ຖ້າໂລກບໍ່ໃຈດີກັບເຮົາ ກໍຢ່າລືມຮັກໂຕເອງແດ່ ຟັງ dokmaifar (day:0) – Herrizond.

ແບ່ງປັນ

ຖ້າໂລກບໍ່ໃຈດີກັບເຮົາ ກໍຢ່າລືມຮັກໂຕເອງແດ່ ຟັງ dokmaifar (day:0) – Herrizond.

22 October 2026● 15
✦ AI Summarized

Key Takeaways:

  • ແນະນຳບົດເພງ dokmaifar (day:0) ຈາກວົງ Herrizond ທີ່ຊວນສຳຫຼວດຄວາມຮູ້ສຶກພາຍໃນຜ່ານຄວາມສັບສົນແລະຄວາມຢ້ານຕໍ່ການສູນເສຍ.
  • ດອກໄມ້ໃນເພງຖືກໃຊ້ເປັນສັນຍະລັກແທນຄວາມຝັນ, ຄວາມຫວັງ ຫຼື ສິ່ງที่ຢາກປົກປ້ອງແຕ່ອາດແຕກສະຫຼາຍໄດ້.
  • ເນື້ອຫາสะທ້ອນການຊອກຫາຄວາມໝາຍຊີວິດທີ່ເຕັມໄປດ້ວຍບາດແຜ, ນ້ຳຕາ ແລະ ຄຳຖາມທີ່ບໍ່ມີຄຳຕອບ.
  • ເພງຊວນໃຫ້ຮັບຟັງສຽງຕົນເອງແລະຍອມຮັບຄວາມອ່ອນແອໂດຍບໍ່ຈຳເປັນຕ້ອງຝືນເຂັ້ມແຂງຕະຫຼອດເວລາ.
  • ສົ່ງຕໍ່ຄວາມຫວັງໃຫ້ໂອກາດຕົນເອງໄດ້ເລີ່ມຕົ້ນໃໝ່ ເພາະສິ່ງທີ່ຄວນຮັກສາຄືຫົວໃຈຂອງຄົນທີ່ຖືມັນ.

ຖ້າມື້ໜຶ່ງດອກໄມ້ທີ່ເຮົາພະຍາຍາມຮັກສາມາຕະຫຼອດເກີດແຕກສະຫຼາຍ… ແລ້ວໃຜຈະເປັນຄົນໂອບກອດຫົວໃຈຂອງເຮົາໄວ້.

ມື້ນີ້ຢາກຈະຊວນທຸກຄົນມາຟັງ dokmaifar (day:0) ຈາກວົງ Herrizond. ບົດເພງທີ່ຊວນໃຫ້ຜູ້ຟັງກັບມາສຳຫຼວດຄວາມຮູ້ສຶກພາຍໃນແບບເລິກເຊິ່ງ ຜ່ານຄວາມສັບສົນ, ລັງເລ, ຄວາມຢ້ານຕໍ່ການສູນເສຍ ແລະ ອະນາຄົດທີ່ບໍ່ອາດຄາດເດົາ.

ໜຶ່ງໃນຄວາມໝາຍທີ່ໜ້າສົນໃຈທີ່ເຮົາມັກໃນເພງນີ້ຄື ການນຳເອົາຄວາໝາຍຂອງ ດອກໄມ້ ເປັນສັນຍະລັກແທນຄວາມຝັນ, ຄວາມຫວັງ ຫຼື ສິ່ງທີ່ເຮົາຢາກປົກປ້ອງ ແຕ່ກໍອາດແຕກສະຫຼາຍໄດ້ເມື່ອຕ້ອງພົບກັບຄວາມຈິງທີ່ບໍ່ເປັນດັ່ງຫວັງ.

ເນື້ອຫາເພງຍັງສະທ້ອນເຖິງການຊອກຫາຄວາມໝາຍຂອງຊີວິດ ແລະ ການເຕີບໃຫຍ່ທີ່ບໍ່ໄດ້ມາພ້ອມຄວາມສຳເລັດສະເໝີໄປ ແຕ່ອາດເຕັມໄປດ້ວຍບາດແຜ, ນ້ຳຕາ ແລະ ຄຳຖາມທີ່ຍັງບໍ່ມີຄຳຕອບ.

ທ່າມກາງສິ່ງເຫຼົ່ານັ້ນ, ເພງກັບຊວນໃຫ້ເຮົາຫັນມາຮັບຟັງສຽງຂອງຕົນເອງວ່າ ເຮົາກຳລັງຕ້ອງການຫຍັງ? ພ້ອມຮຽນຮູ້ທີ່ຈະຍອມຮັບວ່າ ບາງມື້ເຮົາກໍອ່ອນແອ, ຢາກຮ້ອງໄຫ້ ແລະ ບໍ່ຈຳເປັນຕ້ອງຝືນເຂັ້ມແຂງຢູ່ຕະຫຼອດເວລາກໍໄດ້.

ໃນວັນທີ່ໂລກບໍ່ໄດ້ໃຈດີກັບເຮົາ ບາງທີສິ່ງທີ່ຕ້ອງການກໍບໍ່ແມ່ນຄຳຕອບຂອງທຸກບັນຫາ ແຕ່ເປັນພຽງການໄດ້ກັບມາເຂົ້າໃຈ, ໂອບກອດ ແລະ ບອກຕົນເອງວ່າ ເຖິງມື້ນີ້ຈະຍັງບໍ່ເປັນດັ່ງຫວັງ ກໍບໍ່ເປັນຫຍັງ.

ອ່ານຕື່ມ:  ຖ້າຄວາມຄິດຮອດ ເປັນເລື່ອງຜິດກົດໝາຍອ້າຍຄົງຕາຍແນ່ນອນ ຊວນຟັງເພງ "ເມົາຄວາມເຈັບປວດ" ຈາກ SenJx & XXXVVIIV

ສຸດທ້າຍ, ຄວາມໝາຍໃນເພງ dokmaifar (day:0) ອາດບໍ່ໄດ້ບອກວ່າທຸກຢ່າງຈະດີຂຶ້ນສະເໝີ ແຕ່ກຳລັງສົ່ງຕໍ່ຄວາມຫວັງວ່າ ເຖິງຈະຍັງຢ້ານ ຫຼື ບໍ່ໝັ້ນໃຈໃນອະນາຄົດ ເຮົາກໍຍັງສາມາດໃຫ້ໂອກາດຕົນເອງໄດ້ເລີ່ມຕົ້ນໃໝ່ອີກຄັ້ງ.

ເພາະສິ່ງທີ່ຄວນຮັກສາໄວ້ ອາດບໍ່ແມ່ນດອກໄມ້ໃນມື ແຕ່ແມ່ນຫົວໃຈຂອງຄົນທີ່ກຳລັງຖືມັນນັ້ນແຫຼະ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.