ເຂົາພຽງຍິ້ມໃຫ້ ແຕ່ເຮົາກໍຄິດໄປວ່າມີໃຈ ຟັງ ມັກກະລີຜົນ ຈາກ Kelvin515

ແບ່ງປັນ

ເຂົາພຽງຍິ້ມໃຫ້ ແຕ່ເຮົາກໍຄິດໄປວ່າມີໃຈ ຟັງ ມັກກະລີຜົນ ຈາກ Kelvin515

23 October 2026● 4

ບາງຄັ້ງຄວາມຮັກກໍເລີ່ມຕົ້ນຂຶ້ນແບບງ່າຍໆ ຈາກການໄດ້ພົບໃຜບາງຄົນ, ພຽງຮອຍຍິ້ມ ຫຼື ສາຍຕາທີ່ເຂົາສົ່ງມາ ກໍເຮັດໃຫ້ເຮົາຫຼົງໃຫຼຈົນວາດຝັນເຖິງເລື່ອງລາວຄວາມຮັກໃນອະນາຄົດລະຫວ່າງ ເຮົາ ແລະ ເຂົາ.

ມື້ນີ້, ຈຶ່ງຢາກພາທຸກຄົນມາລອງຟັງເພງ ມັກກະລີຜົນ ຈາກ Kelvin515 ທີ່ນຳເອົາພາບຂອງມັກກະລີຜົນ ຍິງສາວໃນຕຳນານຢູ່ທີ່ປ່າຫິມະພານ ມາປຽບກັບຄົນຜູ້ໜຶ່ງທີ່ມີສະເໜ່ຊວນຫຼົງໃຫຼປານດອກໄມ້ງາມທີ່ໃຜໆກໍຢາກເດັດດົມ.

ເພງນີ້ສິລະປິນໄດ້ແຕ່ງ ແລະ ຮຽບຮຽງທຳນອງເອງ ພ້ອມທັງໄດ້ເລົ່າເນື້ອຫາເພງຜ່ານມຸມມອງຂອງຊາຍຜູ້ໜຶ່ງທີ່ຕົກຂຸມຮັກຍິງສາວຕັ້ງແຕ່ທຳອິດເຫັນ ຈົນຢາກມີຄາຖາເສກໃຫ້ຕົນເອງໄດ້ເປັນຄົນທີ່ຢູ່ໃນສາຍຕາຂອງເຂົາ ເຖິງວ່າພຽງໄດ້ພົບກັນໃນແຕ່ຄວາມຝັນ ກໍຍັງຮູ້ສຶກສຸກໃຈ.

ແຕ່ຄວາມຫຼົງໃຫຼຄ່ອຍໆກາຍເປັນຄວາມເຈັບປວດ ເມື່ອເຂົາຫຼົງຄິດໄປໄກກັບຄຳເວົ້າອ່ອນຫວານ ແລະ ຮອຍຍິ້ມທີ່ເຂົາມອບໃຫ້ ຈົນຫຼົງຄິດວ່າທັງສອງມີໃຈໃຫ້ກັນ ກ່ອນຈະພົບວ່າ ຄວາມຮັກທີ່ຕົນວາດຝັນໄວ້ນັ້ນ ມັນເກີດກັບຕົນເອງຢູ່ພຽງຝ່າຍດຽວ.

ຈຸດທີ່ໜ້າສົນໃຈຂອງເພງ ແມ່ນການເລົ່າມຸມມອງລະດັບຄວາມຮູ້ສຶກຂອງທັງສອງຄົນທີ່ບໍ່ເທົ່າກັນ ເມື່ອສິ່ງທີ່ຄົນໜຶ່ງເບິ່ງເປັນພຽງຄວາມສຳພັນຊົ່ວຄາວ ແຕ່ອີກຄົນນັ້ນມັນກາຍເປັນຄວາມຮັກທີ່ຜູກພັນໄວ້ຈົນໝົດຫົວໃຈ.

ບາງທີຄວາມເຈັບປວດຂອງການຮັກຂ້າງດຽວ ອາດບໍ່ແມ່ນການທີ່ເຮົາບໍ່ໄດ້ຄອບຄອງຄົນທີ່ຮັກ ແຕ່ເປັນການຕ້ອງຍອມຮັບວ່າ ຄວາມຮັກທີ່ເຮົາເຊື່ອມາຕະຫຼອດ ອາດເປັນພຽງພາບຝັນທີ່ເຮົາສ້າງຂຶ້ນເອງ.

ລອງໄປຟັງ ມັກກະລີຜົນ ຈາກ Kelvin515 ແລ້ວມາບອກກັນແດ່ວ່າ ເພງນີ້ເຮັດໃຫ້ທຸກຄົນຄິດເຖິງໃຜບາງຄົນຫຼືບໍ່?

ອ່ານຕື່ມ:  ເປີດໃຈ ທອງວັນ Mister Universe ຜົ້ງສາລີ ກັບການກ້າວຂ້າມບາດແຜທາງຈິດໃຈສູ່ເສັ້ນທາງໃໝ່ທີ່ເຮົາເລືອກເອງ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.