ສອງສິລະປິນແຣັບເປີ ລາວ-ໄທ ຮ່ວມງານກັນ ຟັງ 7-Eleven ໂດຍ UKNOWHATIMEAN x sawadeekubpomfirst

ມ່ວນຊວນຟັງ ຈະພາທຸກຄົນມາຟັງເພງ Hiphop/Rap ໃນແບບ Freestyle ຄືເພງ 7-Eleven Freestyle ຈາກການໂຄຈອນມາພົບກັນຂອງ UKNOWHATIMEAN ສິລະປິນລາວ ແລະ sawadeekubpomfirst ສິລະປິນໄທ ໃນຮູບແບບການແຣັບ Freestyle ທີ່ບອກໄດ້ເລີຍວ່າ ແຣັບດີສົມນ້ຳສົມເນື້ອແບບກິນກັນບໍ່ລົງເລີຍ.
ການຮ່ວມງານຂອງທັງສອງແມ່ນເລີ່ມຕົ້ນຈາກຄວາມມັກທາງດົນຕີທີ່ຄ້າຍຄືກັນ ທັງແນວເພງ ແລະ ສະໄຕລ໌ການແຣັບ ໂດຍ UKNOWHATIMEAN ເລົ່າວ່າ ຈຸດເລີ່ມຕົ້ນເກີດຈາກການສົ່ງຂໍ້ຄວາມໄປຫາ sawadeekubpomfirst ເພື່ອຍ້ອງວ່າເພງຂອງລາວຄັກ ແລະ ມີພາບລັກຮິບຮອບທີ່ຊັດເຈນ ແຕ່ສິ່ງທີ່ໜ້າປະທັບໃຈກໍຄື ທັງສອງຕ່າງກໍເປັນຄົນທີ່ຕິດຕາມ ແລະ ຟັງເພງຂອງກັນ ແລະ ກັນຢູ່ແລ້ວ.

ຈາກການສົ່ງໄປໃນມື້ນັ້ນ ຈຶ່ງກາຍເປັນຈຸດເລີ່ມຕົ້ນທີ່ພາທັງສອງມາຮ່ວມສ້າງຜົນງານດົນຕີນຳກັນ.
ທັງສອງຄົນຖືວ່າມີສະໄຕລ໌ການແຣັບທີ່ເປັນເອກະລັກ, ມີຄວາມເທ່ ແລະ ຖ່າຍທອດຕົວຕົນອອກມາໄດ້ໜ້າສົນໃຈຫຼາຍ. ຈຸດເດັ່ນຂອງ Freestyle ແມ່ນການແຣັບແບບດົ້ນຮ້ອງສົດ ໂດຍຄິດເນື້ອຮ້ອງ ແລະ ສຳຜັດຄຳຂຶ້ນມາໃນຂະນະນັ້ນ ເຊິ່ງບໍ່ໄດ້ກຽມເນື້ອເພງໄວ້ລ່ວງໜ້າ ເນັ້ນໄຫວພິບ, ຄວາມຄິດສ້າງສັນ ແລະ ທັກສະການຫຼິ້ນຄຳໃຫ້ເຂົ້າກັບຈັງຫວະບີດດົນຕີ.
ເພງ 7-Eleven ຈຶ່ງຖືວ່າການປ່ອຍຂອງໃນການແຣັບ ທີ່ມີເອກະລັກຂອງທັງຄົນ. ນອກຈາກນີ້ ເຮົາຍັງໄດ້ເຫັນການປະສົມປະສານພາສາລາວ, ອັງກິດ ແລະ ໄທ ທີ່ເພີ່ມສະເໜ່ ແລະ ສີສັນໃຫ້ກັບການແຣັບຄັ້ງນີ້.

ແຕ່ຄວາມເທ່ບໍ່ໄດ້ມີພຽງແຕ່ຈັງຫວະ ແລະ ລີລາການແຣັບ ເພາະເນື້ອຫາຍັງຖ່າຍທອດເຖິງເສັ້ນທາງການໄລ່ຕາມຄວາມຝັນ ທີ່ຕ້ອງຜ່ານທັງຄຳດູຖູກ, ການຖືກເບິ່ງຂ້າມ ແລະ ໂອກາດທີ່ຕ້ອງຄວ້າເອົາເອງ ແຕ່ພວກເຂົາກໍບໍ່ຍອມໃຫ້ສຽງຂອງຄົນອື່ນມາກຳນົດເສັ້ນທາງການເດີນຂອງຕົນເອງ.
ສິລະປິນທັງສອງໄດ້ເລືອກເລົ່າມຸມມອງຕ່າງໆ ຜ່ານການແຣັບທີ່ເຕັມໄປດ້ວຍຕົວຕົນ ແລະ ມຸມມອງທີ່ຕົນເອງເຈິມາ. ທັງສອງໄດ້ສົ່ງຕໍ່ພະລັງຂອງຄົນທີ່ກ້າຝັນ, ກ້າເຊື່ອ ແລະ ກ້າລົງມືເຮັດ ພ້ອມຄວາມຫວັງທີ່ຢາກເຫັນວົງການເພງແຣັບເຕີບໂຕ ແລະ ໄດ້ຮັບການຍອມຮັບຫຼາຍຂຶ້ນ.
ເພາະ Freestyle ບໍ່ແມ່ນພຽງການສະແດງທັກສະການແຣັບ ແຕ່ຍັງເປັນພື້ນທີ່ໃຫ້ສິລະປິນໄດ້ປ່ອຍຂອງ, ການສະແດງຕົວຕົນ ແລະ ບອກເລົ່າສິ່ງທີ່ຕົນເອງເຊື່ອຜ່ານດົນຕີ.