ຮ້ອນແຮງກວ່າອາກາດກໍຕ້ອງຍົກໃຫ້ກັບລາຍການ FACE of LAOS ທີ່ເດີນທາງມາເຖິງ EP.4 ແລ້ວ! ບອກເລີຍວ່າອີພີນີ້ມີຄົນມົງລົງ ແລະ ມີຄົນກຽມເກັບກະເປົາກັບບ້ານໄປໂບກໂລຊັ່ນດ່ວນໆ ເພາະແຄມເປນລ່າສຸດ “Glow on the Go Runway Challenge” ທີ່ໄດ້ຕົວຊ່ວຍເພີ່ມຄວາມປັງຢ່າງ Vaseline Gluta Hya ມາເປັນສະປອນເຊີຫຼັກນັ້ນ ບອກເລີຍວ່າເດືອດສຸດໆ!...
ຮູ້ຈັກ AIKA ທີ່ມີ Alita ສິລະປິນຈາກລາວໄດ້ເດບິວໃນວົງ ພ້ອມເປີດຄອນເຊັບເກມຄວາມຮັກທີ່ບໍ່ແມ່ນເລື່ອງບັງເອີນ ແຕ່ແມ່ນແຜນການທີ່ເຮັດໃຫ້ຕິດກັບດັກໃນເພງ เกมส์นี้กำลังจะเดิน (Game On).
ຖ້າຈະຖາມຫາຜູ້ຊາຍທີ່ຢູ່ໃກ້ແລ້ວມີແຕ່ສຽງຫົວ ແລະ ຄວາມສະບາຍໃຈ ເຊື່ອແນ່ວ່າ “ອານຸ ອານຸລັກ ພັນທະວົງ” ຊາຍໜຸ່ມໄວ 24 ປີ ຈາກເມືອງມໍລະດົກໂລກ ຫຼວງພະບາງ ຄົນນີ້ ຈະຕ້ອງເປັນໜຶ່ງໃນນັ້ນຢ່າງແນ່ນອນ. ປີນີ້ ລາວໄດ້ຮັບໂອກາດຄັ້ງສຳຄັນ ໃນການກ້າວຂຶ້ນມາເປັນຕົວແທນໃຫ້ກັບ “ແຂວງບໍ່ແກ້ວ” ເພື່ອຮ່ວມຊິງໄຊໃນເວທີ Mister Universe Laos. ພາຍໃຕ້ບົດບາດພະນັກງານບໍລິສັດເອກະຊົນໃນນະຄອນຫຼວງວຽງຈັນ,...
ຫາກຈະເວົ້າເຖິງຊາຍໜຸ່ມທີ່ມາພ້ອມກັບຮອຍຍິ້ມທີ່ໜ້າຮັກ ແລະ ມີພອນສະຫວັນທາງດ້ານສຽງເພງທີ່ໂດດເດັ່ນ ໃນເວທີ Mister Universe Laos ປີນີ້ ຊື່ຂອງ “ເຍ່ຍລໍ່ ຈົ່ງຊົວ” ຊາຍໜຸ່ມໄວ 21 ປີ ຕົວແທນຈາກເມືອງແປກ ແຂວງຊຽງຂວາງ ຕ້ອງເປັນໜຶ່ງໃນນັ້ນຢ່າງແນ່ນອນ. ຈາກອະດີດເດັກນ້ອຍທີ່ເຕີບໃຫຍ່ມາພ້ອມກັບຄວາມທ້າທາຍເລື່ອງຖານະຄອບຄົວ ມື້ນີ້ລາວກຳລັງຈະຮຽນຈົບປະລິນຍາຕີ, ກາຍເປັນນັກຮ້ອງເຕັມຕົວ ແລະ ກຳລັງກ້າວຂຶ້ນສູ່ເວທີລະດັບປະເທດ. ມື້ນີ້...
ບ່ອນໃດມີສຽງແຄນ ບ່ອນນັ້ນມີຄົນລາວ, ຕາບໃດທີ່ສຽງແຄນຍັງດັງ ຄວາມເປັນລາວກໍຍັງຄົງຢູ່ສະເໝີ ເພື່ອເປັນການຮ່ວມສະເຫຼີມສະຫຼອງສຽງດົນຕີອັນເປັນເອກະລັກ ແລະ ຮີດຄອງປະເພນີອັນງົດງາມນີ້, ຂໍເຊີນຊວນທຸກທ່ານ ບໍ່ວ່າຈະເປັນຊາວໜຸ່ມລຸ້ນໃໝ່, ນັກຮຽນຮູ້ ຫຼື ຜູ້ທີ່ຮັກໃນສິລະປະວັດທະນະທຳລາວ ມາຮ່ວມກັນສ້າງອີກໜຶ່ງຄ່ຳຄືນແຫ່ງຄວາມໝາຍ ໃນງານສຳມະນາແລກປ່ຽນຄວາມຮູ້ກ່ຽວກັບ “ແຄນ”. ພາຍໃນງານ ທ່ານຈະໄດ້ພົບກັບການບອກເລົ່າເລື່ອງລາວ, ປະຫວັດຄວາມເປັນມາ, ຄວາມສຳຄັນ ແລະ ຄຸນຄ່າທາງຈິດໃຈທີ່ຝັງເລິກຢູ່ໃນເຄື່ອງດົນຕີຊະນິດນີ້ ເພື່ອໃຫ້ພວກເຮົາໄດ້ພາກພູມໃຈໃນມໍລະດົກອັນລ້ຳຄ່າ ແລະ...
ນີ້ຂະໜາດພຽງແຄ່ຮອບຖ່າຍໂປຣຟາຍ ຍັງຊັອດຟິວກັນຈົນກາຍເປັນມີມ (Meme) ເຕັມໂຊຊຽວປານນີ້! ຄັນຮອດຕອນລົງເຮັດແຄມເປນແທ້ໆ ສິບໍ່ໄດ້ພາໄປສ້າງເຂື່ອນໄຟຟ້າສາຂາສອງພຸ້ນຫວາ?! ບອກເລີຍວ່າ FACE of LAOS 2026 EP.3 ທີ່ຫາກໍປ່ອຍອອກມາ ມັນເດືອດ ມັນມ່ວນ ແລະ ມັນຈຶ້ງແຮງ! ອີພີນີ້ ທາງລາຍການມາໃນໂຈດຖ່າຍຮູບໂປຣຟາຍໃນທີມ “With my jeans!” ຟັງຊື່ເບິ່ງຄືວ່າໜ້າຈະຊິວໆ...
ຫຼັງຈາກທີ່ເດືອດກັນໄປແລ້ວໃນຮອບຄັດເລືອກ ມາຮອດອີພີນີ້ ລາຍການກໍຂໍດຣັອບຄວາມຕຶງລົງໜ້ອຍໜຶ່ງ ພາຜູ້ເຂົ້າແຂ່ງຂັນເຂົ້າຄລາສ Workshop ແບບຮຽນຮູ້ກັນຈິງຈັງ. ເຊິ່ງຖ້າເບິ່ງຜິວເຜີນ ອີພີນີ້ກໍຄືຈະບໍ່ມີຫຍັງຫຼາຍ (ແຕ່ແປວ່າມີ!) ເພາະທາງລາຍການເພິ່ນໄດ້ເນັ້ນສອນໃຫ້ນ້ອງໆ ໄດ້ຮູ້ຈັກວິທີການເລືອກເຄື່ອງສຳອາງໃຫ້ເຂົ້າກັບສະພາບຜິວ ແລະ ໂຄງໜ້າຂອງຕົວເອງ. ນອກຈາກນັ້ນ ຍັງມີການແນະນຳເຕັກນິກການແຕ່ງໜ້າທີ່ຖືກຕ້ອງ ວ່າແຕ່ງແບບໃດເວລາໄປປະທະກັບແສງສະປອດໄລ້ເທິງເວທີ ຫຼື ເວລາອອກກ້ອງແລ້ວຈະໄດ້ບໍ່ໂປ໊ະ ເຊິ່ງຖືວ່າເປັນທັກສະພື້ນຖານທີ່ສຳຄັນຫຼາຍສຳລັບຄົນທີ່ຈະກ້າວເຂົ້າມາເປັນນາງແບບ-ນາຍແບບ. ແຕ່ວ່າ ຫຼັງຈາກທີ່ເບິ່ງຈົບແລ້ວ ຄົນເບິ່ງຄືພວກເຮົາກໍຮອດກັບງົງ! ຕົກລົງນີ້ແມ່ນສອນແຕ່ງໜ້າ...
ສິ້ນສຸດການລໍຄອຍແລ້ວ! ສຳລັບລາຍການທີ່ແຟນໆສາຍແຟຊັ່ນ ແລະ ນາງແບບ-ນາຍແບບ ຖ້າຕິດຕາມກັນມາຢ່າງຍາວນານ ກັບໂຄງການປະກວດ FACE of LAOS 2026 ທີ່ລ່າສຸດໄດ້ປ່ອຍ EP:0 ເຊິ່ງເປັນຮອບຄັດເລືອກ (Audition) ອອກມາໃຫ້ໄດ້ຊົມກັນແລ້ວ ບອກເລີຍວ່າປີນີ້ທັງມ່ວນ, ທັງເດືອດ ແລະ ເຜັດຮ້ອນຕັ້ງແຕ່ເລີ່ມຕົ້ນ! ຫຼັງຈາກທີ່ປ່ອຍໃຫ້ແຟນໆຖ້າມາດົນ ທາງລາຍການກໍບໍ່ເຮັດໃຫ້ຜິດຫວັງ ຈັດເຕັມຄວາມບັນເທີງຕັ້ງແຕ່ EP...
ເວລາເບິ່ງນາງງາມປະກວດ ຍ່າງສັບໆເທິງເວທີ ເປັນຫຍັງເຂົາເຈົ້າມັກຈະມີຜ້າຄຸມຍາວໆພິ້ວໆ ຫຼື ບໍ່ກໍຟາດຂົນນົກມາແບບຟູໆອະລັງການ? ມັນຊ່ວຍຫຍັງແດ່ ນອກຈາກຄວາມງາມຊື່ໆ? ມື້ນີ້ ມ່ວນຈະພາທຸກຄົນມາໄຂຂໍ້ສົງໄສນີ້ກັນ! ບອກເລີຍວ່າໃນວົງການປະກວດ ສິ່ງເຫຼົ່ານີ້ບໍ່ແມ່ນແຕ່ໃສ່ໃຫ້ງາມໄປລ້າໆ, ແຕ່ມັນຄື “ອຸປະກອນເສີມ” ຊັ້ນດີ ທີ່ຊ່ວຍສ້າງແຮງດຶງດູດເທິງເວທີນັ້ນເອງ. ທຸກມື້ນີ້ ການປະກວດນາງງາມບໍ່ໄດ້ວັດກັນແຕ່ຍ່າງງາມໆແລ້ວຈົບ, ແຕ່ເຂົາເຈົ້າວັດກັນທີ່ Performance! ການມີຜ້າ ຫຼື ຂົນນົກ ຈະຊ່ວຍເພີ່ມມິຕິໃຫ້ກັບການເຄື່ອນໄຫວ...
ເມື່ອເວົ້າເຖິງຊ່ວງໄວ 19 ປີ, ຫຼາຍຄົນອາດຈະກຳລັງມ່ວນຊື່ນກັບຊີວິດໃນມະຫາວິທະຍາໄລ ຫຼື ກຳລັງຄົ້ນຫາຕົນເອງ. ແຕ່ສຳລັບ “ດີໂດ້ – ລັດທະພອນ ສີລິຈັນໂທ” ຊາຍໜຸ່ມຈາກນະຄອນຫຼວງວຽງຈັນ ຜູ້ທີ່ປີນີ້ໄດ້ຮັບກຽດເປັນຕົວແທນໃຫ້ກັບ ແຂວງອັດຕະປື ໃນເວທີ Mister Universe Laos 2026, ລາວໄດ້ເລືອກທີ່ຈະຍ່າງອອກຈາກກອບເດີມໆ ເພື່ອມາທ້າທາຍຕົນເອງເທິງເວທີລະດັບປະເທດ. ດ້ວຍຮອຍຍິ້ມທີ່ສົດໃສ ເຊິ່ງເປັນເອກະລັກປະຈຳຕົວ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.