ຢາກໄດ້ທຶນຕ້ອງສ້າງໂອກາດເອງ ລັດດາວັນ ແກ້ວດາລາ ເຜີຍເຄັດລັບການເປັນ Young Explorer National Geographic Society

ແບ່ງປັນ

ຢາກໄດ້ທຶນຕ້ອງສ້າງໂອກາດເອງ ລັດດາວັນ ແກ້ວດາລາ ເຜີຍເຄັດລັບການເປັນ Young Explorer National Geographic Society

26 October 2026● 7
✦ AI Summarized

Key Takeaways:

  • ມະລິນາ ລັດດາວັນ ແກ້ວດາລາ ໄດ້ສຶກສາຕໍ່ດ້ານການອະນຸລັກ ແລະ ການຈັດການລະບົບນິເວດທີ່ປະເທດອົດສະຕຣາລີ ກ່ອນກັບມາໍ່ຕັ້ງ NaturePreneur ເພື່ອສົ່ງເສີມໃຫ້ໄວໜຸ່ມລາວ ແລະ ຊຸມຊົນເຂົ້າໃຈຄຸນຄ່າຂອງທຳມະຊາດ.
  • ລາວໄດ້ຮັບເລືອກເຂົ້າຮ່ວມ National Geographic Society’s 2026 Young Explorers Program ເຊິ່ງເປັນໂຄງການສະໜັບສະໜຸນໄວໜຸ່ມທີ່ມີຜົນງານ ແລະ ແນວຄິດໃນການແກ້ໄຂບັນຫາສັງຄົມລະດັບສາກົນ.
  • ມະລິນາ ໃຫ້ຄວາມສໍາຄັນກັບການສ້າງຄວາມສົມດຸນລະຫວ່າງການພັດທະນາຊີວິດความเป็นຢູ່ຂອງຊຸມຊົນ ແລະ ການອະນຸລັກຊັບພະຍາກອນທຳມະຊາດໄປພ້ອມໆກັນ.
  • ລາວໄດ້ສ້າງແນວຄິດການເຮັດບອດເກມ (Board Game) ເພື່ອຊ່ວຍໃຫ້ເດັກນ້ອຍ ແລະ ໄວໜຸ່ມໃນເຂດຫ່າງໄກທີ່ຂາດອິນເຕີເນັດ ສາມາດເຂົ້າເຖິງຄວາມຮູ້ເລື່ອງທຳມະຊາດ ແລະ ສັດປ່າໄດ້.
  • ການເລີ່ມຕົ້ນສ້າງການປ່ຽນແປງຄວນເລີ່ມຈາກການຕັ້ງຄຳຖາມໃກ້ຕົວ, ການຄົ້ນຄວ້າ ແລະ ການລົງມືເຮັດຢ່າງຕໍ່ເນື່ອງເພື່ອພ້ອມຮັບໂອກາດໃນການອະນຸລັກທຳມະຊາດ.

ກ່ອນທີ່ຈະຮູ້ວ່າຢາກເຮັດຫຍັງ ມັນເລີ່ມຕົ້ນຢູ່ທີ່ການຕັ້ງຄຳຖາມກັບໂຕເອງກ່ອນສະເໝີ…

ບາງຄົນການໄປຮຽນຕໍ່ຕ່າງປະເທດອາດເປັນກ້າວສຳຄັນໃນການສ້າງອະນາຄົດ. ແຕ່ບາງຄົນ ຄຸນຄ່າຂອງການຮຽນຮູ້ກໍບໍ່ໄດ້ຢຸດລົງພຽງແຕ່ຮຽນຈົບແລ້ວເທົ່ານັ້ນ ເພາະມັນຂຶ້ນນຳວ່າສິ່ງທີ່ເຮົາໄດ້ຮຽນຮູ້ສາມາດສ້າງຄວາມປ່ຽນແປງໃຫ້ສັງຄົມໄດ້ແນວໃດ.

ແຕ່ສຳລັບ ມະລິນາ – ລັດດາວັນ ແກ້ວດາລາ ການໄປສຶກສາຕໍ່ທີ່ປະເທດອົດສະຕຣາລີ ໃນສາຂາ ການອະນຸລັກ ແລະ ການຈັດການລະບົບນິເວດ ແມ່ນຖືເປັນການໄດ້ຮຽນຮູ້ ແລະ ໄດ້ວາງພື້ນຖານໃຫ້ຕົນເອງ ເພື່ອການກຳນົດເປົ້າໝາຍ ເພື່ອນຳຄວາມຮູ້ມາຕໍ່ຍອດໃນວຽກການອະນຸລັກທຳມະຊາດຢູ່ໃນລາວ.

ຫຼັງຈາກທີ່ຈົບກັບມາ, ມະລິນາ ໄດ້ກໍ່ຕັ້ງ ແລະ ນຳພາ NaturePreneur ເພື່ອຊ່ວຍສົ່ງເສີມໃຫ້ໄວໜຸ່ມລາວ ແລະ ຊຸມຊົນເຂົ້າໃຈຄຸນຄ່າຂອງສັດປ່າ ແລະ ປ່າໄມ້ ພ້ອມທັງຄວາມສຳຄັນຂອງການນຳໃຊ້ຊັບພະຍາກອນທຳມະຊາດ. ນອກຈາກນີ້, ລາວຍັງເປັນສະມາຊິກຄະນະທີ່ປຶກສາໄວໜຸ່ມ (YAB) ຂອງແຜນງານສະຫະປະຊາຊາດໃນລາວ ເຊິ່ງເປັນອີກຊ່ອງທາງໃຫ້ໄວໜຸ່ມໄດ້ມີສ່ວນຮ່ວມໃນວຽກງານພັດທະນາ.

“ຄຳຂຽວ” ຈຸດເລີ່ມຕົ້ນຂອງຄວາມຝັນ

ກ່ອນຈະກ້າວມາເຮັດວຽກດ້ານການອະນຸລັກທຳມະຊາດ, ພື້ນເພບ້ານເກີດຂອງ ມະລິນາ ແມ່ນມາຈາກສາລະວັນ ເຊິ່ງລາວໄດ້ຍ້າຍມາເລີ່ມຕົ້ນຊີວິດໃໝ່ກັບຄອບຄົວຢູ່ ນະຄອນຫຼວງວຽງຈັນ ຕັ້ງແຕ່ນ້ອຍ. ໃນຕອນເດີນທາງມາ, ລາວໄດ້ແນມເຫັນພູເຂົາ ແລະ ປ່າໃໝ່ທີ່ອຸດົມສົມບູນ ຈຶ່ງເກີດຮູ້ສຶກຮັກ ແລະ ຢາກເປັນສ່ວນໜຶ່ງເພື່ອຮັກສາມັນໄວ້.

ນັ້ນຄືຈຸດເລີ່ມຕົ້ນທີ່ໄດ້ຫຼໍ່ຫຼອມຄວາມຄິດຂອງລາວ. ນອກຈາກນີ້, ລາວຍັງຍຶດຖືຄຳກ່າວທີ່ວ່າ “ປ່າໄມ້ຂອງປະເທດເຮົາ ແມ່ນເປັນດັ່ງຄຳຂຽວ” ເຊິ່ງອ້າງອີງມາຈາກນະໂຍບາຍຂອງອະດີດປະທານປະເທດ ໄກສອນ ພົມວິຫານ ທີ່ໄດ້ສະທ້ອນເຖິງແນວຄິດກ່ຽວກັບການຮັກສາປ່າໄມ້ທີ່ບໍ່ແມ່ນພຽງມີແຕ່ພູມີທັດທີ່ສວຍງາມ ແຕ່ຍັງເປັນຊັບພະຍາກອນທີ່ມີຄຸນຄ່າຕໍ່ການດຳລົງຢູ່ຂອງຊຸມຊົນ.

“ຂ້ອຍມີຄວາມຝັນຢາກຊ່ວຍປະເທດຊາດໃນການຫຼຸດຜ່ອນຄວາມທຸກຍາກ ຜ່ານການສຶກສາ ແລະ ການເປັນຜູ້ປະກອບການ ໄປພ້ອມໆກັບການຮຽນຮູ້ໃນການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ” ມະລິນາ ກ່າວ.

ຈາກຜົນງານໃນລາວສູ່ເຄືອຂ່າຍສາກົນ

ການໄດ້ຮັບເລືອກເຂົ້າຮ່ວມ National Geographic Society’s 2026 Young Explorers Program ເປັນອີກກ້າວສຳຄັນຂອງ ມະລິນາ. ຕາມຂໍ້ມູນທີ່ເຮົາໄດ້ສຶກສາມາ ແລະ ໄດ້ຮັບຈາກ ມະລິນາ ຄືໂຄງການນີ້ໄດ້ມຸ່ງເນັ້ນສະໜັບສະໜຸນໄວໜຸ່ມທີ່ມີຜົນງານ ແລະ ແນວຄິດທີ່ສາມາດຕໍ່ຍອດໄປສູ່ການແກ້ໄຂບັນຫາສຳຄັນໃນສັງຄົມ.

ໂຄງການຈະຄັດເລືອກໄວໜຸ່ມອາຍຸ 18–25 ປີ ທີ່ມີຜົນງານໂດດເດັ່ນຈາກທົ່ວໂລກ ຜ່ານການສະເໜີຊື່ຈາກເຄືອຂ່າຍທີ່ເຊື່ອມໂຍງກັບ National Geographic ເຊັ່ນ ນັກວິທະຍາສາດ, ນັກເລົ່າເລື່ອງ ແລະ ອື່ນໆ. ໃນປີນີ້ຈາກຜູ້ສະເໜີຊື່ຈຳນວນຫຼາຍ ຈະເຫຼືອພຽງ 20 ຄົນທີ່ຖືກເລືອກໃຫ້ເຂົ້າຮ່ວມໂຄງການ ແລະ ໄດ້ຮັບການສະໜັບສະໜຸນເພື່ອພັດທະນາສັກກະຍະພາບໃນໄລຍະຍາວ.

ຜູ້ໄດ້ຮັບເລືອກຈະໄດ້ຮັບຄືມີທັງ ທຶນສະໜັບສະໜຸນການສຶກສາ ແລະ ວຽກງານ, ໂອກາດຂໍທຶນທົດລອງດຳເນີນໂຄງການ, ສາມາດຮັບຄຳແນະນຳຈາກທີ່ປຶກສາລະດັບໂລກ, ມີທຶນເຕັມສຳລັບການຝຶກອົບຮົມທີ່ສຳນັກງານໃຫຍ່ຂອງ National Geographic Society ລວມທັງການເຂົ້າຮ່ວມງານ Summit ແລະ ກິດຈະກຳພັດທະນາ ເພື່ອໃຫ້ເຮົາໄດ້ກ້າວຂຶ້ນເປັນຜູ້ນຳ.

ພາບ National Geographic Society

ການພັດທະນາ ທີ່ບໍ່ຕ້ອງແລກກັບຄວາມສູນເສຍ

ປ່າໄມ້ ແລະ ສັດປ່າເປັນຊັບພະຍາກອນທີ່ມີຄ່າ, ຊຸມຊົນເອງກໍຕ້ອງການລາຍຮັບ ແລະ ໂອກາດໃນການພັດທະນາຊີວິດ. ນີ້ຈຶ່ງເປັນໂຈດໃຫຍ່ເລີຍທີ່ຈະສ້າງຄວາມສົມດຸນລະຫວ່າງການພັດທະນາຄົນ ແລະ ການຮັກສາທຳມະຊາດໃນເວລາດຽວກັນ.

“ຂ້ອຍຢາກນຳຄວາມຮູ້ດ້ານການຈັດການລະບົບນິເວດ ແລະ ຊັບພະຍາກອນທຳມະຊາດ, ມາຕໍ່ຍອດຮ່ວມກັບນັກພັດທະນາຄົນອື່ນໆ ເພື່ອຊອກຫາແນວທາງພັດທະນາທີ່ຊ່ວຍຍົກລະດັບຊີວິດຂອງຊຸມຊົນ ແລະ ຄຽງຄູ່ກັບການອະນຸລັກທຳມະຊາດ” ມະລິນາ ກ່າວ.

ລາວເຊື່ອວ່າມັນມີທາງອອກ ແຕ່ຕ້ອງໄດ້ຮັບຄວາມຮ່ວມມືຈາກຫຼາຍຝ່າຍ ແລະ ທີ່ສຳຄັນຄື ຕ້ອງຮັບຟັງສຽງຂອງຄົນໃນຊຸມຊົນ ເພາະພວກເຂົາແມ່ນຜູ້ທີ່ດຳລົງຊີວິດ ແລະ ພົວພັນກັບຊັບພະຍາກອນເຫຼົ່ານັ້ນໂດຍກົງ.

ການຮຽນຮູ້ບໍ່ຄວນຖືກຈຳກັດ

ອີກໜຶ່ງປະເດັນທີ່ ມະລິນາ ໃຫ້ຄວາມສຳຄັນ ແລະ ເຮົາເອງກໍຮູ້ສຶກເຫັນດີຫຼັງຈາກຟັງລາວເລົ່າມາຄື ການເຮັດໃຫ້ເດັກນ້ອຍ ແລະ ໄວໜຸ່ມໃນພື້ນທີ່ຫ່າງໄກໄດ້ເຂົ້າເຖິງຄວາມຮູ້ກ່ຽວກັບທຳມະຊາດ ໂດຍສະເພາະເດັກນ້ອຍທີ່ຂາດໂອກາດເຂົ້າເຖິງອິນເຕີເນັດ ຫຼື ໂທລະສັບ ເຊິ່ງເຮັດໃຫ້ການເຂົ້າເຖິງຂໍ້ມູນການຮຽນຮູ້ມີຂໍ້ຈຳກັດ.

ຂ້ອຍໄດ້ຖາມໂຕເອງຢູ່ທຸກມື້ວ່າ ເຮົາຈະເຮັດແນວໃດໃຫ້ເດັກນ້ອຍ ແລະ ໄວໜຸ່ມທີ່ບໍ່ມີໂອກາດເຂົ້າເຖິງອິນເຕີເນັດ ຫຼື ໂທລະສັບ ໂດຍສະເພາະນ້ອງໆທີ່ຢູ່ໃກ້ເຂດປ່າສະຫງວນແຫ່ງຊາດ ສາມາດເຂົ້າເຖິງຄວາມຮູ້, ຂໍ້ມູນກ່ຽວກັບສັດປ່າ ແລະ ຄວາມສຳຄັນຂອງການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງໄດ້ແນວໃດ

ຈາກຄຳຖາມນີ້ທີ່ຕິດຢູ່ໃນໃຈລາວ, ຈຶ່ງເກີດເປັນແນວຄິດການສ້າງບອດເກມ (Board Game) ເພື່ອໃຫ້ເດັກນ້ອຍສາມາດຊວນໝູ່ມາຫຼິ້ນນຳກັນ ແລະ ຮຽນຮູ້ເລື່ອງທຳມະຊາດໄປພ້ອມກັນ. ຈຸດເດັ່ນຂອງວິທີນີ້ຄື ການນຳການຮຽນຮູ້ມາຢູ່ໃນກິດຈະກຳທີ່ເຂົ້າເຖິງງ່າຍ ໂດຍບໍ່ຈຳເປັນຕ້ອງອາໄສອຸປະກອນດິຈິຕອລ.

“ຂ້ອຍຄິດເຖິງໄອເດຍຂອງການເຮັດບອດເກມຂຶ້ນມາ ເນື່ອງຈາກຢາກໃຫ້ໄວໜຸ່ມໃນເຂດຫ່າງໄກຂອງລາວ ມີສິ່ງທີ່ເຂົາເຈົ້າສາມາດຊວນໝູ່ມາຫຼິ້ນນຳກັນໄດ້ ພ້ອມທັງໄດ້ຮຽນຮູ້ເຖິງຄວາມສຳຄັນຂອງທຳມະຊາດ ແລະ ການອະນຸລັກໄປໃນໂຕ” ມະລິນາ ກ່າວ.

ເປົ້າໝາຍຂອງ ມະນິລາ ນັ້ນ, ບໍ່ແມ່ນພຽງແຕ່ຢາກໃຫ້ເດັກນ້ອຍຮູ້ຈັກສັດປ່າ ຫຼື ທຳມະຊາດຫຼາຍຂຶ້ນ ແຕ່ຢາກໃຫ້ພວກເຂົາເຫັນວ່າ ຕົນເອງກໍສາມາດມີສ່ວນຮ່ວມໃນການປົກປ້ອງປ່າໄມ້ໄດ້.

ນຳໂອກາດມາຕໍ່ຍອດ ແລະ ຂະຫຍາຍການຮຽນຮູ້

ການໄດ້ຮັບເລືອກເປັນ Young Explorer ເປັນໂອກາດໃຫ້ມະລິນາໄດ້ສ້າງເຄືອຂ່າຍ ແລະ ຮຽນຮູ້ຈາກຜູ້ຄົນທີ່ເຮັດວຽກດ້ານທຳມະຊາດ ແລະ ການເລົ່າເລື່ອງໃນລະດັບສາກົນ. ປະສົບການເຫຼົ່ານີ້ຈະກາຍເປັນສ່ວນສຳຄັນໃນການພັດທະນາວຽກງານທີ່ລາວກຳລັງເຮັດຢູ່.

ມະລິນາ ມີຈຸດປະສົງຢາກສ້າງອົງກອນໃນລາວທີ່ຊ່ວຍໃຫ້ໄວໜຸ່ມເຫັນຄຸນຄ່າຂອງ “ຄຳຂຽວ ຫຼື ທຳມະຊາດ” ຜ່ານການສຶກສາ ແລະ ການເລົ່າເລື່ອງ. ສິ່ງທີ່ລາວຢາກນຳກັບມາຈຶ່ງບໍ່ແມ່ນພຽງຄວາມຮູ້ໃໝ່ ແຕ່ລວມເຖິງວິທີສື່ສານເລື່ອງທຳມະຊາດໃຫ້ຄົນເຂົ້າໃຈ ແລະ ຢາກມີສ່ວນຮ່ວມ.

ຢາກສະໝັກ National Geographic Society ຄວນເລີ່ມຈາກໃສ?

ສຳລັບໄວໜຸ່ມທີ່ສົນໃຈວຽກງານດ້ານທຳມະຊາດ ຫຼື ຢາກພັດທະນາໂຄງການຂອງຕົນເອງ ມະລິນາ ແບ່ງປັນວ່າຢາກໃຫ້ທຸກຄົນເລີ່ມຈາກການຕັ້ງຄຳຖາມກ່ອນ, ລອງຄົ້ນຄວ້າ ແລະ ໃຫ້ຮຽນຮູ້ແບບຕໍ່ເນື່ອງ ເຊິ່ງ ການເລີ່ມຈາກບັນຫາໃກ້ຕົວ ແລະ ຄິດວ່າຄວາມຮູ້ທີ່ມີຈະນຳໄປໃຊ້ແກ້ໄຂບັນຫາໃດໄດ້ ສາມາດເປັນຈຸດເລີ່ມຕົ້ນຂອງຜົນງານທີ່ມີຄວາມໝາຍ ໂດຍສະເພາະການຕັ້ງຄຳຖາມ.

“ເປັນຫຍັງເຮົາຄືຕ້ອງປົກປັກຮັກສາ ແລະ ອະນຸລັກຊັບພະຍາກອນບ້ານເຮົາ ໃນຂະນະທີ່ຍັງສາມາດຊ່ວຍເຫຼືອຊຸມຊົນທ້ອງຖິ່ນໄດ້?” ມະລິນາ ຍົກຕົວຢ່າງການຕັ້ງຄຳຖາມໃຫ້ຟັງ.

ພໍເຮົາຮູ້ວ່າເຮົາມັກ ຫຼື ຢາກເຮັດຫຍັງແລ້ວ. ຈາກນັ້ນ, ກໍຄວນຊອກຫາໂຄງການ ຫຼື ໂອກາດທີ່ເໝາະກັບຄວາມສົນໃຈ ແລະ ຄຸນສົມບັດຂອງຕົນເອງ ເຊິ່ງທຸກຄົນສາມາດລອງຊອກຫາໂອກາດຈາກໂຄງການຕ່າງໆຂອງ National Geographic Society ໄດ້ເຊັ່ນ: Slingshot Challenge, National Geographic and The Nature Conservancy Externship Program (ໃຜທີ່ສົນໃຈຄວນກວດສອບຂໍ້ກຳນົດ, ເງື່ອນໄຂ ແລະ ວິທີສະໝັກຈາກແຫຼ່ງທາງການໂດຍກົງ ເພາະແຕ່ລະໂຄງການອາດມີຂໍ້ກຳນົດຕ່າງກັນ).

ເຮົາຄິດວ່າສິ່ງສຳຄັນຄື ບໍ່ຄວນລໍຖ້າໂອກາດ, ຄວນເລີ່ມລົງມືເຮັດເລີຍ ເພາະການສຶກສາ, ການທົດລອງ ແລະ ການສ້າງຜົນງານຈາກບັນຫາໃກ້ຕົວ ສາມາດເປັນພື້ນຖານໃຫ້ເຮົາພ້ອມຮັບໂອກາດໃນອະນາຄົດໄດ້ງ່າຍຂຶ້ນເດີ.

ຢາກເຫັນໄວໜຸ່ມລາວລົງມືປົກປ້ອງທຳມະຊາດ

ກ່ອນຈະປິດທ້າຍບົດສຳພາດໃນຄັ້ງນີ້, ເຮົາໄດ້ຊວນ ມະນິລາ ເວົ້າເຖິງເປົ້າໝາຍ ແລະ ທິດທາງຂອງໂຄງການໃນອະນາຄົດ ວ່າລາວຢາກພາໂຄງການນີ້ກ້າວໄປເຖິງຈຸດໃດ.

“ໃນອະນາຄົດ ຂ້ອຍຢາກຂະຫຍາຍການເຮັດວຽກໃຫ້ກວ້າງຂຶ້ນ ຜ່ານການຮ່ວມມືກັບທຸກພາກສ່ວນ ບໍ່ວ່າຈະເປັນພາກລັດ, ເອກະຊົນ ຫຼື ອົງການຈັດຕັ້ງສາກົນ ເພື່ອຮ່ວມກັນຊຸກຍູ້ການລົງທຶນດ້ານການສຶກສາ ກ່ຽວກັບການນຳໃຊ້ຊັບພະຍາກອນທຳມະຊາດຢ່າງຍືນຍົງ ໃຫ້ເຂົ້າເຖິງຊຸມຊົນທົ່ວປະເທດ” ມະລິນາ ກ່າວ.

ອີກປະເດັນທີ່ລາວຢາກເນັ້ນແມ່ນການຊ່ວຍໃຫ້ໄວໜຸ່ມ ແລະ ຄົນໃນຊຸມຊົນເຂົ້າໃຈຄຸນຄ່າຂອງສັດປ່າ ລວມທັງຮູ້ຈັກຈຳແນກສັດປ່າທີ່ຢູ່ໃນບັນຊີຄຸ້ມຄອງຕ່າງໆ ເພື່ອໃຫ້ຄວາມຮູ້ກາຍເປັນພື້ນຖານຂອງການກະທຳທີ່ຖືກຕ້ອງ.

ສຳລັບມະລິນາ ການອະນຸລັກບໍ່ແມ່ນເລື່ອງໄກຕົວ ຫຼື ເປັນໜ້າທີ່ຂອງຄົນກຸ່ມໃດກຸ່ມໜຶ່ງເທົ່ານັ້ນ. ລາວຫວັງວ່າ ວຽກງານທີ່ເຮັດຢູ່ຈະຊ່ວຍໃຫ້ໄວໜຸ່ມລາວກ້າວຂຶ້ນມາມີສ່ວນຮ່ວມໃນການຮັກສາຊັບພະຍາກອນຂອງປະເທດ ລວມເຖິງການມີສ່ວນຮ່ວມຢຸດຢັ້ງການຄ້າຂາຍສັດປ່າຜິດກົດໝາຍ.

ສຳລັບເຮົາເອງທີ່ໄດ້ນຳເລື່ອງລາວຂອງ ມະລິນາ ມາເລົ່າສູ່ທຸກຄົນຟັງ ກໍປານວ່າໄດ້ເບິ່ງເຫັນ ແລະ ຄ່ອຍໆຊຶມຊັບທັດສະນະຄະຕິນີ້ໄປນຳ ພ້ອມຊວນໃຫ້ເຮົາກັບມາຄິດວ່າ ການຮຽນຮູ້ຈະມີຄຸນຄ່າຫຼາຍຂຶ້ນ ເມື່ອມັນບໍ່ໄດ້ຢຸດຢູ່ທີ່ຕົວເຮົາ ແຕ່ສາມາດສົ່ງຕໍ່ໄປຫາຄົນອື່ນ ແລະ ນຳໄປສູ່ການປ່ຽນແປງທີ່ເກີດຂຶ້ນຈິງໄດ້.

ເພາະອະນາຄົດຂອງທຳມະຊາດ ບໍ່ໄດ້ຂຶ້ນຢູ່ກັບວ່າເຮົາຮູ້ຈັກມັນຫຼາຍພຽງໃດ ແຕ່ຂຶ້ນຢູ່ກັບວ່າ ເຮົາຈະນຳຄວາມຮູ້ນັ້ນໄປລົງມືຮັກສາມັນໄວ້ແນວໃດ ນັ້ນເອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.