ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນາທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.
ໃນຕອນທຳອິດນີ້ມີປະເດັນທີ່ໜ້າສົນໃຈຢູ່ຫຼາຍຢ່າງ ແລະ ຮູ້ສຶກວ່າເປັນສິ່ງທີ່ຢູ່ໃນສັງຄົມທີ່ຄົນຍັງບໍ່ຮັບຮູ້ ແລະ ບໍ່ເປີດໃຈກ່ຽວກັບຄວາມຫຼາກຫຼາຍທາງເພດ, ບໍ່ຮູ້ວ່າສິ່ງທີ່ເປັນນີ້ແມ່ນແນວໃດກັນແທ້ຈຶ່ງກໍ່ໃຫ້ເກີດຄວາມສັບສົນໃຫ້ກັບຕົວເອງຢ່າງຕົວລະຄອນຫຼັກໃນຕອນນີ້ກໍຄື “ນວນ”. ເລື່ອງໄດ້ເລີ່ມຈາກ ໂນ້ ພະນັກງານຮ້ານກາແຟ ສຸກໃຈ ທີ່ໄດ້ມາຂໍຄຳປຶກສາໃນເລື່ອງຂອງໝູ່ລາວທີ່ມີບັນຫາໃຫ້ຊ່ວຍແນະນຳໂດຍຄົນທີ່ ໂນ້ ໄດ້ຂໍຄວາມຊ່ວຍເຫຼືອແມ່ນ ຈີ່ ເຊິ່ງເປັນຫົວໜ້າ ຫຼື ເຈົ້າຂອງຮ້ານກາແຟທີ່ຕົວເອງກຳລັງເຮັດວຽກຢູ່. ຈີ່ ກໍ່ໄດ້ເລົ່າກໍລະນີຕົວຢ່າງຂອງໝູ່ລາວໃຫ້ໂນ້ຟັງ, ເຊິ່ງໝູ່ຄົນນີ້ມີຊື່ວ່າ “ນວນ” ເດັກໜຸ່ມຕ່າງແຂວງທີ່ຈາກບ້ານເຂົ້າມາຮຽນວິທະຍາໄລຢູ່ໃນເມືອງຫຼວງ....
ມ່ວນຈະຊວນທຸກຄົນມາລໍຖ້າເບິ່ງຊີຣີສ໌ນ້ຳດີ, ທີ່ຈະມາກະຕຸ້ນທຸກຄວາມຮູ້ສຶກຂອງທຸກຄົນກັບ “ສຸກໃຈ It’s Okay the series” ທີ່ມີລົດຊາດຄົບທຸກລົດເລີຍ. ເບິ່ງຈາກຕົວຢ່າງກໍມີທັງຟິວກູ້ດ, ຄວາມເສົ້າກະມາເຕັມບອກເລີຍວ່າເຂັ້ນຂຸ້ນຢ່າງແນ່ນອນ. “ສຸກໃຈ It’s Okay the series” ເປັນຊີຣີສ໌ທີ່ຫາຍາກ ແລະ ຖືວ່າໃໝ່ຫຼາຍສຳລັບປະເທດລາວ ໂດຍຊີຣີສ໌ເລື່ອງນີ້ເປັນການຕີແຜ່ກ່ຽວກັບບັນຫາສຸຂະພາບຈິດ, ບັນຫາຕ່າງໆໃນສັງຄົມ ທີ່ສະທ້ອນໃຫ້ເຫັນເຖິງຄວາມຈິງໃນຊີວິດ. ໂດຍສະເພາະແມ່ນໄວໜຸ່ມທີ່ກຳລັງພົບ ຫຼື...
ມ່ວນຊວນເບິ່ງເພື່ອຈະພາມາຍ້ອນຮອຍເອນິເມຊັນໃນຕຳນານທີ່ຄົນເປັນສາຍເອນິເມະຈະຕ້ອງຮູ້ຈັກຢ່າງແນ່ນອນ ເຊິ່ງເລື່ອງນັ້ນກໍຄື “a silient voice”. ເປັນເລື່ອງລາວຂອງເດັກຊາຍຂີ້ດື້ຜູ້ໜຶ່ງນັ້ນກໍຄື Shoya Ishida ທີ່ມັກ Bully ໝູ່ຄົນໜຶ່ງໃນຫ້ອງຮຽນກໍຄືເດັກຍິງທີມີຊື່ວ່າ Shouko Nishimiya ຜູ້ພິການທາງຫູ ແລະ ບໍ່ສາມາດເວົ້າໄດ້. ເລີຍເຮັດໃຫ້ຖືກເດັກຊາຍຄົນນັ້ນ Bully ຈົນຕ້ອງຍ້າຍໂຮງຮຽນ ແລະ ເຫດການໃນຄັ້ງນີ້ມັນໄດ້ສົ່ງຜົນໃຫ້ Shoya Ishida...
ເຂົ້າກໍຢາກກິນ ສະໝອງກໍຢາກພັກ ແລ້ວພວກເຮົາຈະເຮັດແນວໃດໃຫ້ກິນເຂົ້າແຊບກວ່າເົ່າລະ? ມື້ນີ້ມ່ວນເລີຍນຳກາຕູນ 8 ເລື່ອງໜ້າເບິ່ງມາແຊຣ໌ໃຫ້ທຸກຄົນ, ທີ່ເບິ່ງແລ້ວຈະເຮັດໃຫ້ຮູ້ສຶກອາລົມດີເບົາສະໝອງ, ໜ້າຮັກ ແລະ ຕະຫຼົກ. ທັງ 8 ເລື່ອງທີ່ມ່ວນນຳມາຖືວ່າເປັນກາຕູນທີ່ເບິ່ງໄດ້ທຸກເພດທຸກໄວເໝາະທີ່ຈະເບິ່ງຕອນກິນເຂົ້າເພື່ອຜ່ອນຄາຍ ບັນທຶກເກັບໄວ້ເລີຍເພາະເບິ່ງຕອນກິນເຂົ້າກັບກາຕູນທີ່ມັກແຮງເຮັດໃຫ້ອາຫານມັນແຊບພິເສດຂຶ້ນໄປອີກ. 1. We Bare Bears ເປັນເລື່ອງກ່ຽວກັບໝີສາມໂຕທີ່ມີບຸກຄະລິກແຕກຕ່າງກັນທີ່ພະຍາຍາມຈະໃຊ້ຊີວິດຮ່ວມກັບມະນຸດ, ເປັນເລື່ອງທີ່ທັງໜ້າຮັກຕະຫຼົກ ແລະ ດີຕໍ່ໃຈ. 2....
ມ່ວນຄິດວ່າຫຼາຍໆຄົນຄົງຢາກທີ່ຈະຮູ້ຈັກກັບສາວນ້ອຍສຽງຫວານຄົນນີ້ແນ່ນອນເລີຍ ເພາະເພງຂອງລາວຖືວ່າ Hit ຕິດກະແສສຸດໆ ແລະ ອົດທີ່ຈະແພງກັບຄວາມໜ້າຮັດສົດໃສນີ້ບໍ່ໄດ້, ທັງແນວເພງທີ່ສົດໃໝ່ບໍ່ຄືໃຜຕາມມາດ້ວຍເອກະລັກຂອງສາວນ້ອຍຄົນນີ້ Imel (ໄອເມລ) ຫຼື ດອນມະນີ ເທບມຸງຄຸນ ປັດຈຸປັດອາຍຸ 20 ປີ, ກຳລັງສຶກສາຢູ່ສະຖາບັນສຸດສະກະ. ຕົວຕົນຂອງໄອເມລເປັນຄົນແປກຄົນໜຶ່ງ, ມັກເຮັດມັກເວົ້າຫຍັງແປກໆ ແລະ ເປັນຄົນອາລົມປ່ຽນງ່າຍແຮງ, ຢູ່ນິ່ງບໍ່ຄ່ອຍເປັນ, ມັກຊອກຫຍັງເຮັດຕະຫຼອດເວລາ ແລະ...
ມື້ນີ້ມ່ວນຈະພາມາຮູ້ຈັກກັນໃຫ້ຫຼາຍຂຶ້ນກັບນັກສະແດງສາວ “ທິດາວັນ ອຸດົມວິໄລ ຫຼື ຈີນ່າ” ປັດຈຸບັນ ອາຍຸ 23 ປີ, ຮັບບົດເປັນ ເນດ ໃນເລື່ອງ ສຸກໃຈ It’s Okay the series. ຈີນ່າ ຖືວ່າເປັນອີກຄົນໜຶ່ງທີ່ມີຄວາມສາມາດຫຼາກຫຼາຍເພາະລາວເປັນທັງນັກສະແດງ, ນັກຮ້ອງປະຈຳຮ້ານ Berlin, ພາສາລາວ,ໂກດັງ ແລະ...
ສີລິນາ ພະອາໄພ ຫຼື ຫມິວ, ອາຍຸ 28 ປີ ພື້ນຖານເປັນຄົນປາກເຊ. ຫມິວເປັນນັກກີລາແລ່ນ-ລານ ໄລຍະສັ້ນ 100-200 ແມັດ, ຈຸດເລິ່ມຕົ້ນຂອງການເປັນນັກກີລາແລ່ນ-ລານ ຂອງຫມິວແມ່ນເລິ່ມແຕ່ປີ 2010. ປະມານອາຍຸໄດ້ 12 ປີ ພໍ່ຂອງຫມິວໄດ້ພາໄປແລ່ນຂ້າມຂົວນ້ຳຂອງປາກເຊເກືອບທຸກມື້,ແລ່ນບໍ່ໄດ້ກໍຍ່າງ ແລະ ຄ່ອຍໆແລ່ນຈົນສາມາດແລ່ນ ໄປ-ກັບ ຂົວນັ້ນໄດ້....
ແພຣວາ ມິຊາໂຕະ ພິລາພັນເດຊ ຫຼື ແພຣ ອາຍຸ 19 ປີ ແພຣວາເປັນນັກກີລາຢິມນາສຕິກຄົນທຳອິດຂອງທີມຊາດລາວ. ປັດຈຸບັນໄດ້ເຝິກຊ້ອມ ແລະ ຮຽນຢູ່ມະຫາວິທະຍາໄລແຫ່ງໜຶ່ງ ທີ່ ປະເທດຍີ່ປຸ່ນ. ຮູ້ສຶກແນວໃດກັບການໄດ້ເປັນຕົວແທນປະເພດກີລາຢິມນາສຕິກຄົນທຳອິດຂອງລາວ ທີ່ ໄດ້ໄປແຂ່ງໂອລິມປິກ 2024 ແພຣວາ: ຮູ້ສຶກພູມໃຈ ແລະ ກໍຕື່ນເຕັ້ນຫຼາຍ, ໃນຕອນທຳອິດທີ່ຮູ້ວ່າໄດ້ໄປແຂ່ງແມ່ນຮູ້ສຶກກົດດັນ,...
ມ່ວນພາມາຮູ້ຈັກ ວີນັສ ຫຼວງລາດ (V’Venus Luanglath) ອາຍຸ 19 ປີ, ຮຽນຈົບຈາກ ໂຮງຮຽນ ກຽດຕິສັກ ນານາຊາດ (KIS). ປັດຈຸບັນເປັນໜຶ່ງໃນສະມາຊິກ GIRL$GURL ເເລະ ພິທີກອນລາຍການ GIRL$GURL CHITCHAT. ເຄີຍ Test MBTI ບໍ?...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.