ຈັສມິນ ຄຸດທະວອນ ຈາກນັກສະແດງຮູບເງົາ ກ່ອງກ່ອຍ ສູ່ກຳມະການ MUT ປະທຸມທານີ

Key Takeaways:
- ຈັສມິນ ຄຸດທະວອນ, ນັກສະແດງ ແລະ CEO ຂອງ Centerstage Laos, ໄດ້ຮັບການແຕ່ງຕັ້ງເປັນໜຶ່ງໃນຄະນະກຳມະການຕັດສິນໃນການປະກວດນາງງາມ Miss Universe ປະທຸມທານີ, ອ່າງທອງ ແລະ ປາຈີນບຸຣີ ປະເທດໄທ.
- ຮອບ Final Competition ຂອງການປະກວດຈະຈັດຂຶ້ນໃນວັນທີ 18 ກໍລະກົດ 2026 ເວລາ 19:00 ໂມງ ທີ່ ESC PARK RANGSIT.
- ຈັສມິນ ຍັງໄດ້ມີສ່ວນຮ່ວມໃນຮູບເງົາລາວເລື່ອງ "ກ່ອງກ່ອຍ" ໂດຍຮັບບົດເປັນ "ປ້າໃຈ".
- ຮູບເງົາ "ກ່ອງກ່ອຍ" ມີກຳນົດສາຍໃນວັນທີ 16 ກໍລະກົດ 2026.
- ຈັສມິນ ຄຸດທະວອນ ຖືເປັນບຸກຄະລາກອນໃນວົງການບັນເທີງລາວທີ່ມີຜົນງານໂດດເດັ່ນທັງໃນ ແລະ ຕ່າງປະເທດ.
ປ້າໃຈໄປຈັກກະວານແລ້ວ! ຈາກນັກສະແດງຮູບເງົາ ‘ກ່ອງກ່ອຍ’ ສູ່ການນັ່ງເປັນກຳມະການ MUT ປະທຸມທານີ ປະເທດໄທ.
ຖືວ່າເປັນປີຄິວທອງເລີຍກັບ ຈັສມິນ ຄຸດທະວອນ ນັກສະແດງ ແລະ CEO ຂອງ Centerstage Laos ໄດ້ຮັບກຽດເປັນໜຶ່ງໃນຄະນະກຳມະການຕັດສິນ ໃນການປະກວດນາງງາມເວທີໃຫຍ່ Miss Universe ປະທຸມທານີ, ອ່າງທອງ ແລະ ປາຈີນບຸຣີ ປະເທດໄທ ໂດຍຮອບ Final Competition ຈະຈັດຂຶ້ນໃນວັນທີ 18 ກໍລະກົດ 2026 ນີ້ ເວລາ 19:00 ໂມງ ທີ່ ESC PARK RANGSIT.

ແຕ່ກ່ອນຈະໄປຮອດເວທີຈັກກະວານ, ຍັງມີອີກໜຶ່ງຜົນງານທີ່ຖືກເປັນກະແສຂອງວົງການຮູບເງົາລາວກໍຄື “ກ່ອງກ່ອຍ” ທີ່ ຈັສມິນ ກໍໄດ້ມີສ່ວນຮ່ວມການສະແດງກັບບົດບາດຂອງ”ປ້າໃຈ” ທີ່ຈະສາຍໃນຮູບເງົາວັນທີິ 16 ກໍລະກົດ 2026 ນີ້.
ຖືວ່າເປັນອີກໜຶ່ງບຸກຄະລາກອນໃນວົງການບັນເທີງລາວ ທີ່ມີຜົນງານໂດດເດັ່ນຮອບດ້ານ ທັງໃນປະເທດ ແລະ ລະດັບສາກົນ. ຢ່າລືມໄປສະໜັບສະໜູນ ແລະ ໃຫ້ກຳລັງໃຈກັນຫຼາຍໆເດີ້.
ຕິດຕາມຜົນງານຂອງຈັສມິນ ຄຸດທະວອນໄດ້ທີ່
FB: Jasmine Ackharath
