ມ່ວນຢາກມາແຊຣ໌ໃຫ້ທຸກຄົນລອງຟັງເພງ “High Lady ຫຼື ຮ້າຍ ແລະ ດີ” ທີ່ຈະພາທຸກຄົນໄປຟັງເລື່ອງລາວສຸດຊ້ຳຈາກຜູ້ຊາຍຄົນນີ້ Sun Raccoon ລາວມີຄວາມຮັກທີ່ແສນເຈັບປວດ ແລະ ການລໍຖ້າຍິງສາວທີ່ຮັກ.
“ບໍ່ຄິດຈະມີຮັກໃໝ່ ໃນໃຈຍັງມີເຈົ້າສະເໝີ”
ເປັນເພງຮັກທີ່ບອກໄດ້ວ່າມັນເສົ້າ, ໂດຍນັກຮ້ອງໄດ້ເລົ່າເຖິງຄວາມຮັກທີ່ຍັງລືມຮັກເກົ່າບໍ່ໄດ້ ແລະ ຍັງຫວງຫາອາໄລອາວອນຫາຄົນຮັກທີ່ຈາກໄປໂດຍບໍ່ໄດ້ກ່າວຄຳລາ.
ການນຶກເຖິງຄວາມສຸກ ແລະ ຄວາມສຳພັນທີ່ຜ່ານມາ. ແຕ່ກໍຍັງແຝງຄວາມອົບອຸ່ນທີ່ລາວໝັ້ນຄົງຕໍ່ຮັກ.
ດົນຕີມີຄວາມວິນເທຈທີ່ເຕັມໄປດ້ວຍກິ່ນອາຍຂອງອະດີດທີ່ເຮົາມັກເຫັນໃນເອັມວີເພງຄາຣາໂອເກະທີ່ພໍ່ແມ່ມັກຮ້ອງ ແລະ ໄດ້ຍ້ອນກັບໄປຍັງຍຸກເກົ່າໃນປະມານຊວ່ງປີ 90.
ໃຜທີ່ມັກຟັງເພງເກົ່າຄືຈະຕ້ອງມັກແນ່ນອນ, ການເລົ່າເລື່ອງໃນເອັມວີເລີ່ມຕົ້ນດ້ວຍວິວງາມໆຈາກອ່າງນ້ຳໃດໜຶ່ງປະກອບກັບບັນຍາກາດທີ່ມີຝົນຕົກເຮັດໃຫ້ຮູ້ສຶກວ່າພາບນັ້ນມີຄວາມເຫງົາ ແລະ ໂສກເສົ້າພຽງໃດ.
ເພງຮັກທີ່ເສົ້າມັນກໍ່ຟັງແປກໆເນາະທຸກຄົນ, ແຕ່ມັນກໍ່ມີຄົນທີ່ຕົກຢູ່ໃນສະຖານະການນີ້ຢູ່ຄືກັນ. ເພາະການຕັດໃຈນັ້ນມັນຢາກຫຼາຍ, ຍິ່ງຮັກຍິ່ງລືມບໍ່ໄດ້ ມ່ວນວ່າຄວາມຮັກນັ້ນມີຫຼາຍມິຕິອີ່ຫຼີ.
ໂດຍ: ທີມບັນນາທິການ Muan