ເປັນເພງຮັກທີ່ແສນໂຣແມນຕິກ ໃຫ້ Mood ລະມຸນຊວນຝັນ ໃນເພງ “ກຳລັງດີ” ຈາກ Luh Wvn

ແບ່ງປັນ

ເປັນເພງຮັກທີ່ແສນໂຣແມນຕິກ ໃຫ້ Mood ລະມຸນຊວນຝັນ ໃນເພງ “ກຳລັງດີ” ຈາກ Luh Wvn

25 December 2024● 330

ການກັບມາຄັ້ງນີ້ກໍບໍ່ທຳມະດາອີກແລ້ວ, ເພາະເພງໃໝ່ທີ່ໄດ້ປ່ອຍອອກມາໃນເພງ “ກຳລັງດີ” ຈາກ Luh Wvn (N’warn Jsppd) ທີ່ພໍຟັງເພງນີ້ແລ້ວເຮັດໃຫ້ຕ້ອງຄິດຮອດຄົນຮັກທັນທີເລີຍແຫຼະ, ເພາະມັນຮູ້ສຶກອົບອຸ່ນຫົວໃຈຢ່າງບອກບໍ່ຖືກ.

ເຖິງວ່າຈະຜ່ານລະດູຝົນໄປແລ້ວແຕ່ພໍໄດ້ເບິ່ງເອັມວີທີ່ມີ Mood & Tone ທີ່ມີສີຂຽວໝົ່ນໆ ແລະ ກິ່ນອາຍຂອງລະດູຝົນ, ດ້ວຍສຽງຮ້ອງຫວານໆຂອງ Luh Wvn ແລ້ວມັນເຮັດໃຫ້ລະມຸນ ແລະ ຫຼົງຮັກໄດ້ງ່າຍໆເລີຍ, ຕາມຊື່ເພງມັນກຳລັງດີອີ່ຫຼີ່.

“ຂໍແຄ່ມີເຈ້າຢູ່ບ່ອນນີ້ ມັນກໍພຽງພໍແລ້ວ Let me dance in the rain with you ແຄ່ມີເຈົ້າຢູ່ຂ້າງກາຍ”

ເນື້ອຮ້ອງຍັງສື່ເຖິງຄວາມຮັກທີ່ການທີ່ມີກັນ ແລະ ກັນ ໂດຍບໍ່ຕ້ອງການຫຍັງ, ທຸກຊ່ວງເວລາທີ່ໄດ້ຢູ່ດ້ວຍກັນມັນເປັນໂມເມັ້ນທີ່ເຮັດໃຫ້ສຸກໃຈ ແລະ ມ່ວນເຊື່ອຫວາໃຜໄດ້ຟັງແລ້ວຕ້ອງຮູ້ສຶກຍິນດີ ແລະ ອິດສາເພສະຢາກມີຄວາມຮັກແບບນີ້ແດ່

ໃນເອັມວີຍັງຄົງເປັນສະໄຕລ໌ຂອງ Luh Wvn ທີ່ເຮັດໃຫ້ເຫັນອາລົມ Emotion ຈາກນັກສະແດງທັງສອງ, ມັນໄດ້ເຮັດໃຫ້ຄິດຮອດບັນຍາກາດທີ່ໄດ້ໃຊ້ໃນຊ່ວງເວລາທີ່ມີຄວາມສຸກກັບຄົນຮັກ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ລວມເພງລາວທີ່ອອກໃໝ່ ເດືອນກຸມພາ 2025

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.