ຄົນໜຶ່ງໄດ້ຢືນຂ້າງກາຍ ສ່ວນອີກຄົນຍັງຢູ່ໃນຫົວໃຈ ຟັງ Deep Down ຈາກ LALA ft JENNY BELLA

ແບ່ງປັນ

ຄົນໜຶ່ງໄດ້ຢືນຂ້າງກາຍ ສ່ວນອີກຄົນຍັງຢູ່ໃນຫົວໃຈ ຟັງ Deep Down ຈາກ LALA ft JENNY BELLA

26 October 2026● 16

ຖ້າໄດ້ເປັນຄົນທີ່ຖືກເລືອກ ແຕ່ບໍ່ເຄີຍຢູ່ໃນຫົວໃຈ ຄວາມຮັກນັ້ນຍັງມີຄວາມໝາຍບໍ… ມື້ນີ້ຈະຊວນທຸກຄົນໄປຟັງເພງ ເຈັບເລິກໆ (Deep Down) ຈາກ LALA ft. JENNY BELLA ນຳກັນ ເຊິ່ງໃນເພງແມ່ນເລົ່າເຖິງຄວາມສຳພັນໜຶ່ງ ທີ່ຄົນໜຶ່ງໄດ້ສວມຊຸດເຈົ້າສາວເພື່ອຢືນຂ້າງເຂົາ ສ່ວນອີກຄົນບໍ່ຕ້ອງຢືນຢູ່ບ່ອນນັ້ນ ແຕ່ກັບມີພື້ນທີ່ຢູ່ໃນຫົວໃຈຂອງເຂົາສະເໝີ ຄວາມຮັກ ຫຼື ຄວາມສຳພັນແບບນີ້ ເຮົາມັກຈະເອີ້ນມັນວ່າ ຮັກສາມເສົ້າ.

ໃນ MV ເພງໄດ້ສະແດງພາບນາງເອກເຈົ້າສາວຊຸດຂາວ (ສະແດງໂດຍ LALA) ໄດ້ນຸ່ງຊຸດເຈົ້າສາວສີຂາວໃນວັນແຕ່ງານ ແຕ່ໃນສາຍຕາຂອງ ເຈົ້າບ່າວ (ສະແດງໂດຍ CK Sonenalath) ຊ້ຳພັດມີພຽງເຈົ້າສາວອີກຄົນທີ່ໃສ່ຊຸດດຳເທົ່ານັ້ນ. ເພງ ເຈັບເລິກໆ ຈຶ່ງເຮັດໃຫ້ເຮົາເຫັນເຖິງຄວາມຮູ້ສຶກຂອງຄົນທີ່ທຸ່ມເທໃຫ້ຄວາມຮັກ ແຕ່ກໍໄດ້ຮັບພຽງຄວາມເສຍໃຈ ແລະ ບາດແຜທີ່ຍາກຈະລືມ.

ຄວາມຮູ້ສຶກນີ້ຖືກນຳມາຂະຫຍາຍຜ່ານ MV ທີ່ LALA ເປັນຜູ້ຂຽນບົດເອງ ໂດຍເລົ່າຜ່ານພາບຂອງເຈົ້າສາວສອງຄົນ ທີ່ມີພື້ນທີ່ໃນຫົວໃຈຂອງເຈົ້າບ່າວບໍ່ເທົ່າກັນ. ເຈົ້າສາວຊຸດຂາວ ກຳລັງຈະເຂົ້າພິທີແຕ່ງງານກັບຄົນທີ່ຕົນຮັກ ແຕ່ບໍ່ວ່າຈະແຕ່ງຕົວງາມພຽງໃດ ເຈົ້າບ່າວກັບບໍ່ເຄີຍມີລາວຢູ່ໃນສາຍຕາ ເພາະພາຍໃນໃຈຂອງເຂົາຍັງຄົງມີພາບຂອງເຈົ້າສາວຊຸດດຳ (ສະແດງໂດຍ JENNY BELLA) ຜູ້ທີ່ເຂົາຍັງຄິດຮອດ ແລະ ບໍ່ອາດລົບອອກຈາກຫົວໃຈໄດ້.

ອ່ານຕື່ມ:  ຮັກແທບຕາຍ ສຸດທ້າຍເປັນໄດ້ແຕ່ທາງຜ່ານ ຟັງ "ຮັກບ້າອີ່ຫຍັງ?" ຈາກ ຕ່າຍ ອາກາດ

ພາບຂອງເຈົ້າສາວທັງສອງຈຶ່ງຊວນໃຫ້ຕີຄວາມວ່າ ຄົນໜຶ່ງໄດ້ຄອບຄອງສະຖານະໃນຄວາມສຳພັນ ສ່ວນອີກຄົນກັບຄອບຄອງພື້ນທີ່ໃນຫົວໃຈ ແລະ ນີ້ກໍເປັນຄວາມເຈັບປວດທີ່ສຸດຂອງເຈົ້າສາວຊຸດຂາວ ເພາະລາວໄດ້ຢືນຢູ່ໃນຈຸດທີ່ຄວນມີຄວາມສຸກ ແຕ່ກັບຕ້ອງກັບປະເສີນໜ້າກັບຄວາມຈິງວ່າ ການໄດ້ໃຊ້ຊີວິດຮ່ວມກັບໃຜຄົນໜຶ່ງ ບໍ່ໄດ້ໝາຍຄວາມວ່າເຮົາຈະໄດ້ຄວາມຮັກຈາກເຂົາສະເໝີໄປ.

ເມື່ອເຮົາໄດ້ກັບມາຟັງ ແລະ ລອງອ່ານເນື້ອເພງ ກໍໄດ້ເຂົ້າໃຈເຖິງຄວາມໝາຍຄຳວ່າ ເຈັບເລິກໆ ແບບຊັດເຈນຂຶ້ນ. ເພາະບາງເທື່ອຄວາມເຈັບບໍ່ກໍໄດ້ເກີດຈາກການຖືກຖິ້ມ ແຕ່ເກີດຈາກການທີ່ເຮົາຍັງຮັກໃຜຄົນໜຶ່ງທັງທີ່ຮູ້ວ່າໃນຫົວໃຈຂອງເຂົາບໍ່ເຄີຍມີເຮົາຢູ່ເລີຍ.

ສຸດທ້າຍ, ເພງນີ້ກໍເຮັດໃຫ້ເຮົາຄິດເຖິງຄວາມຮູ້ສຶກຂອງການຕ້ອງຍອມຮັບ, ການບອກລາ ແລະ ຄວາມຫວັງທີ່ວ່າບາດແຜທີ່ຢູ່ຂ້າງໃນ ຈັກມື້ໜຶ່ງມັນຄົງຈະຫາຍໄປເອງ.

ເພາະການບໍ່ຖືກເລືອກກໍບໍ່ເຈັບເທົ່າກັບການຖືກເລືອກໃຫ້ຢູ່ຂ້າງກາຍ ແຕ່ບໍ່ເຄີຍຖືກເລືອກໃຫ້ຢູ່ໃນຫົວໃຈ ການບໍ່ຖືກຮັກມັນເຈັບເລິກໆແບບນີ້ເອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.