ໃນຕອນທຳອິດນີ້ມີປະເດັນທີ່ໜ້າສົນໃຈຢູ່ຫຼາຍຢ່າງ ແລະ ຮູ້ສຶກວ່າເປັນສິ່ງທີ່ຢູ່ໃນສັງຄົມທີ່ຄົນຍັງບໍ່ຮັບຮູ້ ແລະ ບໍ່ເປີດໃຈກ່ຽວກັບຄວາມຫຼາກຫຼາຍທາງເພດ, ບໍ່ຮູ້ວ່າສິ່ງທີ່ເປັນນີ້ແມ່ນແນວໃດກັນແທ້ຈຶ່ງກໍ່ໃຫ້ເກີດຄວາມສັບສົນໃຫ້ກັບຕົວເອງຢ່າງຕົວລະຄອນຫຼັກໃນຕອນນີ້ກໍຄື “ນວນ”.
ເລື່ອງໄດ້ເລີ່ມຈາກ ໂນ້ ພະນັກງານຮ້ານກາແຟ ສຸກໃຈ ທີ່ໄດ້ມາຂໍຄຳປຶກສາໃນເລື່ອງຂອງໝູ່ລາວທີ່ມີບັນຫາໃຫ້ຊ່ວຍແນະນຳໂດຍຄົນທີ່ ໂນ້ ໄດ້ຂໍຄວາມຊ່ວຍເຫຼືອແມ່ນ ຈີ່ ເຊິ່ງເປັນຫົວໜ້າ ຫຼື ເຈົ້າຂອງຮ້ານກາແຟທີ່ຕົວເອງກຳລັງເຮັດວຽກຢູ່.
ຈີ່ ກໍ່ໄດ້ເລົ່າກໍລະນີຕົວຢ່າງຂອງໝູ່ລາວໃຫ້ໂນ້ຟັງ, ເຊິ່ງໝູ່ຄົນນີ້ມີຊື່ວ່າ “ນວນ” ເດັກໜຸ່ມຕ່າງແຂວງທີ່ຈາກບ້ານເຂົ້າມາຮຽນວິທະຍາໄລຢູ່ໃນເມືອງຫຼວງ. ນວນໄດ້ເຫັນ ຈີ່ ສາວສອງທີ່ກ້າຈະເປັນໂຕຂອງໂຕເອງ, ເຮັດໃຫ້ເກີດຄວາມສົນໃຈຢາກທຳຄວາມຮູ້ຈັກ ແລະ ທັງສອງກໍໄດ້ເປັນໝູ່ກັນໃນທີ່ສຸດ.

ເບິ່ງຕອນທີ 1: ບໍ່ເປັນຫຍັງທີ່ຈະເປັນຕົວເອງ It’s Okay to Be Yourself
ນວນ ແມ່ນໄດ້ເກີດຄວາມສັບສົນໃນຕົວເອງ ແລະ ໄດ້ລອງຄົ້ນຫາວ່າຕົນເອງເປັນຫຍັງກັນແທ້, ໂດຍມີ ຈີ່ ຜູ້ທີ່ຊ່ວຍເປັນກຳລັງ ແລະ ໃຫ້ການສະໜັບສະໜຸນສົ່ງເສີມໃຫ້ນວນໄດ້ລອງໃນສິ່ງທີ່ຢາກເຮັດ. ແຕ່ນວນກໍຮູ້ສຶກຢ້ານວ່າຄວາມຈິງຈະຖືກເປີດເຜີຍ, ຢ້ານພວກໝູ່ໆໃນຫ້ອງຈະຮູ້ວ່າລາວມີຄວາມມັກສ່ວນຕົວທີ່ແຕກຕ່າງຈາກຄົນອື່ນ, ນວນທັງຮູ້ສຶກມີຄວາມສຸກ ແລະ ຄິດພາບບໍ່ອອກວ່າຖ້າຕ້ອງກັບໄປໃຊ້ຊີວິດຢູ່ບ້ານຄືນຈະເປັນແນວໃດ, ມັນຄົງຈະອຶດອັດຫຼາຍ ແລະ ແລ້ວກໍເຖິງຊ່ວງປິດພາກຮຽນ.
ນວນໄດ້ກັບບ້ານໄປຢູ່ກັບພໍ່ແມ່ພໍ່ຂອງນວນ. ພໍ່ຂອງລາວໄດ້ມີອະຄະຕິກັບເພດທາງເລືອກມັນຍິ່ງຊ້ຳເຕີມກັບນວນທີ່ຮູ້ສຶກວ່າການເປັນແບບນີ້ແມ່ນບໍ່ດີ, ເຮັດໃຫ້ນວນບໍ່ກ້າຍອມຮັບ, ແຮງຮູ້ສຶກປິດກັ້ນຕົວເອງຕື່ມ ແລະ ແລ້ວບັນຫາຫຼາຍໆຢ່າງກໍເກີດຂຶ້ນ.

ຄວາມລັບຂອງນວນກໍເລີ່ມຖືກໝູ່ໃນຫ້ອງຮູ້, ມີໝູ່ບາງກຸ່ມຄິດວ່ານວນນັ້ນແປກ ແລະ ບໍ່ຄືພວກເຂົາ. ນວນກໍໄດ້ເລືອກເຮັດໃນສິ່ງທີ່ມັກ ແລະ ກ້າສະແດງອອກທັງຕໍ່ໜ້າໝູ່ ແລະ ຄອບຄົວ. ຜົນລັບໃນຊີວິດນວນຈະເປັນແນວໃດນັ້ນຕິດຕາມຕໍ່ໃນ ສຸກໃຈ It’s Okay the series ຕອນທີ 1 ເຊິ່ງຕອນນີ້ມີຊື່ວ່າ: ບໍ່ເປັນຫຍັງທີ່ຈະເປັນຕົວເອງ It’s Okay to Be Yourself.
ມ່ວນຂໍສະຫຼຸບສັ້ນໆກັບຕອນທີ 1 ນີ້. ສິ່ງທຳອິດເລີຍທີ່ສັງເກດເຫັນຄືຄວາມເຂົ້າໃຈຂອງສັງຄົມກ່ຽວກັບການຍອມຮັບການເປັນຕົວເອງໃນທຸກໆພື້ນທີ່ຂອງທຸກຄົນທັງໃນສັງຄົມ ແລະ ຄົວຄົວທີ່ໄດ້ຕີກອບວ່າໃນໂລກເຮົາຕ້ອງເປັນຍິງ ແລະ ຊາຍພຽງເທົ່ານັ້ນ ໂດຍບໍ່ສົນໃຈເລີຍວ່າພວກເຂົາພຽງແຕ່ຢາກມີຄວາມສຸກໃນການເລືອກໃຊ້ຊີວິດ ແລະ ມັນເປັນເລື່ອງທີ່ດີຢາກໃຫ້ປະຕິບັດກັບພວກເຂົາໃຫ້ເທົ່າທຽມກັນພຽງເທົ່ານັ້ນ.
ມ່ວນຢາກໃຫ້ພວກເຮົາທຸກຄົນເປີດໃຈ ແລະ ເປັນພື້ນທີ່ເພື່ອສ້າງຄວາມສະບາຍໃຈໃນການສະແດງອອກໃນທຸກແບບ, ເປັນໂຕຂອງຕົວເອງແບບບໍ່ຕ້ອງຢ້ານຜິດ, ບໍ່ຕ້ອງມາຕອບ ຫຼື ອະທິບາຍກັບສັງຄົມ.
ໂດຍ: ທີມບັນນາທິການ Muan