ຈະໄດ້ໝາກໜຶ່ງອີກບໍ່? ມິນນີ່ ມິຣັນດາ ຫວນກັບປະກວດ MGI All Stars ອີກຄັ້ງ

ແບ່ງປັນ

ຈະໄດ້ໝາກໜຶ່ງອີກບໍ່? ມິນນີ່ ມິຣັນດາ ຫວນກັບປະກວດ MGI All Stars ອີກຄັ້ງ

ໂດຍ: Tonmai Phoutthasack Tonmai Phoutthasack
13 November 2026● 18
✦ AI Summarized

Key Takeaways:

  • ມິນນີ່ ມິຣັນດາ ແອງມະນີ ເຈົ້າຂອງຕຳແໜ່ງ Miss International Queen Laos 2022 ປະກາດກັບມາລົງຊິງມົງກຸດອີກຄັ້ງໃນເວທີ MGI All Stars ຄັ້ງທີ 2 ປະຈຳປີ 2026.
  • ມິນນີ່ເຄີຍສ້າງກະແສໂດ່ງດັງແລະເປັນຕຳນານຈາກການປະກວດ MGI All Stars ຄັ້ງທຳອິດ ທີ່ໄດ້ຮັບຄະແນນ 1 ຄະແນນໃນຮອບ Preliminary ຈົນໄດ້ຮັບຄວາມສົນໃຈຈາກແຟນນາງງາມທົ່ວໂລກ.
  • ການກັບມາໃນຄັ້ງນີ້ ມິນນີ່ໄດ້ຖອດບົດຮຽນຈາກປະສົບການທີ່ເຄີຍຖືກປະຕິເສດ ແລະ ອຸປະສັກຕ່າງໆ ມາເປັນພະລັງໃຈໃນການສູ້ຕໍ່.
  • ມິນນີ່ຕ້ອງການໃຊ້ໂອກາດນີ້ພິສູດສັກກະຍະພາບຂອງຕົນເອງ ແລະ ສານຕໍ່ຄວາມຝັນໃນການຄວ້າມົງກຸດມາຄອງໃຫ້ໄດ້.
  • ແຟນໆນາງງາມລາວຮ່ວມສົ່ງກຳລັງໃຈໃຫ້ມິນນີ່ ແລະ ຕິດຕາມລຸ້ນຜົນງານຂອງເຈົ້າຕົວໃນເວທີການປະກວດຄັ້ງນີ້.

ໄປປະກວດອີກຮອບແລ້ວຈະເປັນຫຍັງ? ເມື່ອ ມິນນີ່ ມິຣັນດາ ແອງມະນີ ເຈົ້າຂອງຕຳແໜ່ງ Miss International Queen Laos 2022 ຜູ້ເຄີຍສ້າງກະແສຈາກການປະກວດ MGI All Stars ຄັ້ງທຳອິດ ກຽມກັບຄືນສູ່ເວທີອີກຄັ້ງ! ຫຼ້າສຸດ ທາງກອງປະກວດ MGI ໄດ້ປະກາດຢ່າງເປັນທາງການແລ້ວວ່າ ມິນນີ່ຈະເຂົ້າຮ່ວມການປະກວດ MGI All Stars ຄັ້ງທີ 2 ປະຈຳປີ 2026.

ອ່ານຕື່ມ:  ຈີບແນວໃດໃຫ້ຕິດ? JAMEBOYZ ບອກຄວາມຮູ້ສຶກ ຄວາມຄາດຫວັງຜ່ານເພງ RIGHT ROUND

ຖືວ່າເປັນຕຳນານທີ່ບໍ່ມີວັນຫາຍ ກັບ ມິນນີ່ ມິຣັນດາ ແອງມະນີ ໃນການເດີນສາຍປະກວດກັບການເປັນຕົວແທນປະເທດລາວ ກັບຕຳນານໝາກໜຶ່ງເທິງເວທີ MGI All Stars ຄັ້ງທຳອິດໃນການໄດ້ຮັບພຽງ 1 ຄະແນນ ໃນຮອບ Preliminary ທັງສອງຮອບ ຈົນກາຍເປັນປະເດັນທີ່ຖືກກ່າວເຖິງຢ່າງກວ້າງຂວາງ ແລະກາຍເປັນກະແສດັງໃນໂລກອອນໄລນ ທີ່ເຮັດໃຫ້ແຟນນາງງາມທົ່ວໂລກເຂົ້າມາໃຫ້ກຳລັງໃຈມິນນີ່ຈາກເຫດການນີ້.

ສ່ວນການກັບມາໃນຄັ້ງນີ້ ມິນນີ່ໄດ້ບອກວ່າ “ຈາກປະສົບການທີ່ເຄີຍຖືກປະຕິເສດ ແລະ ຂາດໂອກາດໃນການໃຊ້ຊີວິດເຕີບໃຫຍ່ ເນື່ອງຈາກອັດລັກທາງເພດຂອງຕົນເອງ, ເຮັດໃຫ້ເຂົ້າໃຈດີເຖິງຄວາມສຳຄັນຂອງການເຊື່ອໝັ້ນໃນຕົນເອງ ຄວາມພະຍາຍາມ ແລະບໍ່ຍອມແພ້. ເຖິງຈະຜ່ານຜ່າອຸປະສັກມາຫຼາຍຢ່າງ ແຕ່ເຮົາກໍຍັງພະຍາຍາມສົ່ງຕໍ່ກຳລັງໃຈໃຫ້ຜູ້ອື່ນ ກ້າທີ່ຈະເປັນຕົວຂອງຕົນເອງ ກ້າທີ່ຈະໄລ່ຕາມຄວາມຝັນ ແລະ ຢ່າຢ້ານທີ່ຈະລອງກ້າວອອກໄປເຮັດສິ່ງໃໝ່ໆ”.

ດ້ວຍຄວາມຊາບຊຶ້ງໃນຄວາມຮັກ ແລະ ກຳລັງໃຈຈາກແຟນນາງງາມທົ່ວໂລກ ມິນນີ່ຈຶ່ງກັບມາເວທີ MGI All Stars ອີກຄັ້ງ ເພາະນີ້ຄືອີກໜຶ່ງໂອກາດທີ່ຈະໄດ້ພິສູດສັກກະຍະພາບຂອງຕົນເອງ ໃນເວທີອັນຍິ່ງໃຫຍ່ ແລະ ສານຕໍ່ຄວາມຝັນໃນການຄວ້າມົງກຸດມາຄອງໃຫ້ໄດ້ – ມິນນີ່ ມິຣັນດ້າ.

ແຟນໆນາງງາມລາວກໍມາຮ່ວມໃຫ້ກຳລັງໃຈໄປນຳກັນເນາະ ແລະ ຫວັງວ່າ ຖ້າກຳມະການຍັງເປັນພໍ່ໃຫຍ່ໂອມາ ລາວສິໃຫ້ໝາກໜຶ່ງຄືເກົ່າອີກບໍ່ ມາຕິດຕາມໄປນຳກັນ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.