ຖ່າຍໂປຣຟາຍ ຫຼື ສ້າງເຂື່ອນໄຟຟ້າ? FACE of LAOS 2026 EP.3 ເດືອດຈັດ! ເມນເທີຊັອດຟິວມາ GEN Z ຟາດກັບບໍ່ໂກງ

ແບ່ງປັນ

ຖ່າຍໂປຣຟາຍ ຫຼື ສ້າງເຂື່ອນໄຟຟ້າ? FACE of LAOS 2026 EP.3 ເດືອດຈັດ! ເມນເທີຊັອດຟິວມາ GEN Z ຟາດກັບບໍ່ໂກງ

ໂດຍ: Tonmai Phoutthasack Tonmai Phoutthasack
16 July 2026 0
AI Summarized

Key Takeaways:

  • This episode of FACE of LAOS 2026 EP.3, focusing on profile photoshoot with the theme "With my jeans!", has generated a lot of memes and excitement on social media.
  • Mentors Koekung and Tot Lina are portrayed as powerful figures who "shock" the contestants, pushing them to perform intensely without a moment's rest.
  • The contestants, especially the Gen Z participants, fought back against the mentors' challenges, leading to a dynamic and competitive atmosphere on set.
  • The episode highlights the unique characteristics and hidden talents of various contestants, making them stand out and leaving a strong impression on viewers.
  • The diversity of contestants this year is emphasized, suggesting it surpasses previous seasons, and viewers are encouraged to watch the episode to see who will become the "meme of the EP" and who will succeed.
ອ່ານຕື່ມ:  ເປີດໂຕ MONII ສາວນ້ອຍມະຫັດສະຈັນຈາກປາກເຊ ກຽມແຈ້ງເກີດເປັນສິລະປິນໃໝ່

ນີ້ຂະໜາດພຽງແຄ່ຮອບຖ່າຍໂປຣຟາຍ ຍັງຊັອດຟິວກັນຈົນກາຍເປັນມີມ (Meme) ເຕັມໂຊຊຽວປານນີ້! ຄັນຮອດຕອນລົງເຮັດແຄມເປນແທ້ໆ ສິບໍ່ໄດ້ພາໄປສ້າງເຂື່ອນໄຟຟ້າສາຂາສອງພຸ້ນຫວາ?! ບອກເລີຍວ່າ FACE of LAOS 2026 EP.3 ທີ່ຫາກໍປ່ອຍອອກມາ ມັນເດືອດ ມັນມ່ວນ ແລະ ມັນຈຶ້ງແຮງ!

ອີພີນີ້ ທາງລາຍການມາໃນໂຈດຖ່າຍຮູບໂປຣຟາຍໃນທີມ “With my jeans!” ຟັງຊື່ເບິ່ງຄືວ່າໜ້າຈະຊິວໆ ສະບາຍໆ ແຕ່ງຕົວງ່າຍໆໂພສຊິວໆ ແມ່ນບໍ່? ແຕ່ຊ້າກ່ອນ! ຢ່າຟ້າວວາງໃຈ ເພາະເມນເທີຕົວແມ່ຢ່າງ Koekung ແລະ Tot Lina ເພິ່ນບໍ່ໄດ້ມາຫຼິ້ນໆ.

ການມາເທື່ອນີ້ ເພິ່ນບໍ່ໄດ້ມາພຽງແຕ່ສອນວິທີໂພສທ່າ ແຕ່ທັງສອງປຽບເໝືອນໂຮງງານຜະລິດໄຟຟ້າແຮງສູງທີ່ພ້ອມ “ຊັອດຟິວ” ເດັກໆແບບບໍ່ມີອ່ອມຊ້ອມ ບໍ່ມີບ່ອນໃຫ້ພັກຫາຍໃຈ! ໃຜໂພສແລ້ວອົງສາບໍ່ໄດ້ ດຶງອິນເນີບໍ່ອອກ ບໍ່ຮູ້ຈັກຫຼິ້ນກັບແສງເງົາ ຕາຍໜ້າກ້ອງ ເອີ້ນໄດ້ວ່າໃຜອ່ອນແອກໍແພ້ໄປ ຖືກຊັອດຈົນໄໝ້ກັນເປັນແຖວ. ບອກເລີຍວ່າເລນສ໌ກ້ອງມັນບໍ່ຕົວະໃຜ ຖ້າແນມຫາກ້ອງບໍ່ເຫັນ ຖ້າບໍ່ປັງກໍຄືຕຸບ!

ແຕ່ມີຫວາທີ່ລະດັບຜູ້ເຂົ້າແຂ່ງຂັນປີນີ້ ຈະຍອມຢືນໃຫ້ເມນເທີຊັອດຢູ່ຝ່າຍດຽວ? ດ້ວຍຄວາມທີ່ສາຍເລືອດ GEN Z ມັນແຮງພຸ່ງປຣີ໊ດ ງານນີ້ກໍເລີຍມີການສວນກັບແບບຕາຕໍ່ຕາ ແຂ້ວຕໍ່ແຂ້ວ! ເມນເທີຟາດມາ ນ້ອງໆກໍຟາດກັບ, ຊັອດມາ ຊັອດກັບ, ມີມມາ ກໍມີມກັບ! ເອີ້… ມັນເລີດ ມັນສູ້ຊີວິດກັນສຸດໆ ບໍ່ມີໃຜຍອມໃຜ ເຮັດໃຫ້ບັນຍາກາດໃນກອງຖ່າຍເຕັມໄປດ້ວຍສີສັນແບບທີ່ບໍ່ເຄີຍເຫັນມາກ່ອນ.

ທີ່ສຳຄັນທີ່ສຸດ ອີພີນີ້ຍັງເຮັດໃຫ້ຄົນເບິ່ງຄືພວກເຮົາ ໄດ້ເຫັນຄວາມໂດດເດັ່ນ ແລະ ຄາແຣັກເຕີທີ່ຊ່ອນໄວ້ຂອງຜູ້ເຂົ້າແຂ່ງຂັນຫຼາຍໆຄົນ ທີ່ກ້າອອກມານຳສະເໜີຕົວຕົນແບບບໍ່ມີກັກ ຮັບຮອງວ່າມີແຕ່ແນວທີ່ເຮັດໃຫ້ວ້າວແນ່ນອນ ບໍ່ວ່າຈະເປັນ: ນ້ອຍທີ່ມາພ້ອມກັບຄວາມງາມແບບແປກຕາ ມີສະເໜ່ແບບລຶກລັບ ແບບທີ່ວ່າສົ່ງຕົງມາຈາກດາວແພນດໍຣ່າ! ເປັນຄວາມຢູນີກ (Unique) ທີ່ດຶງດູດສາຍຕາຈົນລະສາຍຕາບໍ່ໄດ້, ທີກັບຕຳນານບົດໃໝ່ຊົງຜົມ “ບາງຣະຈັນ” ທີ່ເຫັນແລ້ວຕ້ອງກັ້ນຫົວ ເປັນການສ້າງພາບຈຳທີ່ໂດດເດັ່ນ ບໍ່ຄືໃຜ ແລະ ກໍຄົງບໍ່ມີໃຜກ້າຄື ແລະ ຍັງມີແຄນນີ່ມອມ ຜູ້ທີ່ມາພ້ອມກັບອາການສະມາທິສັ້ນ ແຕ່ສູ້ຊີວິດແບບສຸດໃຈຂາດດີ້ນ ເຮັດໃຫ້ໄດ້ໃຈຄົນເບິ່ງໄປເຕັມໆ ເພາະຄວາມພະຍາຍາມທີ່ລົ້ນເຫຼືອ.

ອ່ານຕື່ມ:  ຣາມິ: ນາງແບບສາວໝັ້ນຈາກລາວຜ່ານເຂົ້າ Offline Audition ໃນ The Face Thailand SS6

ບອກເລີຍວ່າ ຄວາມຫຼາກຫຼາຍຂອງຜູ້ເຂົ້າແຂ່ງຂັນໃນປີນີ້ ເຮັດໃຫ້ຊີຊັ່ນກ່ອນໆຊິດຊ້າຍໄປເລີຍແທ້ໆ!

ເອົາເປັນວ່າ ໃຜຢາກຮູ້ວ່າເລື່ອງທີ່ເລົ່າມານີ້ຈະສ້າງມີມຈິງ ຫຼື ພຽງແຕ່ຈົກຕາ? ໃຜຊິລອດຜ່ານແສງແຟຼດ, ໃຜຊິຕຸບລົງກາງກອງຖ່າຍ ຫຼື ໃຜຊິໄດ້ຄອງຕຳແໜ່ງ “ມີມປະຈຳ EP” ຢ່າຖ້າຊ້າ! ຟ້າວໄປພິສູດດ້ວຍຕາຕົວເອງດ່ວນໆ.

ໃຜບໍ່ເບິ່ງຢ່າຫາວ່າບໍ່ເຕືອນ ເພາະດຽວຈະລົມກັບໝູ່ບໍ່ຮູ້ເລື່ອງເດີ້! ເບິ່ງຈົບແລ້ວຢ່າລືມມາຄອມເມັ້ນບອກກັນແນ່ ວ່າຕອນນີ້ເຈົ້າກຳລັງໂດນໃຜຕົກຢູ່?

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.