ເຄີຍສົງໄສກັນບໍ່ວ່າ ເວລາສິນລະປິນຄົນດັງອອກໄປເຮັດວຽກ ຫຼື ໃຊ້ຊີວິດໃນແຕ່ລະມື້ ພວກເຂົາມັກພົກຫຍັງຕິດກະເປົາໄປນຳແດ່? ເພາະບາງຄັ້ງ ສິ່ງຂອງທີ່ເລືອກພົກຕິດຕົວໄປນຳ ກໍອາດບອກເລົ່າທັງຄວາມມັກ, ໄລຟ໌ສະຕາຍ ແລະ ຕົວຕົນໄດ້ຫຼາຍກວ່າທີ່ຄິດ.
ມື້ນີ້ຈະພາທຸກຄົນມາສ່ອງກະເປົາຂອງ ຊານ ສະມາຊິກວົງ ATEEZ ທີ່ໄດ້ຮ່ວມຖ່າຍໃນລາຍການ MY VOGUE – What’s in My Bag? ຂອງວາລະສານ Vogue ທີ່ຈະບອກວ່າລາວພົກຫຍັງຕິດຕົວແນ່ໃນກະເປົາ ພ້ອມຟັງເລື່ອງລາວ ແລະ ເຫດຜົນເບື້ອງຫຼັງການເລືອກໃຊ້ສິ່ງຂອງຕ່າງໆ
ແລະ ມ່ວນກໍສະຫຼຸບມາໃຫ້ແລ້ວວ່າ ໃນກະເປົາຂອງສິນລະປິນໜຸ່ມຄົນນີ້ ມີຫຍັງເຊື່ອງຢູ່ແດ່!

01. Dolce & Gabbana – My Sicily Calfskin Handbag
ເລີ່ມກັນທີ່ກະເປົາໃບຫຼັກຈາກ Dolce & Gabbana ລຸ້ນ My Sicily Calfskin Handbag ທີ່ ຊານ ໃຊ້ສຳລັບໃສ່ໄອເທັມຕ່າງໆ.
ໂດຍ ເຈົ້າຕົວໄດ້ເລົ່າວ່າ ປົກກະຕິແລ້ວບໍ່ແມ່ນຄົນທີ່ມັກພົກຂອງຫຼາຍປານໃດ ແຕ່ສຳລັບການຖ່າຍທຳຄັ້ງນີ້ ລາວຕັ້ງໃຈກຽມສິ່ງຂອງທີ່ໃຊ້ຢູ່ເປັນປະຈຳມາໃຫ້ເບິ່ງ ຈົນເວົ້າຢອກຕົນເອງວ່າ ເບິ່ງຄືພໍ່ຄ້າຫາບເຄື່ອງມາຂາຍເຕັມກະເປົາ.

02. Collect Pieces – THREE 5 Panel Cap Brown
ໄອເທັມອັນທຳອິດແມ່ນໝວກຈາກ Collect Pieces ລຸ້ນ THREE 5 Panel Cap Brown ໜຶ່ງໃນໝວກທີ່ ຊານມັກທີ່ສຸດ.
ຊານບອກວ່າທີ່ມັກຍ້ອນເລກ 3 ທີ່ຢູ່ດ້ານໜ້າຂອງໝວກ ເຊິ່ງໄປກົງກັບຊື່ບັນຊີ Instagram ຂອງຕົນເອງຄື choi3an ແລະເພາະຮູບຊົງຂອງມັນເຂົ້າກັບຮູບຫົວຂອງຕົນເອງໄດ້ດີ ຈຶ່ງຖືເປັນໝວກທີ່ມີທັງສະຕາຍ ແລະ ບອກຄວາມເປັນຕົວເອງຢູ່ໃນອັນດຽວ.

03. LASH – Bloke C1
ຕໍ່ກັນທີ່ແວ່ນຕາຈາກແບຣນ LASH ລຸ້ນ Bloke C1 ເຊິ່ງເປັນແວ່ນແຟຊັ່ນທີ່ບໍ່ໄດ້ມີເລນສຳລັບປັບສາຍຕາ ແຕ່ເລືອກໃສ່ເພື່ອເພີ່ມລູກຫຼິ້ນໃຫ້ກັບລຸກໃນແຕ່ລະມື້.
ຊານ ເລົ່າເຖິງແວ່ນຕາອັນນີ້ວ່າ ເວລາໃສ່ແລ້ວ ຈະເຮັດໃຫ້ຮູ້ສຶກຄືຕົນເອງເປັນຄົນຮຽນເກັ່ງ ເບິ່ງສະຫຼາດຂຶ້ນມາທັນທີ ກໍເລີຍມັກທີ່ຈະເອົາມາໃສ່ເພື່ອໃຫ້ເບິ່ງຄືເປັນເດັກຮຽນ.

04. Bang & Olufsen – Beoplay H100
ສຳລັບຄົນທີ່ເຮັດວຽກກ່ຽວກັບສຽງເພງຢູ່ສະເໝີ ຫູຟັງຄົງເປັນສິ່ງທີ່ຂາດບໍ່ໄດ້ ແລະ ສຳລັບ ຊານ ກໍເຊັ່ນກັນ ໂດຍລາວເລືອກພົກຫູຟັງ Bang & Olufsen ລຸ້ນ Beoplay H100 ທີ່ມາພ້ອມດີຊາຍລະດັບພຣີມຽມ ຕອບໂຈດທັງການໃຊ້ງານ ແລະ ຄວາມເປັນແຟຊັ່ນ.
ຊານ ມັກທັງດີຊາຍ ແລະ ຄຸນນະພາບຂອງຫູຟັງລຸ້ນນີ້ ໂດຍສະເພາະເວລາທີ່ຕ້ອງຟັງເພງ ຫຼື ເຮັດວຽກກ່ຽວກັບດົນຕີ ເພາະມັນຊ່ວຍໃຫ້ລາວຈົດຈໍ່ຢູ່ກັບສຽງເພງໄດ້ຫຼາຍຂຶ້ນ ແລະ ທີມງານຍັງໄດ້ຖາມວ່າຖ້າຕ້ອງເລືອກຂອງ 3 ຢ່າງໃນກະເປົາຕອນນີ້ ຊານຈະເລືອກຫຍັງ? ເຈົ້າໂຕຕອບແບບບໍ່ລັງເລເລີຍວ່າ ຕ້ອງເປັນຫູຟັງຢ່າງແນ່ນອນ.

05. Nintendo Switch 2
ເກີນຄາດທີ່ບໍ່ຄິດວ່າຈະມີຄົນພົກ Nintendo Switch 2 ເຄື່ອງເກມພົກພາຕິດໂຕໄປນຳ ເຫດຜົນທີ່ຊານ ມັກພົກສິ່ງນີ້ຕິດຕົວໄປນຳ ເພາະຊ່ວງເວລາທີ່ຕ້ອງລໍຖ້າຄິວ ຫຼື ລໍຖ້າເຮັດວຽກ ການຫຼິ້ນເກມໃນເວລາທີ່ຕ້ອງມັກຈະຊ່ວຍໃຫ້ເວລາຜ່ານໄປໄວຂຶ້ນ.
ຊານຍັງໄດ້ບອກວ່າ ເກມທີ່ມັກຫຼິ້ນແມ່ນມີ The Legend of Zelda: Tears of the Kingdom ແລະ Pokopia (ぽこ あ ポケモン) ໂດຍສະເພາະ Pokopia ແມ່ນເກມທີ່ສ້າງຄວາມປະທັບໃຈໃຫ້ຊານເປັນພິເສດ ເຖິງຂັ້ນບອກວ່າ ດີແຮງຈົນຢາກໄຫ້.

06. NARS – Afterglow Lip Balm ສີ TRIPLE X
ມາຮອດສິ່ງຂອງດູແລຕົນເອງທີ່ ຊານ ບອກວ່າຕ້ອງພົກຕິດຕົວໄປທຸກບ່ອນ ກັບ NARS Afterglow Lip Balm ສີ TRIPLE X.
ເຫດຜົນທີ່ລາວມັກລິບຕົວນີ້ ເພາະ ຊານ ມີສີປາກຕາມທຳມະຊາດທີ່ຄ່ອນຂ້າງເຂັ້ມ ຈຶ່ງບໍ່ຄ່ອຍມັກຜະລິດຕະພັນທີ່ໃຫ້ສີຊັດເຈນຫຼາຍເກີນໄປ ແຕ່ມັກຜະລິດຕະພັນທີ່ໃຫ້ລຸກເປັນທຳມະຊາດ ຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ຮິມຝີປາກ ແລະ ໃຊ້ແລ້ວຮູ້ສຶກສະບາຍຕະຫຼອດມື້.
ຊານບອກວ່າ ໃຫ້ໜຶ່ງໃນຂອງທີ່ຂາດບໍ່ໄດ້ ເບິ່ງຄືທຳມະດາ ແຕ່ກັບມີຄວາມສຳຄັນຕໍ່ການໃຊ້ຊີວິດປະຈຳວັນຂອງລາວຫຼາຍທີ່ສຸດ.

07. KILIAN PARIS – Dark Lord (Ex Tenebris Lux)
ມາຕໍ່ກັບ KILIAN PARIS ລຸ້ນ Dark Lord (Ex Tenebris Lux) ນ້ຳຫອມທີ່ມາພ້ອມກິ່ນຫອມເຂັ້ມຂຸ້ນ ແລະ ມີເອກະລັກສະເພາະຕົວ.
ຊານ ມັກນ້ຳຫອມທີ່ມີກິ່ນໜັກແໜ້ນ ຕິດທົນດົນ ແລະ ມີມິຕິຂອງກິ່ນທີ່ຄ່ອຍໆ ປ່ຽນແປງໄປຕາມເວລາ. ສຳລັບນ້ຳຫອມຂວດນີ້ ລາວບອກວ່າເປັນກິ່ນທີ່ຄ່ອນຂ້າງຊັດເຈນ ຈຶ່ງບໍ່ຈຳເປັນຕ້ອງສີດຫຼາຍ ສິດພຽງໜ້ອຍດຽວກໍຫອມແລ້ວ.

08. JO MALONE LONDON – Lime Basil & Mandarin Hand Cream
ແລະ ອີກໜຶ່ງຢ່າງທີ່ຂາດບໍ່ໄດ້ ແຮນຄຣີມຈາກ JO MALONE LONDON ກິ່ນ Lime Basil & Mandarin ທີ່ ຊານ ມັກເປັນພິເສດ.
ລາວມັກກິ່ນທີ່ໃຫ້ຄວາມຮູ້ສຶກສົດຊື່ນ ມີຄວາມຫອມຂອງກຸ່ມໝາກໄມ້ຕະກູນຊິດຣັສປະສົມກັບກິ່ນສະໝຸນໄພເບົາໆ ເຊິ່ງເປັນກິ່ນທີ່ຊ່ວຍເພີ່ມຄວາມສົດຊື່ນໃນລະຫວ່າງມື້ໄດ້ເປັນຢ່າງດີ.
ສິ່ງທີ່ໜ້າສົນໃຈຄື ຊານ ເວົ້າເຖິງແຮນຄຣີມອັນນີ້ໃນທຳນອງທີ່ວ່າ ເຖິງມັນອາດຈະບໍ່ແມ່ນສິ່ງຂອງທີ່ພິເສດ ຫຼື ໂດດເດັ່ນຫຍັງ ແຕ່ກັບເປັນໜຶ່ງໃນສິ່ງທີ່ສະທ້ອນຄວາມເປັນຕົວລາວໄດ້ເປັນຢ່າງດີ.
ບາງທີ ສິ່ງຂອງທີ່ເຮົາໃຊ້ຢູ່ເປັນປະຈຳ ແລະ ຮູ້ສຶກຄຸ້ນເຄີຍທີ່ສຸດ ກໍອາດເປັນສິ່ງທີ່ບອກຕົວຕົນຂອງເຮົາໄດ້ຊັດເຈນທີ່ສຸດເຊັ່ນກັນ.

09. ປຶ້ມຈົດພາສາອັງກິດ
ປິດທ້າຍດ້ວຍສິ່ງຂອງທີ່ມີເລື່ອງລາວໜ້າສົນໃຈຫຼາຍທີ່ສຸດອັນໜຶ່ງໃນກະເປົາຂອງ ຊານ ນັ້ນກໍຄື ປຶ້ມຈົດພາສາອັງກິດທີ່ຄູສອນພາສາອັງກິດມອບໃຫ້ ຫຼັງຈາກທີ່ລາວໃຊ້ປຶ້ມເຫຼັ້ມກ່ອນຈົນໝົດ.
ຊານ ເລົ່າວ່າ ລາວພະຍາຍາມຮຽນພາສາອັງກິດຢ່າງໜ້ອຍມື້ລະ 30 ນາທີ ແລະ ເຮັດຕໍ່ເນື່ອງມາເປັນເວລາກວ່າ 1 ປີແລ້ວ ໂດຍບໍ່ໄດ້ຮຽນເພື່ອໃຊ້ໃນການສຳພາດພຽງຢ່າງດຽວ ແຕ່ຍັງຕ້ອງການສື່ສານກັບແຟນໆຈາກທົ່ວໂລກໄດ້ຢ່າງເປັນທຳມະຊາດຫຼາຍຂຶ້ນ.
ພາຍໃນປຶ້ມມີທັງຄຳສັບ, ສຳນວນ ແລະ ປະໂຫຍກສົນທະນາທີ່ລາວຝຶກຈົດຈຳ ເພື່ອນຳໄປໃຊ້ໃນການໂອ້ລົມກັບຜູ້ຄົນ.