ເປືອຍ Nudity: Feminine48 ເລົ່າເລື່ອງລາວຮ່າງກາຍຜ່ານງານສິລະປະ ລວມ 48 ຜົນງານຈາກ “ສອນດາລາ ສີຫາວົງ”

ທຸກຄົນຮູ້ບໍ່ວ່າ ຮ່າງກາຍຂອງມະນຸດເປັນໜຶ່ງໃນແຮງບັນດານໃຈທີ່ປາກົດຢູ່ໃນຜົນງານສິລະປະມາຫຼາຍຍຸກສະໄໝເລີຍໃດ ເຊິ່ງບໍ່ພຽງແຕ່ເພື່ອຖ່າຍທອດຄວາມງາມຂອງຮູບຮ່າງ ແຕ່ມັນຍັງເປັນອີກວິທີໜຶ່ງໃນການສື່ສານເຖິງຕົວຕົນ, ອາລົມ ແລະ ຄວາມເປັນມະນຸດທີ່ມີຄວາມຊັບຊ້ອນຫຼາຍ.
ແນວຄິດນີ້ກໍໄດ້ຖືກນຳມາຖ່າຍທອດຜ່ານເລື່ອງລາວທີ່ເລົ່າຜ່ານງານສິລະປະ ເປືອຍ Nudity: Feminine48 ງານວາງສະແດງຮູບແຕ້ມດ່ຽວຄັ້ງທຳອິດຂອງ ສອນດາລາ ສີຫາວົງ ຫຼື ໂຄສົກ ສອນດາລາ ທີ່ລວມເອົາ 48 ຜົນງານຈິດຕະກຳ ເພື່ອສະທ້ອນມຸມມອງຕໍ່ຄວາມງາມ ແລະ ຮ່າງກາຍຂອງຜູ້ຍິງ ຜ່ານປະສົບການ ແລະ ຄວາມເຂົ້າໃຈຂອງສິລະປິນຄື ສອນດາລາ ໃນໄວ 48 ປີ.
ລາວເປັນສິລະປິນຍິງທີ່ຜ່ານວຽກສ້າງສັນມາຫຼາກຫຼາຍດ້ານບໍ່ວ່າຈະເປັນ ວິທະຍຸ, ໂທລະພາບ, ຮູບເງົາ, ສາລະຄະດີ, ການພາກສຽງ ແລະ ພາບປະກອບ. ຈາກການເລົ່າເລື່ອງຜ່ານສື່ຕ່າງໆ ແລະ ປະສົບການທີ່ສະສົມມາດ້ວຍຕົນເອງ, ລາວຈຶ່ງໄດ້ນຳເອົາຄວາມສົນໃຈຂອງຕົນມາຖ່າຍທອດຜ່ານສີສັນ ແລະ ລາຍເສັ້ນເທິງຜືນຜ້າໃບ.

ຜົນງານທັງ 48 ຊິ້ນ, ຖືກສ້າງຂຶ້ນດ້ວຍເຕັກນິກສີອະຄຣີລິກເທິງຜ້າໃບ ໂດຍສ່ວນໃຫຍ່ເປັນພາບສຶກສາຮ່າງກາຍຜູ້ຍິງໃນຮູບແບບ Nude Art ຫຼື ສິລະປະພາບເປືອຍ ທີ່ເກີດຈາກຈິນຕະນາການຂອງສິລະປິນ. ແຕ່ລະພາບສະທ້ອນຮູບຮ່າງ ແລະ ບົດບາດທີ່ແຕກຕ່າງກັນ ບໍ່ວ່າຈະເປັນແມ່, ພັນລະຍາ, ຄົນຮັກ ຫຼື ເອື້ອຍນ້ອງ ຕາມມຸມມອງທີ່ລາວມີຕໍ່ຜູ້ຍິງ.
ສິ່ງທີ່ສອນດາລາສົນໃຈໃນການສ້າງຜົນງານຊຸດນີ້ ບໍ່ແມ່ນພຽງການຖ່າຍທອດສັດສ່ວນ ຫຼື ຄວາມງາມຂອງຮູບຮ່າງ ແຕ່ແມ່ນການຊອກຫາຄຳຕອບວ່າ ຮ່າງກາຍສາມາດສື່ສານຫຍັງໄດ້ແດ່ ເມື່ອປາສະຈາກການປຸງແຕ່ງ.
ໃນມຸມມອງຂອງລາວ ຄວາມເປັນທຳມະຊາດຂອງຮ່າງກາຍຖືເປັນຄວາມງາມທີ່ບໍ່ຈຳເປັນຕ້ອງອາໄສສິ່ງປະດັບເພີ່ມເຕີມ ແລະ ເປີດໃຫ້ຜູ້ຊົມໄດ້ພິຈາລະນາຄວາມງາມໃນອີກມຸມໜຶ່ງ.

ດ້ວຍແນວຄິດນີ້ຜົນງານສິລະປະຊຸດ ເປືອຍ Nudity: Feminine48 ຈຶ່ງບໍ່ໄດ້ມຸ່ງນຳສະເໜີພຽງຮູບຮ່າງ ແຕ່ຍັງເປັນການຖ່າຍທອດມຸມມອງຂອງສິລະປິນຕໍ່ກຽດສັກສີ, ຄວາມເຂັ້ມແຂງ, ຄວາມໝັ້ນໃຈ ແລະ ອິດສະລະຂອງຜູ້ຍິງ ໂດຍຫວັງວ່າຜູ້ຊົມຈະໄດ້ຮັບບາງຄວາມຮູ້ສຶກ ຫຼື ມຸມມອງໃໝ່ຕິດຕົວກັບໄປ.
ເພາະທ້າຍທີ່ສຸດ ຜົນງານສິລະປະໜຶ່ງຊິ້ນອາດບໍ່ໄດ້ມີຄວາມໝາຍພຽງຢ່າງດຽວ. ສິ່ງທີ່ສິລະປິນຕ້ອງການບອກເລົ່າ ແລະ ສິ່ງທີ່ຜູ້ຊົມສຳຜັດໄດ້ ອາດແຕກຕ່າງກັນໄປຕາມປະສົບການຂອງແຕ່ລະຄົນ.
ສິ່ງເຫຼົ່ານັ້ນ, ຖືເປັນອີກໜຶ່ງຄວາມໜ້າສົນໃຈຂອງສິລະປະ ທີ່ບາງຄັ້ງບໍ່ຈຳເປັນຕ້ອງມີຄຳອະທິບາຍຕາຍຕົວ ແຕ່ເປີດພື້ນທີ່ໃຫ້ທຸກຄົນໄດ້ຄົ້ນພົບຜ່ານການຕີຄວາມໝາຍຂອງຕົນເອງ.
ລາຍລະອຽດກ່ຽວກັບງານ
- ເຂົ້າຟຣີ!
- ວັນທີ: 29 ຕຸລາ – 29 ພະຈິກ 2026
- ເວລາ: 16:00–19:00 ໂມງ
- ສະຖານທີ່: ຮ້ານອາຫານ ຂອບໃຈເດີ, ຊັ້ນ 3