ກັບມາເປັນກະແສອີກຄັ້ງກັບ Bedazzle Trend ຫຼັງຈາກທີ່ ຊ່ວງໜຶ່ງຫຼາຍໆຄົນມັກທີ່ຈະເອົາສິ່ງຂອງຮອບຕົວທັງເຄສໂທລະສັບ, ກະເປົາ ເຖິງແມ່ນແຕ່ໃບໜ້າມາຕິດເພັດທີ່ໃຫ້ຄວາມຮູ້ສຶກວິບວັບຄືກັບຫຼຸດມາຈາກຍຸກ 2000s
ມື້ນີ້ມ່ວນຈະພາໄປໄຂຄວາມລັບທີ່ເຄີຍເປັນກະແສຟີເວີໃນອະດີດທີ່ກຳລັງກັບມາແຜ່ລະບາດຄວາມສົດໃສຄັ້ງໃຫຍ່ອີກຄັ້ງກັບເທຣນ Bedazzle
“Bedazzle” ແມ່ນເທຣນຫຍັງ? Bedazzle (ອ່ານວ່າ ບີແດຊເຊິນ) ໝາຍເຖິງການຕົບແຕ່ງສິ່ງຕ່າງໆ ດ້ວຍວັດສະດຸເຫຼື້ອມມັບແມັບ ເຊັ່ນ: ຄຣິສຕັນ, ພອຍທຽມ, ກລິດເຕີ, ເລື່ອມ, ໄຂ່ມຸກ ຫຼື ໝຸດໂລຫະ ເພື່ອເພີ່ມຄວາມໂດດເດັ່ນ ແລະ ສ້າງເອກະລັກໃຫ້ກັບສິ່ງຂອງ. ການຕົບແຕ່ງນີ້ບໍ່ໄດ້ຈຳກັດຢູ່ພຽງແຕ່ເສື້ອຜ້າເທົ່ານັ້ນ ແຕ່ຍັງລວມເຖິງເຄສໂທລະສັບ, ຫູຟັງ, ແວ່ນຕາ, ກະເປົາ, ເລັບ, ລວມເຖິງການຕິດຄຣິສຕັນເທິງໃບໜ້າ ແລະ ຮ່າງກາຍອີກດ້ວຍ.

ເທຣນນີ້ເລີ່ມຕົ້ນມາຈາກຄົນດັງ Kylie Jenner (ໄຄລີ ເຈນເນີ) ທີ່ໄດ້ໂພສຮູບສະຫຼອງວັນເກີດລົງໃນອິນສະຕາແກຣມ (Instagram) ເມື່ອວັນທີ 10 ສິງຫາ ທີ່ຜ່ານມາ. ໂດຍຮູບເຫຼົ່ານີ້ມີການຕົບແຕ່ງເຄັກ ແລະ ຈອກນ້ຳດ້ວຍກລິດເຕີ ແລະ ຄຣິສຕັນໜ້າຮັກໆ, ເຊິ່ງມີຍອດກົດຖືກໃຈຫຼາຍກວ່າ 4,9 ລ້ານຄັ້ງ ເຮັດໃຫ້ເລີ່ມກາຍເປັນກະແສທີ່ບັນດາອິນຟລູເອນເຊີ ແລະ ໄວລຸ້ນແຫ່ເຮັດຕາມຈົນກາຍເປັນໄວຣັລ (Viral) ທົ່ວສື່ສັງຄົມອອນລາຍ.
ທັງນີ້, ຄຳວ່າ Bedazzle ແມ່ນເຊື່ອມໂຍງກັບ “The Bedazzler” ເຊິ່ງເປັນເຄື່ອງມືສຳລັບຕິດຄຣິສຕັນ ແລະ ໝຸດລົງເທິງເສື້ອຜ້າ ທີ່ພັດທະນາມາຈາກອຸປະກອນທີ່ວາງຈຳໜ່າຍໃນຊ່ວງທົດສະວັດ 1970 ກ່ອນຈະໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນເວລາຕໍ່ມາ.

ສະຕາຍວິບວັບກາຍເປັນພາບຈຳຂອງແຟຊັ່ນຊ່ວງປາຍທົດສະວັດ 1990 ຫາ ຕົ້ນທົດສະວັດ 2000, ບໍ່ວ່າຈະເປັນໂສ້ງຢີນຕິດຄຣິສຕັນ, ໂທລະສັບປະດັບກລິດເຕີ ແລະ ການແຕ່ງໜ້າຕິດອັນຍະມະນີ ຈົນຖືກເຊື່ອມໂຍງເຂົ້າກັບແຟຊັ່ນ Y2K. ປັດຈຸບັນ, ກະແສດັ່ງກ່າວກັບມາໄດ້ຮັບຄວາມສົນໃຈຜ່ານສິລະປິນ, ຄົນດັງ ແລະ ຄອນເທນເທິງສື່ສັງຄົມອອນລາຍ ໂດຍນຳເອົາຄວາມເຫຼື້ອມມັບແມັບແບບເດີມມາປັບໃຫ້ທັນສະໄໝຂຶ້ນ. ມີທັງສະຕາຍມິນິມໍ (Minimal) ແລະ ແບບຈັດເຕັມ. ບາງຄົນຍັງເພີ່ມຄວາມໜ້າຮັກຊວນຍິ້ມ ດ້ວຍການຕິດກລິດເຕີເຫຼື້ອມໆໃຫ້ກັບສັດລ້ຽງນຳອີກ.
ວິທີເພີ່ມຄວາມຊິກສະຕາຍ “Bedazzle” ດ້ວຍການຕິດກລິດເຕີ, ຄຣິສຕັນ ແລະ ສະຕິກເກີເທິງໃບໜ້າ ການ Bedazzle ຂອງໃຊ້ເລີ່ມຈາກການທຳຄວາມສະອາດພື້ນຜິວ, ວາງລວດລາຍ ແລ້ວໃຊ້ກາວທີ່ເໝາະສົມກັບວັດສະດຸຕິດຄຣິສຕັນ ຫຼື ຂອງຕົບແຕ່ງເທື່ອລະຊິ້ນ ກ່ອນຈະປະໄວ້ຈົນກາວແຫ້ງສະໜິດ. ສ່ວນເສື້ອຜ້າ ແມ່ນສາມາດເລືອກໃຊ້ຄຣິສຕັນແບບຫຍິບ, ແບບມີກ້າມຢຶດ ຫຼື ແບບໃຊ້ຄວາມຮ້ອນຕິດກັບເນື້ອຜ້າ.

ຫາກຕ້ອງການ Bedazzle ເທິງໃບໜ້າ ຄວນເລືອກເພັດປະດັບໃບໜ້າ (Face Gems) ແລະ ກາວທີ່ລະບຸວ່າໃຊ້ກັບຜິວໜັງໄດ້ໂດຍສະເພາະ. ຫ້າມໃຊ້ກາວຮ້ອນ ຫຼື ກາວສຳລັບງານປະດິດເດັດຂາດ. ຄວນຫຼີກລ່ຽງການຕິດໃກ້ດວງຕາ, ບໍລິເວນທີ່ມີບາດແຜ ແລະ ຜິວທີ່ລະຄາຍເຄືອງງ່າຍ, ລວມເຖິງຄວນທົດສອບອາການແພ້ກ່ອນການໃຊ້ງານຈິງ.
Bedazzle ຈຶ່ງບໍ່ແມ່ນພຽງແຕ່ເທຣນແຕ່ງເຄື່ອງຂອງໃຫ້ວິບວັບເທົ່ານັ້ນ ແຕ່ຍັງເປັນງານປະດິດ (DIY) ທີ່ເປີດໂອກາດໃຫ້ແຕ່ລະຄົນສະແດງຕົວຕົນຜ່ານສີສັນ ແລະ ລວດລາຍໄດ້ຢ່າງອິດສະຫຼະ. ໃຜທີ່ຊື່ນຊອບແຟຊັ່ນ Y2K ອາດລອງເລີ່ມຈາກການຕິດຄຣິສຕັນຊິ້ນນ້ອຍໆ ເທິງເຄສໂທລະສັບ ຫຼື ແຕ່ງໜ້າສະເພາະຈຸດ ເພື່ອເພີ່ມຄວາມໂດດເດັ່ນໂດຍບໍ່ຕ້ອງຈັດເຕັມ.
