Month: April 2025

23 ບົດຄວາມ
ມ່ວນຊວນເບິ່ງ

Weak Hero Class 1 ຊີຣີສ໌ດັດແປງມາຈາກ Webtoon ແນວດຣາມ່າສະທ້ອນບັນຫາການບູລລີ້ໃນໂຮງຮຽນ

Weak Hero ແມ່ນຊີຣີສ໌ທີ່ຖືກດັດແປງມາຈາກ Webtoon ເຊິ່ງເປັນແນວແອັກຊັນ, ດຣາມ່າ ແລະ ຄວາມສຳພັນມິດຕະພາບລະຫວ່າງໝູ່ເພື່ອນໃນໂຮງຮຽນ ທີ່ມ່ວນຕ້ອງຂໍບອກເລີຍວ່າເລື່ອງນີ້ສາກຕໍ່ສູ້ແມ່ນມັນສຸດ ແລະ ນັກສະແດງຫຼັກຢ່າງພະເອກກໍສະແດງຄວາມຮູ້ສຶກອອກມາໃຫ້ອາລົມມືດມົນປົນອຶດອັດໄດ້ຢ່າງເລີກເຊິ່ງ. ໃນຕອນທີ່ກຳລັງເບິ່ງຊີຣີສ໌ເລື່ອງນີ້ກໍເຮັດໃຫ້ຮູ້ສືກອິນຕາມສຸດໆ, ທັງເມື່ອຍ ແລະ ດິ່ງໄປກັບຊີນການສະແດງທີ່ຖ່າຍທອດຜ່ານຕົວລະຄອນທີ່ມີຊື່ວ່າ Yeon Si-eun ທີ່ງານສາຍຕາແມ່ນດີອາລົມທຸກຢ່າງລາວລ້ວນເລົ່າອອກມາຈາກທາງສາຍຕາທັງໝົດ ແລະ ເລື່ອງນີ້ຍັງໄດ້ສະທ້ອນບັນຫາການບູລລີ້ກັນໃນໂຮງຮຽນ ແລະ ການໃຊ້ຄວາມຮຸນແຮງໃນໂຮງຮຽນ. Weak...

ມ່ວນຊວນຟັງ

ປ່ອຍໃຫ້ຄວາມຮູ້ສຶກເຕັ້ນ ກ່ອນທີ່ຄຳຕອບຈະຊັດເຈນ ກັບເພງ Dancing on the floor ຈາກ vvvvanno

ເມື່ອເວົ້້າເຖິງແນວເພງປະສົມປະສານລະຫວ່າງ Synth Wave ແລະ Pop ບອກໄດ້ເລີຍວ່າ: Dancing on the floor ຄືໜຶ່ງໃນເພງຈາກສິລະປິນມ້າມືດຢ່າງ VVVVANNO ທີ່ຈະພາຫຼາຍຄົນປ່ອຍໃຈໃຫ້ໄຫຼໄປກັບອາລົມທີ່ຍັງບໍ່ເຄຼຍໃນຄວາມສຳພັນທີ່ບໍ່ຊັດເຈນ. “Dancing on the floor” ບໍ່ແມ່ນເພງທຳອິດຂອງ VVVVANNO ໂດຍຜົນງານກ່ອນໜ້ານີ້ແມ່ນ Fancy ເຊິ່ງໃຫ້ໝູດເພງຊ້າເພີດເພີນກັບສຽງຮ້ອງ ແລະ...

Gadzila

Facebook ຈຳກັດການສ້າງລາຍໄດ້ຫຼຸດການເບິ່ງເຫັນ ບັນຊີທີ່ແອບອ້າງເປັນຜູ້ອື່ນ ແລະ ສ້າງໂພສສະແປມ

ພວກເຮົາຈະບໍ່ຕ້ອງທົນລຳຄານໃຈກັນອີກຕໍ່ໄປແລ້ວເມື່ອ Facebook ອອກນະໂຍບາຍໃໝ່ປັບປຸງໜ້າ Feed ເພື່ອຈັດການກັບໂພສທີ່ເປັນສະແປມ, ມີເປົ້າໝາຍເພື່ອຍົກລະດັບຄຸນນະພາບຂອງເນື້ອຫາພ້ອມສ້າງປະສົບການທີ່ດີຂອງຜູ້ໃຊ້ໃນແພລັດຟອມ ແລະ ເຮັດໃຫ້ແພລັດຟອມຍັງເປັນພື້ນທີ່ທີ່ເຮັດໃຫ້ໜ້າສົນໃຈສຳລັບຜູ້ໃຊ້ງານ. Meta ຖືກສ້າງຂຶ້ນເພື່ອເປັນສະຖານທີ່ທີ່ຜູ້ຄົນທີ່ໃຊ້ງານແພລັດຟອມສາມາດສະແດງອອກໄດ້ຢ່າງເສລີ. ເນຶ້ອຫາທີ່ເປັນສະແປມແມ່ນຖືວ່າເປັນອີກສ່ວນໜຶ່ງທີ່ເຮັດໃຫ້ພວກເຮົາຖືກຂັດຂວາງການຫຼິ້ນການເບິ່ງຜົນງານຕ່າງໆໃນໜ້າ Feed ຫຼື ຄວາມສາມາດໃນການສະແດງຄວາມເປັນຕົວເອງຂອງຜູ້ໃຊ້ຫຼາຍ Meta ຈຶ່ງອອກນະໂຍບາຍໃໝ່ມາເພື່ອຈັດການສະແປມເຫຼົ່ານີ້. 1. ຈຳກັດການເຂົ້າເຖິງຂອງບັນຊີທີ່ເຜີຍແຜ່ໂພສສະແປມ ບັນຊີທີ່ໃຊ້ກົນລະຍຸດເພື່ອຫຼອກລວງອັລກໍຣິທຶມເຊັ່ນ: ການໂພສຂໍ້ຄວາມບັນຍາຍຍາວເກີນໄປ, ໃຊ້ແຮັຊແທັກຫຼາຍເກີນ ຫຼື ໃສ່ຄຳບັນຍາຍທີ່ບໍ່ກົງກັບຮູບພາບ,...

Muan Tips

ຮັກສາຫົວໃຈຈາກຄວາມຜິດຫວັງ ໃຫ້ມີຄວາມສຸກໃນທຸກມື້ ລອງ Check ສຸຂະພາບຈິດວ່າເຈົ້າຍັງສະບາຍດີບໍ່?

ເວລາມີບັນຫາບາງຢ່າງເກີດຂື້ນ ບໍ່ວ່າຈະເປັນເລື່ອງນ້ອຍ ຫຼື ເລື່ອງໃຫຍ່, ມັນລ້ວນກະທົບຈິດໃຈຂອງເຮົາໄດ້ງ່າຍໆ ເພາະຄົນເຮົານັ້ນມີສະພາວະທາງດ້ານອາລົມໃນການແບກຮັບຄວາມກົດດັນໄດ້ບໍ່ເທົ່າກັນ ແລະ ນັ້ນເປັນສາເຫດທີ່ພວກເຮົານັ້ນຄວນຕ້ອງກັບມາດູແລ ແລະ ຮັກສາສຸຂະພາບຈິດໃຫ້ດີ ເພື່ອຕົວເອງນັ້ນຈະໄດ້ມີຄວາມສຸກໃນທຸກມື້. ພວກເຮົາລອງມາ Check ສຸຂະພາບຈິດໃຈດ້ວຍຕົວເອງກ່ອນ ເລີ່ມຈາກຄຳຖາມງ່າຍໆເຫຼົ່ານີ້ເບິ່ງເດີ ຖ້າເຈົ້າຕອບວ່າ “ບໍ່ແນ່ໃຈ” ຫຼື “ບໍ່ດີເລີຍ” ນັ້ນໝາຍຄວາມວ່າເຈົ້າຕ້ອງເລີ່ມໃຫ້ເວລາກັບໃຈຕົວເອງຫຼາຍຂຶ້ນແລ້ວ. ວິທີດູແລສຸຂະພາບຈິດຕົວເອງເວລາເຈິເລື່ອງທີ່ເຮັດໃຫ້ຜິດຫວັງ ຍອມຮັບຄວາມຮູ້ສຶກຂອງຕົນເອງຖ້າເຈົ້າກຳລັງຜິດຫວັງ, ເສຍໃຈ...

Gadzila

Edits ແອັບຕັດຕໍ່ວິດີໂອ ທີ່ Content Creator ຮັກ ໃຊ້ງ່າຍ ລອງເລີຍບໍ່ມີລາຍນ້ຳ ບໍ່ມີໂຄສະນາ

Edits ແມ່ນເອັບຕັດຕໍ່ວິດີໂອໃໝ່ຫຼ້າສຸດຈາກ Instagram, ຖືວ່າເປັນອີກໜຶ່ງແອັບທີ່ກຳລັງມາແຮງ ແລະ ໜ້າຈັບຕາເບິ່ງ, ບັນດາ Content Creator ຕ້ອງຮັກເພາະ Export ອອກມາໃນວິດີໂອກໍບໍ່ມີລາຍນ້ຳ, ບໍ່ມີໂຄສະນາໃຫ້ຮູ້ສຶກລຳຄານໃຈໃນເວລາໃຊ້ງານ ແລະ ສາມາດສ້າງສັນຜົນງານວິດີໂອໄດ້ຍາວເຖິງ 10 ນາທີ. ທຳອິດທີ່ລອງໃຊ້ແມ່ນມັກໜ້າຕາການອອກແບບ UX/UI ຂອງແອັບທີ່ເຮັດໃຫ້ຮູ້ສຶກວ່າເຂົ້າໃຈງ່າຍ ແລະ ບໍ່ສັບຊ້ອນໃນການລອງໃຊ້ງານ, ມືໃໝ່ທີ່ຢາກລອງຮຽນຕັດວິດີໂອກໍເຮັດໄດ້ເລີຍໃຫ້ຄວາມຮູ້ສຶກສະບາຍໃຈວ່າມັນຈະບໍ່ມີຫຍັງຫຍຸ້ງຍາກຫຼາຍ....

The Interview

ນ້ຳຫວານ ໄດ້ຮັບແຮງບັນດານໃຈຂອງການແຕ້ມຮູບທີ່ສື່ອາລົມຄວາມເຂົ້າໃຈອັນຊັບຊ້ອນຂອງມະນຸດ

ພອຍໄພລິນ ຫຼວງອາມາດ ຫຼື ນ້ຳຫວານ ປັດຈຸບັນອາຍຸ 20 ປີ, ກຳລັງສຶກສາຢູ່ ປີ 2 ຢູ່ Sydney ປະເທດ Australia ສາຍນິເທດ Visual Communication Design. ລັກສະນະພາຍນອກຂອງ ນ້ຳຫວານ ເບິ່ງຄືເປັນຄົນບໍ່ຄ່ອຍສົນໃຈຫຍັງ, ແຕ່ຄວາມຈິງແລ້ວນັ້ນລາວເປັນຄົນມັກສັງເກດ ແລະ...

ມ່ວນຊວນໄປ

ຊວນໄປ Encyclopedia ງານວາງສະແດງດ່ຽວ ຄັ້ງທີ 2 ຂອງ @nnene.iie ທີ່ບາງກອກ ປະເທດໄທ

ສຳລັບຜູ້ທີ່ຫຼົງໄຫຼໃນສິລະປະທີ່ເຕັມໄປດ້ວຍລາຍເສັ້ນ ແລະ ເລື່ອງລາວ, ງານວາງສະແດງ Encyclopedia ຂອງ @nnene.iie ທີ່ GalieOasis ນະຄອນບາງກອກ ປະເທດໄທ ເປັນສິ່ງທີ່ບໍ່ຄວນພາດ. ງານນີ້ເປັນ Solo Exhibition ຄັ້ງທີ 2 ຂອງສິລະປິນສາວຜູ້ນີ້, ເຊິ່ງຈະພາທຸກຄົນເຂົ້າສູ່ໂລກແຫ່ງລາຍເສັ້ນທີ່ແຕ້ມດ້ວຍມື ປະສົມປະສານກັບແຮງບັນດານໃຈຈາກສິ່ງທີ່ພົບອ້ອມໂຕ ທີ່ສະທ້ອນຕົວຕົນຂອງລາວ. ເນເນ່: ສິລະປິນສາຍ...

The Interview

ພົງ ໜຸ່ມບາຣິສຕາສາຍສະຕຣີດ ສູ່ນາຍແບບແບຣນດັງ ຜູ້ຄວ້າທຸກໂອກາດດ້ວຍໃຈທີ່ເປີດຮັບການປ່ຽນແປງ

ມື້ນີ້ຂໍພາໄປຮູ້ຈັກກັບເລື່ອງຊີວິດທີ່ເຕັມໄປດ້ວຍແຮງບັນດານໃຈຂອງ ພົງສະຫວັນ ແສງອາຄົມ ຊື່ຫຼິ້ນແມ່ນ ລິ້ວ ແຕ່ໝູ່ຂອງລາວເອີ້ນວ່າ ພົງ ໜຸ່ມບາຣິສຕາຈາກຊຳເໜືອທີ່ເຕີບໃຫຍ່ມາຈາກພາກໃຕ້ຂອງລາວ ຜູ້ທີ່ໃຊ້ທຸກໂອກາດໃນຊີວິດຢ່າງເຕັມທີ່ ດ້ວຍຄວາມເຊື່ອທີ່ວ່າ “ຊີວິດມີການປ່ຽນແປງຕະຫຼອດ ສະນັ້ນຕ້ອງເຮັດທຸກຢ່າງໃຫ້ສຸດຄວາມສາມາດ”. ພົງ ອາຍຸ 25 ປີ ເກີດທີ່ຊຳເໜືອ ແລະ ເຕີບໃຫຍ່ມາທ່າມກາງຄວາມສະຫງົບ, ທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ...

Gadzila

ຣີວິວ TECNO CAMON 40 Pro 5G ໂທລະສັບກ້ອງງາມ ຈໍຄົມ ສະເປັກແຮງ ດ້ວຍງົບບໍ່ຮອດ 5 ລ້ານກີບ!

ໃນຍຸກທີ່ໂທລະສັບສະມາດໂຟນລາຄາຫຼັກສິບລ້ານເປັນເລື່ອງປົກກະຕິ, ການມາເຈິກັບໂທລະສັບທີ່ໃຫ້ປະສົບການລະດັບສູງໃນລາຄາຫຼັກລ້ານຈຶ່ງເປັນເລື່ອງທີ່ໜ້າສົນໃຈຫຼາຍ. ນັ້ນຄືສິ່ງທີ່ TECNO CAMON 40 Pro 5G ເຮັດໄດ້ຢ່າງໜ້າປະທັບໃຈ. ເປີດຕົວເມື່ອເດືອນມີນາ 2025 ທີ່ຜ່ານມາ ດ້ວຍລາຄາທີ່ຈັບຕ້ອງໄດ້ພຽງ 4,999,000 ກີບ, ແຕ່ຊໍ້າພັດໃຫ້ຄວາມສາມາດຮອບດ້ານ ທັງກ້ອງ, ຈໍສະແດງຜົນ, ການປະມວນຜົນ ແລະແບັດເຕີຣີທີ່ໃຊ້ໄດ້ຕະຫຼອດມື້. ມື້ນີ້ ພວກເຮົາຈະພາໄປເຈາະເລິກວ່າ ໂທລະສັບລຸ້ນນີ້ມີດີຫຍັງແດ່,...

Muan Tips

ກັບມາເພື່ອຫຍັງ? ຫາຍໄປແລ້ວກັບມາບອກຄິດຮອດ ເຮັດຄືບໍ່ມີຫຍັງເກີດຂຶ້ນພຶດຕິກຳນີ້ເອີ້ນວ່າ Zombieing

ກັບມາເພື່ອຫຍັງ? ຫາຍໄປຢູ່ໆກັບມາບອກ ຄິດຮອດ ເຮັດຄືບໍ່ມີຫຍັງເກີດຂຶ້ນ ພຶດຕິກຳນີ້ເອີ້ນວ່າ Zombieing