ເວລາເບິ່ງນາງງາມປະກວດ ຍ່າງສັບໆເທິງເວທີ ເປັນຫຍັງເຂົາເຈົ້າມັກຈະມີຜ້າຄຸມຍາວໆພິ້ວໆ ຫຼື ບໍ່ກໍຟາດຂົນນົກມາແບບຟູໆອະລັງການ? ມັນຊ່ວຍຫຍັງແດ່ ນອກຈາກຄວາມງາມຊື່ໆ?
ມື້ນີ້ ມ່ວນຈະພາທຸກຄົນມາໄຂຂໍ້ສົງໄສນີ້ກັນ! ບອກເລີຍວ່າໃນວົງການປະກວດ ສິ່ງເຫຼົ່ານີ້ບໍ່ແມ່ນແຕ່ໃສ່ໃຫ້ງາມໄປລ້າໆ, ແຕ່ມັນຄື “ອຸປະກອນເສີມ” ຊັ້ນດີ ທີ່ຊ່ວຍສ້າງແຮງດຶງດູດເທິງເວທີນັ້ນເອງ.
ທຸກມື້ນີ້ ການປະກວດນາງງາມບໍ່ໄດ້ວັດກັນແຕ່ຍ່າງງາມໆແລ້ວຈົບ, ແຕ່ເຂົາເຈົ້າວັດກັນທີ່ Performance! ການມີຜ້າ ຫຼື ຂົນນົກ ຈະຊ່ວຍເພີ່ມມິຕິໃຫ້ກັບການເຄື່ອນໄຫວ ເຮັດໃຫ້ໂຊເບິ່ງເຕັມເວທີ ແລະ ສ້າງພາບຈຳພາຍໃນສ້ຽວວິນາທີ. ແຕ່ຮູ້ບໍ່ວ່າ ສອງຢ່າງນີ້ໃຫ້ອາລົມ ແລະ ມີວິທີການພຣີເຊັນທີ່ຕ່າງກັນແຮງ!

ໃຜມັກຄວາມສະຫງ່າງາມ, ຄລາສສິກ, ດັ່ງເທບທິດາ ຕ້ອງຈັດຜ້າພິ້ວ! ຈຸດເດັ່ນຂອງຜ້າຄື ຄວາມພິ້ວໄຫວ (Flow) ທີ່ຕ້ອງອາໄສ “ລົມ” ແລະ “ຄວາມໄວ” ໃນການຍ່າງ. ເວລານາງງາມກ້າວຂາຍາວໆ (Long stride) ຜ້າຈະຖິ້ມໂຕລາກໄປດ້ານຫຼັງ ຊ່ວຍໃຫ້ນຳສາຍຕາ ແລະ ເບິ່ງຮູບຮ່າງຈ່ອຍຍາວຂຶ້ນ. ເຕັກນິກການໂຊຄືຕ້ອງໝຸນຕົວ (Full Turn) ງາມໆ ໃຫ້ຜ້າສະບັດກາງອອກ ຫຼື ຈັບປາຍຜ້າຫຼິ້ນລົມ ຮັບຮອງວ່າສ້າງຄວາມວ້າວໄດ້ແນ່ນອນ. ລຸກນີ້ຈະເໝາະກັບເວທີທີ່ເນັ້ນຄວາມແພງ ຊົງພະລັງ ເຊັ່ນ: ບໍລິບົດແບບ Miss Universe ຫັ້ນແຫຼະ.

ໃຜສາຍໂຊ ສາຍ Performance ມັກຄວາມດຣາມ່າ ອະລັງການ ຕ້ອງຈັດຂົນນົກ! ຈຸດເດັ່ນຄື ຄວາມຟູເດັ້ງ (Volume) ໂຕນີ້ບໍ່ຕ້ອງງໍ້ລົມເລີຍ ແຕ່ຕ້ອງອາໄສ “ຈະຣິດການຍ່າງ” ລ້ວນໆ. ມັນຈະເດັ້ງຂຶ້ນລົງຕາມແຮງກະແທກຂອງສົ້ນສູງ ແລະ ຈັງຫວະການຖິ້ມສະໂພກ. ຍິ່ງສັບແຮງ ຂົນນົກຍິ່ງເດັ້ງສູ້ກ້ອງ ຊ່ວຍເພີ່ມຂະໜາດໂຕໃຫ້ເບິ່ງໂດດເດັ່ນ ແລະ ເປັນການເພີ່ມໄດນາມິກໃຫ້ໂຊບໍ່ໜ້າເບື່ອ. ຖ້ານາງງາມໂຕນ້ອຍ ໃສ່ຂົນນົກຊ່ວງບ່າ ຫຼື ປາຍກະໂປ່ງຈະຊ່ວຍໃຫ້ເບິ່ງໂຕໃຫຍ່ ແລະ ມີອໍຣ່ານາງພະຍາຂົ່ມຄູ່ແຂ່ງໄດ້ເລີຍ. ລຸກນີ້ຈະຖືກໃຈເວທີທີ່ຕ້ອງການຄວາມບັນເທີງ ມ່ວນໆ ດຸດັນ ເຊັ່ນ: Miss Grand International ສຸດໆ!
ຖ້າຢາກຫຼິ້ນກັບລົມ ແລະ ພື້ນທີ່ລວງຍາວ ໃຫ້ເລືອກ “ຜ້າ” ເພື່ອພຣີເຊັນຄວາມເປັນເທບທິດາທີ່ສະຫງ່າງາມ. ແຕ່ຖ້າຢາກຫຼິ້ນກັບແຮງໂນ້ມຖ່ວງ ແລະ ພື້ນທີ່ລວງໜາ ໃຫ້ເລືອກ “ຂົນນົກ” ເພື່ອເປັນນາງພະຍາທີ່ພ້ອມສະກົດທຸກສາຍຕາ. ການຈະເລືອກໃຊ້ອັນໃດ ກໍຂຶ້ນກັບວ່າບໍລິບົດຂອງເວທີນັ້ນຕ້ອງການຫຍັງ ແລະ ຈຸດແຂງຂອງນາງງາມຄົນນັ້ນຄືຫຍັງນັ້ນເອງ.