ດ້ວຍການປ່ຽນວັດສະດຸ Upper ຈາກໜັງແບບດັ້ງເດີມມາເປັນ Patent Leather ຫຼື ໜັງເຄືອບເງົາ ທີ່ໃຫ້ພື້ນຜິວສະທ້ອນແສງຢ່າງໂດດເດັ່ນ. ເຖິງແມ່ນວ່າຍັງຄົງຮູບແບບການຈັດວາງສີດຳ ແລະ ແດງຕາມຕົ້ນສະບັບ ແຕ່ຄວາມເງົາງາມຂອງວັດສະດຸກໍເຮັດໃຫ້ເກີບຄູ່ນີ້ມີບຸກຄະລິກທີ່ແຕກຕ່າງອອກໄປຢ່າງຊັດເຈນ. ນອກຈາກນີ້ ຍັງມີລາຍລະອຽດພິເສດຢ່າງ Metallic Jumpman Hangtag ແລະ ຄຳວ່າ Family ບໍລິເວນດ້ານໃນຂໍ້ຕີນ ລວມເຖິງກ່ອງເກີບທີ່ອອກແບບໃຫ້ເຂົ້າກັບຄອນເຊັບຂອງວັດສະດຸ Patent Leather. ຖືເປັນເວີຊັນທີ່ນຳເອກະລັກຂອງ Bred ມາສ້າງຄວາມໂດດເດັ່ນຜ່ານວັດສະດຸ ແທນການປ່ຽນ Colorway.

9. Air Jordan 1 Retro High OG “Satin Bred” (2023)
ອີກໜຶ່ງການຕີຄວາມ Bred ຜ່ານວັດສະດຸທີ່ແຕກຕ່າງອອກໄປ ໂດຍຄັ້ງນີ້ Jordan Brand ເລືອກໃຊ້ຜ້າຊາຕິນມາເປັນວັດສະດຸຫຼັກບໍລິເວນ Upper ເຮັດໃຫ້ເກີບມີພື້ນຜິວທີ່ນຸ່ມນວນ ແລະ ໃຫ້ຄວາມຮູ້ສຶກຫຼູຫຼາຫຼາຍກວ່າໜັງແບບດັ້ງເດີມ ຂະນະທີ່ຍັງຄົງຮັກສາໂທນສີ Black / Red ແລະ ຮູບແບບການຈັດວາງສີທີ່ເປັນເອກະລັກເອົາໄວ້. ລຸ້ນນີ້ເປີດຕົວໃນຮູບແບບ Women’s Exclusive ພ້ອມລາຍລະອຽດພິເສດຢ່າງກ່ອງເກີບ ແລະ Tote Bag ທີ່ອອກແບບມາໃຫ້ເຂົ້າກັບຄອນເຊັບຂອງຄໍເລັກຊັນ. ໂດຍເປັນການຕໍ່ຍອດຈາກ Satin Banned ປີ 2016 ທີ່ຜະລິດຂຶ້ນໃນຈຳນວນຈຳກັດພຽງ 501 ຄູ່ ກ່ອນຈະນຳແນວຄິດວັດສະດຸ Satin ກັບມາໃຫ້ແຟນໆ ເຂົ້າເຖິງໄດ້ຫຼາຍຂຶ້ນໃນປີ 2023.

10. Air Jordan 1 High ’85 OG “Bred” (2025)
ການກັບມາທີ່ສ້າງສຽງຮືຮາຈາກເຫຼົ່ານັກສະສົມໄດ້ອີກຄັ້ງ ເມື່ອ Jordan Brand ນຳຮູບຊົງດັ້ງເດີມຂອງ Air Jordan 1 ປີ 1985 ກັບມາໃນຊື່ High ’85 OG Bred ເພື່ອສະຫຼອງມໍລະດົກທາງດີຊາຍທີ່ຢູ່ຄູ່ກັບວົງການສະນີກເກີມາຍາວນານເຖິງ 40 ປີ. ຈຸດເດັ່ນຂອງລຸ້ນນີ້ຢູ່ທີ່ການພະຍາຍາມຖອດແບບຮູບຊົງຂອງຕົ້ນສະບັບໃຫ້ໃກ້ຄຽງທີ່ສຸດ ບໍ່ວ່າຈະເປັນສ່ວນ Collar ທີ່ມີຄວາມສູງ ແລະ ຮູບຊົງແຕກຕ່າງຈາກ Retro High OG ທົ່ວໄປ ລວມເຖິງ Toe Box ແລະ ສັດສ່ວນຂອງ Upper ທີ່ໄດ້ຮັບການປັບໃຫ້ໃກ້ຄຽງກັບເກີບລຸ້ນທຳອິດ ພ້ອມວັດສະດຸໜັງ ແລະ ການຈັດວາງສີຕາມແບບສະບັບ Bred ດັ້ງເດີມ ໂດຍຍັງຄົງໃຊ້ Nike Air ເທິງລິ້ນເກີບ. ການກັບມາຄັ້ງນີ້ຈຶ່ງບໍ່ແມ່ນພຽງການນຳເກີບລຸ້ນເກົ່າມາຜະລິດຊ້ຳ ແຕ່ເປັນການໃຫ້ຄວາມສຳຄັນກັບລາຍລະອຽດທາງປະຫວັດສາດ ແລະ ຮູບຊົງທີ່ເຮັດໃຫ້ Air Jordan 1 ກາຍເປັນຕຳນານຕັ້ງແຕ່ມື້ທຳອິດ.
MORE THAN JUST A SNEAKER
ຈາກເກີບບານບ້ວງທີ່ເປີດຕົວໃນປີ 1985 ສູ່ການເປັນໜຶ່ງໃນສັນຍະລັກສຳຄັນຂອງວັດທະນະທຳ Sneaker ແລະ Streetwear ໃນປັດຈຸບັນ Air Jordan 1 High OG “Bred” ໄດ້ສະທ້ອນໃຫ້ເຫັນວ່າ ດີຊາຍທີ່ເອກະລັກສາມາດເດີນທາງ ແລະ ຢູ່ໄດ້ໂດຍບໍ່ຈຳເປັນຕ້ອງປ່ຽນແປງໄປທັງໝົດ.
ເຖິງແມ່ນວ່າແຕ່ລະເວີຊັນຈະມີລາຍລະອຽດທີ່ແຕກຕ່າງກັນ ທັງວັດສະດຸ, ຮູບຊົງ, ໂລໂກ້ ແລະ ແນວຄິດໃນການອອກແບບ ແຕ່ສິ່ງໜຶ່ງທີ່ຍັງຄົງຢູ່ສະເໝີ ຄືເອກະລັກຂອງສີດຳ ແລະ ສີແດງ ທີ່ເຮັດໃຫ້ເກີບຄູ່ນີ້ໂດດເດັ່ນເໜືອເວລາ.
ແລະ ບາງທີຄຸນຄ່າຂອງ Air Jordan 1 Bred ອາດບໍ່ໄດ້ຢູ່ທີ່ການເປັນເກີບຮຸ້ນທຳອິດ ຫຼື ການເປັນໜຶ່ງໃນເກີບທີ່ມີລາຄາສູງໃນຕະຫຼາດ Resale ເທົ່ານັ້ນ ແຕ່ຢູ່ທີ່ເລື່ອງລາວ ແລະ ວັດທະນະທຳທີ່ຖືກສົ່ງຕໍ່ຈາກຄົນຮຸ່ນໜຶ່ງສູ່ອີກຮຸ່ນໜຶ່ງ ຈົນເຮັດໃຫ້ເກີບຄູ່ໜຶ່ງກາຍເປັນຫຼາຍກວ່າສິ່ງທີ່ໃຊ້ສວມໃສ່ ແຕ່ເປັນສ່ວນໜຶ່ງຂອງປະຫວັດສາດແຟຊັນທີ່ຍັງຄົງມີຊີວິດມາຈົນເຖິງມື້ນີ້.
