ມ່ວນຊວນເບິ່ງເພື່ອຈະພາມາຍ້ອນຮອຍເອນິເມຊັນໃນຕຳນານທີ່ຄົນເປັນສາຍເອນິເມະຈະຕ້ອງຮູ້ຈັກຢ່າງແນ່ນອນ ເຊິ່ງເລື່ອງນັ້ນກໍຄື “a silient voice”.
ເປັນເລື່ອງລາວຂອງເດັກຊາຍຂີ້ດື້ຜູ້ໜຶ່ງນັ້ນກໍຄື Shoya Ishida ທີ່ມັກ Bully ໝູ່ຄົນໜຶ່ງໃນຫ້ອງຮຽນກໍຄືເດັກຍິງທີມີຊື່ວ່າ Shouko Nishimiya ຜູ້ພິການທາງຫູ ແລະ ບໍ່ສາມາດເວົ້າໄດ້. ເລີຍເຮັດໃຫ້ຖືກເດັກຊາຍຄົນນັ້ນ Bully ຈົນຕ້ອງຍ້າຍໂຮງຮຽນ ແລະ ເຫດການໃນຄັ້ງນີ້ມັນໄດ້ສົ່ງຜົນໃຫ້ Shoya Ishida ເປັນຄົນທີ່ຖືກແນມບໍ່ດີໃນສາຍຕາໝູ່ເພື່ອນຈົນບໍ່ມີໃຜຢາກຄົບຫາ ຫຼື ຫຼິ້ນນຳ.
ຈົນເວລາຜ່ານໄປກໍເຮັດໃຫ້ທັງສອງມາພົບໃໝ່ໃນໂຮງຮຽນມັດທະຍົມ. Shoya Ishida ຍັງຄົງຮູ້ສຶກຜິດ ແລະ ຕັດສິນໃຈທີ່ຈະປ່ຽນແປງຕົນເອງ ນີ້ແມ່ນໂອກາດທີ່ລາວຈະແກ້ໄຂໃນສິ່ງທີ່ເຮັດຜິດພາດໄປໃນອາດີດ.
ເລື່ອງນີ້ໄດ້ສະທ້ອນຫຼາຍຢ່າງບໍ່ວ່າຈະດ້ານບັນຫາດ້ານຄອບຄົວ, ຄວາມສຳພັນໝູ່ເພື່ອນ, ການ Bully ແລະ ທີ່ສຳຄັນກໍຄືການໃຫ້ເຮົາຮັບຮູ້ເຖິງຄວາມເຂົ້າໃຈຕໍ່ຄວາມຮູ້ສຶກຂອງຜູ້ພິການທາງຫູທີ່ເປັນຕົວລະຄອນເອກພາຍໃນເລື່ອງ.

ບົດຮຽນສຳຄັນໃນເລື່ອງກ່ຽວກັບການປ່ຽນພຶດຕິກຳ ແລະ ການເຂົ້າໃຈຄົນອື່ນ.
Shoya Ishida ທີ່ເປັນຕົວລະຄອນຫຼັກທີ່ເລີ່ມຕົ້ນ Bully Shouko Nishimiya ເຊິ່ງເປັນຜູ້ພິການທາງການໄດ້ຍິນ ແຕ່ເມື່ອລາວໃຫຍ່ຂຶ້ນ ລາວກໍເລີ່ມຮູ້ສຶກຜິດກັບສິ່ງທີ່ເຮັດລົງໄປ ແລະ ພະຍາຍາມຊົດເຊີຍຊ່ວງເວລາທີ່ສັງຄົມໃນໂຮງຮຽນທີ່ຕ້ອງພົບກັບຄວາມລັງກຽດຈາກໝູ່ເພື່ອນ ເຮັດໃຫ້ລາວເຂົ້າໃຈເຖິງຄວາມຮູ້ສຶກ ແລະ ຮັບຮູ້ເຖິງຄວາມເຈັບປວດຂອງ Shouko Nishimiya.
ພາຍໃນແອນິເມຊັນໄດ້ໃຫ້ເຫັນເຖິງຄວາມສຳຄັນຂອງການປ່ຽນແປງພຶດຕິກຳ,ການເຕີບໂຕໃນຈິດໃຈ,ການເປີດໃຈ ແລະ ເຂົ້າໃຈເຖິງຄວາມແຕກຕ່າງຂອງຜູ້ອື່ນ Shoya Ishida ຕ້ອງຮຽນຮູ້ທີ່ຈະຮັບຜິດຊອບຕໍ່ການກະທຳໃນອາດີດ ແລະ ພະຍາຍາມສ້າງຄວາມສຳພັນໃໝ່ທີ່ຢູ່ບົນພື້ນຖານຄວາມເຂົ້າໃຈ ໂດຍສະເພາະກັບກຸ່ມຄົນທີ່ພິການທາງດ້ານຮ່າງກາຍຄື Shouko Nishimiya.

“A Silent Voice” ຍັງມີການເນັ້ນໃຫ້ເຫັນເຖິງການໃຫ້ອະໄພ ແລະ ການພັດທະນາຕົວເອງ ເຊິ່ງມັນເຮັດໃຫ້ເປັນເລື່ອງລາວທີ່ກິນໃຈສຳລັບໄວໜຸ່ມໃນປັດຈຸບັນທີ່ຕ້ອງພົບກັບຄວາມສັບສົນໃນການຄົ້ນຫາຕົວເອງ ແລະ ການຍອມຮັບໃນສັງຄົມ.ທີ່ສຳຄັນບໍ່ພຽງແຕ່ເລົ່າເຖິງການຊົດໃຊ້ຄວາມຜິດໃນອາດີດເທົ່ານັ້ນ ແຕ່ຍັງສ້າງຄວາມເຂົ້າໃຈກ່ຽວກັບການໃຊ້ຊີວິດຮ່ວມກັບຜູ້ອື່ນຢ່າງມີຄວາມສຸກອີກນຳ.
ຂໍເຕືອນເລີຍວ່າໃຫ້ທຸກຄົນກຽມເຈ້ຍທິດຊູ້ໄວ້ໃຫ້ພ້ອມກ່ອນເບິ່ງ ເພາະເລື່ອງນີ້ໂຄດເຈັບຕັບ ແລະ ປວດໃຈຢ່າງແຮງແຕ່ໃນອີກດ້ານໜຶ່ງມັນກະດີຕໍ່ໃຈນຳໃນຄວາມສຳພັນຂອງທັງສອງທີ່ມີຕໍ່ກັນ. ສຳລັບໃຜທີ່ເບິ່ງແລ້ວຢ່າລືມມາຄອມເມັ້ນສູ່ກັນຟັງນຳເດີ້.
ໂດຍ: ທີມບັນນາທິການ Muan