ຈາກເດັກນ້ອຍສູ້ຊີວິດ ສູ່ເວທີລະດັບປະເທດ ຮູ້ຈັກ ເຍ່ຍລໍ່ ໜຸ່ມຊຽງຂວາງກັບຄວາມຝັນໃນ Mister Universe Laos

ຫາກຈະເວົ້າເຖິງຊາຍໜຸ່ມທີ່ມາພ້ອມກັບຮອຍຍິ້ມທີ່ໜ້າຮັກ ແລະ ມີພອນສະຫວັນທາງດ້ານສຽງເພງທີ່ໂດດເດັ່ນ ໃນເວທີ Mister Universe Laos ປີນີ້ ຊື່ຂອງ “ເຍ່ຍລໍ່ ຈົ່ງຊົວ” ຊາຍໜຸ່ມໄວ 21 ປີ ຕົວແທນຈາກເມືອງແປກ ແຂວງຊຽງຂວາງ ຕ້ອງເປັນໜຶ່ງໃນນັ້ນຢ່າງແນ່ນອນ.
ຈາກອະດີດເດັກນ້ອຍທີ່ເຕີບໃຫຍ່ມາພ້ອມກັບຄວາມທ້າທາຍເລື່ອງຖານະຄອບຄົວ ມື້ນີ້ລາວກຳລັງຈະຮຽນຈົບປະລິນຍາຕີ, ກາຍເປັນນັກຮ້ອງເຕັມຕົວ ແລະ ກຳລັງກ້າວຂຶ້ນສູ່ເວທີລະດັບປະເທດ. ມື້ນີ້ ເຮົາຈະພາທຸກຄົນໄປເຈາະເລິກເຖິງເລື່ອງລາວຊີວິດ, ຄວາມຝັນ ແລະ ແຮງບັນດານໃຈ ຂອງໜຸ່ມຊຽງຂວາງຄົນນີ້ ທີ່ເຕັມໄປດ້ວຍພະລັງບວກ ແລະ ຄວາມມຸ່ງໝັ້ນທີ່ບໍ່ທຳມະດາ.
ປັດຈຸບັນ ເຍ່ຍລໍ່ ກຳລັງສຶກສາຢູ່ປີທີ 4 ທີ່ສະຖາບັນການທະນາຄານ ແລະ ກຳລັງກຽມຕົວປ້ອງກັນບົດຈົບຊັ້ນ. ແຕ່ໃນອີກມຸມໜຶ່ງຂອງຊີວິດ ລາວຄືຊາຍໜຸ່ມທີ່ຫຼົງໄຫຼໃນສຽງດົນຕີມາຕັ້ງແຕ່ຍັງນ້ອຍ. ດ້ວຍນໍ້າສຽງທີ່ເປັນເອກະລັກ ບວກກັບຮອຍຍິ້ມທີ່ຈິງໃຈ ເຮັດໃຫ້ລາວໄດ້ກາຍມາເປັນນັກຮ້ອງ ແລະ ນັກສະແດງ ທີ່ເຄີຍຝາກຜົນງານການເປັນພະເອກລະຄອນເລື່ອງ “ກິນດອງ” ຢູ່ສວນບັນດາເຜົ່າ ແລະ ຍັງສາມາດຄວ້າລາງວັນນັກຮ້ອງສຽງດີຈາກເວທີນັ້ນມາແລ້ວ.

ສິ່ງທີ່ຫຼົງໄຫຼທີ່ສຸດໃນຊີວິດ ຄືການໄດ້ຫຼິ້ນກີຕ້າ ແລະ ຮ້ອງເພງ. ນ້ອງມີເປົ້າໝາຍທີ່ຊັດເຈນວ່າ ມື້ໜຶ່ງນ້ອງຈະຕ້ອງເປັນນັກຮ້ອງທີ່ມີຊື່ສຽງທີ່ສຸດໃນລາວ ແລະ ເປັນໄອດໍ້ໃຫ້ກັບຫຼາຍໆຄົນໃຫ້ໄດ້.
ເມື່ອຖາມເຖິງນິໄສສ່ວນຕົວ, ເຍ່ຍລໍ່ ເປັນໜຸ່ມທີ່ໃຈດີຫຼາຍ, ມັກຊ່ວຍເຫຼືອຄົນອື່ນ ຈົນບາງຄັ້ງກໍບໍ່ກ້າທີ່ຈະປະຕິເສດໃຜ. ລາວເປັນຄົນທີ່ມີຫຼັກການໃນການດຳລົງຊີວິດ ຄືການຮູ້ແຍກແຍະຜິດ-ຖືກ ແລະ ເລືອກທີ່ຈະເຮັດແຕ່ສິ່ງທີ່ດີສະເໝີ.
ນອກຈາກຄວາມສາມາດດ້ານການຮ້ອງເພງ ແລະ ການສະແດງແລ້ວ ອີກໜຶ່ງຄວາມສາມາດທີ່ເຮັດໃຫ້ຫຼາຍຄົນຕ້ອງວ້າວ! ກໍຄື ເຍ່ຍລໍ່ ສາມາດເວົ້າໄດ້ເຖິງ 5 ພາສາ (ເຖິງເຈົ້າຕົວຈະຖ່ອມຕົວວ່າເວົ້າບໍ່ຄ່ອຍເກັ່ງກໍຕາມ) ແລະ ຍັງເຄີຍເປັນທີມພາສາອັງກິດຂອງໂຮງຮຽນ ທີ່ຮັບໜ້າທີ່ອ່ານຂ່າວທຸກໆມື້.
ເວລາຫວ່າງຂອງລາວ ມັກຈະໝົດໄປກັບການອ່ານໜັງສືເພື່ອຊອກຫາຄວາມຮູ້ໃໝ່ໆ, ເບິ່ງແຍງດູແລຕົນເອງໃຫ້ດູດີສະເໝີ ແລະ ອີກໜຶ່ງງານອະດິເລກທີ່ເປັນສະເໜ່ແບບລູກຜູ້ຊາຍ ກໍຄືການມັກນັ່ງລົມ, ນັ່ງດື່ມຊິວໆ ກັບອ້າຍໆເພື່ອແລກປ່ຽນແນວຄິດ ແລະ ຖອດຖອນບົດຮຽນຊີວິດນຳກັນ.

ຊີວິດຂອງ ເຍ່ຍລໍ່ ບໍ່ໄດ້ໂຣຍດ້ວຍກີບກຸຫຼາບ ສິ່ງທ້າທາຍທີ່ຍິ່ງໃຫຍ່ທີ່ສຸດທີ່ລາວເຄີຍຜ່ານມາໄດ້ຄື “ຄວາມທຸກຍາກ” ຂອງຄອບຄົວ. ປະສົບການນັ້ນສອນໃຫ້ລາວເຂັ້ມແຂງ, ອົດທົນ ແລະ ພະຍາຍາມຈົນສາມາດເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນກວ່າແຕ່ກ່ອນ.
ແລະ ເມື່ອເວົ້າເຖິງການມາປະກວດ Mister Universe Laos ບຸກຄົນທີ່ເປັນແຮງບັນດານໃຈ (Idol) ອັນຍິ່ງໃຫຍ່ທີ່ສຸດຂອງລາວກໍຄື “ອາຊີ ເຮີ້” (Mister Universe Laos ຄົນທຳອິດ).
ອ້າຍອາຊີ ເປັນຄົນຊົນເຜົ່າມົ້ງຄືກັນກັບນ້ອງ. ລາວສາມາດຄວ້າມົງກຸດ Mister Universe Laos ມາໄດ້ ເຊິ່ງມັນເປັນແຮງບັນດານໃຈໃຫ້ນ້ອງຢາກຈະເປັນແບບລາວ ແລະ ນ້ອງກໍເຊື່ອໝັ້ນວ່າ ນ້ອງຕ້ອງເຮັດໄດ້ແນ່ນອນ!
ການຕັດສິນໃຈກ້າວຂຶ້ນເວທີ Mister Universe Laos ປີນີ້ ເຍ່ຍລໍ່ ພົກຄວາມໝັ້ນໃຈມາເຕັມຮ້ອຍ ພ້ອມກັບເປົ້າໝາຍທີ່ຊັດເຈນວ່າ “ຈະເປັນ Mister Universe Laos ຄົນຕໍ່ໄປ”. ການປະກວດຄັ້ງນີ້ມີຄວາມໝາຍຕໍ່ຊີວິດລາວຫຼາຍ ເພາະມັນຄືການສ້າງຕົວຕົນ ແລະ ເປັນຂົວຕໍ່ທີ່ເຮັດໃຫ້ທຸກຄົນສາມາດເຂົ້າເຖິງລາວໄດ້.

ໃນຖານະຕົວແທນຊາຍໜຸ່ມລາວ ລາວຢາກສະແດງໃຫ້ເຫັນເຖິງຄວາມເປັນສຸພາບບຸລຸດ ທີ່ມີຄວາມເປັນຜູ້ນຳ, ມີການສຶກສາ ແລະ ດຳລົງຊີວິດຢ່າງຖືກຕ້ອງ. ຫາກໄດ້ຮັບຕຳແໜ່ງ, ໂຄງການທີ່ລາວຢາກຈະຂັບເຄື່ອນ ມີ 2 ເລື່ອງສຳຄັນຄື: ການຮົນນະรงค์ເກັບຂີ້ເຫຍື້ອໃນສະຖານທີ່ສາທາລະນະ ເພື່ອສິ່ງແວດລ້ອມທີ່ດີ ແລະ ການຊ່ວຍເຫຼືອເດັກນ້ອຍດ້ອຍໂອກາດ ທີ່ບໍ່ມີທຶນການສຶກສາ ເພາະຕົວລາວເອງເຂົ້າໃຈດີວ່າ ການຂາດເຂີນໂອກາດນັ້ນເປັນແນວໃດ.
ສຳລັບ ເຍ່ຍລໍ່ ຄວາມເປັນ “ສຸພາບບຸລຸດ” ໃນຍຸກປັດຈຸບັນຄື:
ການເປັນຄົນທີ່ມີຄວາມອົດທົນ, ມີຄວາມເປັນຜູ້ນຳ, ຮູ້ແຍກແຍະຜິດ-ຖືກ, ມີຄວາມຮັບຜິດຊອບ ແລະ ຮູ້ຈັກວາງຕົວໃຫ້ເໝາະສົມກັບທຸກສະຖານະການ.
ກ່ອນຈາກກັນ, ໜຸ່ມຊຽງຂວາງຄົນນີ້ ໄດ້ຝາກຂໍ້ຄວາມເຖິງເຍົາວະຊົນ ແລະ ຄົນທີ່ກຳລັງໄລ່ຕາມຄວາມຝັນວ່າ:
ຢາກບອກໃຫ້ທຸກຄົນຕັ້ງໃຈສຶກສາຫາຄວາມຮູ້ໃຫ້ຫຼາຍໆ. ຈົ່ງໝັ້ນໃຈໃນຕົວເອງ ແລະ ເຊື່ອໝັ້ນສະເໝີວ່າ ທຸກຢ່າງທີ່ເຮົາຕັ້ງໃຈ ເຮົາສາມາດເຮັດມັນໃຫ້ສຳເລັດໄດ້ຢ່າງແນ່ນອນ.
ພ້ອມທັງຝາກເຖິງແຟນໆທຸກຄົນ ໃຫ້ຊ່ວຍເຊຍ, ເປັນກຳລັງໃຈໃຫ້ກັບ “ເຍ່ຍລໍ່ ຈົ່ງຊົວ” ຕົວແທນຈາກແຂວງຊຽງຂວາງ ແລະ ໝູ່ເພື່ອນຜູ້ເຂົ້າປະກວດທຸກໆຄົນ. ມາລຸ້ນນຳກັນວ່າ ໜຸ່ມສຽງດີທີ່ມີຫົວໃຈນັກສູ້ຄົນນີ້ ຈະສາມາດຄວ້າມົງກຸດ ແລະ ກາຍເປັນແຮງບັນດານໃຈໃຫ້ກັບຊາຍໜຸ່ມທົ່ວປະເທດໄດ້ສຳເລັດຫຼືບໍ່!
