“ຢູ່ບໍ່ໄດ້ແລ້ວ! ຂ້ອຍໂສດມາຈະ 3 ອາທິດແລ້ວ ຢາກມີແຟນ~”
ບັນຫານີ້ຫຼາຍໆຄົນຄົງຈະເຄີຍພົບເຈິ, ທັງກັບຄົນໃກ້ຕົວ ຫຼື ອາດຈະແມ່ນເລື່ອງລາວທີ່ກົງກັບເຈົ້າໂດຍກົງ. ອາການທີ່ມັກຈະເກີດຂຶ້ນກໍແບບວ່າເລີກກັບຄົນເກົ່າປຸບ ຮີບຫາຄົນໃໝ່ປັບ, ເພາະຊີວິດນີ້ເຮົາຈະຂາດຄວາມຮັກໄດ້ແນວໃດເພາະຊີວິດມັນບໍ່ມັນສີສັນເລີຍ.
ພຶດຕິກຳແບບ Serial Monogamy ມີຄວາມໝາຍທີ່ສື່ເຖິງການມີຄວາມຮັກຄວາມສຳພັນກັບເທື່ອລະຄົນ ແລະ ຕ້ອງການໄດ້ຮັບຄວາມຮັກຢ່າງຕໍ່ເນື່ອງ ແລະ ຍຶດໝັ້ນຊື່ສັດກັບຮັກຄັ້ງນັ້ນພຽງຄົນດຽວ, ແຕ່ເມື່ອໃດທີ່ຕ້ອງໄດ້ຈົບຄວາມສຳພັນລົງກໍຈະເລີ່ມຊອກຫາຄວາມສຳພັນຄວາມຮັກຄັ້ງໃໝ່ທັນທີ ແລະ ມັນກໍໄດ້ວົນລູບແບບນີ້ຊ້ຳໆຢູ່ເລື່ອຍໄປ.
ມື້ນີ້ມ່ວນເລີຍນຳ 6 ວິທີມາແຊຣ໌ໃຫ້ທຸກຄົນໄດ້ລອງ ແລະ ສາມາດປະຕິບັດຕາມໄດ້ງ່າຍໆມາຝາກ
- ສັງເກດຕົວເອງ ແລະ ທຳຄວາມເຂົ້າໃຈຕົວເອງ.
ລອງໃຊ້ເວລາມານັ່ງຄິດສັງເກດວ່າສາເຫດໃດເຈົ້າຈຶ່ງມັກຈະຍ່າງກ້າວເຂົ້າສູ່ຄວາມສຳພັນແບບ Serial Monogamy ຫຼື ເຈົ້າກຳລັງຢ້ານຄວາມຮູ້ສຶກເຫງົາ, ຊອກຫາຄວາມຮັກ ແລະ ຕ້ອງການການຍອມຮັບຈາກຄົນອື່ນ ຫຼື ບໍ? ບາງຄັ້ງມັນອາດມາຈາກຄວາມບໍ່ພໍໃຈກັບຕົວເອງ ຫຼື ຄວາມຢ້ານການຢູ່ຄົນດຽວ.
ໃຫ້ຕັ້ງຄຳຖາມກັບຕົວເອງວ່າ ໃນຊີວິດຂອງເຈົ້າທີ່ຜ່ານມາມີຄວາມສຳພັນທີ່ເລີກລາຊ້ຳໆ ໄດ້ເກີດຂຶ້ນມາແລ້ວ ແລະ ເຈົ້າເຂົ້າໃຈສິ່ງທີ່ຕົວເອງຕ້ອງການແທ້ໆ ຫຼື ບໍ? ຖ້າເຮົາຮູ້ກ່ຽວກັບຕົວຕົນຂອງເຮົາເອງຫຼາຍຂຶ້ນກໍຈະຮູ້ວິທີເລືອກຄວາມສຳພັນທີ່ສາມາດສອດຄ່ອງກັບຄວາມຕ້ອງການຂອງເຮົາຫຼາຍຂຶ້ນ.
2. ເກັບປະສົບການທີ່ຜ່ານມາສຶກສາເປັນບົດຮຽນ.
ໃຫ້ເກັບປະສົບການທີ່ເຄີຍມີຄວາມສຳພັນແບບ Serial Monogamy ມາເປັນບົດຮຽນ ແລະ ໃຫ້ນຳມາວິເຄາະວ່າເຮົານັ້ນມີພຶດຕິກຳ ຫຼື ເຮັດຫຍັງແບບຊ້ຳໆກັບຄົນຮັກແຕ່ລະຄົນທີ່ຜ່ານມາບໍ?, ນຳຂໍ້ຜິດພາດທີ່ຜ່ານມາຮຽນຮູ້ ແລະ ແກ້ໄຂ, ກຽມຕົວໃຫ້ພ້ອມໃຫ້ກັບຄວາມຮັກຄັ້ງໃໝ່ທີ່ຍືນຍາວໃນອະນາຄົດ.
ຖ້າຈຳເປັນວ່າຕ້ອງໄດ້ປຶກສານັກຈິດຕະວິທະຍາເພື່ອບຳບັດເພື່ອຊ່ວຍໃນການທຳຄວາມເຂົ້າໃຈ ແລະ ຈັດການກັບປະສົບການຮ້າຍໆເຫຼົ່ານີ້.
3. ສ້າງຄວາມສຸກດ້ວຍຕົວເອງ ແລະ ໃຫ້ຄຸນຄ່າກັບການເປັນໂສດ.
ຫຼັງຈາກເຮົາໄດ້ຮູ້ວ່າຕົວຕົນເຮົາເປັນແບບໃດແລ້ວນັ້ນກໍເລີ່ມຕົ້ນການສ້າງຄຸນຄ່າ ແລະ ຄວາມສຸກຄວາມສົມບູນແບບໃຫ້ຕົວເອງດ້ວຍການຮຽນຮູ້ທັກສະໃໝ່ໆ, ການເຮັດງານອະດິເຫຼກ ຫຼື ການສ້າງຄວາມສຳພັນກັບໝູ່ເພື່ອນ. ການທີ່ເຮົາຍັງໂສດກໍເປັນໂອກາດທີ່ຈະໄດ້ສ້າງຕົວຕົນ, ການເສີມສ້າງຄວາມໝັ້ນໃຈ ແລະ ຢ່າໃຫ້ຕົວເອງນັ້ນຮູ້ສຶກວ່າການມີຄວາມຮັກຊີວິດຈຶ່ງຈະສົມບູນ, ຄວາມສຸກຂອງເຈົ້ານັ້ນມັນຂຶ້ນກັບຕົວເຈົ້າເອງ.
ຖ້າເມື່ອໃດທີ່ເຈົ້າຮູ້ສຶກວ່າເຈົ້າມີຄວາມສຸກ ແລະ ໝັ່ນຄົງໃນຄວາມຮູ້ສຶກຂອງຕົວເອງໂດຍບໍ່ຕ້ອງເພີງພາຄວາມສຳພັນເພື່ອມາເຕີມເຕັມຊີວິດ, ເຊິ່ງມັນຈະຊ່ວຍຫຼຸດຄວາມຈຳເປັນໃນການເຂົ້າສູ່ຄວາມສຳພັນຢ່າງ Serial Monogamy.
4. ໃສ່ໃຈໃນລາຍລະອຽດການສື່ສານ ແລະ ຄວາມສຳພັນທີ່ເລີກເຊີ່ງ.
ຫຼັງຈາກໄດ້ຈົບຄວາມສຳພັນກັບຄົນເກົ່າແລ້ວນັ້ນ, ຢ່າຟ້າວມີຮັກໃໝ່ ໃຫ້ລອງໃສ່ໃຈໃນການສ້າງຄວາມສຳພັນໃຫ້ມີຄວາມເລີກເຊີ່ງຫຼາຍຂຶ້ນ, ອັນໃດທີ່ຜ່ານມາທີ່ຮູ້ສຶກບໍ່ດີ ຫຼື ຂາດໄປກໍສ້າງມາດຕະຖານໃໝ່ໃຫ້ດີຂຶ້ນ ແລະ ສື່ສານກັນຢ່າງເປີດເຜີຍກົງໄປກົງມາ
5. ຕັ້ງເປົ້າໝາຍໄລຍະຍາວໃນຄວາມສຳພັນ.
ຖ້າເຈົ້າຕ້ອງການທີ່ຈະຢຸດພຶດຕິກຳ Serial Monogamy ໃຫ້ເຈົ້າຕັ້ງເປົ້າໝາຍໄປທີ່ຄວາມສຳພັນໄລຍະຍາວ ທີ່ມີທັດສະນະຄະຕິ, ເປົ້າໝາຍຊີວິດຮ່ວມກັນ ທີ່ເນັ້ນການພັດທະນາຄວາມຮັກໃຫ້ໝັ່ນຄົງ ແລະ ຍືນຍາວ.
ຫຼາຍໆຄົນກໍຄົງຈະເມື່ອຍ ແລະ ຢາກຈະຢຸດພຶດຕິກຳ Serial Monogamy ທີ່ຮັກແລ້ວກໍເລີກ, ຄົບຄົນໃໝ່ກໍຍັງເລີກອີກວົນກັນຢູ່ແບບນີ້. ການທີ່ຈະເຊົາພຶດຕິກຳນີ້ກໍບໍ່ແມ່ນເລື່ອງງ່າຍເລີຍເພາະມັນຕ້ອງອາໄສຄວາມເຂົ້າໃຈ, ການເລີ່ມໃຫ້ຄຸນຄ່າ ແລະ ມີຄວາມສຸກກັບຕົວເອງ, ຕ້ອງມີຄວາມອົດທົນທີ່ຈະພັດທະນາຕົວເອງໃນໄລຍະຍາວນີ້ດ້ວຍຕົວເຈົ້າເອງ.
ໂດຍ: ທີມບັນນາທິການ Muan