ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນາທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.
ການກັບມາຄັ້ງນີ້ກໍບໍ່ທຳມະດາອີກແລ້ວ, ເພາະເພງໃໝ່ທີ່ໄດ້ປ່ອຍອອກມາໃນເພງ “ກຳລັງດີ” ຈາກ Luh Wvn (N’warn Jsppd) ທີ່ພໍຟັງເພງນີ້ແລ້ວເຮັດໃຫ້ຕ້ອງຄິດຮອດຄົນຮັກທັນທີເລີຍແຫຼະ, ເພາະມັນຮູ້ສຶກອົບອຸ່ນຫົວໃຈຢ່າງບອກບໍ່ຖືກ. ເຖິງວ່າຈະຜ່ານລະດູຝົນໄປແລ້ວແຕ່ພໍໄດ້ເບິ່ງເອັມວີທີ່ມີ Mood & Tone ທີ່ມີສີຂຽວໝົ່ນໆ ແລະ ກິ່ນອາຍຂອງລະດູຝົນ, ດ້ວຍສຽງຮ້ອງຫວານໆຂອງ Luh Wvn ແລ້ວມັນເຮັດໃຫ້ລະມຸນ ແລະ ຫຼົງຮັກໄດ້ງ່າຍໆເລີຍ,...
ເມືອງຫຼວງພະບາງທີ່ໃຜໆກໍຕ້ອງຫຼົງໃຫຼໃນສະເໜ່ ແລະ ມັນໄດ້ລວມເຖິງໜຸ່ມຫຼໍ່ສຽງຫວານຄົນນີ້ Mor Bigc ຫຼື ໝໍບິກ ສິລະປິນຈາກ NewWave Music. MOR BIG-C ເຄີຍໄດ້ປ່ອຍຜົນງານເພງທຳອິດໃຫ້ໄດ້ຟັງກັນນັ້ນກໍຄື ເພງ ໂຄວິດນາຍທີນ ໃນປີ 2021 ຫຼັງຈາກນັ້ນກໍ່ໄດ້ຫ່າງຫາຍໄປດົນເກືອບ 3 ປີ, ປັດຈຸບັນກໍໄດ້ກັບມາພ້ອມກັບຜົນງານເພງໃໝ່ “ຫຼົງຮັກສາວຫຼວງພະບາງ” ທີ່ລາວນັ້ນໄດ້ແຕ່ງໃຫ້ຜູ້ຍິງຄົນໜຶ່ງຢູ່ຫຼວງພະບາງ...
ມື້ນີ້ມ່ວນຈະຊວນມາຟັງເພງທີ່ມີຍອດວິວສູງເຖິງ 2 ລ້ານວິວ, ແນວລູກທົ່ງບ້ານນາທີ່ແຝງເລື່ອງລາວວິຖີຊີວິດ ແລະ ຄວາມເຊື່ອ. ເພງ “ໝາຍຊາດ” ຂອງ May Una ເປັນເພງທີ່ໄດ້ຖ່າຍທອດໃຫ້ເຫັນອາລົມອັນເລິກເຊິ່ງ ແລະ ມີຄວາມໝາຍກ່ຽວກັບເອກະລັກມໍລະດົກວັດທະນະທຳ. ດ້ວຍການປະສົມດົນຕີພື້ນເມືອງ ແລະ ດົນຕີອິນດີ້ສະໄໝໃໝ່, ປະກອບກັບສຽງຮ້ອງຫວານຊວນຝັນຂອງ May Una ແມ່ນໄດ້ຖ່າຍທອດອອກມາທັງເສົ້າ ແລະ ເຫງົາ....
ເພງຂອງ Thinlamphone Mahavong ໄດ້ປ່ອຍອອກມາໃຫ້ໄດ້ຟັງແລ້ວເດີກັບເພງທີ່ມີຊື່ວ່າ “Gravity”. ຈັງຫວະຂອງສຽງດົນຕີໄດ້ເລີ່ມຂຶ້ນແມ່ນເຮັດໃຫ້ສະກົດຈົນໄດ້ຢຸດຟັງ ແລະ ການກັບມາຄັ້ງນີ້ແມ່ນມີກິ່ນອາຍຄວາມອິນເຕີປະສົມກັບຄວາມເປັນລາວຖືວ່າເຮັດໄດ້ດີ ແລະ ລົງຕົວສຸດໆ. ເພງນີ້ຍັງໄດ້ນັກຮ້ອງ-ນັກແຕ່ງເພງຢ່າງອ້າຍ ແຊມ ອິນທາຣາພິທັກ ເຈົ້າຂອງເພງດັງ “I’m Sorry, ບໍ່ມີວັນຈະໄດ້ຮັກກັນ ແລະ ເກັບໃຈໄວ້ໃຫ້ເຈົ້າ” ມາຊ່ວຍແຕ່ງ ແລະ ຮຽບຮຽງເມໂລດີ້. “ຕົກຂຸມຮັກ...
ມ່ວນຢາກມາແຊຣ໌ໃຫ້ທຸກຄົນລອງຟັງເພງ “High Lady ຫຼື ຮ້າຍ ແລະ ດີ” ທີ່ຈະພາທຸກຄົນໄປຟັງເລື່ອງລາວສຸດຊ້ຳຈາກຜູ້ຊາຍຄົນນີ້ Sun Raccoon ລາວມີຄວາມຮັກທີ່ແສນເຈັບປວດ ແລະ ການລໍຖ້າຍິງສາວທີ່ຮັກ. “ບໍ່ຄິດຈະມີຮັກໃໝ່ ໃນໃຈຍັງມີເຈົ້າສະເໝີ” ເປັນເພງຮັກທີ່ບອກໄດ້ວ່າມັນເສົ້າ, ໂດຍນັກຮ້ອງໄດ້ເລົ່າເຖິງຄວາມຮັກທີ່ຍັງລືມຮັກເກົ່າບໍ່ໄດ້ ແລະ ຍັງຫວງຫາອາໄລອາວອນຫາຄົນຮັກທີ່ຈາກໄປໂດຍບໍ່ໄດ້ກ່າວຄຳລາ. ການນຶກເຖິງຄວາມສຸກ ແລະ ຄວາມສຳພັນທີ່ຜ່ານມາ. ແຕ່ກໍຍັງແຝງຄວາມອົບອຸ່ນທີ່ລາວໝັ້ນຄົງຕໍ່ຮັກ....
ເພງ ຮັກໄດ້ບໍ່? ຫຼື CLWM ຈາກ JENNY BELLA (Jenny Bella Keowmorlakot) ເປັນເພງຮັກທີ່ເຮັດໃຫ້ຮູ້ສຶກເຂີນຈົນໜ້າຮ້ອນກັນເລີຍ ແລະ ດ້ວຍເນື້ອເພງທີ່ມີຄວາມຊວນເຮັດໃຫ້ຫຼົງໄຫຼ ແລະ ເປັນຄຳຖາມທີ່ຊວນຄົນຮັກນັ້ນສ້າງຄວາມຊົງຈຳດີໆຂອງທັງສອງຄົນ ແລະ ຊວນມາຮັກກັນ. JENNY BELLA ສາວງາມລູກຊອດລາວ-ອັງກິດ ຄົນນີ້. ຍັງເຄີຍມີຜົນງານເພງມາກ່ອນຊື່ວ່າເພງ ຮັກອ້າຍສະເໝີ...
ມື້ນີ້ມ່ວນມີເພງໃໝ່ມາໃຫ້ທຸກຄົນໄດ້ຟັງກັນອີກແລ້ວເດີ ແລະ ຢາກບອກວ່າເພງນີ້ແຣັບກັນຢ່າງດຸເດືອດສຸດໆ, ເປັນເພງຈາກກຸ່ມແຣັບເປີຈາກເມືອງມໍລະດົກໂລກຢ່າງ LITBOII. ຊວນຟັງເພງ “ບ້ານເກີດ” ຂອງ LIL ROXZ ທີ່ໄດ້ PHOENIBOII ມາຮ່ວມ Ft. ຟັງແຕ່ຊື່ຄົນຮ້ອງກໍຮູ້ແລ້ວວ່າເພງນີ້ເປັນເພງສະໄຕລ໌ Hip-Hop ທີ່ໄດ້ບອກຕົວຕົນ ແລະ ເອກະລັກຂອງຄົນຮ້ອງຢ່າງ LIL ROXZ ແລະ PHOENIBOII...
ຢາກຈະຮູ້ເຈົ້າເຮັດຫຍັງຢູ່? ຊວນຟັງສຽງຫວານໆຈາກສິລະປິນໜ້າໃໝ່ໃນເພງ Trust issues – Imel ft. Just” & gomen. ທຸກຄົນໄດ້ຟັງແລ້ວຫວາ? ເພງນີ້ມ່ວນຕິດຫູ ເລີຍຢາກຊວນມາຟັງເພງ Trust issues (ຄອຍຖາມ) ຂອງ Imel ທີ່ກຳລັງມາແຮງທັງໃນຍູທູບ ແລະ ຕິກຕ໋ອກ. ເພງນີ້ຍັງໄດ້ສິລະປິນຢ່າງ just”...
“ລອງຟັງສຽງຂອງຫົວໃຈໂຕເອງ” ຫຼາຍຄັ້ງ ເຮົາມັກຈະໂຟກັສກັບສິ່ງທີ່ເປັນເປົ້າໝາຍຂອງເຮົາ ແລະ ສະແຫວງຫາຄວາມໝາຍຂອງສິ່ງທີ່ເຮັດ ຈົນຫຼົງລືມໄປວ່າ ຖ້າເຮົາແນມກັບມາເບິ່ງດີໆມັນອາດຈະໃກ້ເຮົາຫຼາຍກວ່າທີ່ຄິດ, ຄືກັບທີ່ເພງ “ໂລກອ້ອມໂຕ” ຂອງ HORLOCK ແລະ ALITA ຕ້ອງການຢາກຈະບອກ. ”ໂລກອ້ອມຕົວ” ຖືວ່າເປັນບົດເພງທີ່ດີຂອງປີນີ້ອີກເພງໜຶ່ງທີ່ມ່ວນຢາກແນະນຳໃຫ້ຟັງ. ເພາະເພງໄດ້ຖືກຖ່າຍທອດອອກມາໄດ້ມີຄວາມໝາຍຊື້ງກິນໃຈເຮັດໃຫ້ນ້ຳຕາຈົນຊຶມ ແລະ ເປັນການເຮັດໃຫ້ຕ້ອງກັບມາທົບທວນຫຍັງຫຼາຍຢ່າງ. ເພງໄດ້ເລີ່ມຕົ້ນຈາກທ່ອນທີ່ມີສຽງຮ້ອງມ່ວນໆຂອງ ALITA ແລະ ພາບຂອງເອັມວີແມ່ນໄດ້ເລີ່ມເລົ່າສາກໃນສະຕູດິໂອເພື່ອຖ່າຍທຳເລົ່າເລື່ອງຊີວິດຂອງທັງສາມຄົນທີ່ແຕກຕ່າງກັນທັງອາຊີບ,...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.