ໜ້າຫຼັກ Muan.La - ສາລະບັນເທີງ The Interview ພາມາຮູ້ຈັກ ວິນັສ ຫຼວງລາດ ພິທີກອນໜ້າໃໝ່ ຈາກລາຍການ GIRL$GURL CHITCHAT
The Interview

ພາມາຮູ້ຈັກ ວິນັສ ຫຼວງລາດ ພິທີກອນໜ້າໃໝ່ ຈາກລາຍການ GIRL$GURL CHITCHAT

ແບ່ງປັນ

ມ່ວນພາມາຮູ້ຈັກ ວີນັສ ຫຼວງລາດ (V’Venus Luanglath) ອາຍຸ 19 ປີ, ຮຽນຈົບຈາກ ໂຮງຮຽນ ກຽດຕິສັກ ນານາຊາດ (KIS). ປັດຈຸບັນເປັນໜຶ່ງໃນສະມາຊິກ GIRL$GURL ເເລະ ພິທີກອນລາຍການ GIRL$GURL CHITCHAT.

ເຄີຍ Test MBTI ບໍ? ວີນັສເປັນ Type ຫຍັງ?

Venus: ວີເປັນ Type-INTP ເປັນຄົນຄິດເລິກມັກການວິເຄາະ/ຄວາມຄິດສ້າງສັນ, ເປັນຄົນມີໂລກສ່ວນໂຕສູງ ເເລະ ກົງໄປກົງມາຕາມເຫດ ເເລະ ຜົນ.

ແມ່ນຫຍັງທິ່ເຮັດໃຫ້ວິນັສສົນໃຈໃນການເປັນພິທີກອນ ແລະ ມີຫຍັງທີ່ຢາກເຮັດຕື່ມບໍ່ໃນວຽກສາຍນີ້?

Venus: ໂດຍສ່ວນໂຕເເລ້ວ ວີບໍ່ເຄີຍສົນໃຈການເຮັດວຽກໜ້າກ້ອງເລີຍ ເພາະມັກສາຍຫຼັງກ້ອງຫຼາຍກວ່າ ເເຕ່ດ້ວຍສະຖານະການພາໄປກໍເລີຍຕັດສິນໃຈລອງເຮັດເພື່ອເອົາປະສົບການຄວາມຮູ້ ເເລະ ຖ້າມີໂອກາດ ວີກໍຢາກລອງໄດ້ເຮັດວຽກຫຼັງກ້ອງເຊັ່ນ: ຕັດຄລິບ, ຖ່າຍຫນັງ, ຖ່າຍເອັມວີ ແລະ ອື່ນໆ.

ແມ່ນຫຍັງຄືຄວາມທ້າທາຍທີ່ສຸດກ່ຽວກັບການເປັນພິທີກອນ?

Venus: ການເປັນພິທີກອນສຳລັບວີເເມ່ນເປັນອິຫຍັງທີ່ challenge ໂຕເອງເເຮງ, ຖ້າໃຫ້ເວົ້າຕາມຕົງເເມ່ນວີມີຄວາມ insecure ກັບໂຕເອງສູງ, ເລີຍບໍ່ຄິດວ່າສິມາເຮັດສິ່ງນີ້ໄດ້. ຊ່ວງຖ່າຍທຳໃນໄລຍະທຳອິດ ວີມີອາການຄື: ຕື່ນກ້ອງຈົນມືສັ່ນເເຕ່ກະຢາກໃຫ້ອອກມາດີເລີຍກັດເເຂ້ວສູ້ ????

ໃຫ້ເລົ່າຄວາມຮູ້ສຶກກ່ອນ ແລະ ຫຼັງ ຈາກການມາເປັນພິທີກອນ.

Venus: ພໍວີໄດ້ຢູ່ກັບມັນມາເລື່ອຍໆກໍເລິ່ມຮຽນຮູ້ໃນການປັບໂຕ, ເລິ່ມຈັບຈຸດໄດ້ ເເລະ ເຮັດວຽກ smooth confident ຂຶ້ນ. ວີໄດ້ຮຽນຮູ້ວິທີການເວົ້າ, ການສະເເດງອອກ ເເລະ ການເຂົ້າສັງຄົມ. ວີຮູ້ສຶກວ່າໂຕເອງເປັນຜູ້ໃຫຍ່ຂຶ້ນດ້ວຍຄວາມທີ່ໄດ້ມາເຮັດວຽກໃນສັງຄົມທີ່ກວ້າງ ແລະ ອອກຈາກ comfort zone ຂອງໂຕເອງ. ຄວາມຄິດຫຼາຍໆຢ່າງກໍປ່ຽນໄປຈາກທີ່ເເຕ່ກ່ອນວີຄິດວ່າໂຕເອງຮູ້ດີທຸກຢ່າງ, ພໍມາຮອດຕອນນີ້ໄດ້ຮູ້ວ່າໃນໂລກ ເເລະ ສັງຄົມທຸກມື້ນີ້ບໍ່ມີຫຍັງຕາຍໂຕເລີຍ.

IG: vnxx_zz

See also  ນັກກີລາຢິມນາສຕິກຄົນທຳອິດຂອງລາວໃນ Olympics ພາມາຮູ້ຈັກ ແພຣວາ ມິຊາໂຕະ ພິລາພັນເດຊ

ສະເໜ່ຂອງວີນັສທີ່ທຸກຄົນໃຫ້ຄຳນິຍາມ ແລະ ໄດ້ຍິນມາຕະຫຼອດ.

Venus: ຈາກຄົນອ້ອມຂ້າງນ້ອງຫຼາຍໆຄົນບອກວ່າວີເປັນ supporter ເເລະ advisor ທີ່ດີ, ຄົນສ່ວນຫຼາຍເລີຍມັກຈະມາຂໍຄຳປຶກສາ ຫຼື ລະບາຍໃຫ້ຟັງ ບໍ່ວ່າຈະເລື່ອງຄວາມຮັກ ຫຼື ເລື່ອງສ່ວນໂຕຕ່າງໆ.

ວີນັສມີ idol ຫຼື role model ບໍ?

Venus: Bada Lee ເທ້ບາດໃຈ

ວີນັສມີເປົ້າໝາຍທີ່ຢາກເຮັດ ແລະ ຕ້ອງເຮັດໃຫ້ໄດ້ມີຫຍັງແດ່?

Venus: ຄວາມຝັນສູງສຸດຂອງວີຄືການເປັນຜູ້ກຳກັບໜັງ ຖ້າມີໂອກາດກະຢາກລອງເຮັດຈັກຄັ້ງໃນຊີວິດ.

ບອກສິ່ງທີ່ເຮັດໄດ້ດີ ແລະ ສິ່ງທີ່ຍັງຮູ້ວ່າຍັງເປັນຈຸດອ່ອນ.

Venus: ຈຸດເເຂງຂອງວີໜ້າຈະເເມ່ນ ego ເຫດຜົນທີ່ວີເບິ່ງເປັນຂໍ້ດີເພາະມັນເຮັດໃຫ້ວີມີຄວາມພະຍາຍາມ, ມັນເຄີຍມີເຫດການໜຶ່ງທີ່ວີຖືກຕຳນິເລື່ອງການໃຊ້ feelings ເເຕ່ດ້ວຍຄວາມຫວງອີໂກ້ເລີຍມານັ່ງເຝິກຕົນເອງເພື່ອເຮັດໃຫ້ພວກເຂົາເຫັນວ່າເຮົາເຮັດໄດ້ ແລະ ເກັ່ງຂຶ້ນ.

ສ່ວນຈຸດອ່ອນຄືການໃຊ້ຄຳເວົ້າ ເເລະ ສີໜ້າປົກກະຕິຂອງວີ, ບາງຄັ້ງທີ່ການເວົ້າຂອງວີມັນອາດຈະເບິ່ງເເຂງກະດ້າງ ແລະ ຍັງເປັນຄົນໜ້າຫວ່ຽງຕະຫຼອດເວລາ, ຖ້າຄົນບໍ່ສະໜິດອາດຈະຄິດບໍ່ດີໄດ້ເລີຍ

ວີນັສຢາກຝາກຫຍັງຕື່ມບໍ່ກ່ຽວກັບຜົນງານຂອງເຮົາ ຫຼື ຊວນຄົນໃຫ້ມາຮູ້ຈັກເຮົາໃຫ້ຫຼາຍຂຶ້ນ.

Venus: ຝາກຕິດຕາມ YOUTUBE: @girlsgurlhood ມາເບິ່ງສາວໆໜຸ່ມໆໃນຊ່ອງຂອງພວກເຮົາໄດ້ ເເລະ ປີໜ້າພວກເຮົາຈະມີ Project ໃໝ່ມາໃຫ້ທຸກຄົນຕິດຕາມຮັບຮອງວ່ານ່າສົນໃຈບໍ່ເເພ້ CHITCHAT ເລີຍ.

ທຸກຄົນສາມາດເຂົ້າໄປໃຫ້ກຳລັງໃຈ ແລະ ຍ້ອນເບິ່ງລາຍການເພື່ອຊົມຜົນງານທີ່ GIRL$GURL CHITCHAT ທາງ YOUTUBE: @girlsgurlhood

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
The Interview

SenJx ເຜີຍ “ຢາກເປັນສິລະປິນຕົວຢ່າງ” ສົ່ງເສີມຄົນຮຸ່ນໃໝ່ໃນທາງທີ່ດີ

ໃນການສົນທະນາທີ່ເຕັມໄປດ້ວຍແຮງບັນດານໃຈກັບ SenJx ຈາກ HUEN CREW ໄດ້ພາເຮົາໄປສຳຜັດກັບມຸມມອງຂອງສິລະປິນຮຸ່ນໃໝ່ທີ່ບໍ່ພຽງແຕ່ຢາກສ້າງສັນຜົນງານຜ່ານສຽງດົນຕີເທົ່ານັ້ນ, ແຕ່ຍັງມຸ່ງສ້າງຊຸມຊົນຮິບຮັອບ-ແຣັບເປີ ໃຫ້ເປັນພື້ນທີ່ປອດໄພ ພ້ອມທັງສົ່ງເສີມຄົນຮຸ່ນໃໝ່ໃຫ້ກ້າວເດີນໃນແນວທາງທີ່ດີຜ່ານເນື້ອຮ້ອງ ແລະ ວິຖີຊີວິດທີ່ແທ້ຈິງຂອງລາວ. ການທີ່ໄດ້ລົມກັບ...

The Interview

ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just”, XXXVIIV & gomen. ຈະປ່ຽນໂສມໜ້າເພງລາວແນວໃດ?

ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just", XXXVIIV & gomen. ກຳລັງຈະປ່ຽນໂສມໜ້າຂອງເພງລາວແນວໃດ?

The Interview

ນ້ຳຫວານ ໄດ້ຮັບແຮງບັນດານໃຈຂອງການແຕ້ມຮູບທີ່ສື່ອາລົມຄວາມເຂົ້າໃຈອັນຊັບຊ້ອນຂອງມະນຸດ

ພອຍໄພລິນ ຫຼວງອາມາດ ຫຼື ນ້ຳຫວານ ປັດຈຸບັນອາຍຸ 20 ປີ, ກຳລັງສຶກສາຢູ່ ປີ 2 ຢູ່ Sydney...

The Interview

ພົງ ໜຸ່ມບາຣິສຕາສາຍສະຕຣີດ ສູ່ນາຍແບບແບຣນດັງ ຜູ້ຄວ້າທຸກໂອກາດດ້ວຍໃຈທີ່ເປີດຮັບການປ່ຽນແປງ

ມື້ນີ້ຂໍພາໄປຮູ້ຈັກກັບເລື່ອງຊີວິດທີ່ເຕັມໄປດ້ວຍແຮງບັນດານໃຈຂອງ ພົງສະຫວັນ ແສງອາຄົມ ຊື່ຫຼິ້ນແມ່ນ ລິ້ວ ແຕ່ໝູ່ຂອງລາວເອີ້ນວ່າ ພົງ ໜຸ່ມບາຣິສຕາຈາກຊຳເໜືອທີ່ເຕີບໃຫຍ່ມາຈາກພາກໃຕ້ຂອງລາວ ຜູ້ທີ່ໃຊ້ທຸກໂອກາດໃນຊີວິດຢ່າງເຕັມທີ່ ດ້ວຍຄວາມເຊື່ອທີ່ວ່າ “ຊີວິດມີການປ່ຽນແປງຕະຫຼອດ ສະນັ້ນຕ້ອງເຮັດທຸກຢ່າງໃຫ້ສຸດຄວາມສາມາດ”....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.