ຂຽນໂດຍ

- Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນາທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

470 ບົດຄວາມ

ເຊົາເດີເລີກກັບຄົນເກົ່າແລ້ວມີຄົນໃໝ່ເລີຍ ຊວນສ່ອງພຶດຕິກຳການມີແຟນເພາະຢາກຮັກ ຫຼື ກຳລັງຢ້ານຄວາມໂດດດ່ຽວ?

“ຢູ່ບໍ່ໄດ້ແລ້ວ! ຂ້ອຍໂສດມາຈະ 3 ອາທິດແລ້ວ ຢາກມີແຟນ~” ບັນຫານີ້ຫຼາຍໆຄົນຄົງຈະເຄີຍພົບເຈິ, ທັງກັບຄົນໃກ້ຕົວ ຫຼື ອາດຈະແມ່ນເລື່ອງລາວທີ່ກົງກັບເຈົ້າໂດຍກົງ. ອາການທີ່ມັກຈະເກີດຂຶ້ນກໍແບບວ່າເລີກກັບຄົນເກົ່າປຸບ ຮີບຫາຄົນໃໝ່ປັບ, ເພາະຊີວິດນີ້ເຮົາຈະຂາດຄວາມຮັກໄດ້ແນວໃດເພາະຊີວິດມັນບໍ່ມັນສີສັນເລີຍ. ພຶດຕິກຳແບບ Serial Monogamy ມີຄວາມໝາຍທີ່ສື່ເຖິງການມີຄວາມຮັກຄວາມສຳພັນກັບເທື່ອລະຄົນ ແລະ ຕ້ອງການໄດ້ຮັບຄວາມຮັກຢ່າງຕໍ່ເນື່ອງ ແລະ ຍຶດໝັ້ນຊື່ສັດກັບຮັກຄັ້ງນັ້ນພຽງຄົນດຽວ, ແຕ່ເມື່ອໃດທີ່ຕ້ອງໄດ້ຈົບຄວາມສຳພັນລົງກໍຈະເລີ່ມຊອກຫາຄວາມສຳພັນຄວາມຮັກຄັ້ງໃໝ່ທັນທີ ແລະ ມັນກໍໄດ້ວົນລູບແບບນີ້ຊ້ຳໆຢູ່ເລື່ອຍໄປ....

ເບິ່ງພາກຕໍ່ຊີຣີສ໌ເດັດ 3 ເລື່ອງໜ້າເບິ່ງໃນປີ 2025 ໃນ Netflix

ສາຍຊີຣີສ໌ເຊີນທາງນີ້ ໃຜທີ່ໄດ້ເບິ່ງຊີຣີສ໌ ແລະ ເປັນແຟນຈາກທັງ 3 ເລື່ອງເຊັ່ນ: Squid Game, Wednesday ແລະ Stranger Things ນັ້ນ, ຈະໄດ້ເບິ່ງກັນແລ້ວພາຍໃນປີ 2025 ນີ້. ທັງ 3 ເລື່ອງຈະເຮັດໃຫ້ທຸກຄົນຕື່ນເຕັ້ນ ແລະ ຈົນຈໍໃນເລື່ອງລາວທີ່ເກີດຂຶ້ນໃນຊີຣີສ໌ນີ້ແນ່ນອນ. Squid Game...

NAEMZ ແຣັບເປີນ້ອງໃໝ່ ຈາກແດນຈຳປາສັກລາວໃຕ້ ບອກຢາກເປັນຜູ້ສາວຊ່າໃຫ້ເຂົາລື ໃນເພງໃໝ່ “ສາວປັອບສະຕາ”

ເລີ່ມເພງມາກໍຮູ້ສຶກວ່າຕິດຫູແລ້ວກັບເພງ “ສາວປັອບສະຕາ” ແຣັບເປີສາວນ້ອງໃໝ່ລາວໃຕ້ແດນຈຳປາສັກ, ທີ່ມີເອກະລັກຄືຄວາມໜ້າຮັກອາລົມດີຕາມສະໄຕລ໌ຄົນພາກໃຕ້. ໃນເນື້ອຮ້ອງກໍຍັງເວົ້າເຖິງຄວາມພູມໃຈ ແລະ ພັນລະນາເຖິງວັດທະນະທຳ, ສະຖານທີ່ຕ່າງໆທີ່ເປັນເອກະລັກຂອງຄົນລາວເຮົານຳອີກ. ເພງ ສາວປັອບສະຕາ ໄດ້ປະສົມປະສານການແຣັບ ແລະ ດົນຕີລາວຢ່າງ “ແຄນ ແລະ ພິນ” ດ້ວຍຈັງຫວະສະໜຸກສະໜານພ້ອມໃຫ້ທັງໃຫ້ຮູ້ສຶກທັງຢາກໂຍກເຕັ້ນ ແລະ ຟ້ອນ. ການແຣັບຂອງ NAEMZ  ກໍຍັງຄົງເອກະລັກສຳນຽງ ແລະ...

ເງິນໃນບັນຊີຕິດລົບ ແຕ່ຊີວິດຂ້ອຍຕ້ອງຕິດແກຣມ ພຶດຕິກຳສຸດ Hit ທີ່ໃຜກໍເປັນໄດ້ ຕ້ອງເຮັດແນວໃດຈຶ່ງບໍ່ໍຊັອດ?

Glamour ໃນພາສາອັງກິດມີຄວາມໝາຍວ່າ: ຄວາມງົດງາມຫຼູຫຼາ, ມີສະເໜ່ ແລະ ມີພາບລັກທີ່ດູດີຊວນດຶງດູດໃຈເປັນພິເສດ, “ຕິດແກຣມ” ຄຳໆນີ້ແມ່ນຫຼາຍຄົນຄົງຈະເຄີຍໄດ້ຍິນຜ່ານໂຊຊ້ຽວມີເດຍ ຫຼື ການລົມກັນຂອງບັນດາກຸ່ມໝູ່ເພື່ອນມາ. ລັກສະນະຂອງການຕິດແກຣມບໍ່ໄດ້ສື່ຄວາມໝາຍພຽງແຕ່ການໃຊ້ຈ່າຍເພື່ອຄວາມຫຼູຫຼາແຕ່ພຽງຢ່າງດຽວ ແຕ່ຍັງກ່ຽວຂ້ອງກັບການສ້າງພາບລັກທີ່ສວຍງາມ, ດູດີ ແລະ ມີສະໄຕລ໌ໃນທຸກໆດ້ານ ລວມເຖິງການແຕ່ງກາຍ, ການແຕ່ງໜ້າ, ການເຂົ້າສັງຄົມ, ການທ່ຽວ ຫຼື ການໃຊ້ຊີວິດ, ການໃຊ້ຈ່າຍທີ່ຟຸ່ມເຟື່ອຍເປັນທີ່ຍອມຮັບໃນສັງຄົມ. ຖ້າຫາກວ່າການຕິດແກຣມແຕ່ເງິນໃນບັນຊີລົບເດພວກເຮົາຈະເຮັດແນວໃດດີ?...

ຊວນມາ “ຕົກຂຸມຮັກ” ນຳກັນກັບໜຸ່ມຫຼໍ່ນ້ອງໃໝ່ ນ້ອຍ ພົງສັກ ສິລະປິນຈາກຄ້າຍ miracle music

ເພງ “ຕົກຂຸມຮັກ” ຜົນງານທຳອິດຂອງສິລະປິນໜ້າໃໝ່ຢ່າງ ນ້ອຍ ພົງສັກ ທີ່ໄດ້ປ່ອຍເພງອອກມາໃນຊ່ວງເດືອນ ທັນວາ 2024 ທີ່ຜ່ານມາ ແລະ ໃນເອັມວີເພງນັ້ນຍັງເຮັດອອກມາໄດ້ໜ້າຮັກເປັນທຳມະຊາດ ຈົນເຮັດໃຫ້ໃຜໄດ້ເບິ່ງໄດ້ຟັງເພງກໍອົດທີ່ຈະຍິ້ມ ແລະ ຕົກຂຸມຮັກໃນສະເໜ່ໄດ້ງ່າຍໆກັບຄວາມ Freshy ນີ້ຂອງ ນ້ອຍ ພົງສັກ. ບັນຍາກາດໃນເອັມວີນັ້ນຊວນເຮັດໃຫ້ຄິດຮອດບັນຍາກາດດີໆ ຂອງເຂດນອກເມືອງທີ່ຊາວບ້ານໄດ້ເຮັດກະສິກຳ ແລະ ຍັງຮູ້ສຶກເຖິງຄວາມຜ່ອນຄາຍໃນບັນຍາກາດຂອງເອັມວີທີ່ໄດ້ສື່ສານອອກມາ. ເພງມີຈັງຫວະຟັງງ່າຍສະບາຍໆ,...

ຜູ້ຍິງທາເລັບສີແດງເຂົາວ່າແຮງວ່າແຮງແທ້ບໍ? ເປັນຫຍັງສາວໆຈຶ່ງນິຍົມ ແຊຣ໌ທິດສະດີເລັບແດງ (Red Nail Theory)

ຫຼາຍໆຄົນຄົງຈະສົງໄສວ່າເປັນຫຍັງເລັບສີແດງຈຶ່ງເປັນຕາດຶງດູດໃຈ? “Red Nail Theory  ຫຼື ທິດສະດີເລັບສີແດງ” ແມ່ນຄວາມເຊື່ອທີ່ວ່າ: ເລັບສີແດງນັ້ນຈະມີພະລັງງານເພີ່ມສະເໜ່, ຄວາມໝັ້ນໃຈ ແລະ ການດຶງດູດຄວາມສົນໃຈ, ໂດຍສະເພາະຈາກເພດກົງກັນຂ້າມ ເຊິ່້ງວ່າທິດສະດີນີ້ເນັ້ນໃສ່ຄວາມຄິດທີ່ວ່າເລັບສີແດງເປັນສັນຍາລັກຂອງຄວາມເຊັກຊີ່, ຄວາມຫມັ້ນໃຈ ແລະ ຄວາມເປັນແມ່ຍິງທີ່ມີພະລັງ. ການທາສີເລັບຂອງເຈົ້າເປັນສີແດງເຮັດໃຫ້ເຈົ້າຈະມີຄວາມໂດດເດັ່ນ ແລະ ສະແດງເຫັນເຖິງຕົວຕົນຢ່າງຊັດເຈນ. ສີແດງໃນຄວາມໝາຍທາງຈິດວິທະຍາແມ່ນມີຄວາມຄ້າຍຄືກັບພະລັງງານອຳນາດ, ຄວາມມັກສ່ວນຕົວ ແລະ ຄວາມຮັກ...

PETH PMM ກັບມາພ້ອມຜົນງານເພງໃໝ່ທີ່ມີຊື່ວ່າ Louis V ໄດ້ ft PETEZEN & GEMI9PK

PETH PMM ກັບມາແລ້ວຫຼັງຈາກຫ່າງຫາຍກັນໄປດົນເຖິງ 3 ປີ ແລະ ຄັ້ງນີ້ກໍໄດ້ນຳເພງໃໝ່ມາຝາກທຸກຄົນກັນໃນເພງທີ່ມີຊື່ວ່າ Louis V ໄດ້ PETEZEN & GEMI9PK ມາຮ່ວມຮ້ອງ. ແນວເພງກໍແມ່ນເປັນສະໄຕລ໌ Hip-Hop ທີ່ຮູ້ສຶກວ່າຟັງໄດ້ງ່າຍໆ ແລະ ໂຢກຕາມໄດ້. PETH PMM ມີເພງດັງທີ່ຫຼາຍຄົນກໍຮູ້ຈັກ ແລະ...

RGB ເປີດຕົວຢ່າງເທ້ກັບເພງໃໝ່ຂອງລາວ ແລະ ຈະບິນສູງຂຶ້ນໄປຢ່າງຊື່ເພງ “Fly with Highbros”

ມື້ນີ້ມ່ວນມີເພງໃໝ່ມາແນະນຳໃຫ້ທຸກຄົນໄດ້ຟັງນຳກັນ ແລະ ຢາກບອກວ່າເປັນເພງສະໄຕລ໌ Hip-hop ທີ່ແຣັບເດືອດສຸດໆອີກເພງໜຶ່ງເລີຍ, ເພງ “Fly with Highbros” ເພງໃໝ່ຂອງ RGB ທີ່ໄດ້ GeniusFlow ມາຮ່ວມຮ້ອງ. RGB (Rangerbox DongDok Junior) ຫຼື Nobphon, ປັດຈຸບັນສັງກັດຢູ່ທີ່ຄ້າຍ Highbros Entertainment...

ຖ້າມາຫຼິ້ນໆກໍເຊີນປ້າຍໜ້າ Breadcrumbing ວິທີຢຸດຄວາມສຳພັນທີ່ຫຼອກລວງ ແລະ ການໃຫ້ຄວາມຫວັງໂດຍທີ່ບໍ່ຈິງຈັງ

ຖ້າຄວາມສຳພັນແບບ Ghosting ທີ່ຢູ່ໆກໍຫາຍໄປວ່າເຈັບແລ້ວ, ການຖືກ Breadcrumbing ທີ່ມັກມາໃຫ້ຄວາມຫວັງຊ້ຳໆແບບບໍ່ຈິງຈັງກໍເຈັບໜັກບໍ່ຕ່າງກັນ. ທັງສອງຄຳນີ້ແມ່ນຖືກນຳມາໃຊ້ກັບພຶດຕິກຳທີ່ກ່ຽວຂ້ອງກັບຄວາມສຳພັນຂອງຄົນໃນໂລກອອນລາຍ. “Breadcrumbing”​ ເປັນຄຳສັບທີ່ມີຮາກຖານມາຈາກນິທານກຣິມເລື່ອງ “Hansel and Gretel” ທີ່ຄົນໃນອອນລາຍນຳມາປັບໃຊ້ກັນຫຼາຍຂຶ້ນ ແລະ ມັນໄດ້ຮັບຄວາມນິຍົມມາຈາກພຶດຕິກຳການໃຊ້ໂຊຊ້ຽວມີເດຍ ແລະ ແອັບຫາຄູ່. Breadcrumbing ມັກໃຊ້ໃນຄວາມສໍາພັນທີ່ໝາຍເຖິງການທີ່ຄົນໆໜຶ່ງ ທີ່ເຈົ້າກຳລັງລົມຢູ່ໄດ້ສົ່ງສັນຍານຄວາມສົນໃຈພຽງເລັກໆນ້ອຍໆໃຫ້ກັບເຈົ້າເຊັ່ນ: ການສົ່ງຂໍ້ຄວາມບໍ່ສະໝ່ຳສະເໝີ, ການຕິດຕໍ່ຫາໃນບາງເທື່ອ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.