ເບິ່ງຜິວເຜີນ ຫຼາຍຄົນອາດຈະຄິດວ່າຜູ້ຍິງທີ່ເຮັດວຽກພະແນກບັນຊີ-ການເງິນ ຈະຕ້ອງເປັນສາວຮຽບຮ້ອຍທີ່ນັ່ງຢູ່ແຕ່ໜ້າຈໍຄອມພິວເຕີຕະຫຼອດໝົດມື້. ແຕ່ສຳລັບ “ແປ້ງ” ຫຼື ພຽງຝັນ ພົມມະຈັນ (FOL 01) ສາວນະຄອນຫຼວງວຽງຈັນ ໄວ 26 ປີ ຈາກບໍລິສັດ ໂຊກໄຊ ປະກັນຊີວິດ ຄົນນີ້ ໄດ້ຈີກທຸກກົດເກນນັ້ນຖິ້ມໄປ! ດ້ວຍຄວາມສູງ 173 ຊັງຕີແມັດ ບວກກັບໃບໜ້າທີ່ຄົມເຂັ້ມ ຫຼື ທີ່ເຈົ້າຕົວມັກແຊວຕົວເອງວ່າໜ້າດຸແບບ “ໜ້າວຽງ” ແຕ່ແທ້ຈິງແລ້ວນາງເປັນຄົນມັກກວນ, ຍິ້ມງ່າຍ ແລະ ທີ່ສຳຄັນຄືເປັນຄົນກົງໄປກົງມາ ກ້າເວົ້າກ້າສະແດງອອກທີ່ສຸດ.
ສາວບັນຊີ ທີ່ຫຼົງໄຫຼໃນການຍົກເວດ (Weight Training) ແລະ ສິນລະປະ ກິດຈະວັດປະຈຳວັນຂອງແປ້ງ ນອກຈາກວັນຈັນຫາວັນສຸກຈະເຕັມທີ່ກັບວຽກປະຈຳແລ້ວ ພໍຮອດຕອນແລງນາງຈະມຸ່ງໜ້າເຂົ້າຢິມເພື່ອ “ອອກກຳລັງກາຍປັ້ນຫຸ່ນ”. ສ່ວນວັນເສົາ-ອາທິດ ກໍເປັນເວລາຂອງການຈັດແຈງຫ້ອງພັກ, ແຕ້ມຮູບທີ່ນາງຮັກ ແລະ ຝຶກຊ້ອມຍ່າງເທິງເກີບສົ້ນສູງເພື່ອຕາມລ່າຄວາມຝັນ. ທັກສະທີ່ເຮັດໃຫ້ຫຼາຍຄົນຕ້ອງຮ້ອງ “ວ້າວ” ບໍ່ແມ່ນທັກສະການຄິດໄລ່ເລກບັນຊີ ແຕ່ແມ່ນ “ລະບຽບວິໄນໃນການກິນ ແລະ ການອອກກຳລັງກາຍ”. ການທີ່ຜູ້ຍິງຈະມີກ້າມໜ້າທ້ອງ ຫຼື ຫຸ່ນທີ່ເຟີມແຂງແຮງນັ້ນ ບໍ່ແມ່ນເລື່ອງງ່າຍ ມັນຕ້ອງແລກມາດ້ວຍຄວາມອົດທົນ ແລະ ວິໄນຂັ້ນສູງທີ່ສຸດ.

ແຮງຜັກດັນຈາກຄຳດູຖູກ ສູ່ການເປີດປະຕູເສັ້ນທາງໃໝ່ ເຊື່ອບໍ່ວ່າ ແປ້ງບໍ່ເຄີຍມີປະສົບການປະກວດເວທີໃດມາກ່ອນເລີຍ! ຈຸດເລີ່ມຕົ້ນຂອງການຍ່າງເຂົ້າສູ່ FACE of LAOS ເກີດຈາກແຮງບັນດານໃຈທີ່ເຫັນຜູ້ຍິງຄົນໜຶ່ງຖ່າຍແບບຊຸດກິລາແລ້ວໄດ້ເງິນ. ບວກກັບຄວາມຢາກລຶບຄຳດູຖູກຈາກຄົນອ້ອມຂ້າງ ນາງຈຶ່ງຕັດສິນໃຈລົງສະໝັກ ເພື່ອພິສູດໃຫ້ທຸກຄົນເຫັນວ່າ “ເຮົາກໍເຮັດໄດ້”. ເປົ້າໝາຍສູງສຸດຂອງນາງຄືການເປັນນາງແບບທີ່ມີຊື່ສຽງ ແລະ ເປີດໂອກາດໃນການຫາລາຍໄດ້ເພີ່ມອີກເສັ້ນທາງໜຶ່ງ.
“ໜ້າເກ໋-ຫຸ່ນປັງ” ຈຸດຂາຍທີ່ບໍ່ມີໃຜຄື ຄວາມແຕກຕ່າງທີ່ເປັນເອກະລັກຂອງແປ້ງຄື “ໃບໜ້າທີ່ມີຄວາມເກ໋ (Chic) ແລະ ຫຸ່ນທີ່ຜູ້ຍິງສ່ວນໜ້ອຍຈະມີ”. ວິນາທີທີ່ຮູ້ວ່າຜ່ານເຂົ້າຮອບ ນາງຕື່ນເຕັ້ນ ແລະ ດີໃຈຫຼາຍ. ສຳລັບນາງແລ້ວ FACE of LAOS ໃຫ້ຫຍັງຫຼາຍກວ່າການແຂ່ງຂັນ ແຕ່ມັນຄືໂຮງຮຽນທີ່ຊ່ວຍຝຶກຝົນທັກສະ ທັງການໃສ່ເກີບສົ້ນສູງ, ກ້າແຕ່ງໜ້າໃນລຸກທີ່ແປກໃໝ່, ກ້າເວົ້າ ແລະ ມອບຄວາມໝັ້ນໃຈໃຫ້ນາງຢ່າງເຕັມປ່ຽມ.
“ທຸກຄົນຫຼົບໄປ ແປ້ງມາແລ້ວ!!”


ຈັບຕາເບິ່ງສາວຄົນນີ້ໄວ້ໃຫ້ດີ! ຖ້າມື້ໜຶ່ງມີຄົນຮູ້ຈັກທົ່ວປະເທດ ແປ້ງຢາກໃຫ້ທຸກຄົນຈື່ຈຳນາງໃນເລື່ອງຂອງ “ຄວາມອົດທົນ ແລະ ຄວາມພະຍາຍາມ” ກວ່າຈະກ້າວມາຮອດຈຸດນີ້ໄດ້. ນາງຝາກຂອບໃຈເຖິງທຸກການຊັບພອດ ທັງທາງດ້ານວັດຖຸ ແລະ ຈິດໃຈ ພ້ອມທັງຂໍໃຫ້ແຟນໆຕິດຕາມເບິ່ງການພັດທະນາທີ່ກ້າວກະໂດດຂອງນາງ ເພາະສິ່ງໃດທີ່ຄົນອື່ນຄິດວ່ານາງເຮັດບໍ່ໄດ້ ນາງຈະເຮັດໃຫ້ເບິ່ງ.
ເປັນກຳລັງໃຈໃຫ້ແປ້ງໄດ້ດ້ວຍການໂຫວດໄດ້ທີ່ເວັບໄຊ FACEOFLAOS.WEVOTE.LA

