ລວມກິດຈະກຳໜ້າສົນໃຈທ້າຍເດືອນ ວັນທີ 28 ຕຸລາ – 01 ພະຈິກ 2026

ແບ່ງປັນ

ລວມກິດຈະກຳໜ້າສົນໃຈທ້າຍເດືອນ ວັນທີ 28 ຕຸລາ – 01 ພະຈິກ 2026

28 October 2026● 18

ທ້າຍເດືອນນີ້, ມ່ວນຊວນໄປ ຂໍຊວນທຸກຄົນອອກໄປປ່ຽນບັນຍາກາດ ກັບຫຼາກຫຼາຍກິດຈະກຳທີ່ມີທັງການສະແດງກາຍຍະສິນຈາກລັດເຊຍ, ງານວາງສະແດງຮູບແຕ້ມທີ່ຊວນຄົ້ນຫາຄວາມງາມຂອງຮ່າງກາຍ, ຕະຫຼາດນັດ Halloween ສຳລັບສາຍແຟຊັນ ແລະ ຄ່ຳຄືນດິນເນີສຸດເລິກລັບໃນບັນຍາກາດປາສາດ Dracula.

ພ້ອມປິດທ້າຍດ້ວຍກິດຈະກຳໂຍຄະ ແລະ ເຮັດສະມາທິ ເພື່ອພັກຜ່ອນ ແລະ ເຕີມພະລັງໃຫ້ຕົນເອງ. ບໍ່ວ່າເຈົ້າຈະມັກງານສິລະປະ, ຮັກການແຕ່ງໂຕ ຫຼື ຢາກຫາກິດຈະກຳໃໝ່ໆ ກໍລອງເລືອກງານທີ່ຖືກໃຈ ແລ້ວຊວນໝູ່ອອກໄປສ້າງຄວາມຊົງຈຳດີໆນຳກັນເດີ.

ຊົມການສະແດງກາຍຍະສິນຈາກລັດເຊຍ

ມື້ນີ້ຈະພາທຸກຄົນໄປເປີດປະສົບການໃໝ່ ກັບການສະແດງກາຍຍະສິນຈາກປະເທດລັດເຊຍ ທີ່ຈະພາເຮົາໄປສຳຜັດອີກໜຶ່ງມຸມຂອງສິລະປະ ຜ່ານການເຄື່ອນໄຫວຂອງຮ່າງກາຍທີ່ປະສົມປະສານທັງຄວາມສາມາດ, ຄວາມຄ່ອງແຄ້ວ ແລະ ຄວາມຄິດສ້າງສັນເຂົ້າໄວ້ນຳກັນ.

ຄວາມພິເສດຂອງການສະແດງຄັ້ງນີ້ ແມ່ນການທີ່ເຮົາຈະໄດ້ຮ່ວມຊົມຜົນງານຂອງເຫຼົ່ານັກສຶກສາຈາກ M. N. Rumyantsev State College of Circus and Variety Arts ວິທະຍາໄລດ້ານສິລະປະກາຍຍະສິນ ແລະ ການສະແດງທີ່ມີຊື່ສຽງຂອງປະເທດລັດເຊຍ.

ການສະແດງກາຍຍະສິນບໍ່ໄດ້ມີພຽງແຕ່ຄວາມຫວາດສຽວ ຫຼື ຄວາມຕື່ນຕາຕື່ນໃຈເທົ່ານັ້ນ ແຕ່ທຸກການເຄື່ອນໄຫວຍັງສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈ, ລະບຽບວິໄນ ແລະ ການເຝິກຝົນຂອງຜູ້ສະແດງ ກ່ອນຈະຖ່າຍທອດອອກມາເປັນສິລະປະໃຫ້ຜູ້ຊົມໄດ້ສຳຜັດ.

ສຳລັບໃຜທີ່ຢາກປ່ຽນບັນຍາກາດລອງເຮັດກິດຈະກຳໃໝ່ໆ ລອງຊວນໝູ່, ຄົນຮັກ ຫຼື ຄອບຄົວ ມາໃຊ້ເວລາຮ່ວມກັນກັບການສະແດງຄັ້ງນີ້ເບິ່ງ. ເພາະນອກຈາກຈະໄດ້ຮັບຊົມສິລະປະຈາກຕ່າງປະເທດແລ້ວ ຍັງເປັນອີກໜຶ່ງໂອກາດທີ່ຈະໄດ້ເປີດມຸມມອງໃໝ່ໆຕໍ່ສິລະປະການສະແດງອີກດ້ວຍ.

ລາຍລະອຽດກ່ຽວກັບງານ

ອ່ານຕື່ມ:  ເປີດປະສົບການໃໝ່ໆດ້ວຍ 8 ກິດຈະກຳ ທ່ຽວບຸນຊ່ວງເຮືອ, ຕະຫຼາດນັດ, ສິລະປະ ແລະ Community ວັນທີ 21 - 25 ຕຸລາ 2026

ງານວາງສະແດງຮູບແຕ້ມ ເປືອຍ Nudity: Feminine48

ຖ້າຮ່າງກາຍສາມາດເລົ່າເລື່ອງໄດ້ ທຸກຄົນຄິດວ່າມັນຈະບອກຫຍັງກັບເຮົາ?

ມ່ວນຊວນໄປ ຢາກພາທຸກຄົນມາລອງຕີໂຈດຕໍ່ຄວາມງາມຂອງຮ່າງກາຍໃນມຸມມອງໃໝ່ ຜ່ານນິເທດສະການ ເປືອຍ Nudity: Feminine48 ງານວາງສະແດງຮູບແຕ້ມດ່ຽວຄັ້ງທຳອິດຂອງ ສອນດາລາ ສີຫາວົງ ຫຼື ໂຄສົກ ສອນດາລາ ທີ່ນຳເອົາປະສົບການ ແລະ ມຸມມອງໃນໄວ 48 ປີ ມາຖ່າຍທອດຜ່ານ 48 ຜົນງານຈິດຕະກຳ.

ຜົນງານສ່ວນໃຫຍ່ເປັນສິລະປະ Nude Art ທີ່ໃຊ້ເຕັກນິກສີອະຄຣີລິກເທິງຜ້າໃບ ເພື່ອຖ່າຍທອດຮ່າງກາຍຜູ້ຍິງໃນຫຼາກຫຼາຍບົດບາດ ທັງການເປັນແມ່, ພັນລະຍາ, ຄົນຮັກ ແລະ ເອື້ອຍນ້ອງ.

ແຕ່ສິ່ງທີ່ໜ້າສົນໃຈຂອງງານນີ້ ບໍ່ແມ່ນພຽງການນຳສະເໜີຄວາມງາມຂອງຮູບຮ່າງ ແຕ່ຍັງຊວນໃຫ້ເຮົາຕັ້ງຄຳຖາມວ່າ ພາຍໃຕ້ຮ່າງກາຍທີ່ປາສະຈາກການປຸງແຕ່ງນັ້ນ ມີເລື່ອງລາວ, ຄວາມເຂັ້ມແຂງ, ຄວາມໝັ້ນໃຈ ແລະ ຕົວຕົນຂອງຜູ້ຍິງຖືກຖ່າຍທອດອອກມາແນວໃດແດ່?

ໃຜທີ່ມັກເສບງານສິລະປະ ຫຼື ຢາກລອງເປີດປະສົບການ ຢາກຊວນໃຫ້ລອງມາສຳຜັດຜົນງານຊຸດນີ້ດ້ວຍຕົນເອງ. ເພາະບາງເທື່ອ ພາບແຕ້ມດຽວກັນອາດເລົ່າເລື່ອງທີ່ຕ່າງກັນ, ຂຶ້ນຢູ່ກັບສາຍຕາ ແລະ ປະສົບການຂອງຄົນເບິ່ງ.

ລາຍລະອຽດກ່ຽວກັບງານ

  • ເຂົ້າຟຣີ
  • ວັນທີ: 29 ຕຸລາ – 29 ພະຈິກ 2026
  • ເວລາ: 16:00 – 19:00 ໂມງ
  • ສະຖານທີ່: ຮ້ານອາຫານ ຂອບໃຈເດີ, ຊັ້ນ 3

ຕະຫຼາດນັດ Halloween – Folks market

ຮາໂລວີນນີ້ ສາຍແຟຊັນຫ້າມພາດ ເພາະ ມ່ວນຊວນໄປ ຈະພາທຸກຄົນໄປເດີນຫຼິ້ນທີ່ Folks Market ຕະຫຼາດນັດສຳລັບຄົນຮັກແຟຊັນ ທີ່ ລວມເອົາໄອເທັມເທ່ໆ, ເສື້ອຜ້າ Vintage, ຂອງເກົ່າມີສະເໜ່ ແລະ ຂອງຫຼິ້ນຫຼາກຫຼາຍໃຫ້ສາຍແຕ່ງໂຕໄດ້ໄປຄົ້ນຫາຂອງຖືກໃຈກັນແບບຈຸໃຈ.

ອ່ານຕື່ມ:  ເປືອຍ Nudity: Feminine48 ເລົ່າເລື່ອງລາວຮ່າງກາຍຜ່ານງານສິລະປະ ລວມ 48 ຜົນງານຈາກ “ສອນດາລາ ສີຫາວົງ”

ບໍ່ວ່າເຈົ້າຈະເປັນຄົນທີ່ມັກແຕ່ງລຸກ Vintage, ສາຍ Streetwear ຫຼື ຢາກໄດ້ໄອເທັມມາເພີ່ມສະໄຕລ໌ໃຫ້ກັບຕົວເອງ ງານນີ້ກໍເປັນອີກບ່ອນທີ່ໄດ້ທັງຊອບປິ້ງ, ຍ່າງຫຼິ້ນ ແລະ ພົບປະຄົນທີ່ມັກຫຍັງຄືກັນ.

ກຽມຊຸດໃຫ້ພ້ອມ ແລ້ວຊວນໝູ່ມາຍ່າງຕະຫຼາດນັດ ຊອກຂອງເທ່ໆ ແລະ ຄົ້ນຫາໄອເທັມທີ່ບອກຄວາມເປັນຕົວເອງທີ່ Folks Market ນຳກັນເດີ

ລາຍລະອຽດກ່ຽວກັບງານ

  • ເຂົ້າຟຣີ
  • ຂໍ້ມູນກິດຈະກຳ: Folks market
  • ວັນງານ: ວັນທີ 29 ຕຸລາ – 4 ພະຈິກ 2026, ເວລາ 10:00-20:00 ໂມງ
  • ສະຖານທີ່: ສູນການຄ້າ Parkson Laos ຊັ້ນ 1, ນະຄອນຫຼວງວຽງຈັນ.

LE CORBEAU Bar X Count Dracula the chef

Halloween ປີນີ້, ໃຜທີ່ຢາກປ່ຽນບັນຍາກາດຈາກປາຕີ້ຜີໆທຳມະດາມາເປັນຄ່ຳຄືນດິນເນີສຸດເລິກລັບ ທີ່ມີທັງຄວາມໂຣແມນຕິກ ແລະ ຄວາມລະທຶກໃຈ ອີກໜຶ່ງງານທີ່ຢາກຊວນໄປ BEFORE DAWN – ຄືນກ່ອນຟ້າສາງ ງານ Halloween ຈາກ LE CORBEAU Bar x Count Dracula the Chef

ພາຍໃນງານໄດ້ຈຳລອງບັນຍາກາດດິນເນີໃນປາສາດຂອງ Dracula ພ້ອມເມນູພິເສດທີ່ເຊຟຈະສ້າງສັນຂຶ້ນສຳລັບຄ່ຳຄືນນີ້ໂດຍສະເພາະ ແລະ ມີໃຫ້ລິ້ມລອງພຽງຄືນດຽວເທົ່ານັ້ນ. ຄືນກ່ອນຟ້າສາງຈະມີຫຍັງລໍຖ້າຢູ່ໃນປາສາດຂອງ Dracula? ກຽມຊຸດ Halloween ຂອງທຸກຄົນໃຫ້ພ້ອມ ແລ້ວໄປຄົ້ນຫາຄຳຕອບໃນຄ່ຳຄືນນີ້ນຳກັນ.

ລາຍລະອຽດກ່ຽວກັບງານ

  • ມີຄ່າໃຊ້ຈ່າຍ (ບ່ອນນັ່ງມີຈຳນວນຈຳກັດ)
  • ຂໍ້ມູນກິດຈະກຳ: Le Corbeau BAR ເລີກ໊ອກໂບ ບາຣ
  • ວັນງານ: ວັນທີ 31 ຕຸລາ 2026, ເວລາ 19:00 – 21:00 ໂມງ
  • ສະຖານທີ່: Le Corbeau BAR ເລີກ໊ອກໂບ ບາຣ, ສະຫວັນນະເຂດ.
ອ່ານຕື່ມ:  ຖິ້ມຄວາມເບື່ອໄວ້ຢູ່ບ້ານ ລວມ 6 ກິດຈະກຳເດັດທ້າຍອາທິດທີ່ຄວນໄປ

1.11 Recharge, Relax & Reconnect

ຊ່ວງນີ້ໃຜທີ່ກຳລັງຮູ້ສຶກເມື່ອຍລ້າຈາກວຽກ ຫຼື ຢາກຫາເວລາໃຫ້ຕົນເອງໄດ້ພັກຜ່ອນ ມ່ວນຊວນໄປ ມີກິດຈະກຳດີໆ ມາຝາກ ກັບງານ 1.11 Recharge, Relax & Reconnect (ພັກເຕີມພະລັງກາຍໃຈ) ທີ່ຊວນທຸກຄົນມາຜ່ອນຄາຍ ເຕີມພະລັງບວກໃຫ້ຮ່າງກາຍ ແລະ ຈິດໃຈ ພ້ອມພົບປະຜູ້ຄົນໃໝ່ໆ ຜ່ານກິດຈະກຳທີ່ມີທັງຄວາມສະຫງົບ ແລະ ຄວາມມ່ວນ.

ບໍ່ວ່າຈະເປັນ ໂຍຄະ, ເຮັດສະມາທິ, ຫຼິ້ນເກມສ້າງສາຍສຳພັນ ແລະ Q&A ແບ່ງປັນເຄັດລັບການດູແລສຸຂະພາບກາຍ-ໃຈ ທີ່ນຳໄປໃຊ້ໄດ້ຈິງ. ພິເສດ, ໃນງານຍັງມີ Lucky Draw ໃຫ້ລຸ້ນຮັບຂອງຂວັນ ພ້ອມອາຫານວ່າງ ແລະ ນ້ຳດື່ມບໍລິການຟຣີ.

ວັນອາທິດນີ້, ລອງຫາເວລາຈັກ 2 ຊົ່ວໂມງ ເພື່ອໃຫ້ເວລາກັບຕົນເອງໄດ້ເຕີມພະລັງດີໆກັນເດີ.

ລາຍລະອຽດກ່ຽວກັບງານ

  • ຮ່ວມກິດຈະກຳ ຟຣີ (ຮັບຈຳນວນຈຳກັດ)
  • ຂໍ້ມູນກິດຈະກຳ: Art of Living Laos
  • ວັນງານ: ວັນທີ 1 ພະຈິກ 2026, ເວລາ 8:00 – 10:00 ໂມງ
  • ສະຖານທີ່: Heathfield International School Vientiane, ນະຄອນຫຼວງວຽງຈັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.