ຮູ້ຈັກ ອານຸ ອານຸລັກ ໜຸ່ມອາລົມດີ ຕົວແທນແຂວງບໍ່ແກ້ວ ຜູ້ພ້ອມໃຊ້ຊີວິດໃຫ້ຄຸ້ມຄ່າໃນແບບຂອງຕົນເອງ

ຖ້າຈະຖາມຫາຜູ້ຊາຍທີ່ຢູ່ໃກ້ແລ້ວມີແຕ່ສຽງຫົວ ແລະ ຄວາມສະບາຍໃຈ ເຊື່ອແນ່ວ່າ “ອານຸ ອານຸລັກ ພັນທະວົງ” ຊາຍໜຸ່ມໄວ 24 ປີ ຈາກເມືອງມໍລະດົກໂລກ ຫຼວງພະບາງ ຄົນນີ້ ຈະຕ້ອງເປັນໜຶ່ງໃນນັ້ນຢ່າງແນ່ນອນ. ປີນີ້ ລາວໄດ້ຮັບໂອກາດຄັ້ງສຳຄັນ ໃນການກ້າວຂຶ້ນມາເປັນຕົວແທນໃຫ້ກັບ “ແຂວງບໍ່ແກ້ວ” ເພື່ອຮ່ວມຊິງໄຊໃນເວທີ Mister Universe Laos.
ພາຍໃຕ້ບົດບາດພະນັກງານບໍລິສັດເອກະຊົນໃນນະຄອນຫຼວງວຽງຈັນ, ອານຸ ມີບຸກຄະລິກທີ່ເຕັມໄປດ້ວຍສະເໜ່ ມັກສ້າງສຽງຫົວ ເຮຮາ ແຕ່ໃນບາງມຸມກໍມີຄວາມເປັນອິນໂທຣເວີດ (Introvert) ທີ່ຮັກຄວາມສະຫງົບເຊື່ອງຢູ່. ມື້ນີ້ ເຮົາຈະພາທຸກຄົນໄປເປີດມຸມມອງ ແລະ ທຳຄວາມຮູ້ຈັກກັບຕົວຕົນຂອງຊາຍໜຸ່ມ ຜູ້ທີ່ສາມາດປັບຕົວເຂົ້າກັບທຸກສະຖານະການຄົນນີ້ ໃຫ້ເລິກເຊິ່ງກວ່າເກົ່າ.
ເມື່ອຖາມເຖິງຄວາມສາມາດພິເສດ ອານຸ ຕອບດ້ວຍຄວາມອາລົມດີ ແລະ ຖ່ອມຕົວວ່າ ລາວສາມາດເຮັດໄດ້ຫຼາຍຢ່າງ ບໍ່ວ່າຈະເປັນການຮ້ອງເພງ, ເຕັ້ນ ຫຼື ຫຼິ້ນກິລາ ແຕ່ລາວຂໍນິຍາມຕົນເອງວ່າເປັນສະຕາຍ “ເປັດ” ຄືເຮັດໄດ້ໝົດທຸກຢ່າງ ແຕ່ຍັງບໍ່ທັນໄປສຸດຈັກທາງ.

ເວລາວ່າງຈາກວຽກ ອານຸມັກຈະໄປເຂົ້າຟິດເນັດ ແຕ່ລາວຮີບເວົ້າຕິດຄະຕິຕະຫຼົກວ່າ ຟິດເນັດນັ້ນເປັນພຽງກິດຈະກຳສຳຮອງ ເພາະສິ່ງທີ່ລາວມັກທີ່ສຸດອັນດັບໜຶ່ງເລີຍກໍຄື “ການນອນພັກຜ່ອນ”. ແຕ່ໃນຄວາມຊິວໆສະບາຍໆນັ້ນ ລາວພັດມີຄວາມຫຼົງໄຫຼໃນສິ່ງທີ່ເລິກເຊິ່ງ ແລະ ໜ້າຄົ້ນຫາ ນັ້ນກໍຄື ເລື່ອງລາວທາງປະຫວັດສາດ, ສິລະປະກຳ ແລະ ສະຖາປັດຕະຍະກຳບູຮານຕ່າງໆ ເຊິ່ງສະທ້ອນໃຫ້ເຫັນເຖິງມຸມມອງຄວາມຄິດທີ່ລິກເຊິ່ງພາຍໃຕ້ຮອຍຍິ້ມຂອງລາວ.
ສຳລັບບຸກຄົນຕົ້ນແບບໃນຊີວິດ, ອານຸ ຍົກໃຫ້ “ພໍ່ແມ່” ເປັນ Idol ສູງສຸດ.
ເພາະເພິ່ນບໍ່ໄດ້ເປັນຄົນລວຍຫຍັງເລີຍ ແຕ່ເພິ່ນມີຄວາມພະຍາຍາມ ແລະ ອົດທົນລ້ຽງລູກທັງ 4 ຄົນຈົນເຕີບໃຫຍ່ມາໄດ້.
ຄວາມຮັກ ແລະ ຄວາມເສຍສະຫຼະຂອງຄອບຄົວນີ້ເອງ ທີ່ເຮັດໃຫ້ຜົນງານທີ່ລາວພາກພູມໃຈທີ່ສຸດໃນຊີວິດ ບໍ່ແມ່ນເລື່ອງຍິ່ງໃຫຍ່ຢູ່ໃສ ແຕ່ແມ່ນ “ການຮຽນຈົບ” ເພາະມັນຄືຜົນງານຊິ້ນເອກທີ່ພິສູດຄວາມສຳເລັດກ້າວທຳອິດຂອງຕົນເອງ ແລະ ທີ່ສຳຄັນຄືເຮັດໃຫ້ພໍ່ແມ່ໄດ້ໂລ່ງໃຈ.

ຊີວິດຂອງອານຸ ເຄີຍຜ່ານສິ່ງທ້າທາຍອັນໜັກໜ່ວງມາແລ້ວ ນັ້ນຄືການພະຍາຍາມເອົາຕົວລອດຈາກເຫດການບໍ່ຄາດຝັນ ແລະ ອຸບັດຕິເຫດຕ່າງໆໃນຊີວິດ ເຊິ່ງມັນສອນໃຫ້ລາວຮູ້ຈັກຄຸນຄ່າຂອງການມີຊີວິດຢູ່.
ໃນເສັ້ນທາງການປະກວດ ອານຸ ບໍ່ແມ່ນຄົນໜ້າໃໝ່ ລາວເຄີຍຜ່ານເວທີ Mister Friendship Laos 2024 ແລະ ສາມາດທະລຸເຂົ້າເຖິງຮອບ 8 ຄົນສຸດທ້າຍມາແລ້ວ. ແຕ່ເຫດຜົນທີ່ເຮັດໃຫ້ລາວຕັດສິນໃຈຍື່ນໃບສະໝັກ Mister Universe Laos ໃນຄັ້ງນີ້ ກໍເພາະວ່າ: “ຄັ້ງໜຶ່ງໃນຊີວິດ ກໍຢາກເຮັດໃນສິ່ງທີ່ເຮົາຕ້ອງການຢາກຈະເຮັດມາຕັ້ງແຕ່ຕົ້ນ.”
ເມື່ອຮູ້ວ່າຕົນເອງຜ່ານເຂົ້າຮອບ ລາວຮູ້ສຶກດີໃຈທີ່ຄວາມພະຍາຍາມຂອງລາວເກີດຜົນ. ການປະກວດຄັ້ງນີ້ ຈະເປັນຈຸດຈົດຈຳທີ່ສຳຄັນໃນຊີວິດ ທີ່ພິສູດໃຫ້ເຫັນເຖິງ “ຄວາມພະຍາຍາມ”. ຫາກລາວໄດ້ຮັບຕຳແໜ່ງ ລາວຢາກຈະເປັນກະບອກສຽງໃຫ້ກັບໄວໜຸ່ມລາວ ໃຫ້ກ້າທີ່ຈະໝັ້ນໃຈໃນຕົວເອງ ກ້າທີ່ຈະເປັນຕົນເອງໃນເວີຊັນທີ່ດີທີ່ສຸດ ໂດຍກ້າວຂ້າມຄວາມຢ້ານກົວຕ່າງໆໃນຈິດໃຈ. ພ້ອມທັງຢາກພິສູດໃຫ້ທຸກຄົນເຫັນວ່າ ຄວາມສາມາດນັ້ນ ບໍ່ວ່າເພດໃດກໍສາມາດມີ ແລະ ເຮັດໄດ້ຄືກັນ.

ເມື່ອຖາມເຖິງຄວາມເປັນສຸພາບບຸລຸດ ໃນຍຸກປັດຈຸບັນ, ອານຸ ໃຫ້ຄຳຕອບທີ່ລຽບງ່າຍແຕ່ຊັດເຈນວ່າ:
ຄວາມເປັນສຸພາບບຸລຸດ ຄືການຮູ້ຈັກໃຫ້ກຽດ ແລະ ມັນຕ້ອງເປັນການກະທຳທີ່ອອກມາຈາກນິໄສທີ່ແທ້ຈິງທາງໃນ ບໍ່ແມ່ນພຽງແຕ່ພາບລັກພາຍນອກ.
ກ່ອນຈາກກັນ, ໜຸ່ມຫຼວງພະບາງຕົວແທນແຂວງບໍ່ແກ້ວຄົນນີ້ ໄດ້ຝາກຂໍ້ຄວາມທີ່ເຕັມໄປດ້ວຍປັດຊະຍາການໃຊ້ຊີວິດ ເຖິງເຍົາວະຊົນ ແລະ ຄົນທີ່ກຳລັງໄລ່ຕາມຄວາມຝັນວ່າ:
ໂລກນີ້ບໍ່ມີຫຍັງແນ່ນອນ ຊີວິດຄົນກໍຄືກັນ. ຈົ່ງພະຍາຍາມເຮັດຕາມຄວາມຝັນຂອງຕົນເອງໃນເວລາທີ່ຍັງມີໂອກາດ, ເຮັດໃຫ້ຕົນເອງມີຄວາມສຸກໃຫ້ຫຼາຍໆ ແລະ ມີຮອຍຍິ້ມ. ບາງຄັ້ງມັນອາດຈະເບິ່ງຄືການເຫັນແກ່ຕົວ ແຕ່ລອງຄິດເບິ່ງວ່າ ຖ້າເຮົາຕາຍໄປ ເຮົາຈະຮູ້ສຶກແນວໃດຖ້າເຮົາຍັງບໍ່ໄດ້ເຮັດໃນສິ່ງທີ່ຢາກເຮັດ? ໃນເມື່ອມີໂອກາດ… ກໍເຮັດໂລດ! ພະຍາຍາມເປັນໂຕຂອງໂຕເອງ ເຕີບໃຫຍ່ໃນເວີຊັນທີ່ດີທີ່ສຸດຂອງເຮົາ ບໍ່ຈຳເປັນຕ້ອງໄປເປັນເງົາຂອງໃຜ. ໃຊ້ຊີວິດໃນແບບທີ່ຕົນເອງມັກ ຢ່າໃຊ້ຊີວິດໃນແບບທີ່ຄົນອື່ນມັກ.
ພ້ອມທັງຝາກລູກອ້ອນໜ້າຮັກໆ ສົ່ງທ້າຍເຖິງແຟນໆການປະກວດທຸກຄົນວ່າ: “ຢາກຝາກໃຫ້ທຸກຄົນຊ່ວຍເປັນກຳລັງໃຈໃຫ້ໜຸ່ມໆທັງ 26 ຄົນແນ່ເດີ້… ແລະ ເມື່ອເຊຍ 25 ຄົນແລ້ວ ກໍຂໍພື້ນທີ່ໃນຫົວໃຈອີກໜ້ອຍໜຶ່ງ ໃຫ້ກັບຕົວແທນແຂວງບໍ່ແກ້ວ ຄົນນີ້ແດ່ເດີ້!”
ມາຮ່ວມເປັນກຳລັງໃຈ ແລະ ຕິດຕາມການເດີນທາງຄັ້ງສຳຄັນຂອງ “ອານຸ – ອານຸລັກ ພັນທະວົງ” ໄປພ້ອມໆກັນໃນເວທີ Mister Universe Laos ປີນີ້!
