ນັກກີລາຢິມນາສຕິກຄົນທຳອິດຂອງລາວໃນ Olympics ພາມາຮູ້ຈັກ ແພຣວາ ມິຊາໂຕະ ພິລາພັນເດຊ

ແບ່ງປັນ

ນັກກີລາຢິມນາສຕິກຄົນທຳອິດຂອງລາວໃນ Olympics ພາມາຮູ້ຈັກ ແພຣວາ ມິຊາໂຕະ ພິລາພັນເດຊ

27 December 2024● 224

ແພຣວາ ມິຊາໂຕະ ພິລາພັນເດຊ ຫຼື ແພຣ ອາຍຸ 19 ປີ ແພຣວາເປັນນັກກີລາຢິມນາສຕິກຄົນທຳອິດຂອງທີມຊາດລາວ. ປັດຈຸບັນໄດ້ເຝິກຊ້ອມ ແລະ ຮຽນຢູ່ມະຫາວິທະຍາໄລແຫ່ງໜຶ່ງ ທີ່ ປະເທດຍີ່ປຸ່ນ.

ຮູ້ສຶກແນວໃດກັບການໄດ້ເປັນຕົວແທນປະເພດກີລາຢິມນາສຕິກຄົນທຳອິດຂອງລາວ ທີ່ ໄດ້ໄປແຂ່ງໂອລິມປິກ 2024

ແພຣວາ: ຮູ້ສຶກພູມໃຈ ແລະ ກໍຕື່ນເຕັ້ນຫຼາຍ, ໃນຕອນທຳອິດທີ່ຮູ້ວ່າໄດ້ໄປແຂ່ງແມ່ນຮູ້ສຶກກົດດັນ, ກັງວົນວ່າຈະເຮັດໄດ້ດີບໍ່. ແຕ່ມັນກໍເຮັດໃຫ້ແພຣຮູ້ສຶກດີໃຈທີ່ສາມາດເຮັດໃຫ້ທຸກຄົນໃນປະເທດລາວ ແລະ ຕ່າງປະເທດໄດ້ເຫັນເຖິງຄວາມສາມາດຂອງນັກກິລາໂຕນ້ອຍໆຄົນໜຶ່ງໄດ້.

ເລົ່າຄວາມຮູ້ສືກ ແລະ ວິທີຈັດການຄວາມກົດດັນຕອນທີ່ກຳລັງຈະລົງສະໜາມແຂ່ງ ທີ່ ໂອລິມປິກ 2024

ແພຣວາ: ສະມາພັນຢິມນາສຕິກລາວ ແລະ ຄູເຝິກໄດ້ມີການວາງແຜນຮ່ວມກັນມາໂດຍຕະຫຼອດ. ໄດ້ກຽມແຜນໃຫ້ແພຣເພື່ອມີໂອກາດໄດ້ເດີນທາງໄປແຂ່ງຕ່າງປະເທດເລື້ອຍໆ, ນອກຈາກເປັນການເພີ່ມປະສົບການແລ້ວກໍຈະໄດ້ລື້ງເຄີຍກັບບັນຍາກາດການແຂ່ງຂັນເພື່ອເຮັດໃຫ້ມັນສາມາດຫຼຸດຄວາມກັງວົນ, ອີກຢ່າງໜຶ່ງແພຣຈະໄດ້ມີໝູ່ ຫຼື ຄົນຮູ້ຈັກຫຼາຍຂື້ນ.

ການທີ່ໄດ້ໄປເຝິກຊ້ອມຕ່າງປະເທດກໍຍິ່ງສ້າງປະສົບການເຮັດໃຫ້ແພຣສາມາດສ້າງຄວາມຢືດຢຸ່ນໃຫ້ຮ່ງກາຍໄດ້ດີ ແລະ ມັນຍິ່ງສ້າງຄວາມໝັ່ນໃຈໃຫ້ກັບແພຣ. ໃນຕອນເດີນທາງໄປປາຣິສແພຣມີນັກກາຍະພາບໄດ້ຮ່ວມເດີນທາງຕິດຕາມໄປນໍາ, ເພິ່ນຍັງມີຄວາມຮູ້ດ້ານຈິດຕະວິທະຍາຊ່ວຍເຮັດໃຫ້ບັນຍາກາດອ້ອມຕົວສະບາຍໆ ແລະ ຜ່ອນຄາຍໄດ້ຫຼາຍ

FB: Praewa Misato

IG: praewamisato

ໄລຍະການເຝິກຊ້ອມກ່ອນທີ່ຈະໄດ້ໄປແຂ່ງຂັນ ທີ່ ໂອລິມປິກ 2024

ແພຣວາ: ແພຣໄດ້ຊ້ອມໜັກມາໂດຍຕະຫຼອດ, ໄລຍະກ່ອນທີ່ຈະໄປແຂ່ງໂອລິມປິກຕ້ອງໄດ້ໄປເກັບໂຕທີ່ປະເທດ Azerbaijan ເກືອບໜຶ່ງເດືອນ. ໃນແຕ່ວັນແມ່ນຕ້ອງໄດ້ຊ້ອມທຸກມື້ ແລະ ແພຣກໍເກີດອຸບັດຕິເຫດໃນລະຫວ່າງການຊ້ອມມີອາການບາດເຈັບໜັກ. ກະດູກຕີນມີຮອຍແຕກ ແລະ ກະດູກໜ້າແຂ້ງອັກເສບ. ເຫດເກີດຈາກການກະທົບທີ່ໄດ້ມາຈາກການໂດດເພື່ອຢືດຢຸ່ນຮ່າງກາຍ ແລະ ການຕັ້ງທ່າເພື່ອສ້າງຄວາມສົມດຸນ.

ອ່ານຕື່ມ:  Tanu Vannasin ບໍ່ເຄີຍຄິດວ່າຕົນເອງເປັນສິລະປິນ ແຕ່ເປັນນັກຮ້ອງ-ນັກດົນຕີ

ແພຣວາເປັນຄົນອອກແບບຊຸດທີ່ໃຊ້ໃນການແຂ່ງຂັນ ໂອລິມປິກ 2024 ເອງເລີຍບໍ? ຢາກໃຫ້ເລົ່າແຮງບັນດານໃຈກ່ຽວກັບຊຸດ (ຮູບພຣະທາດຫລວງວຽງຈັນ ແລະ ດອກຈຳປາດອກໄມ້ປະຈຳຊາດ)

ແພຣວາ: ແມ່ນແລ້ວ ແພຣຢາກໃຫ້ມີຄົນຮູ້ຈັກປະເທດລາວຫຼາຍຂື້ນ. ເລີຍໄດ້ປຶກສາແມ່ກ່ອນເພາະການທີ່ເຮົາຈະເອົາດອກໄມ້ປະຈຳຊາດ ແລະ ສິ່ງສັກສິດຄູ່ບ້ານຄູ່ເມືອງຂອງພວກເຮົາມາໃຊ້ຕ້ອງໄດ້ລະມັດລະວັງວ່າຈະເໝາະສົມ ແລະ ຖືກກະຕິກາຂອງທາງ FIG. ແພຣໄດ້ເອົາໄອເດຍໄປລົມກັບຊ່າງຕັດຊຸດວ່າຢາກໃຫ້ຊຸດມີຫຍັງທີ່ພິເສດ, ແລ້ວກໍຂໍໃຫ້ຊ່າງຊ່ວຍຈັດວາງໃຫ້ເໝາະສົມທີ່ສຸດ.

ໂມເມັ້ນຄວາມປະທັບໃຈກ່ຽວກັບການຮ່ວມງານ Olympic 2024 ນີ້

ແພຣວາ: ແພຣປະທັບໃຈທຸກຢ່າງເລີຍ ເພາະການໄດ້ເປັນຕົວແທນນັກກີລາ ແລະ ໄດ້ຮ່ວມແຂ່ງຂັນໃນໂອລິມປິກມັນຫຼາຍກວ່າຝັນ. ພຽງແຕ່ແພຣໄດ້ໄປສໍາຜັດຢູ່ບ່ອນນັ້ນ, ໄດ້ເປັນ 1 ໃນ 24 ຄົນ, ຈາກກີລາຢຶມນາສຕິກທົ່ວໂລກ. ນັກກີລາທຸກຄົນ ໜ້າຮັກຫຼາຍ ແລະ ມີແຕ່ມິດຕະພາບດີໆໃຫ້ກັນ, ສ່ວນແພຣເອງກໍເປັນນັກກີລາທີ່ບໍ່ໄດ້ເປັນໂຕຫຼັກແຕ່ມີຄົນເກັ່ງໆຈື່ເຮົາໄດ້ ຫຼື ໄດ້ໃຫ້ຄວາມຊ່ວຍເຫຼືອກັນແພຣນີ້ຮູ້ສຶກດີໃຈສຸດໆເລີຍ.

ໃຫ້ບອກ ຫຼື ແນະນຳນ້ອງໆ ຄົນທີ່ສົນໃຈກິລາປະເພດນີ້ ທີ່ຄິດຈະເລິ່ມຫຼິ້ນກິລາຍິມນາສຕິກວ່າຕ້ອງເລິ່ມຕົ້ນຈາກສິ່ງໃດກ່ອນ?

ແພຣວາ: ຕ້ອງໝັ່ນເຝິກຊ້ອມ ແລະ ເຮັດໃຫ້ຮ່າງກາຍມີຄວາມອ່ອນຕົວ ເພາະທຸກຄວາມສວຍງາມທີ່ເຫັນບັນດານັກກີລາໄດ້ຜ່ານການເຝິກເປັນພັນໆຊົ່ວໂມງມາແລ້ວ.

ແພຣວາຂໍໃຫ້ກຳລັງໃຈນ້ອງໆທຸກຄົນ ແລະ ທຸກໆປະເພດກີລາທຸກຄວາມສຳເລັດແມ່ນຕ້ອງຜ່ານອຸປະສັກ, ການແຂ່ງບາງເທື່ອອາດຈະແພ້ເຮັດໃຫ້ເໝື່ອຍ ຫຼື ທໍ້ແທ້. ຂໍໃຫ້ບໍ່ຖີ້ມຄວາມພະຍາຍາມ, ອົດທົນສູ້, ຢ່າເບິ່ງແຕ່ຫຼຽນລາງວັນເພາະຄົນຊະນະມີພຽງແຕ່ບໍ່ເທົ່າໃດຄົນ, ໃຫ້ຕັ້ງໃຈ ແລະ ຕັ້ງເປົ້າໝາຍ, ສຸດທ້າຍເຮົາກໍຈະພູມໃຈກັບຜົນຂອງມັນໃນການຊະນະໃຈຕົວເອງ ແລະ ເຮັດໄດ້ດີຂື້ນໃນແຕ່ລະຄັ້ງນັ້ນແຫຼະຄືລາງວັນຂອງເຮົາ.

ໂດຍ: ທີມບັນນາທິການ Muan

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.