ຢາກແຕ່ງໜ້າເບົາໆແຕ່ໃຫ້ເບິ່ງຄືແພງ ຕ້ອງໃສ່ໃຈບ່ອນໃດແນ່?

ແບ່ງປັນ

ຢາກແຕ່ງໜ້າເບົາໆແຕ່ໃຫ້ເບິ່ງຄືແພງ ຕ້ອງໃສ່ໃຈບ່ອນໃດແນ່?

ໂດຍ: Tonmai Phoutthasack Tonmai Phoutthasack
16 November 2026● 7
✦ AI Summarized

Key Takeaways:

  • ກຽມຜິວພ້ອມ ໂດຍການທາມອຍເຈີໄຣເຊີແລະກັນແດດ ເພື່ອໃຫ້ເມກອັບຕິດທົນນານ
  • ລົງຮອງພື້ນບາງໆ ແລະ ໃຊ້ຄອນຊິວເລີປົກປິດສະເພາະຈຸດ ເພື່ອຮັກສາຄວາມເປັນທຳມະຊາດຂອງຜິວ
  • ຄຸມຄວາມມັນສະເພາະຈຸດທີ່ມັກມັນ ແລະ ຮັກສາຄວາມວາວທຳມະຊາດໄວ້ທີ່ໂຫນກແກ້ມ
  • ຂຽນຄິ້ວໃຫ້ໄດ້ຮູບຊົງ ເຕີມສະເພາະຊ່ອງຫວ່າງ ໂດຍບໍ່ຕ້ອງເນັ້ນໃຫ້ເຂັ້ມຫຼືຍາວເກີນໄປ
  • ແຕ່ງຕາເບົາໆ ດ້ວຍການທາອາຍແຊໂດວບາງໆ ພ້ອມດັດຂົນຕາແລະປັດມາສຄາຣາໃຫ້ງອນ

ບາງມື້ເຮົາກໍຢາກແຕ່ງໜ້າເບົາໆ ໃຫ້ເບິ່ງສວຍເປັນທຳມະຊາດ ໃນອາລົມຜິວດີມາແຕ່ເກີດ! ແຕ່ການແຕ່ງໜ້າໃຫ້ເບົາບາງ ແລະ ອອກມາສວຍພໍດີ ກໍບໍ່ໄດ້ງ່າຍສະເໝີໄປ.

ເພາະຖ້າໃຊ້ຮອງພື້ນໜ້ອຍເກີນໄປ ກໍອາດປົກປິດຮອຍຕ່າງໆ ໄດ້ບໍ່ດັ່ງໃຈ ແຕ່ຖ້າໃຊ້ຜະລິດຕະພັນຫຼາຍເກີນໄປ ຜິວກໍອາດເບິ່ງໜາ ຫຼື ມັນເງົາຈົນຂາດຄວາມເປັນທຳມະຊາດ.

ແລ້ວຈະແຕ່ງແນວໃດ ໃຫ້ຜິວເບິ່ງສວຍລະມຸນ ໃບໜ້າສົດໃສ ໂດຍບໍ່ຕ້ອງແຕ່ງເຕັມ? ມື້ນີ້ ມ່ວນຈະພາໄປຮູ້ຈັກ 7 ຂັ້ນຕອນແຕ່ງໜ້າເບົາໆ ໃຫ້ສວຍພໍດີ ແລະ ໝັ້ນໃຈໄດ້ໃນທຸກມື້.

1. ກຽມຜິວພ້ອມ ເພື່ອເມກອັບທີ່ຕິດທົນ

ຜິວທີ່ງາມເບິ່ງສຸຂະພາບດີເລີ່ມຈາກການກຽມຜິວກ່ອນແຕ່ງໜ້າ ໂດຍຫຼັງລ້າງໜ້າ ໃຫ້ທາມອຍເຈີໄຣເຊີທີ່ເໝາະກັບສະພາບຜິວ ເນັ້ນບໍລິເວນທີ່ແຫ້ງ ຫຼື ລອກເປັນຂຸຍງ່າຍ ເພາະອາດເຮັດໃຫ້ຮອງພື້ນເປັນຄາບໄດ້, ສ່ວນຜິວມັນຄວນເລືອກສູດເນື້ອບາງເບົາ ທາແລ້ວສະບາຍຜິວ ໂດຍບໍ່ຕ້ອງລົງສະກິນແຄຣ໌ຫຼາຍຊັ້ນ ຈາກນັ້ນທາກັນແດດ ແລະ ລໍຖ້າໃຫ້ຜະລິດຕະພັນແຫ້ງ ເຊັດຕົວກ່ອນລົງເມກອັບ.

2. ລົງຮອງພື້ນບາງໆ ປົກປິດສະເພາະຈຸດ

ເລືອກຮອງພື້ນຕາມຄວາມຕ້ອງການ ໂດຍເລີ່ມລົງບາງໆ ໃນບໍລິເວນທີ່ສີຜິວບໍ່ສະໝ່ຳສະເໝີ ແລ້ວທາໃຫ້ກືນໄປກັບຜິວ ສ່ວນຈຸດທີ່ບໍ່ຕ້ອງການປົກປິດກໍບໍ່ຈຳເປັນຕ້ອງລົງທົ່ວໜ້າ, ຈາກນັ້ນໃຊ້ຄອນຊິວເລີແຕະບໍລິເວນຮອຍສິວ ຮອຍແດງ ຫຼື ຮອຍຄ້ຳໃຕ້ຕາ ແລ້ວທາຂອບໃຫ້ນຽນ ວິທີນີ້ຊ່ວຍໃຫ້ສີຜິວເບິ່ງສະເໝີກັນ ໂດຍບໍ່ຕ້ອງເພີ່ມເມກອັບໃຫ້ໜາທົ່ວໃບໜ້າ, ການປ່ອຍໃຫ້ຍັງເຫັນກະ ຫຼື ລາຍລະອຽດຂອງຜິວແທ້ຢູ່ບາງສ່ວນ ກໍຊ່ວຍໃຫ້ລຸກເບິ່ງງາມເປັນທຳມະຊາດ.

3. ຄຸມຄວາມມັນໃຫ້ຖືກຈຸດ ເພື່ອຄວາມເງົາສະທ້ອນແສງ

ຜິວທີ່ເບິ່ງມີມິຕິບໍ່ຈຳເປັນຕ້ອງເງົາວາວທົ່ວໃບໜ້າ ຫຼັງລົງຮອງພື້ນແລ້ວ ໃຫ້ໃຊ້ແປງແຕະແປ້ງເລັກນ້ອຍ ແລ້ວກົດເບົາໆ ໃນບໍລິເວນທີ່ມັກມັນ ເຊັ່ນ ຂ້າງດັງ ກາງໜ້າຜາກ ແລະ ຄາງ ສ່ວນໂຫນກແກ້ມສາມາດຄົງຄວາມວາວໄວ້ໄດ້ ຫາກຢາກເພີ່ມໄຮໄລ ຄວນເລືອກເນື້ອລະອຽດທີ່ກົມກືນກັບຜິວ ແລ້ວປັດສະເພາະຈຸດຮັບແສງ.

ອ່ານຕື່ມ:  ສາວອາຫຼັບເຂົາບໍ່ອວດແບຣນເນມກັນ ແຕ່ເຂົາຟາດກັນດ້ວຍວິທີນີ້

4. ຂຽນຄິ້ວໃຫ້ໄດ້ຮູບ ບໍ່ຕ້ອງເນັ້ນໃຫ້ເຂັ້ມ

ເຕີມສະເພາະຈຸດທີ່ມີຊ່ອງຫວ່າງ ດ້ວຍສໍຂຽນຄິ້ວຫົວນ້ອຍ ຫຼື ຜົງຂຽນຄິ້ວ ເລືອກສີໃຫ້ໃກ້ຄຽງກັບຂົນຄິ້ວ ແລະ ລົງນ້ຳໜັກເບົາໆ ບໍລິເວນຫົວຄິ້ວ ສ່ວນຫາງຄິ້ວໃຫ້ເກັບຮູບຊົງພໍດີ ບໍ່ຕ້ອງຂຽນໃຫ້ຄົມ ຫຼື ຍາວເກີນໄປ ຈາກນັ້ນປັດອີກຄັ້ງໃຫ້ສີເຂົ້າກັນ ສ່ວນຜູ້ທີ່ມີຂົນຄິ້ວໜາຢູ່ແລ້ວ ສາມາດໃຊ້ພຽງເຈວໃສເພື່ອຈັດຊົງໃຫ້ລຽງຕົວສວຍງາມ.

5. ແຕ່ງຕາເບົາໆ ເນັ້ນຂົນຕາໃຫ້ກໍພໍ

ເລືອກອາຍແຊໂດວໂທນສີທີ່ເໝາະກັບຜິວ ແລ້ວທາບາງໆ ໃຫ້ຂອບສີຟຸ້ງກົມກືນກັນ ຈາກນັ້ນດັດຂົນຕາໃຫ້ງອນ ປັດມາສຄາຣາບາງໆ ເນັ້ນໃຫ້ຂົນຕາແຍກເປັນເສັ້ນ ຫາກຈັບຕົວເປັນກ້ອນ ໃຫ້ໃຊ້ແປງຫວີຊ່ວຍແຍກຂົນຕາ ສ່ວນຜູ້ທີ່ຢາກເພີ່ມຄວາມຄົມ ສາມາດໃຊ້ອາຍໄລເນີສີນ້ຳຕານຂຽນຊິດໂຄນຂົນຕາເທິງ ໂດຍບໍ່ຕ້ອງກີດເສັ້ນໜາ ຫຼື ຍາວຫຼາຍ.

6. ເລືອກສີແກ້ມ ແລະ ສີລິບໃຫ້ເຂົ້າກັນ

ສີແກ້ມ ກັບ ສີປາກຄວາມເປັນໂທນດຽວກັນ ເຊັ່ນ ແກ້ມສີພີຊຄູ່ກັບລິບສີນູດອົມສົ້ມ ຫຼື ແກ້ມສີບົວກຸຫຼາບຄູ່ກັບລິບສີບົວໝົ່ນ ເລີ່ມແຕະແປ້ງທາແກ້ມເທື່ອລະໜ້ອຍ ແລ້ວປັດທາໃຫ້ເນີຍນຽນ ຖ້າໃຊ້ເປັນແບບເນື້ອຄຣີມ ຄວນລົງກ່ອນທາແປ້ງ ເພື່ອໃຫ້ທາໄດ້ງ່າຍຂຶ້ນ ສ່ວນລິບຄວນເລືອກສີທີ່ໃກ້ຄຽງກັບສີປາກທຳມະຊາດ ແຕ່ສົດໃສຂຶ້ນອີກໜ້ອຍ ບໍ່ວ່າຈະເປັນລິບເນື້ອຊາຕິນ ຫຼື ລິບມັນມີສີ ກໍໄດ້ເຊັ່ນກັນ.

7. ເກັບລາຍລະອຽດ ເພື່ອຄວາມສວຍສົມບູນ

ມາເບິ່ງພາບລວມໃນແສງທຳມະຊາດ ແລ້ວເບິ່ງຈຸດທີ່ອາດຖືກມອງຂ້າມ ເຊັ່ນ ຮອງພື້ນທີ່ກອງຢູ່ຂ້າງດັງ ສີປັດແກ້ມທີ່ຍັງປັດບໍ່ນຽນ ຫຼື ສີຮອງພື້ນບໍລິເວນຄາງທີ່ບໍ່ກົມກືນກັບຄໍ ຄ່ອຍປັບໆ ໂດຍບໍ່ຕ້ອງເພີ່ມຫຼາຍ ເພາະການແຕ່ງໜ້າເບົາໆ ບໍ່ຈຳເປັນຕ້ອງເພີ່ມລາຍລະອຽດຫຼາຍ ພຽງເກັບຄາບເປື້ອນ ແລະ ຮອຍຕໍ່ໃຫ້ຮຽບຮ້ອຍ ກໍຊ່ວຍໃຫ້ລຸກໂດຍລວມເບິ່ງສວຍງາມ ແລະ ດູດີຂຶ້ນແລ້ວ.

ສຸດທ້າຍແລ້ວ ການແຕ່ງໜ້າເບົາໆ ໃຫ້ເບິ່ງສວຍຫຼູຢ່າງເປັນທຳມະຊາດ ບໍ່ໄດ້ຢູ່ທີ່ການໃຊ້ເມກອັບຫຼາຍຊິ້ນ ຫຼື ປົກປິດທຸກລາຍລະອຽດໃຫ້ໝົດ ແຕ່ແມ່ນການເລືອກເຕີມສິ່ງທີ່ຈຳເປັນ ແລະ ຮູ້ວ່າຄວນຢຸດຢູ່ຈຸດໃດ ເພາະບາງຄັ້ງຄວາມງາມທີ່ເບິ່ງລົງຕົວທີ່ສຸດ ກໍຄືການແຕ່ງໜ້າໃຫ້ເຫັນສະເໜ່ຂອງຜິວຈິງ ເຜີຍຄວາມສົດໃສໃນແບບຂອງຕົນເອງ ໂດຍບໍ່ຕ້ອງພະຍາຍາມຈົນເກີນພໍດີ.

ອ່ານຕື່ມ:  ປ່ຽນໜ້າວອກໃຫ້ເປັນໜ້າດີ ເປີດວິທີແຕ່ງໜ້າສູ້ແຟລັດແບບບໍ່ງໍ້ຟິວເຕີ້ໄອຈີ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.