ແອ່ນນີ້ ມີໄຊ ໄພສະຖຽນ ເມື່ອຄວາມກ້າທີ່ຈະແຕກຕ່າງຈຶ່ງພາສູ່ເວທີ FACE of LAOS

ແບ່ງປັນ

ແອ່ນນີ້ ມີໄຊ ໄພສະຖຽນ ເມື່ອຄວາມກ້າທີ່ຈະແຕກຕ່າງຈຶ່ງພາສູ່ເວທີ FACE of LAOS

ໂດຍ: Tonmai Phoutthasack Tonmai Phoutthasack
24 August 2026 8
AI Summarized

Key Takeaways:

  • ແອ່ນນີ້-ມີໄຊ ໄພສະຖຽນ (FOL07) is a confident and charismatic 19-year-old contestant who brings joy to those around her.
  • She is an economics student with a friendly, humorous personality, though she admits to getting bored easily and loves sleeping the most.
  • Her ambitious dreams include becoming a YouTuber with 10 million subscribers, walking the Met Gala red carpet, and traveling to Mars.
  • Participating in FACE of LAOS is her first modeling platform, where she aims to test her potential, discover herself, and gain experience in the entertainment industry.
  • Aen Nee believes her unique strength lies in being different, daring to be herself, and possessing fearless confidence.
ອ່ານຕື່ມ:  ບ່ອນໃດມີສຽງແຄນ ບ່ອນນັ້ນມີຄົນລາວ ຊວນຮູ້ຈັກແຄນໃຫ້ຫຼາຍຂຶ້ນ ໃນງານສຳມະນາກັບອາລູນ້າ

ຖ້າຈະເວົ້າເຖິງຜູ້ເຂົ້າແຂ່ງຂັນທີ່ພົກພາຄວາມໝັ້ນໃຈແບບບໍ່ມີຄວາມຢ້ານກົວ ພ້ອມກັບບຸກຄະລິກທີ່ເຮັດໃຫ້ຄົນອ້ອມຂ້າງຍິ້ມໄດ້ສະເໝີ ຊື່ຂອງ “ແອ່ນນີ້-ມີໄຊ ໄພສະຖຽນ” ຫຼື FOL07 ຕ້ອງເປັນໜຶ່ງໃນນັ້ນຢ່າງແນ່ນອນ. ສາວນ້ອຍໄວ 19 ປີຄົນນີ້ ບໍ່ໄດ້ມີພຽງແຕ່ຄວາມໜ້າຮັກສົດໃສ ແຕ່ເບື້ອງຫຼັງຮອຍຍິ້ມຂອງນາງ ຄືແນວຄິດ ແລະ ຄວາມຝັນທີ່ຍິ່ງໃຫຍ່ແບບທີ່ຫຼາຍຄົນຄາດບໍ່ເຖິງ.

ມື້ນີ້ ມ່ວນຈະພາທຸກຄົນໄປທຳຄວາມຮູ້ຈັກກັບຕົວຕົນທີ່ແທ້ຈິງຂອງແອ່ນນີ້ ໃຫ້ຫຼາຍຂຶ້ນກວ່າການເຫັນນາງຢູ່ເທິງເວທີ.

ຈາກນັກສຶກສາເສດຖະສາດ ສູ່ສາວຜູ້ຮັກການນອນເປັນຊີວິດຈິດໃຈ ປັດຈຸບັນ ແອ່ນນີ້ ກຳລັງສຶກສາຢູ່ພາກວິຊາ ເສດຖະສາດ ພັດທະນາ ແລະ ວາງແຜນ,ເປັນຄົນເຟຣນລີ້, ຕະຫຼົກເຮຮາ, ແຕ່ກໍເປັນຄົນເບື່ອງ່າຍໜ້ອຍໜຶ່ງ. ສ່ວນກິດຈະກຳຍາມວ່າງ ຫຼື ສິ່ງທີ່ມັກເຮັດທີ່ສຸດໃນຊີວິດ? ຄຳຕອບນັ້ນງ່າຍຫຼາຍ ນາງຕອບແບບກົງໄປກົງມາວ່າ “ມັກນອນທີ່ສຸດເລີຍ!” ເຊິ່ງເປັນຄຳຕອບທີ່ທັງເປັນຕາໜ້າຮັກ ແລະ ເຊື່ອວ່າໜ້າຈະຖືກໃຈໃຜຫຼາຍໆຄົນ.

ແຕ່ຖ້າບໍ່ໄດ້ຢູ່ເທິງເວທີການປະກວດໃນຕອນນີ້ ແອ່ນນີ້ບອກວ່າ ນາງກໍຄົງກຳລັງໃຊ້ຊີວິດ ແລະ ຍ່າງຕາມຄວາມຝັນຂອງຕົວເອງໃນເສັ້ນທາງອື່ນຢູ່ແນ່ນອນ.

ຄວາມຝັນທີ່ບໍ່ທຳມະດາ: ຢູທູບເບີ 10 ລ້ານຊັບ, ພົມແດງ Met Gala ແລະ ດາວອັງຄານ! ເມື່ອລົມກັນເລື່ອງຄວາມຝັນໃນອະນາຄົດ ແອ່ນນີ້ເຮັດໃຫ້ເຮົາຕ້ອງຮ້ອງ “ວ້າວ” ອອກມາ ເພາະຄວາມຝັນຂອງນາງບໍ່ໄດ້ຈຳກັດຢູ່ພຽງແຕ່ສິ່ງເດີມໆ.

ຖ້າມື້ໜຶ່ງມີຄົນຮູ້ຈັກແອ່ນນີ້ທົ່ວປະເທດ ຢາກໃຫ້ເຂົາເຈົ້າຈົດຈຳເຮົາໃນຖານະຂອງຄົນທີ່ສ້າງແຮງບັນດານໃຈ. ແອ່ນນີ້ຢາກເປັນ Backpacker ທີ່ເດີນທາງໄປທົ່ວໂລກ ຫຼື ຢາກເປັນຄົນລາວຄົນທຳອິດທີ່ມີຜູ້ຕິດຕາມໃນ YouTube ເຖິງ 10 ລ້ານຄົນ!

ແຕ່ນັ້ນຍັງບໍ່ແມ່ນຄວາມຝັນສູງສຸດ ເພາະເມື່ອຖາມເຖິງຈຸດສູງສຸດໃນຊີວິດທີ່ຢາກໄປໃຫ້ເຖິງ ນາງຕອບດ້ວຍຄວາມມຸ່ງໝັ້ນປົນຄວາມໜ້າຮັກວ່າ “ຄວາມຝັນສູງສຸດຄືການໄດ້ໄປເທິງດາວອັງຄານ! ແຕ່ຖ້າບໍ່ໄດ້ໄປດາວອັງຄານ ຫຼື ບໍ່ໄດ້ເປັນຢູທູບເບີ ກໍຢາກໄປຮ່ວມຍ່າງພົມແດງງານ Met Gala ທີ່ສະຫະລັດອາເມຣິກາຈັກຄັ້ງໜຶ່ງໃນຊີວິດ.” ນີ້ແຫຼະຄືສະເໜ່ຂອງແອ່ນນີ້ ກ້າທີ່ຈະຄິດ ກ້າທີ່ຈະຝັນ ແລະ ບໍ່ຍອມໃຫ້ກອບໃດໆມາກັກຂັງຈິນຕະນາການຂອງຕົນເອງ.

ອ່ານຕື່ມ:  ຮູ້ຈັກ ໂບ້ ພູມີພົນ ຕົວແທນແຂວງສາລະວັນ ຜູ້ກ້າທະລາຍກອບເດີມໆ ເພື່ອຄົ້ນຫາສັກກະຍະພາບໃນເວທີ Mister Universe Laos

FACE of LAOS ຖືເປັນເວທີທຳອິດໃນຊີວິດຂອງແອ່ນນີ້, ການຕັດສິນໃຈກ້າວເຂົ້າມາໃນລາຍການນີ້ ແມ່ນເພື່ອຢາກທົດສອບສັກກະຍະພາບໃນການເປັນນາງແບບຂອງຕົນເອງ ວ່າຈະສາມາດໄປໄດ້ໄກສ່ຳໃດ ແລະ ທີ່ສຳຄັນຄືການເຂົ້າມາເພື່ອ “ຄົ້ນຫາຕົວຕົນ”.

ວິນາທີທີ່ຮູ້ວ່າຕົວເອງຜ່ານເຂົ້າຮອບ 20 ຄົນສຸດທ້າຍ ມັນຄືຄວາມຮູ້ສຶກທີ່ດີໃຈຈົນບອກບໍ່ຖືກ ເພາະນາງເບິ່ງວ່າ ນີ້ຄືໂອກາດທອງ ແລະ ເປັນກ້າວທຳອິດ(Step) ທີ່ສຳຄັນໃນການຕໍ່ຍອດໄປສູ່ການເປັນ Influencer ທີ່ດີໃນອະນາຄົດ. ນອກຈາກນີ້ ເວທີນີ້ຍັງເປີດໂລກໃບໃໝ່ໃຫ້ນາງໄດ້ສຳຜັດກັບການເຮັດວຽກເບື້ອງຫຼັງໃນວົງການບັນເທີງ, ຊ່ວຍພັດທະນາບຸກຄະລິກກະພາບ ແລະ ສ້າງຄວາມໝັ້ນໃຈໃຫ້ເພີ່ມຂຶ້ນອີກດ້ວຍ.

ການປະກວດຄັ້ງນີ້ ເຮັດໃຫ້ແອ່ນນີ້ໄດ້ຮູ້ຈັກຮ່າງກາຍ ແລະ ຕົວເອງຫຼາຍຂຶ້ນ ບໍ່ໜ້າເຊື່ອເລີຍວ່າເຮົາຈະສາມາດໃສ່ເກີບສົ້ນສູງໄດ້ດົນເກີນ 1 ຊົ່ວໂມງ ແລະ ຍັງສາມາດເຕັ້ນເທິງເກີບສົ້ນສູງໄດ້ອີກ!

“ກ້າທີ່ຈະແຕກຕ່າງ ຄືອາວຸດລັບ” ເມື່ອຖາມເຖິງຈຸດເດັ່ນທີ່ເຮັດให้นາງແຕກຕ່າງຈາກຜູ້ເຂົ້າແຂ່ງຂັນຄົນອື່ນໆ ແອ່ນນີ້ຕອບດ້ວຍຄວາມໝັ້ນໃຈວ່າ ມັນຄື “ການເປັນຕົວຂອງຕົວເອງ ກ້າທີ່ຈະເປັນໂຕເຮົາ ແລະ ມີຄວາມໝັ້ນໃຈແບບບໍ່ຢ້ານກົວ”.

ກ່ອນຈະຈົບການສົນທະນາ ແອ່ນນີ້ ໄດ້ຝາກຂໍ້ຄວາມເຖິງແຟນໆທີ່ກຳລັງຕິດຕາມນາງຢູ່ດຽວນີ້ວ່າ: “ຝາກເປັນກຳລັງໃຈໃຫ້ FOL07 ແດ່ເດີ້ ແນ່ນອນວ່າຈະບໍ່ເຮັດໃຫ້ທຸກຄົນຜິດຫວັງແນ່ນອນ! ເຫດຜົນທີ່ຢາກໃຫ້ທຸກຄົນຈັບຕາມອງແອ່ນນີ້ໃນການແຂ່ງຂັນຄັ້ງນີ້ ກໍເພາະວ່າ ແອ່ນນີ້ກ້າທີ່ຈະແຕກຕ່າງ, ກ້າທີ່ຈະລົງມືເຮັດ ແລະ ເປັນຄົນໜຶ່ງທີ່ພະຍາຍາມມາໂດຍຕະຫຼອດ.”

ມາຮ່ວມລຸ້ນ ແລະ ເປັນກຳລັງໃຈໃຫ້ກັບ “ແອ່ນນີ້ ມີໄຊ” (FOL07) ສາວນ້ອຍຜູ້ມີຄວາມຝັນລະດັບຈັກກະວານຄົນນີ້ ໃຫ້ສາມາດຄວ້າໂອກາດ ແລະ ແຈ້ງເກີດໃນເວທີ FACE of LAOS ໄປນຳກັນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.