ເປີດປະສົບການໃໝ່ໆດ້ວຍ 8 ກິດຈະກຳ ທ່ຽວບຸນຊ່ວງເຮືອ, ຕະຫຼາດນັດ, ສິລະປະ ແລະ Community ວັນທີ 21 – 25 ຕຸລາ 2026

ແບ່ງປັນ

ເປີດປະສົບການໃໝ່ໆດ້ວຍ 8 ກິດຈະກຳ ທ່ຽວບຸນຊ່ວງເຮືອ, ຕະຫຼາດນັດ, ສິລະປະ ແລະ Community ວັນທີ 21 – 25 ຕຸລາ 2026

20 October 2026● 14

ອາທິດນີ້, ພວກເຮົາມາອອກໄປເຮັດຫຍັງໃໝ່ໆກັນທຸກຄົນ. ຖ້າຫາກວ່າຍັງບໍ່ມີແຜນ ມ່ວນຊວນໄປ ກໍຢາກຊວນອອກໄປຫາຫຍັງເຮັດ ຫຼື ຊວນກັນອອກຈາກບັນຍາກາດເດີມໆໄປໃຊ້ເວລາດີໆນຳກັນ ກັບຫຼາກຫຼາຍກິດຈະກຳທີ່ມີໃຫ້ເລືອກຕາມສະໄຕລ໌ຂອງແຕ່ລະຄົນ.

ບໍ່ວ່າຈະເປັນຄົນທີ່ມັກເບິ່ງໜັງ ກໍມີຮູບເງົາກາຕູນແນວປະຈົນໄພໃຫ້ຮ່ວມລຸ້ນທີ່ສະຖາບັນຝຣັ່ງ, ໃຜມັກແຟຊັນກໍສາມາດໄປຊອກຫາໄອເທັມເດັດ ແລະ ເຄື່ອງ Vintage ທີ່ Folks Market ໄດ້.

ສ່ວນຄົນຮັກສິລະປະ ກໍມີທັງງານແຕ້ມຮູບເທິງຜ້າໄໝ ແລະ ງານວາງສະແດງສິລະປະ ທີ່ຊວນໃຫ້ຄິດເຖິງຄວາມສຳພັນລະຫວ່າງມະນຸດກັບທຳມະຊາດ. ຖ້າຢາກສຳຜັດບັນຍາກາດ Halloween ກໍຢ່າພາດ August Living Haus ທີ່ມີທັງຕະຫຼາດນັດ, ກິດຈະກຳແຕ້ມໝາກອຶ, ແຕ້ມໜ້າ, ເບິ່ງໜັງ ແລະ ຟັງດົນຕີ. 

ສຳລັບຄົນທີ່ຢາກເພີ່ມຄວາມຮູ້ໃຫ້ຕົນເອງ ກໍມີ Coffee Talk with HR ໃຫ້ໄດ້ຈິບກາເຟ ແລະ ແລກປ່ຽນຄວາມຮູ້ເລື່ອງອາຊີບ ເໝາະສຳລັບເດັກຈົບໃໝ່ ແລະ First Jobber. ນອກຈາກນັ້ນ, ຍັງມີງານພາບຖ່າຍ ແລະ ພາບເຄື່ອນໄຫວ Leaving Home ທີ່ຊວນໃຫ້ເຮົາກັບມາຄິດເຖິງຄຳວ່າ “ບ້ານ” ແລະ ຕົວຕົນຂອງຕົນເອງ.

ບໍ່ວ່າຈະເປັນຄົນທີ່ມັກຄວາມມ່ວນ, ຄວາມງາມຂອງສິລະປະ, ການຄົ້ນຫາສິ່ງໃໝ່ ຫຼື ຢາກໃຊ້ເວລາດີໆກັບໃຜຈັກຄົນທ້າຍອາທິດນີ້ກໍມີກິດຈະກຳໃຫ້ເລືອກຫຼາຍແບບ. ສິ່ງສຳຄັນເລີຍ ທຸກຄົນຢ່າລືມກວດເບິ່ງວັນເວລາ ແລະ ລາຍລະອຽດກ່ອນໄປເດີ.

ຮູບເງົາສຳລັບໄວໜຸ່ມ – Institut français du Laos

ຖ້າຫາກຢາກຫາຫຍັງເບິ່ງທີ່ຫຼາຍກວ່າຄວາມບັນເທີງ ລອງປ່ຽນມາສຳຜັດກັບໂລກແຫ່ງຄວາມລັບ ແລະ ການຜະຈົນໄພຜ່ານຮູບເງົາກາຕູນເລື່ອງ LE SECRET DES MESANGES ເຊິ່ງ ເລື່ອງນີ້ໄດ້ເລົ່າເຖິງ Caroline ນັກບູຮານນະຄະດີ ເດີນທາງກັບມາຂຸດຄົ້ນຮ່ອງຮອຍທາງປະຫວັດສາດໃນຊົນນະບົດບ່ອນທີ່ລາວເຄີຍເຕີບໃຫຍ່.

ແຕ່ການກັບມາຄັ້ງນີ້ບໍ່ໄດ້ມີພຽງການຄົ້ນຫາວັດຖຸບູຮານ ເພາະຍັງມີຄວາມລັບບາງຢ່າງໃນອະດີດທີ່ລາວບໍ່ເຄີຍບອກໃຜ ແລະ Lucie ລູກສາວຂອງ Caroline ເດີນທາງມາຫາແມ່ໃນຊ່ວງມື້ພັກ ແຕ່ກັບໄດ້ພົບຂໍ້ສົງໄສກ່ຽວກັບອະດີດຂອງແມ່ທີ່ບໍ່ເຄີຍຮູ້ມາກ່ອນ ຈຶ່ງໄດ້ອອກຕາມຫາຄວາມຈິງ. ການຜະຈົນໄພຄັ້ງນີ້ຈະພາ Lucie ໄປພົບກັບຫຍັງ? ຄວາມລັບຂອງແມ່ຈະຖືກເປີດເຜີຍຫຼືບໍ່? ແລະ ລາວຈະໄປພົບກັບສິ່ງໃດ?

ໄປຮ່ວມລຸ້ນ, ຮ່ວມຄົ້ນຫາ ແລະ ສຳຜັດກັບເລື່ອງລາວທີ່ມີຄວາມເລິກລັບແຫ່ງຈິນຕະນາການ ພ້ອມໃຊ້ຊ່ວງເວລາດີໆກັບໝູ່ກັນເຖາະ.

ລາຍລະອຽດກ່ຽວກັບງານ

ຕະຫຼາດນັດ Folks market

Folks Market ແມ່ນຕະຫຼາດນັດສຳລັບຄົນຮັກແຟຊັນທີ່ບັນດາພໍ່ຄ້າ-ແມ່ຄ້າໄວໜຸ່ມ ໄດ້ລວມເອົາໄອເທັມເທ່ໆ ແລະ ຂອງມີສະໄຕລ໌ ສຳລັບຄົນທີ່ມັກຄົ້ນຫາຄວາມແຕກຕ່າງ ແລະ ຢາກສ້າງລຸກໃຫ້ມີເອກະລັກໃນແບບຂອງຕົນເອງ.

ອ່ານຕື່ມ:  ຊວນໄປ ນິທັດສະການ COEXISTENCE ໂດຍສິລະປິນກຸ່ມ Lost Jigsaw ທີ່ i:cat gallery

ບໍ່ວ່າຈະເປັນສາຍ Vintage ທີ່ຫຼົງໃຫຼໃນສະເໜ່ຂອງເຄື່ອງເກົ່າ ຫຼື ຄົນທີ່ກຳລັງຊອກຫາຊຸມຊົນຄົນຮັກແຟຊັນແນວດຽວກັນ ງານນີ້ຄືໂອກາດດີໆທີ່ຈະໄດ້ມາພົບປະແລກປ່ຽນສະໄຕລ໌ ແລະ ຄົ້ນພົບໄອເທັມທີ່ອາດກາຍເປັນສິ່ງທີ່ຮັກຊິ້ນໃໝ່ຂອງເຈົ້າ.

ນອກຈາກແຟຊັນແລ້ວ ຍັງມີຂອງຫຼິ້ນ ແລະ ໄອເທັມຫຼາກຫຼາຍໃຫ້ເລືອກຊື້ອີກດ້ວຍ. ຖ້າມັກແຕ່ງໂຕ ມັກຂອງເກົ່າ ແລະ ຮັກຄວາມມີສະໄຕລ໌ ທຸກຄົນຢ່າລືມໄປລາຍງານໂຕທີ່ Folks Market ເດີ.

ລາຍລະອຽດກ່ຽວກັບງານ

  • ເຂົ້າຟຣີ!
  • ຂໍ້ມູນກິດຈະກຳ: Folks market
  • ວັນງານ: ວັນທີ 21 – 25 ຕຸລາ 2026, ເວລາ 10:00 – 20:00 ໂມງ
  • ສະຖານທີ່: Vientiane Center, ນະຄອນຫຼວງວຽງຈັນ.

ງານວາງສະແດງຮູບແຕ້ມເທິງຜ້າໄໝ

ຊວນສຳຫຼວດຄວາມງາມຂອງສິລະປະ ແລະ ທົດລອງເບິ່ງໂລກຜ່ານມຸມທີ່ຕ່າງອອກໄປ ໃນງານວາງສະແດງ ງານວາງສະແດງຮູບແຕ້ມເທິງຜ້າໄໝ ຜົນງານຂອງ Marie LÂTCHOUMANĪN ສິລະປິນທັດສະນະສິນຈາກເກາະເຣອູນີຢົງ ຜູ້ນຳສະເໜີສິລະປະຜ່ານຮູບແຕ້ມດິຈິຕອນທີ່ສ້າງສັນດ້ວຍມື ແລະ ການຖ່າຍທອດຜົນງານລົງເທິງຜ້າໄໝທີ່ໄດ້ແຮງບັນດານໃຈຈາກທຳມະຊາດ.

ຄວາມພິເສດຂອງງານນີ້ ບໍ່ໄດ້ຢູ່ພຽງຄວາມງາມຂອງຮູບພາບ ແຕ່ຢູ່ໃນຊ່ວງເວລາທີ່ຮູບຮ່າງບາງຢ່າງຄ່ອຍໆ ປະກົດຂຶ້ນຕໍ່ສາຍຕາ ຈົນເຮົາເລີ່ມຕັ້ງຄຳຖາມວ່າ ສິ່ງທີ່ເຫັນນັ້ນແມ່ນຫຍັງ ແລະ ເປັນຫຍັງເຮົາຈຶ່ງຮັບຮູ້ມັນໃນແບບທີ່ເຮົາເຫັນ?

ບາງຄັ້ງ ສິລະປະອາດບໍ່ໄດ້ມີໜ້າທີ່ພຽງໃຫ້ເຮົາຊົມ ແຕ່ຍັງເປັນພື້ນທີ່ໃຫ້ເຮົາຢຸດຄິດ ສຳຫຼວດຄວາມຮູ້ສຶກ ແລະ ທົບທວນມຸມມອງຂອງຕົນເອງ.

ລາຍລະອຽດກ່ຽວກັບງານ

ບຸນຊ່ວງເຮືອທ່າວັດຈັນ ແລະ ບຸນໄຫຼເຮືອໄຟ

ຊວນສຳຜັດສີສັນປະເພນີທີ່ຢາກໃຫ້ຊວນທຸກຄົນອອກໄປສຳຜັດບັນຍາກາດຄວາມມ່ວນຊື່ນຢູ່ທີ່ ທ່າວັດຈັນ ໃນງານ ບຸນຊ່ວງເຮືອປະເພນີລາວ ແລະ ໄຫຼເຮືອໄຟ ໜຶ່ງໃນງານບຸນທີ່ສະທ້ອນເຖິງສະເໜ່ວິຖີຊີວິດ ແລະ ວັດທະນະທຳລາວ ຜ່ານຄວາມຄຶກຄື້ນຂອງການແຂ່ງຂັນເຮືອຍາວ ທີ່ມີສຽງເຊຍຈາກຄົນເບິ່ງແຄມທ່ານ້ຳ.

ນອກຈາກນັ້ນ, ໃນຕອນຄ່ຳຍັງມີຄວາມງົດງາມຂອງປະເພນີໄຫຼເຮືອໄຟ ທີ່ສ້າງສີສັນໃຫ້ສາຍນ້ຳໃນຍາມຄ່ຳຄືນ ແລະ ກິດຈຳກຳສິນຄ້າຂອງບູດຕ່າງໆ ເຊິ່ງເປັນອີກໜຶ່ງພາບຄວາມປະທັບໃຈທີ່ຄວນໄປສຳຜັດດ້ວຍຕົນເອງ.

ລອງຊວນຄອບຄົວ ຫຼື ໝູ່ຄູ່ໃຈ ອອກໄປຮ່ວມສຳຜັດບັນຍາກາດງານບຸນ ແລະ ເກັບພາບຄວາມຊົງຈຳດີໆນຳກັນ ເພາະງານບຸນນີ້ບໍ່ພຽງແຕ່ມີຄວາມມ່ວນຊື່ນ ແຕ່ຍັງເປັນໂອກາດໃຫ້ເຮົາໄດ້ສຳຜັດຄວາມງາມຂອງປະເພນີລາວທີ່ສືບທອດກັນມາອີກດ້ວຍ.

ອ່ານຕື່ມ:  ຊວນໄປ Encyclopedia ງານວາງສະແດງດ່ຽວ ຄັ້ງທີ 2 ຂອງ @nnene.iie ທີ່ບາງກອກ ປະເທດໄທ

ລາຍລະອຽດກ່ຽວກັບງານ

  • ເຂົ້າຟຣີ!
  • ວັນງານ: ວັນທີ 23 – 27 ຕຸລາ 2026
  • ສະຖານທີ່: ທ່າວັດຈັນ ເມືອງຈັນທະລີ, ນະຄອນຫຼວງວຽງຈັນ.

INTERBEING: Between the Seen and the Unseen

ເພິ່ງພິງ ເພິ່ງພາ ເມື່ອສິລະປະຊວນເຮົາຄົ້ນຫາຄວາມໝາຍຂອງການຢູ່ຮ່ວມກັນ…

ທຸກຄົນເຄີຍຄິດບໍວ່າ ສິ່ງທີ່ເຮົາເຫັນ ແລະ ສິ່ງທີ່ເຮົາເບິ່ງບໍ່ເຫັນ ມັນສາມາດເຊື່ອມໂຍງກັນແນວໃດ? ມ່ວນຊວນໄປຢາກຊວນທຸກຄົນມາຄົ້ນຫາຄຳຕອບຜ່ານ INTERBEING: Between the Seen and the Unseen.

ງານວາງສະແດງສິລະປະຮູບແຕ້ມທີ່ຈະຊວນໃຫ້ເຮົາຫຼຸດຈັງຫວະຊີວິດລົງຈັກໜ້ອຍ ແລະ ພິຈາລະນາຄວາມສຳພັນລະຫວ່າງມະນຸດ, ທຳມະຊາດ, ວັດທະນະທຳ, ຄວາມຊົງຈຳ ແລະ ຄວາມເຊື່ອ ທີ່ຫຼໍ່ຫຼອມຕົວຕົນຂອງຫຼວງພະບາງ.

ພົບກັບຜົນງານສິລະປະຫຼາຍກວ່າ 30 ຜົນງານ ໂດຍ Shine Phonepaseth ພ້ອມການສະແດງຈາກ ພຶກສາ ໃນຊື່ Where Nature Is Learned From ທີ່ຈະພາເຮົາໄປສຳຜັດກັບສິລະປະ ແລະ ຕັ້ງຄຳຖາມຕໍ່ຄວາມໝາຍຂອງການເພິ່ງພິງເຊິ່ງກັນ ແລະ ກັນ.

ລາຍລະອຽດກ່ຽວກັບງານ

  • ເຂົ້າຟຣີ!
  • ຂໍ້ມູນກິດຈະກຳ: Culture & Climate Collaboration – CCC
  • ວັນງານ: ວັນທີ 23 ຕຸລາ 2026, ເວລາ 17:30 ໂມງ
  • ສະຖານທີ່: Maison Sam San, ນະຄອນຫຼວງພະບາງ.

Halloween Market

Halloween ນີ້ ຊວນຄອບຄົວ ແລະ ໝູ່ເພື່ອນ ໄປມ່ວນນຳກັນທີ່ຕະຫຼາດນັດ Halloween ທີ່ August Living Haus ໄດ້ເລີຍທຸກຄົນ ເພາະຢູ່ນັ້ນມີກິດຈະກຳຫຼາກຫຼາຍທີ່ພ້ອມໃຫ້ທຸກຄົນໄປທົດລອງເຮັດດ້ວຍໂຕເອງ.

ຊວນຄົນຮັກໄປຍ່າງຫຼິ້ນ, ຊອກຊື້ເຄື່ອງໜ້າຮັກໆ ຫຼື ໄປປ່ອຍຄວາມຄິດສ້າງສັນຜ່ານກິດຈະກຳ ແຕ້ມໝາກອຶ ແລະ ແຕ້ມໜ້າ ທີ່ຈະເຮັດໃຫ້ເຮົາມ່ວນກັບການລະບາຍສີ. ຊ່ວງແລງກໍສາມາດຜ່ອນຄາຍເພີດເພີນໄປກັບການເບິ່ງໜັງ ແລະ ຟັງດົນຕີ ເປັນໂອກາດດີທີ່ຈະຊ່ວຍເພີ່ມສີສັນໃຫ້ຊີວິດເຮົາມີເວລາທີ່ພິເສດຂຶ້ນ.

ບໍ່ວ່າຈະຢາກພາລູກນ້ອຍມາຫຼິ້ນ, ນັດພົບໝູ່ເພື່ອນ ຫຼື ຊອກຫາສະຖານທີ່ໃໝ່ໆ ເພື່ອໃຊ້ເວລາຮ່ວມກັນ ງານນີ້ກໍເປັນອີກໜຶ່ງຈຸດໝາຍທີ່ບໍ່ຄວນພາດ.

ລາຍລະອຽດກ່ຽວກັບງານ

  • ເຂົ້າຟຣີ!
  • ຂໍ້ມູນກິດຈະກຳ: August Living Haus
  • ວັນງານ: ວັນທີ 23 – 25 ຕຸລາ 2026
  • ສະຖານທີ່: August Living Haus, ນະຄອນຫຼວງວຽງຈັນ.

Coffee Talk With HR

ສຳລັບໃຜທີ່ຫາກໍຮຽນຈົບໃໝ່ ຫຼື ຫາກໍເລີ່ມວຽກ ແຕ່ຍັງມີຄຳຖາມຫຼາຍຢ່າງກ່ຽວກັບຊີວິດການເຮັດວຽກຢູ່ບໍ່? 

ອ່ານຕື່ມ:  ຊວນສຳຜັດ "ຂວັນ Khuan Exhibition" ຜ່ານມຸມມອງສິລະປະລາວທີ່ຫາເບິ່ງໄດ້ຍາກ

ມ່ວນຊວນໄປ ຢາກພາໄປຮູ້ຈັກກັບງານ ກິນກາເຟກັບ HR Coffee Talk with HR ກິດຈະກຳດີໆທີ່ຢາກຊວນເດັກຈົບໃໝ່ ແລະ First Jobber ໄປນັ່ງຈິບກາເຟ, ລົມກັນແບບສະບາຍໆ ພ້ອມແລກປ່ຽນປະສົບການ ແລະ ຖາມທຸກຂໍ້ສົງໄສກັບ HR ທີ່ມີປະສົບການ.

ບາງເທື່ອການມີກາເຟຈັກຈອກ ແລະ ບົດສົນທະນາດີໆໃນພື້ນທີ່ນີ້, ມັນອາດເປັນຈຸດເລີ່ມຕົ້ນຂອງການກ້າວຕໍ່ໄປໃນສາຍອາຊີບຂອງເຮົາໃນອະນາຄົດກໍໄດ້ ເຊິ່ງຢາກໃຫ້ທຸກຄົນລອງໄປຫາຄຳຕອບນຳກັນ ບໍ່ວ່າຈະເປັນ ບໍລິສັດຄາດຫວັງຫຍັງຈາກເດັກຈົບໃໝ່, ຈະປັບຕົວກັບວຽກທຳອິດແນວໃດໃຫ້ລົງໂຕ, ທັກສະຫຍັງແດ່ທີ່ຄົນເລີ່ມວຽກຄວນມີ ຫຼື ມີຄຳແນະນຳຫຍັງທີ່ HR ຢາກຝາກເຖິງເດັກຈົບໃໝ່?

ບາງຄຳຕອບທີ່ເຮົາກຳລັງຊອກຫາ ອາດຊ່ວຍໃຫ້ເສັ້ນທາງການເຮັດວຽກຂອງເຮົາຊັດເຈນຂຶ້ນກໍໄດ້.

ລາຍລະອຽດກ່ຽວກັບງານ

  • ຄ່າລົງທະບຽນ: 100,000 ກີບ (ຈຳກັດ 20 ບ່ອນນັ່ງ)
  • ຂໍ້ມູນກິດຈະກຳ: White Roon
  • ວັນງານ: ວັນທີ 24 ຕຸລາ 2026, ເວລາ 13:00 – 16:00 ໂມງ
  • ສະຖານທີ່: Less is More Cafe & Hostel, ນະຄອນຫຼວງວຽງຈັນ.

ງານວາງສະແດງສິລະປະ Leaving Home

ໄປຮ່ວມຊົມຜົນງານ ແລະ ຄົ້ນຫາຄຳຕອບຜ່ານມຸມມອງຂອງສິລະປະນຳ ກັບງານວາງສະແດງພາບຖ່າຍ ແລະ ພາບເຄື່ອນໄຫວ Leaving Home ໂດຍ Yisak ສິລະປິນຊາວເກົາຫຼີໃຕ້ ທີ່ຊວນເຮົາຕັ້ງຄຳຖາມຕໍ່ບ້ານ, ກຳແພງ, ເສັ້ນແບ່ງເຂດ ແລະ ໂລກທີ່ມະນຸດສ້າງຂຶ້ນ ເພື່ອຫາຄວາມໝາຍໃນຈິດໃຈ.

ທຸກຜົນງານທີ່ຈັດສະແດງຂອງ Yisak ບໍ່ພຽງແຕ່ຈະພາເຮົາໄປສຳຫຼວດສິ່ງທີ່ຢູ່ອ້ອມຕົວ ແຕ່ Leaving Home ຍັງພາເຮົາເຫັນໄປຍັງໂລກທີ່ພວກເຮົາສ້າງຂຶ້ນ ແລະ ຮ່ອງຮອຍທີ່ຫຼົງເຫຼືອຢູ່ພາຍໃນນັ້ນ ບໍ່ວ່າຈະເປັນ ກຳແພງ, ປ່ອງຢ້ຽມ, ຮົ້ວ, ກຸນແຈ, ເມືອງ ແລະ ຜູ້ຄົນທີ່ອາໄສຢູ່ໃນນັ້ນ. 

ພ້ອມທັງຍັງຊວນໃຫ້ເຮົາຫັນກັບມາຖາມຕົນເອງວ່າ ສຸດທ້າຍແລ້ວ ເຮົາກຳລັງມຸ່ງໜ້າໄປສູ່ບ່ອນໃດ ແລະ ສິ່ງໃດຄືຄວາມໝາຍຂອງການມີຊີວິດຢູ່.

ລາຍລະອຽດກ່ຽວກັບງານ

  • ເຂົ້າຟຣີ!
  • ຂໍ້ມູນກິດຈະກຳ: Arekashi ຫຼື Sculpturesofspace
  • ວັນງານ: ຕັ້ງແຕ່ມື້ນີ້ – 30 ຕຸລາ 2026, ເວລາ 10:00 – 17:00 ໂມງ (ປິດວັນຈັນ)
  • ສະຖານທີ່: Arekashi ຊັ້ນ 2 (Sculptures of Space), ນະຄອນຫຼວງວຽງຈັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.