ໂອກາດບໍ່ມີໄວ້ໃຫ້ຄົນຢ້ານ ຮູ້ຈັກ ດີໂດ້ ລັດທະພອນ ໜຸ່ມບາເທນເດີໄວ 19 ປີ ຕົວແທນແຂວງອັດຕະປື Mister Universe Laos 2026

ແບ່ງປັນ

ໂອກາດບໍ່ມີໄວ້ໃຫ້ຄົນຢ້ານ ຮູ້ຈັກ ດີໂດ້ ລັດທະພອນ ໜຸ່ມບາເທນເດີໄວ 19 ປີ ຕົວແທນແຂວງອັດຕະປື Mister Universe Laos 2026

ໂດຍ: Tonmai Phoutthasack Tonmai Phoutthasack
16 July 2026 0
AI Summarized

Key Takeaways:

  • ດີໂດ້ - ລັດທະພອນ ສີລິຈັນໂທ, ຊາຍໜຸ່ມອາຍຸ 19 ປີ ຈາກນະຄອນຫຼວງວຽງຈັນ, ໄດ້ຮັບກຽດເປັນຕົວແທນແຂວງອັດຕະປື ເຂົ້າຮ່ວມການປະກວດ Mister Universe Laos 2026.
  • ປັດຈຸບັນ ດີໂດ້ ກໍາລັງສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ສາຂາການໂຮງແຮມ ແລະ ຍັງເຮັດວຽກເປັນບາເທນເດີ ຫຼັງເລີກຮຽນ.
  • ລາວມີປະສົບການທີ່ໂດດເດັ່ນໃນໄວໜຸ່ມ ເຊັ່ນ: ເຄີຍໄດ້ຕຳແໜ່ງເດືອນຄະນະ, ໄດ້ຮັບບົດໃນໜັງສັ້ນ, ແລະ ເຄີຍໄດ້ອັນດັບ 1 ຂອງການປະກວດໂຄງການຈັດການຂີ້ເຫຍື່ອ.
  • ດີໂດ້ ຕ້ອງການໃຊ້ເວທີ Mister Universe Laos 2026 ເປັນໂອກາດໃນການພັດທະນາຕົນເອງ, ເປີດໂລກໃໝ່, ແລະ ເປັນກະບອກສຽງຊຸກຍູ້ໄວໜຸ່ມລາວໃຫ້ພັດທະນາຕົນເອງ ແລະ ຫຼີກລ່ຽງສິ່ງເສບຕິດ.
  • ລາວເຊື່ອວ່າ "ສຸພາບບຸລຸດຍຸກໃໝ່" ຄືຜູ້ທີ່ພ້ອມຮຽນຮູ້, ພັດທະນາຕົນເອງ, ມີຄວາມຮູ້, ພຽບພ້ອມ, ແລະ ບໍ່ເສບຕິດ.

ມື່ອເວົ້າເຖິງຊ່ວງໄວ 19 ປີ, ຫຼາຍຄົນອາດຈະກຳລັງມ່ວນຊື່ນກັບຊີວິດໃນມະຫາວິທະຍາໄລ ຫຼື ກຳລັງຄົ້ນຫາຕົນເອງ. ແຕ່ສຳລັບ “ດີໂດ້ – ລັດທະພອນ ສີລິຈັນໂທ” ຊາຍໜຸ່ມຈາກນະຄອນຫຼວງວຽງຈັນ ຜູ້ທີ່ປີນີ້ໄດ້ຮັບກຽດເປັນຕົວແທນໃຫ້ກັບ ແຂວງອັດຕະປື ໃນເວທີ Mister Universe Laos 2026, ລາວໄດ້ເລືອກທີ່ຈະຍ່າງອອກຈາກກອບເດີມໆ ເພື່ອມາທ້າທາຍຕົນເອງເທິງເວທີລະດັບປະເທດ.

ອ່ານຕື່ມ:  ເປີດໂຕ MONII ສາວນ້ອຍມະຫັດສະຈັນຈາກປາກເຊ ກຽມແຈ້ງເກີດເປັນສິລະປິນໃໝ່

ດ້ວຍຮອຍຍິ້ມທີ່ສົດໃສ ເຊິ່ງເປັນເອກະລັກປະຈຳຕົວ ແລະ ພະລັງງານແຫ່ງຄວາມຕັ້ງໃຈທີ່ເຕັມປ່ຽມ, ມື້ນີ້ເຮົາຈະພາທຸກຄົນໄປເຈາະເລິກເຖິງເລື່ອງລາວ ແລະ ແນວຄິດຂອງໜຸ່ມນ້ອຍຄົນນີ້ ທີ່ບອກເລີຍວ່າໂປຣໄຟລ໌ ແລະ ວິທີຄິດຂອງລາວ ບໍ່ທຳມະດາເລີຍແທ້ໆ.

ປັດຈຸບັນ ດີໂດ້ ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ສາຂາການໂຮງແຮມ. ແຕ່ຊີວິດໃນແຕ່ລະມື້ຂອງລາວບໍ່ໄດ້ຈົບລົງພຽງແຕ່ໃນຫ້ອງຮຽນ ເພາະຫຼັງເລີກຮຽນ ລາວຍັງຮັບບົດບາດເປັນ “ບາເທນເດີ” (Bartender) ທີ່ຄອຍປະສົມເຄື່ອງດື່ມ ແລະ ມອບຮອຍຍິ້ມໃຫ້ກັບຜູ້ຄົນ.

ເມື່ອຖາມເຖິງໄລຟ໌ສະຕາຍ ດີໂດ້ນິຍາມຕົນເອງວ່າເປັນຄົນສະບາຍໆ, ນຸ່ງເຄື່ອງຊິວໆ ແລະ ເຂົ້າສັງຄົມງ່າຍ. ແຕ່ໃນຄວາມຊິວນັ້ນ ຖ້າໄດ້ລົງມືເຮັດຫຍັງຈິງຈັງແລ້ວ ລາວພ້ອມທີ່ຈະຕຶງ ແລະ ໂຟກັສກັບມັນແບບເຕັມທີ່. ເວລາຫວ່າງຂອງລາວມັກຈະໝົດໄປກັບການເບິ່ງໜັງ, ເຂົ້າຟິດເນັດ ແລະ ສິ່ງທີ່ລາວຫຼົງໄຫຼທີ່ສຸດກໍຄື ການຫຼິ້ນກິລາ ໂດຍສະເພາະກິລາບານເຕະ. ລາວເປັນຄົນທີ່ສາມາດຫຼິ້ນກິລາໄດ້ເກືອບທຸກປະເພດ ເຊິ່ງມັນຊ່ວຍຫຼໍ່ຫຼອມໃຫ້ລາວເປັນຄົນທີ່ຮູ້ຈັກນໍ້າໃຈນັກກິລາ ຮູ້ແພ້ ຮູ້ຊະນະ.

ສຳລັບບຸກຄົນຕົ້ນແບບທີ່ສ້າງແຮງບັນດານໃຈໃຫ້ກັບລາວ ບໍ່ແມ່ນຊຸບເປີສະຕາທີ່ໃດ ແຕ່ແມ່ນ ພໍ່ ແລະ ແມ່ ເພາະພວກເພິ່ນເປັນຄົນທີ່ຄອຍສອນ ແລະ ປູກຝັງໃຫ້ລາວກ້າທີ່ຈະປະເຊີນໜ້າກັບທຸກໆບັນຫາທີ່ເຂົ້າມາໃນຊີວິດຢ່າງມີສະຕິ.

ເຖິງຈະອາຍຸພຽງ 19 ປີ ແຕ່ປະສົບການທີ່ຜ່ານມາຂອງດີໂດ້ ກໍໂດດເດັ່ນບໍ່ໜ້ອຍ. ລາວເຄີຍຜ່ານການປະກວດຈົນໄດ້ຮັບຕຳແໜ່ງເປັນ “ເດືອນຄະນະສາຂາວິຊາການໂຮງແຮມ” ເຊິ່ງເປັນຜົນງານທີ່ລາວພູມໃຈທີ່ສຸດ ເພາະມັນຄືເວທີທຳອິດທີ່ເປີດໂອກາດໃຫ້ລາວໄດ້ສະແດງອອກ.

ນອກຈາກນັ້ນ, ລາວຍັງເຄີຍຮັບບົດໃນໜັງສັ້ນເລື່ອງ “ຕະກອນແຫ່ງຄວາມຊົງຈຳ” ເຊິ່ງໄດ້ສາຍທີ່ບູດຂອງ WWF. ບໍ່ພຽງແຕ່ເປັນເດັກກິດຈະກຳສາຍບັນເທີງເທົ່ານັ້ນ, ດີໂດ້ຍັງເຄີຍເປັນຕົວແທນພຣີເຊັນໂຄງການກ່ຽວກັບການຈັດການຂີ້ເຫຍື້ອ ຈົນສາມາດຄວ້າອັນດັບ 1 ມາແລ້ວອີກດ້ວຍ. ສິ່ງເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງຄວາມເປັນໄວໜຸ່ມຮຸ່ນໃໝ່ ທີ່ໃສ່ໃຈທັງການພັດທະນາຕົນເອງ ແລະ ສັງຄົມໄປພ້ອມໆກັນ.

ການຕັດສິນໃຈກ້າວເຂົ້າມາປະກວດ Mister Universe Laos 2026 ຈຶ່ງຖືເປັນສິ່ງທ້າທາຍທີ່ຍິ່ງໃຫຍ່ທີ່ສຸດສຳລັບລາວ.

ເວທີນີ້ມອບໂອກາດໃຫ້ກັບໄວໜຸ່ມຊາຍລາວ. ຂ້ອຍຢາກມາພັດທະນາຕົນເອງ ເພື່ອກ້າວໄປຢືນຢູ່ອີກຈຸດທີ່ດີຂຶ້ນກວ່າເກົ່າ, ຢາກເປີດໂລກໃໝ່ ແລະ ສຳຜັດປະສົບການທີ່ຫາຢູ່ໃສບໍ່ໄດ້. ຕອນຮູ້ວ່າຜ່ານເຂົ້າຮອບ ດີໃຈຫຼາຍ ແລະ ຂອບໃຈທາງກອງປະກວດທີ່ມອບໂອກາດອັນລໍ້າຄ່ານີ້ໃຫ້.

ໃນຖານະຕົວແທນໄວໜຸ່ມລາວ, ດີໂດ້ ຢາກເປັນກະບອກສຽງໃນການຊຸກຍູ້ໃຫ້ທຸກຄົນລຸກຂຶ້ນມາພັດທະນາຕົນເອງ ກ້າວໄປຂ້າງໜ້າຢ່າງໝັ້ນຄົງ ແລະ ທີ່ສຳຄັນທີ່ສຸດຄືການບໍ່ເຂົ້າໄປຫຍຸ້ງກ່ຽວກັບສິ່ງເສບຕິດ.

ອ່ານຕື່ມ:  ຈັສມິນ ຄຸດທະວອນ ຈາກນັກສະແດງຮູບເງົາ ກ່ອງກ່ອຍ ສູ່ກຳມະການ MUT ປະທຸມທານີ

ໃນລະຫວ່າງການກຽມຕົວເຂົ້າປະກວດ, ລາວໄດ້ຮຽນຮູ້ແລະຄົ້ນພົບວ່າ ຕົວລາວເອງກໍບໍ່ໄດ້ດ້ອຍໄປກວ່າໃຜ ຂໍພຽງແຕ່ກ້າທີ່ຈະສະແດງສິ່ງທີ່ຕົນເອງມີອອກມາ. ລາວຢາກໃຊ້ເວທີນີ້ເປັນເຄື່ອງພິສູດວ່າ: ທຸກຄົນລ້ວນແຕ່ມີຄວາມສາມາດ ແລະ ສາມາດມາຢືນຢູ່ຈຸດສູງສຸດນີ້ໄດ້ເຊັ່ນກັນ ຂໍພຽງແຕ່ມີຄວາມກ້າທີ່ຈະສະແດງຕົວຕົນອອກມາ.

ສ່ວນນິຍາມຄຳວ່າ “ສຸພາບບຸລຸດຍຸກໃໝ່” ໃນມຸມມອງຂອງດີໂດ້ ຄື:

ການພ້ອມທີ່ຈະຮຽນຮູ້ ແລະ ເຂົ້າໃຈກັບປັດຈຸບັນ. ເປັນຄົນທີ່ພ້ອມຈະພັດທະນາຕົນເອງຢູ່ເລື້ອຍໆ ໃຫ້ເປັນຄົນທີ່ມີຄວາມຮູ້ແລະພຽບພ້ອມ ແລະ ທີ່ສຳຄັນຄື ເປັນຄົນທີ່ບໍ່ເອົາຕົນເອງໄປຫຍຸ້ງກ່ຽວກັບສິ່ງເສບຕິດ.

ກ່ອນຈາກກັນ, ໜຸ່ມນ້ອຍໄວ 19 ປີຄົນນີ້ ໄດ້ຝາກຂໍ້ຄວາມເຖິງທຸກຄົນທີ່ກຳລັງໄລ່ຕາມຄວາມຝັນ ດ້ວຍປະໂຫຍກທີ່ຊົງພະລັງວ່າ:

ຖ້າໂອກາດແລ່ນມາຫາແລ້ວ ຈົ່ງຄວ້າມັນໄວ້ ແລະ ເຮັດມັນໃຫ້ດີທີ່ສຸດ. ຢ່າຢ້ານການພ່າຍແພ້ ເພາະມັນຄືບົດຮຽນອັນສຳຄັນທີ່ເຮັດໃຫ້ເຮົາມາປັບປຸງແກ້ໄຂ ແລະ ກ້າວຕໍ່ໄປ ຈົ່ງຈື່ໄວ້ວ່າ ຄຳວ່າໂອກາດ ບໍ່ໄດ້ມີໄວ້ໃຫ້ຄົນທີ່ຢ້ານແພ້!

ຮ່ວມເປັນກຳລັງໃຈ ແລະ ຕິດຕາມການເຕີບໂຕຂອງໜຸ່ມບາເທນເດີຮອຍຍິ້ມມີສະເໜ່ຄົນນີ້! ຝາກຊ່ວຍເຊຍ “ດີໂດ້ – ລັດທະພອນ ສີລິຈັນໂທ” Mister Universe Attapeu ແລະ ໝູ່ເພື່ອນຜູ້ເຂົ້າປະກວດທັງ 26 ຄົນ ທີ່ພ້ອມຈະສ້າງປະຫວັດສາດໜ້າໃໝ່ເທິງເວທີ Mister Universe Laos 2026 ໄປພ້ອມໆກັນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.