ສາຍຊີຣີສ໌ເຊີນທາງນີ້ ໃຜທີ່ໄດ້ເບິ່ງຊີຣີສ໌ ແລະ ເປັນແຟນຈາກທັງ 3 ເລື່ອງເຊັ່ນ: Squid Game, Wednesday ແລະ Stranger Things ນັ້ນ, ຈະໄດ້ເບິ່ງກັນແລ້ວພາຍໃນປີ 2025 ນີ້. ທັງ 3 ເລື່ອງຈະເຮັດໃຫ້ທຸກຄົນຕື່ນເຕັ້ນ ແລະ ຈົນຈໍໃນເລື່ອງລາວທີ່ເກີດຂຶ້ນໃນຊີຣີສ໌ນີ້ແນ່ນອນ.

Squid Game 3
ພາກສຸດທ້າຍແລ້ວຂອງການຫຼິ້ນເກມນະຮົກກັບ Squid Game ທີ່ຜູ້ເຂົ້າຫຼິ້ນເກມຕ້ອງຢູ່ໃນໂລກທີ່ໂຫດຮ້າຍ ແລະ ທ້າທາຍທີ່ຕ້ອງເດີມພັນດ້ວຍຊີວິດ, ເພື່ອໂອກາດຊີງເງິນລາງວັນມະຫາສານຈາກການຊະນະເກມ, ພ້ອມຕົວລະຄອນໃໝ່ໆທີ່ຈະເຂົ້າມາສ້າງສີສັນໃຫ້ກັບຊີຣີສ໌ ແລະ ຄວາມລັບເບື້ອງຫຼັງອົງກອນ Squid Game ການເດີມພັນດ້ວຍຊີວິດນີ້ໄດ້ເຊື່ອງຊ້ອນໄວ້.

Wednesday 2
Wednesday Addams ຈະພາທຸກຄົນເຂົ້າໄປສູ່ໂລກທີ່ເລິກລັບ ແລະ ມືດມົນຂອງລາວ. ໃນພາກນີ້ລາວຍັງຄົງສຶກສາຢູ່ທີ່ Nevermore Academy ພ້ອມກັນນັ້ນເລື່ອງລາວເລິກລັບທີ່ເຄີຍເກີດຂຶ້ນໃນພາກທຳອິດທີ່ເຊື່ອມມາເຖິງພາກ 2 ນີ້ກຳລັງຂະຫຍາຍໄປສູ່ການແກ້ໄຂປິດສະໜາທີ່ໃຫຍ່ຂຶ້ນ ພ້ອມສັດຕູໃໝ່ທີ່ໄດ້ຄຸກຄາມທັງ Wednesday ແລະ ໂຮງຮຽນ.

Stranger Things 5
ການເດີນທາງຄັ້ງສຸດທ້າຍໃນການຜະຈົນໄພທີ່ໜ້າຕື່ນເຕັ້ນດ້ວຍປິດສະໜາທີ່ກ່ຽວຂ້ອງກັບໂລກ Upside Down ເຮັດໃຫ້ເມືອງ Hawkins ຖືກສັ່ນຄອນມາໂດຍຕະຫຼອດ. ໃນພາກສຸດທ້າຍນີ້ ກຸ່ມຂອງ Eleven, Mike, Will, Dustin, Lucas ແລະ Max ທີ່ຈະຕ້ອງປະເຊີນໜ້າກັບສັດຕູທີ່ຊົງພະລັງທີ່ສຸດ ແລະ ພາກນີ້ຈະເປັນການເປີດເຜີຍຄວາມລັບທີ່ຖືກເຊື່ອງມາດົນ ມັນໄດ້ສົ່ງຜົນຕໍ່ໍຊີວິດຂອງບັນດາຄົນໃນເມືອງ.
ໂດຍ: ທີມບັນນາທິການ Muan