ເມື່ອເວົ້າເຖິງເວທີປະກວດນາງແບບ-ນາຍແບບ ຫຼາຍຄົນອາດຈະຕິດພາບຈຳຂອງຄວາມສູງຍາວເຂົ່າດີ ແລະ ບຸກຄະລິກທີ່ເຂົ້າເຖິງຍາກ. ແຕ່ສຳລັບ ມະນິຍົມ ອານົນທິເສນ ຫຼື ທີ່ຮູ້ຈັກກັນໃນນາມ “ນ້ຳຫວານ Superstar ດາຣາອັນດັບ 1” ຜູ້ເຂົ້າປະກວດ FOL 03 ຈາກເວທີ FACE of LAOS ແລ້ວ, ນ້ຳຫວານມາພ້ອມກັບຄວາມສົດໃສ, ຄວາມເປັນທຳມະຊາດ ແລະ ຄວາມໝັ້ນໃຈທີ່ພ້ອມຈະທຳລາຍທຸກກອບເດີມໆ.
ມື້ນີ້ ມ່ວນຈະພາທຸກຄົນໄປຮູ້ຈັກກັບຕົວຕົນທີ່ແທ້ຈິງຂອງສາວໄວ 22 ປີ ຈາກເມືອງໄຊເສດຖາຄົນນີ້ ທີ່ບໍ່ໄດ້ມີດີພຽງແຕ່ໜ້າຕາ ແຕ່ຍັງເຕັມໄປດ້ວຍເລື່ອງລາວ ແລະ ຄວາມຝັນທີ່ໜ້າສົນໃຈ.
ຖ້າເບິ່ງຜິວເຜີນ ນ້ຳຫວານຄືໄວລຸ້ນທຳມະດາທີ່ມັກສ້າງຮອຍຍິ້ມໃຫ້ຄົນອ້ອມຂ້າງ. ບຸກຄະລິກທີ່ສົດໃສຂອງນ້ຳຫວານ ສ່ວນໜຶ່ງມາຈາກຄວາມໃສ່ໃຈທີ່ບໍ່ຢາກໃຫ້ຄົນອື່ນຕ້ອງມາເປັນຫ່ວງເມື່ອນ້ຳຫວານມີເລື່ອງລຳບາກໃຈ. ແຕ່ພາຍໃຕ້ຮອຍຍິ້ມນັ້ນ, ນ້ຳຫວານ ຄືນັກສຶກສາປີ 3 ຈາກຄະນະວິທະຍາສາດສັງຄົມ ສາຂາສັງຄົມສົງເຄາະ ມະຫາວິທະຍາໄລແຫ່ງຊາດ ທີ່ຮັກໃນການເຮັດກິດຈະກຳເພື່ອສັງຄົມ.

ຈຸດປ່ຽນສຳຄັນທີ່ເຮັດໃຫ້ນ້ຳຫວານກ້າກ້າວອອກຈາກເຊຟໂຊນ (Safe Zone) ຄືການໄດ້ເຂົ້າຮ່ວມເປັນອາສາສະໝັກກັບ Community Club (ປັດຈຸບັນຄື American Center Club). ມັນເປັນຄັ້ງທຳອິດທີ່ນ້ຳຫວານໄດ້ເປີດໂລກ, ໄດ້ພົບປະສັງຄົມໃໝ່ໆນອກຮົ້ວໂຮງຮຽນ ແລະ ນັ້ນຍັງເປັນຈຸດເລີ່ມຕົ້ນທີ່ພານ້ຳຫວານກ້າວໄປເປັນ ນັກຮຽນທຶນແລກປ່ຽນ Global UGRAD ອີກດ້ວຍ.
“ຖ້າບໍ່ໄດ້ຢູ່ເທິງເວທີ ຕອນນີ້ກໍໜ້າຈະກຳລັງເຮັດວຽກອາສາສະໝັກ ຫຼື ບໍ່ກໍຫາວຽກເສີມຢູ່ແນ່ນອນ ເພາະຢາກມີເງິນໄປທ່ຽວ!” ນ້ຳຫວານເລົ່າພ້ອມກັບສຽງຫົວ. ໃນເວລາວ່າງ ນ້ຳຫວານຍັງເປັນໄວລຸ້ນທີ່ມັກຖັກໄໝພົມ, ຕັດຕໍ່ວິດີໂອ, ແຕ່ງໜ້າ ແລະ ຫຼິ້ນກີຕ້າ (ທີ່ຫາກໍຫຼິ້ນເປັນພຽງເພງດຽວ!)
ການຕັດສິນໃຈກ້າວເຂົ້າສູ່ເວທີ FACE of LAOS ສຳລັບນ້ຳຫວານແລ້ວ ມັນຄືການໃຫ້ໂອກາດຕົວເອງໃນໄວ 21-22 ປີ ໄດ້ຄົ້ນພົບທັກສະໃໝ່ໆ ເພື່ອທີ່ໃນອະນາຄົດເມື່ອມອງຍ້ອນກັບມາ ຈະໄດ້ບໍ່ຮູ້ສຶກເສຍດາຍ.

ເຖິງຈະຍອມຮັບແບບກົງໄປກົງມາວ່າ ຕອນທຳອິດບໍ່ຄິດວ່າຕົວເອງຈະຜ່ານເຂົ້າຮອບ, ແຕ່ສິ່ງທີ່ເຮັດໃຫ້ນ້ຳຫວານໂດດເດັ່ນ ແລະ ແຕກຕ່າງຈາກຜູ້ເຂົ້າແຂ່ງຂັນຄົນອື່ນຄື “ຄວາມເປັນຕົວຂອງຕົວເອງ”. ນ້ຳຫວານເປັນຄົນຊັດເຈນ, ບໍ່ດັດແປງຈະຣິດ ຢູ່ໜ້າກ້ອງເປັນແນວໃດ ຕົວຈິງກໍເປັນແນວນັ້ນ.
ລາຍການນີ້ບໍ່ພຽງແຕ່ໃຫ້ມິດຕະພາບ ແລະ ປະສົບການໃນວົງການບັນນ້ຳຫວານງເທົ່ານັ້ນ, ແຕ່ຍັງຊ່ວຍ “ປົດລັອກ” ຄວາມໝັ້ນໃຈໃນການຖ່າຍຮູບ ແລະ ວິດີໂອ ເຊິ່ງເປັນສິ່ງທີ່ນ້ຳຫວານເຄີຍຮູ້ສຶກລັງເລມາຕະຫຼອດ.
ເມື່ອຖາມເຖິງແຮງບັນດານໃຈໃນການຍ່າງຕາມເສັ້ນທາງນີ້, ຄຳຕອບຂອງນ້ຳຫວານແມ່ນລຽບງ່າຍແຕ່ຊົງພະລັງນັ້ນຄື “ຕົນເອງໃນອະນາຄົດ”. ນ້ຳຫວານຝັນຢາກໃຫ້ຄົນຈົດຈຳໃນຖານະໄວໜຸ່ມທີ່ຂັບເຄື່ອນສັງຄົມໃນທາງທີ່ດີ ທີ່ສາມາດປ່ຽນຈາກການເປັນອາສາສະໝັກ ມາສູ່ຄົນທີ່ເຮັດວຽກເພື່ອສັງຄົມຢ່າງແທ້ຈິງ.

ແລະ ໃນອີກ 3 ປີຂ້າງໜ້າ ເປົ້າໝາຍສູງສຸດຂອງນ້ຳຫວານຄືການໄດ້ເດີນທາງທ່ອງທ່ຽວຮອບໂລກ ກ່ອນຈະກັບມາເຮັດວຽກສາຍ Customer Service ແລະ ໃຊ້ຊີວິດໃນແບບທີ່ຕົວເອງອອກແບບໄວ້.
ກ່ອນຈະຈົບການສົນທະນາ, ສາວ FOL 03 ໄດ້ຝາກຂໍ້ຄວາມເຖິງທຸກຄົນທີ່ຄອຍສະໜັບສະໜູນວ່າ: “ຂອບໃຈໝູ່ເພື່ອນທຸກຄົນທີ່ເປັນກຳລັງໃຈໃຫ້ນຳ້ຫວານ! ການເດີນທາງໃນຄັ້ງນີ້ຈະບໍ່ງ່າຍເລີຍຖ້າຂາດກຳລັງໃຈຈາກທຸກຄົນ.”
ຖ້າໃຜກຳລັງລັງເລວ່າເປັນຫຍັງຈຶ່ງຕ້ອງຈັບຕາມອງສາວຄົນນີ້, ນ້ຳຫວານໄດ້ປະໄວ້ໜຶ່ງປະໂຫຍກທີ່ບົ່ງບອກເຖິງພະລັງອັນເຫຼືອລົ້ນຂອງນ້ຳຫວານ: “ນ້ຳຫວານຈະເຮັດໃຫ້ທຸກຄົນເຫັນວ່າ ຂາສັ້ນກະສັບໆໆໆ ໄດ້ບໍ່ຕ່າງຈາກຂາຍາວ!”
ສຳລັບຜູ້ເຂົ້າແຂ່ງຂັນຄົນອື່ນ Watch out ເດີ້! ເພາະນຳ້ຫວານຈະເປັນ Face of Asia 2026!
ຢ່າລືມຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ກັບຄວາມສົດໃສ ແລະ ຄວາມມຸ່ງໝັ້ນຂອງ ນ້ຳຫວານ FOL 03 ໃນການປະກວດ FACE of LAOS ຄັ້ງນີ້ກັນໄດ້ດ້ວຍການໂຫວດໄດ້ທີ່ເວັບໄຊ FACEOFLAOS.WEVOTE.LA ແດ່ເດີ້!
