Month: July 2026

57 ບົດຄວາມ

ຈັສມິນ ຄຸດທະວອນ ຈາກນັກສະແດງຮູບເງົາ ກ່ອງກ່ອຍ ສູ່ກຳມະການ MUT ປະທຸມທານີ

ປ້າໃຈໄປຈັກກະວານແລ້ວ! ຈາກນັກສະແດງຮູບເງົາ ‘ກ່ອງກ່ອຍ’ ສູ່ການນັ່ງເປັນກຳມະການ MUT ປະທຸມທານີ ປະເທດໄທ. ຖືວ່າເປັນປີຄິວທອງເລີຍກັບ ຈັສມິນ ຄຸດທະວອນ ນັກສະແດງ ແລະ CEO ຂອງ Centerstage Laos ໄດ້ຮັບກຽດເປັນໜຶ່ງໃນຄະນະກຳມະການຕັດສິນ ໃນການປະກວດນາງງາມເວທີໃຫຍ່ Miss Universe ປະທຸມທານີ, ອ່າງທອງ ແລະ...

ພະເອກເອັມວີໜ້າໃສ ຈິມມີ້ – ວິທະຫວັດ ທຳມະວົງ ຂ້າມຝັ່ງໄທ ເພື່ອຖ່າຍໂປຣໄຟລ໌ຄ້າຍນັກສະແດງ

ພາໄປອັບເດດ ຈິ້ມມີ້ - ວິທະຫວັດ ທຳມະວົງ ພະເອກເອັມວີເພງ ຂອບໃຈທີ່ເຄີຍສອນຄຳວ່າຮັກ ຂອງ ຕີ໋ ອຸດາໄລ ຫຼ້າສຸດເຄື່ອນໄຫວຜ່ານເພຈ H2GO Entertainment ຂ້າມຝັ່ງຖ່າຍໂປຣໄຟລ໌ ກຽມກ້າວເຂົ້າສູ່ວົງການບັນເທີງແບບເຕັມໂຕ

ເລີ່ມຕົ້ນຈາກສູນແລ້ວແນວໃດ? ແມ່ນຫຍັງຄືເບື້ອງຫຼັງທີ່ພາ ເຄ ແສງອາທິດ ກ້າວຂຶ້ນເວທີ Mister Universe Laos?

ໃນໂລກຂອງການປະກວດ ຫຼາຍຄົນອາດຈະຄິດວ່າຜູ້ທີ່ກ້າວຂຶ້ນມາຢືນເທິງເວທີລະດັບປະເທດໄດ້ ຈະຕ້ອງເຕັມໄປດ້ວຍປະສົບການ ຫຼື ຜ່ານງານໃນວົງການບັນເທີງມາແລ້ວຢ່າງໂຊກໂຊນ. ແຕ່ສຳລັບ “ເຄ – ແສງອາທິດ” ຊາຍໜຸ່ມໄວ 26 ປີ ຈາກນະຄອນຫຼວງວຽງຈັນ ຜູ້ທີ່ໄດ້ຮັບກຽດເປັນຕົວແທນ ແຂວງຫົວພັນ ໃນເວທີ Mister Universe Laos ປີນີ້, ເສັ້ນທາງຂອງລາວເລີ່ມຕົ້ນຈາກ “ສູນ” ຢ່າງແທ້ຈິງ....

ໝົດຍຸກຄວາມມິນິມໍແລ້ວບໍ່? ເປັນຫຍັງ Whimsy Fashion ຈຶ່ງກັບມາຮິດໃນກຸ່ມຄົນຮັກອິດສະຫຼະ?

ລອງຈິນຕະນາການເຖິງການເປີດປະຕູຕູ້ເສື້ອຜ້າ ແລ້ວພົບວ່າຕົວເອງບໍ່ໄດ້ກ້າວເຂົ້າສູ່ຫ້ອງແຕ່ງຕົວທຳມະດາໆ ແຕ່ກຳລັງຫຼຸດເຂົ້າໄປໃນສາກຮູບເງົາແຟນຕາຊີທີ່ຖືກຈັດແສງມາຢ່າງຕັ້ງໃຈ ນັ້ນລະຄືຄວາມຮູ້ສຶກທີ່ ‘Whimsy Fashion’ ຫຼື ສະຕາຍ Whimsical ກຳລັງມອບໃຫ້ກັບໂລກແຟຊັ່ນໃນຕອນນີ້. ຫຼັງຈາກທີ່ເຮົາຄຸ້ນເຄີຍກັບເສື້ອຜ້າສະຕາຍມິນິມໍລຽບຫຼູ ຄຸມໂທນ ຫຼື ສະຕຣີດແວຣ໌ທີ່ເນັ້ນຄວາມຄ່ອງຕົວມາພັກໃຫຍ່ ຢູ່ໆຜູ້ຄົນກໍເລີ່ມຕັ້ງຄຳຖາມວ່າ “ເປັນຫຍັງການແຕ່ງຕົວຈຶ່ງຕ້ອງຢູ່ໃນກອບຂອງຄວາມເປັນຈິງຕະຫຼອດເວລາ?” ນີ້ຈຶ່ງເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ແຟຊັ່ນຊວນຝັນທີ່ເນັ້ນຄວາມຂີ້ຫຼິ້ນ ແລະ ຫຼຸດກອບຈາກໂລກແຫ່ງຄວາມເປັນຈິງ ຕື່ນຂຶ້ນຈາກການຫຼັບໄຫຼ. ມັນຄືສະຕາຍທີ່ເປີດໂອກາດໃຫ້ຜູ້ໃສ່ໄດ້ຢິບເອົາຄວາມແຟນຕາຊີ ແລະ ຄວາມໂຣແມນຕິກມາເລົ່າເລື່ອງຜ່ານເສື້ອຜ້າ....

ພິສູດຄວາມສາມາດ ແມັກກ້າ – ນັດຖະພັດ ດີເລີດຕຣະກູນ ຮັບບົດຫຼອນສັ່ນປະສາດ ໃນເລື່ອງ ກ່ອງກ່ອຍ

ແມັກກ້າ - ນັດຖະພັດ ດີເລີດຕຣະກູນ ຫຼື Mcka 4MIX ປະທະສີມືກັບນັກສະແດງລາວໃນໜັງສະຫຍອງຂວັນ ກ່ອງກ່ອຍ Wrecked ບອກເລີຍວ່າບົດນີ້ກົດດັນ ແລະ ທ້າທ້າຍສຸດໆ.

ໃຜຄືໜຸ່ມຍິ້ມຫວານຫຸ່ນດີຄົນນີ້? ພາຮູ້ຈັກ ອຳນາດ Mister Universe ປາກຊ່ອງ ກັບເລື່ອງລາວທີ່ເຈົ້າຍັງເຄີຍບໍ່ຮູ້

ຫາກຈະນິຍາມຜູ້ຊາຍຈັກຄົນໜຶ່ງ ທີ່ມັກຈະເອົາພະລັງງານບວກ ແລະ ຮອຍຍິ້ມໄປນຳສະເໝີໃນທຸກໆບ່ອນທີ່ລາວໄປ, ຊື່ຂອງ “ອຳນາດ ໄຊຍະວົງຫົງແກ້ວ” ໜຸ່ມໄວ 29 ປີ ຈາກນະຄອນປາກເຊ ແຂວງຈຳປາສັກ ຄົງຈະເປັນຊື່ທຳອິດທີ່ຫຼາຍຄົນນຶກເຖິງ. ໃນປີນີ້ ລາວໄດ້ຮັບໂອກາດຄັ້ງສຳຄັນ ໃນການເປັນຕົວແທນໃຫ້ກັບ “ເມືອງປາກຊ່ອງ” ເພື່ອເຂົ້າຮ່ວມຊິງໄຊເທິງເວທີ Mister Universe Laos. ແຕ່ພາຍໃຕ້ບຸກຄະລິກທີ່ເບິ່ງຄືເປັນຄົນອາລົມດີ, ສະບາຍໆ...

ການຂຽນຍາກບໍ່? ຈາກແຟນນິຍາຍ Harry Potter ຈົນມາເປັນນັກຂຽນຄອນເທັນ: ເລີ່ມຕົ້ນງ່າຍໆດ້ວຍການ ‘ອ່ານ’

ການຂຽນຍາກບໍ່? ຖ້າໃຫ້ຕອບແບບຄົນບໍ່ທັນເຄີຍຂຽນກໍ “ຍາກ”. ແຕ່ມັນບໍ່ໄດ້ຍາກສຳລັບຄົນທີ່ຢາກຂຽນ ຫຼື ຢາກເລົ່າເລີຍ. ຄິດພາບຢ້ອນກັບໄປຕອນນັ້ນ, ຕອນທີ່ຂ້ອຍຍັງຮຽນມັດທະຍົມ. ຕອນນັ້ນກໍບໍ່ຮູ້ຊໍ້າວ່າ ເຮົາສາມາດເລົ່າເລື່ອງໃຫ້ຄົນອື່ນຟັງຜ່ານໂຕໜັງສືໄດ້. ສິ່ງທີ່ເຮັດຕອນນັ້ນແມ່ນ ອ່ານ. ອ່ານທຸກຢ່າງທີ່ຢູ່ຕໍ່ໜ້າ ບໍ່ວ່າປຶ້ມຫົວນັ້ນຈະເປັນ ນິຍາຍ, ເລື່ອງລາວວິທະຍາສາດ, ການແຕ້ມຮູບ, ການເບິ່ງນົກ-ເບິ່ງກ້ວຍໄມ້ ຫຼື ກະທັ້ງນິທານສຳລັບເດັກ. ດ້ວຍຄວາມທີ່ຕອນນັ້ນ, ການໃຊ້ສະມາດໂຟນຍັງເປັນອີ່ຫຍັງທີ່ໄກໂຕຢູ່ ແລະ...

ຄວາມຂົມທີ່ແສນຊັບຊ້ອນ ຈຸດເລີ່ມຕົ້ນຂອງຄົນທີ່ຫຼົງໃຫຼໃນສິລະປະເຄື່ອງດື່ມ “ກາເຟ”

ນີ້ແມ່ນບົດທຳອິດທີ່ຂ້ອຍຢາກເລົ່າ ເພື່ອບອກຄວາມເປັນໂຕເອງທີ່ດີທີ່ສຸດຄືເລື່ອງລາວຄວາມຫຼົງໃຫຼໃນລົດຊາດ “ຄວາມຂົມ” ທີ່ມີຄວາມໂດດເດັ່ນ ແລະ ແສນຊັບຊ້ອນຂອງກາເຟ ເປັນສິ່ງທີ່ຕິດຢູ່ໃນໃຈຂອງຂ້ອຍມາຈົນຮອດປັດຈຸບັນ. ໃຜຈະໄປຄິດວ່າເດັກນ້ອຍອາຍຸພຽງ 16-17 ປີ ຈະກ້າຝືນຄຳສອນຂອງ ພໍ່-ແມ່ ໃນຕອນນັ້ນ, ຜູ້ໃຫຍ່ມັກຈະເຕືອນສະເໝີວ່າຫ້າມດື່ມກາເຟ ເພາະຢ້ານມັນຈະເຮັດໃຫ້ “ໃຈສັ່ນ”. ໃນຄວາມຄິດຂອງເດັກນ້ອຍຕອນນັ້ນ, ມັນຟັງເບິ່ງເປັນຕາຢ້ານ ແລະ ສົງໄສຢູ່ໃນໃຈວ່າ “ອາການໃຈສັ່ນນີ້ມັນຈະຄືກັບການເປັນໂລກຫົວໃຈບໍວະ?” ສິ່ງທີ່ພໍ່ແມ່ບອກມັນກໍບໍ່ຜິດ ເພາະຫຼາຍຄົນທີ່ມີອາການແພ້ຄາເຟອີນ,...

ເປັນຄົນໃຈດີ ຂີ້ເກງໃຈ ຈົນມັກຖືກເອົາປຽບ ຊວນຮີບດຶງໂຕເອງກັບມາດ້ວຍ 3 ວິທີງ່າຍໆ

ເຄີຍເປັນບໍ່? ເກງໃຈຄົນອື່ນຈົນໂຕເອງເຈັບ, ຍອມແບກຮັບທຸກຢ່າງໄວ້ຄົນດຽວເພາະຢ້ານເຂົາບໍ່ມັກ. ມາເບິ່ງ 3 ວິທີຂີດເສັ້ນປົກປ້ອງໂຕເອງໂດຍບໍ່ຕ້ອງຮູ້ສຶກຜິດ.

ກັບມາເພື່ອໄປໃຫ້ສຸດ ຮູ້ຈັກ ຊັນ ອານຸຊາ ໜຸ່ມວິສະວະກອນຕົວແທນແຂວງວຽງຈັນ ເທິງເວທີ Mister Universe Laos

ຫາກຍັງຈື່ກັນໄດ້ ໃນເວທີ Mister Universe Laos ປີ 2023 ມີຊາຍໜຸ່ມຄົນໜຶ່ງທີ່ເຄີຍຜ່ານເຂົ້າເຖິງຮອບ Top 18 ແລະ ໄດ້ສ້າງຄວາມປະທັບໃຈໃຫ້ກັບແຟນໆມາກ່ອນແລ້ວ. ມື້ນີ້ ລາວກັບມາອີກຄັ້ງໃນເວີຊັນທີ່ແຂງແກ່ນກວ່າເກົ່າ, ໝັ້ນໃຈກວ່າເກົ່າ ແລະ ບໍ່ມີຄວາມຢ້ານກົວອີກຕໍ່ໄປ! ມ່ວນກຳລັງເວົ້າເຖິງ “ຊັນ – ອານຸຊາ ສີຫາລາດ” ຊາຍໜຸ່ມຮູບຫຼໍ່ລວງສູງໂດດເດັ່ນ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.