ຖ້າຕ້ອງສູນເສຍຕົວຕົນຈາກຄວາມຮັກ ຈະຢູ່ຕໍ່ ຫຼື ຍ່າງອອກມາ? ຊອກຄຳຕອບໃນຮູບເງົາ “ແດ່ຄວາມຮັກ PHILO”

ແບ່ງປັນ

ຖ້າຕ້ອງສູນເສຍຕົວຕົນຈາກຄວາມຮັກ ຈະຢູ່ຕໍ່ ຫຼື ຍ່າງອອກມາ? ຊອກຄຳຕອບໃນຮູບເງົາ “ແດ່ຄວາມຮັກ PHILO”

21 October 2026● 10

ເມື່ອ “ຄວາມຮັກ” ກາຍເປັນ ກົງຂັງ… ເຈົ້າຈະເລືອກຢູ່ຕໍ່ ຫຼື ຍ່າງອອກມາ?

ແດ່ຄວາມຮັກ PHILO ຮູບເງົາລາວທີ່ຈະພາເຮົາໄປສຳຜັດອີກດ້ານໜຶ່ງຂອງຄວາມຮັກ ທີ່ອາດຈະບໍ່ໄດ້ສວຍງາມສະເໝີໄປ.

ຫຼັງຈາກໄດ້ເບິ່ງຕົວຢ່າງສະບັບເຕັມທີ່ຫາກໍປ່ອຍອອກມາມື້ວານນີ້, ມ່ວນຊວນເບິ່ງ ບອກເລີຍວ່າ ຄວາມຮູ້ສຶກທຳອິດທີ່ໄດ້ຮັບຄື ຄວາມອຶດອັດ ແລະ ບີບຄັ້ນອາລົມສຸດໆ ຈົນເຮັດໃຫ້ຢາກຮູ້ວ່າ ແທ້ຈິງແລ້ວ, ເລື່ອງລາວຂອງຮູບເງົາເລື່ອງນີ້ກຳລັງຈະພາເຮົາໄປພົບກັບຫຍັງ.

ເພາະຖ້າຢ້ອນກັບໄປເບິ່ງ ຕົວຢ່າງສັ້ນທີ່ປ່ອຍອອກມາກ່ອນໜ້ານີ້, ພາບຈຳທຳອິດຂອງເຮົາແມ່ນ ນີ້ອາດເປັນຮູບເງົາຮັກທີ່ມີກິ່ນອາຍຄວາມໂຣແມນຕິກ, ອົບອຸ່ນ ແລະ ຊວນໃຫ້ອິນໄປກັບຄວາມສຳພັນຂອງຕົວລະຄອນ.

ແຕ່ພໍມາເຖິງຕົວຢ່າງເຕັມ, ທຸກຢ່າງຊໍ້າພັດປ່ຽນໄປ. ຈາກຄວາມຮັກທີ່ເບິ່ງຄືຈະອົບອຸ່ນ ມັນຄ່ອຍໆເຜີຍໃຫ້ເຫັນອີກດ້ານທີ່ໜັກໜ່ວງກວ່າທີ່ຄິດ ນັ້ນກໍຄື ເລື່ອງລາວທີ່ສະທ້ອນຊີວິດຄູ່, ຄວາມເຈັບປວດ ແລະ ສະພາບຄວາມສຳພັນໃນຄອບຄົວທີ່ໂຫດຮ້າຍ ທີ່ ພາຍ (ຮັບບົດໂດຍ ປຸ້ຍ – ເກດມະນີ ວົງປະເສີດ) ທີ່ເປັນພຽງຜູ້ຍິງຄົນໜຶ່ງຕ້ອງປະເຊີນ.

ປຸ້ຍ – ເກດມະນີ ວົງປະເສີດ

ໃນຂະນະດຽວກັນ, ອາທິດ (ຮັບບົດໂດຍ ນູ່ – ພອນສະຫວັນ ເກດຕະວົງ) ເຊິ່ງເປັນສາມີຂອງພາຍ ກໍໃຊ້ວິທີຄິດຂອງລາວໃນການປະຄັບປະຄອງຄອບຄົວໃຫ້ໄປຕໍ່ໄດ້ ເຊິ່ງໃນມຸມຂອງ ພາຍ ພັດເຫັນວ່າ ນັ້ນເປັນສິ່ງທີ່ກັກຂັງລາວໃຫ້ຂາດອິດສະລະໃນການເປັນຕົວເອງ.

ນູ່ – ພອນສະຫວັນ ເກດຕະວົງ

ສິ່ງນີ້ເອງທີ່ເຮັດໃຫ້ລາວຕ້ອງໄດ້ເອົາໂຕເອງອອກຈາກສະພາບດັ່ງກ່າວ ເພື່ອໄປຢຽວຢາຈິດໃຈ ແລະ ດຶງເອົາຄວາມເປັນຕົວເອງກັບມາ ເຊິ່ງລາວໄດ້ໄປພົບກັບ ໂລ (ຮັບບົດໂດຍ ອາທິດ ສີລາວົງ) ທີ່ເປັນເຈົ້າຂອງໂຮມສະເຕຢູ່ດອນແດງ ເຊິ່ງມັນເຮັດໃຫ້ລາວໄດ້ກັບມາຄິດຄືນວ່າ ຄວາມຮັກທີ່ແທ້ຈິງແລ້ວຄວນເປັນແບບໃດ.

ປຸ້ຍ – ເກດມະນີ ວົງປະເສີດ ແລະ ອາທິດ ສີລາວົງ

ປະເດັນທີ່ໜ້າສົນໃຈໃນເລື່ອງ “ແດ່ຄວາມຮັກ PHILO” ຄື ຜູ້ກຳກັບ ດິ້ງ – ອາທິດໄຊ ບວນດາວເຮືອງ ເລືອກພາເຮົາໄປສຳຜັດກັບຄວາມຮັກໃນມຸມທີ່ເບິ່ງຄືຈະເຈາະເລິກໄປກວ່າຄວາມສຳພັນຂອງຄົນສອງຄົນ ແລະ ຊວນໃຫ້ຄົນເບິ່ງໄດ້ຮຽນຮູ້, ທົບທວນ ແລະ ຖອດຖອນວິທີຄິດຈາກຊີວິດຄວາມສຳພັນຂອງຕົວລະຄອນໄປພ້ອມກັນ.

ອ່ານຕື່ມ:  ປາກເຊ (ຈະ) ປ່ຽນຊື່? ຢ້ອນຮອຍ "ສະບາຍດີ 2" ໜັງຮັກໃນຕຳນານທີ່ເຮັດໃຫ້ເຮົາຫຼົງຮັກເມືອງນີ້

ເພາະບາງຄັ້ງ, ສິ່ງທີ່ເຮົາເອີ້ນວ່າ ຄວາມຮັກ ອາດກາຍເປັນສິ່ງດຽວກັນທີ່ກັກຂັງເຮົາໄວ້ ໂດຍບໍ່ຮູ້ຕົວ. ສຸດທ້າຍແລ້ວ, ທຸກຄົນຄິດວ່າຕົວລະຄອນ ພາຍ ຈະເລືອກທາງໃດ ຫຼື ລາວຈະເລືອກກັບມາຮັກຕົວເອງ?

ພາບ: MIND MEDIA Company

ມ່ວນຊວນເບິ່ງ ຢາກຊວນທຸກຄົນໄປຄົ້ນຫາຄຳຕອບ ແລະ ສຳຜັດທຸກຄວາມຮູ້ສຶກພ້ອມກັນໃນ ແດ່ຄວາມຮັກ PHILO ເຊິ່ງຕອນນີ້ໄດ້ປ່ອຍຕົວຢ່າງອອກມາໃຫ້ເບິ່ງແລ້ວ.

ຢ່າລືມເດີ, ເຮົາມີນັດມາເບິ່ງພ້ອມກັນ ໃນວັນທີ 5 ພະຈິກ 2026 ທີ່ ໂຮງຮູບເງົາ ທົ່ວປະເທດລາວ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.