Month: June 2026

48 ບົດຄວາມ

ພາສ່ອງ ນາໂນ ສີບຸນເລື່ອງ ຈາກເດັກນ້ອຍບ້ານນອກຂີ້ອາຍສູ່ຜູ້ເຂົ້າປະກວດ Mister Universe Laos 2026

ເມື່ອເວົ້າເຖິງຜູ້ເຂົ້າປະກວດໃນເວທີລະດັບປະເທດ ຫຼາຍຄົນອາດຈະຕິດພາບຊາຍໜຸ່ມທີ່ເຕັມໄປດ້ວຍຄວາມໝັ້ນໃຈມາແຕ່ເກີດ. ແຕ່ສຳລັບ ນາໂນ – ໂນະ ສີບຸນເລື່ອງ ຊາຍໜຸ່ມໄວ 22 ປີ ຕົວແທນຈາກແຂວງບໍລິຄຳໄຊຄົນນີ້ ເສັ້ນທາງຂອງລາວເລີ່ມຕົ້ນຈາກການເປັນພຽງເດັກນ້ອຍບ້ານນອກທີ່ຂີ້ອາຍ, ເຄີຍຫຼົງທາງ ແລະ ຖືກກົດດັນຈາກຄວາມຄາດຫວັງ. ມື້ນີ້ ມ່ວນຈະພາທຸກຄົນມາຮູ້ຈັກກັບຕົວຕົນ, ຄວາມຝັນ ແລະ ແຮງບັນດານໃຈ ທີ່ເຮັດໃຫ້ໜຸ່ມ Introvert ຜູ້ຮັກການອ່ານຄົນນີ້...

ລາວແມ່ນໃຜ? ພາສ່ອງ ເຈມມີ່ ໄຊສົມພອນ ເດັກໜຸ່ມ 19 ປີ ທີ່ຫອບຄວາມຝັນຈາກປາກເຊ ສູ່ເວທີ Mister Universe Laos

ຫຼາຍຄັ້ງທີ່ຈຸດເລີ່ມຕົ້ນຂອງ “ຄວາມຍິ່ງໃຫຍ່” ບໍ່ໄດ້ເລີ່ມຈາກຄວາມພ້ອມແບບຮ້ອຍເປີເຊັນ ແຕ່ມັນເກີດຈາກ “ຄວາມກ້າ” ທີ່ຈະຍ່າງອອກຈາກກອບເດີມໆ. ເຊັ່ນດຽວກັບເລື່ອງລາວຂອງເດັກໜຸ່ມໄວ 19 ປີ ທີ່ຫອບເອົາຄວາມຝັນເດີນທາງໄກຈາກນະຄອນປາກເຊ ແຂວງຈຳປາສັກ. ໄລຍະທາງອາດຈະເຮັດໃຫ້ລາວຮູ້ສຶກຫ່າງໄກຈາກບ້ານ ແຕ່ມັນຊ້ຳພັດຫຍັບເຂົ້າໃກ້ໂອກາດທີ່ລາວຈະບໍ່ມີວັນຍອມປ່ອຍໃຫ້ຜ່ານໄປ. ເມື່ອວິນາທີທີ່ຊື່ຂອງລາວຖືກປະກາດອອກມາ ມັນບໍ່ແມ່ນພຽງແຕ່ຄວາມດີໃຈ ແຕ່ມັນຄືເຄື່ອງຢືນຢັນວ່າ ລາວສາມາດເຮັດຕາມຄວາມຝັນໄດ້ສຳເລັດໄປອີກໜຶ່ງກ້າວແລ້ວ. ມື້ນີ້ ມ່ວນຈະພາໄປເຈາະເລິກ ແລະ ທຳຄວາມຮູ້ຈັກກັບໂລກຂອງ ເຈມມີ່-ໄຊສົມພອນ ເພັດແພງລາສີ...

ບໍ່ຄູ່ຄວນໃຫ້ຮັກ ເພາະຕ່າງກັນເກີນໄປ ຟັງ ຫ່າງຊັ້ນ ຈາກ Moriginal x Komad ft Badbomz, Myxkiidd & Lil-Khanom

ເພາະຄວາມຮັກຢ່າງດຽວມັນບໍ່ພໍ ຄົນທຳມະດາແບບເຮົາບໍ່ມີວັນຄູ່ຄວນກັບຊີວິດດີໆຂອງເຂົາ ຍ້ອນຄວາມຫ່າງຊັ້ນກັນເກີນໄປ ຈຶ່ງຍອມປ່ອຍໃຫ້ເຂົາໄປມີຊີວິດທີ່ດີກວ່າ.

LIT Pop Music Festival EP. 3 ປະກາດ Lineup ກຽມພົບ BUS, VVV, Mean, MVIIZ ແລະ ຄົນອື່ນໆ

LIT Pop Music Festival EP. 3 ປະກາດ Lineup ຢ່າງເປັນທາງການ ກຽມພົບກັບ BUS, VVV, Mean, MVIIZ ແລະ ຄົນອື່ນໆ 30 ສິງຫາ 2026 ນີ ພ້ອມໂປຣໂມຊັນພິເສດສຳລັບແຟນພັນແທ້.

ລືມຣັນເວທຳມະດາ Louis Vuitton ຍົກທະເລມາໄວ້ກາງປາຣີກັບ Spring-Summer 2027 Men’s Collection

ເຄີຍຈິນຕະນາການບໍ່ວ່າ ຖ້າເຮົາຍົກຫາດຊາຍ ແລະ ກຽວຄື້ນສີຄາມມາໄວ້ກາງນະຄອນຫຼວງປາຣີ ມັນຈະອອກມາເປັນແນວໃດ? ບອກເລີຍວ່າ Pharrell Williams ເຮັດໃຫ້ມັນເກີດຂຶ້ນແລ້ວ ດ້ວຍການເນລະມິດຣັນເວໂຊ Spring-Summer 2027 Men’s Collection ໃຫ້ກາຍເປັນຫາດຊາຍ ແລະ ຄື້ນຍັກສຸດອະລັງການ ມອບປະສົບການເໜືອຈິງຄືກັບພາຜູ້ຊົມຫຼຸດເຂົ້າໄປຢ่ູອີກໂລກໜຶ່ງເມື່ອວັນທີ 23 ມິຖຸນາ 2026 ທີ່ຜ່ານມາ. ມື້ນີ້...

ຢາກໃຫ້ຮູ້ຈັກລາວຫຼາຍກວ່າຫຸ່ນແໜ້ນໆ — ອາໂກຍ ວັນນະກອນ ຕົວແທນເມືອງປາກເຊ Mister Universe Laos 2026

“ຊີວິດຂອງເຮົາມັນສາມາດດີຂຶ້ນໄດ້ອີກເລື້ອຍໆ” ປະໂຫຍກສັ້ນໆ ແຕ່ເຕັມໄປດ້ວຍພະລັງນີ້ ສະທ້ອນໃຫ້ເຫັນເຖິງແນວຄິດທີ່ບໍ່ເຄີຍຢຸດພັດທະນາຂອງຊາຍໜຸ່ມຄົນໜຶ່ງ. ພາຍໃຕ້ພາບລັກທີ່ເບິ່ງທັນສະໄໝ ແລະ ຮອຍຍິ້ມທີ່ເຂົ້າຫາງ່າຍ ລາວໄດ້ເຊື່ອງຄວາມມຸ່ງໝັ້ນ, ລະບຽບວິໄນ ແລະ ຄວາມອົດທົນທີ່ປັ້ນແຕ່ງໃຫ້ລາວກາຍເປັນຄົນທີ່ມີ “ຄວາມແຕກຕ່າງທີ່ມີສະເໜ່” ຢ່າງລົງຕົວ. ແມ່ນຄົນທີ່ເວົ້າເຖິງກໍຄື ອາໂກຍ ຫຼື ວັນນະກອນ ສຸດທະວິໄລ ຊາຍໜຸ່ມໄວ 28 ປີ ຕົວແທນຈາກເມືອງປາກເຊ ແຂວງຈຳປາສັກ....

ບໍ່ໄດ້ເຮັດຫຍັງ? ແຕ່ບໍ່ຢາກຕອບແຊັດ ຢາກໃຫ້ເຂົ້າໃຈ ເປີດ 4 ເຫດຜົນສາຍດອງແຊັດ

ຕອບຊ້າບໍ່ໄດ້ແປວ່າບໍ່ຮັກ ເປີດເຫດຜົນທາງຈິດຕະວິທະຍາເປັນຫຍັງເຮົາມັກແອບດອງແຊັດແຟນ ເຮັດໃຫ້ຄວາມສຳພັນຂອງຄົນມີຄູ່ມັກຖືກເຂົ້າໃຈຜິດ.

mee.wav ເປີດສູດລັບປ່ຽນທິດສະດີການຮຽນດົນຕີໃຫ້ເປັນເລື່ອງເຂົ້າໃຈງ່າຍທີ່ໃຜໆກໍຮຽນໄດ້

ເປີດວິທີຄິດ mee.wav ກັບສູດລັບການປ່ຽນທິດສະດີດົນຕີຍາກໆໃຫ້ກາຍເປັນເລື່ອງງ່າຍ ພ້ອມແຊຣ໌ແຮງບັນດານໃຈໃຫ້ທຸກຄົນກ້າເຮັດຄອນເທັນ.

ຕອບແນວໃດໃຫ້ໄດ້ມົງ ລວມຄຳຖາມ-ຄຳຕອບ Miss Universe ຕັ້ງແຕ່ປີ 2008-2025

ຖ້າເວົ້າເຖິງເວທີ Miss Universe, ນອກຈາກຄວາມງາມທີ່ສະກົດສາຍຕາ ກັບສະເຕັບການຍ່າງສັບໆ ແບບໄຟລຸກແລ້ວ ອີກໜຶ່ງໄຮໄລ້ທີ່ແຟນນາງງາມທົ່ວໂລກລໍຄອຍກໍຄື “ຮອບຕອບຄຳຖາມ”. ເພາະຮອບນີ້ແຫຼະຄືໂຕວັດຄວາມໄຫວພິບຂອງຜູ້ເຂົ້າປະກວດ ໃຜຈັບໄມແລ້ວຂ້າໄດ້ຂ້າ, ໃຜຕອບແລ້ວຄົນເບິ່ງຂົນຄີງລຸກກໍກຽມຮັບມົງໄປເລີຍ. ມື້ນີ້ ມ່ວນເລີຍຂໍພາທຸກຄົນມາຍ້ອນຮອຍ ເບິ່ງຄຳຖາມ-ຄຳຕອບຂອງບັນດານາງງາມຈັກກະວານຕັ້ງແຕ່ປີ 2008 ຫາ 2025 ວ່າພວກນາງພາກັນຕອບແບບໃດແນ່? 2008 : Dayana Mendoza (ເວເນຊູເອລາ)...

AI ເຮັດໃຫ້ແລ້ວມັນໄວ… ແຕ່ເປັນຫຍັງເຮົາບໍ່ຄວນຖິ້ມ “ຄວາມມ່ວນລະຫວ່າງທາງ”? ສະຫຼຸບໃຈຄວາມ 5 Minute Talk ຈາກ CEO ມ່ວນ

ເມື່ອ AI ເສກຮູບໃຫ້ງາມ ແລະ ໄວ... ແລ້ວເປັນຫຍັງເດັກນ້ອຍ ປ.3 ຍັງຢາກແຕ້ມເອງ? ສະຫຼຸບ 5 Minute Talk ຈາກ ທ່ານ ຈອນນີ້ CEO ມ່ວນ ທີ່ຈະພາຜູ້ໃຫຍ່ໄວເຮັດວຽກກັບມາຊອກຫາຄວາມມ່ວນ ແລະ ຄວາມສຸກລະຫວ່າງທາງ ທີ່ເຕັກໂນໂລຊີຍາດໄປບໍ່ໄດ້.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.