ຮັກນີ້ຈະເປັນແນວໃດ? ຟັງຄຳຕອບຜ່ານເພງ “ຮັກໄດ້ບບໍ່?” ຈາກ Jenny Bella

ແບ່ງປັນ

ຮັກນີ້ຈະເປັນແນວໃດ? ຟັງຄຳຕອບຜ່ານເພງ “ຮັກໄດ້ບບໍ່?” ຈາກ Jenny Bella

25 December 2024● 289

ເພງ ຮັກໄດ້ບໍ່? ຫຼື CLWM ຈາກ JENNY BELLA (Jenny Bella Keowmorlakot) ເປັນເພງຮັກທີ່ເຮັດໃຫ້ຮູ້ສຶກເຂີນຈົນໜ້າຮ້ອນກັນເລີຍ ແລະ ດ້ວຍເນື້ອເພງທີ່ມີຄວາມຊວນເຮັດໃຫ້ຫຼົງໄຫຼ ແລະ ເປັນຄຳຖາມທີ່ຊວນຄົນຮັກນັ້ນສ້າງຄວາມຊົງຈຳດີໆຂອງທັງສອງຄົນ ແລະ ຊວນມາຮັກກັນ.

JENNY BELLA ສາວງາມລູກຊອດລາວ-ອັງກິດ ຄົນນີ້. ຍັງເຄີຍມີຜົນງານເພງມາກ່ອນຊື່ວ່າເພງ ຮັກອ້າຍສະເໝີ (2021), Remember (2022) ເຊິ່ງເປັນກຸ່ມນັກຮ້ອງສາວ NG Girl ທີ່. ນອກຈາກນີ້ຍັງເຄີຍຮ່ວມຮ້ອງກັບສິລະປິນຫຼາຍຄົນເຊັ່ນ: Zamio P, Bigyai ແລະ Doggy BWT.

JENNY BELLA ກໍໄດ້ກັບມາພ້ອມຜົນງານເພງດ່ຽວດ້ວຍສຽງຮ້ອງຫວານໆປົນເຊັກຊີເຮັດໃຫ້ເພງນີ້ມີຄວາມຫຼາກຫຼາຍ ແລະ ມີເອກະລັກຖືວ່າເອົາໃຈຄົນຟັງໄປໄດ້ຢ່າງງ່າຍດາຍເລີຍກັນເລີຍ.

ໃນເອັມວີກໍຍັງຄົງຄອນເຊັບສະໄຕລ໌ JENNY BELLA ເພາະມີຄວາມອິນເຕີ ແລະ ເຊັກຊີສຸດໆ. ໄປເສບໂມເມັ້ນຫວານໆໃນເອັມວີກັນໄດ້ເລີຍເດີທຸກຄົນ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຄວາມຮັກເຮັດໃຫ້ຄືຕາຍທັງເປັນ ຟັງເພງໃໝ່ຈາກ ນັດດາວ ເໝືອນຈະຜ່ານ ft ນິກ metallic

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.