ເປີດສາກສຸດເດືອດ! ຮອບຄັດເລືອກ FACE of LAOS 2026 ງັດທຸກຄວາມສາມາດ ເພື່ອຍາດຊີງພື້ນທີ່ TOP 20

ແບ່ງປັນ

ເປີດສາກສຸດເດືອດ! ຮອບຄັດເລືອກ FACE of LAOS 2026 ງັດທຸກຄວາມສາມາດ ເພື່ອຍາດຊີງພື້ນທີ່ TOP 20

ໂດຍ: Tonmai Phoutthasack Tonmai Phoutthasack
16 July 2026 1
AI Summarized

Key Takeaways:

  • There were over 40 contestants, and 30 swimmers have advanced. This year's competition for FACE of LAOS 2026 is fierce and exciting.
  • The preliminary selection episode, EP:0, has been released to find the TOP 20 contestants who will fully participate in the program's campaign.
  • Contestants this year show great determination and passion to advance, impressing the judges who meticulously evaluate personality, walking, and individual charm.
  • The judges, including Tott Lina, Noonoo Konvilai, Chanon Maneepon, and Tutu Phaithida, are also under pressure to select the most qualified and ready individuals.
  • The episode is described as fun, intense, spicy, and meme-worthy. Viewers are encouraged to watch the next episode and comment on their favorite contestants for FACE of LAOS 2026.
ອ່ານຕື່ມ:  ຟັງເພງຮັກສຸດເສົ້າ "ເປັນດັ່ງມື້ວານ" ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ

ສິ້ນສຸດການລໍຄອຍແລ້ວ! ສຳລັບລາຍການທີ່ແຟນໆສາຍແຟຊັ່ນ ແລະ ນາງແບບ-ນາຍແບບ ຖ້າຕິດຕາມກັນມາຢ່າງຍາວນານ ກັບໂຄງການປະກວດ FACE of LAOS 2026 ທີ່ລ່າສຸດໄດ້ປ່ອຍ EP:0 ເຊິ່ງເປັນຮອບຄັດເລືອກ (Audition) ອອກມາໃຫ້ໄດ້ຊົມກັນແລ້ວ ບອກເລີຍວ່າປີນີ້ທັງມ່ວນ, ທັງເດືອດ ແລະ ເຜັດຮ້ອນຕັ້ງແຕ່ເລີ່ມຕົ້ນ!

ຫຼັງຈາກທີ່ປ່ອຍໃຫ້ແຟນໆຖ້າມາດົນ ທາງລາຍການກໍບໍ່ເຮັດໃຫ້ຜິດຫວັງ ຈັດເຕັມຄວາມບັນເທີງຕັ້ງແຕ່ EP ທຳອິດ. ໃນຮອບນີ້ ພວກເຮົາໄດ້ເຫັນຜູ້ເຂົ້າປະກວດຫຼາຍກວ່າ 40 ຄົນ ທີ່ພົກພາຄວາມໝັ້ນໃຈ ແລະ ເອກະລັກສະເພາະຕົວມາປະຊັນກັນ ເຊິ່ງມີເລື່ອງລາວສ້າງຮອຍຍິ້ມໃຫ້ຄົນເບິ່ງຕັ້ງແຕ່ເລີ່ມຕົ້ນ ເຊັ່ນ: ຄວາມຈິງທີ່ວ່າໃນຈຳນວນ 40 ກວ່າຄົນນັ້ນ ລອຍນ້ຳເປັນໄປແລ້ວເຖິງ 30 ຄົນ! ຖືເປັນສີສັນທີ່ເຮັດໃຫ້ລາຍການມີຄວາມມ່ວນຊື່ນ ແລະ ໜ້າຕິດຕາມຂຶ້ນໄປອີກ.

ຕ້ອງຍອມຮັບເລີຍວ່ານ້ອງໆ ຜູ້ເຂົ້າປະກວດໃນປີນີ້ ມາພ້ອມກັບຄວາມຕັ້ງໃຈ ແລະ ໄຟທີ່ລຸກໂຊນ ເພື່ອສູ້ຊົນໃຫ້ໄດ້ຜ່ານເຂົ້າໄປເປັນໜຶ່ງໃນ TOP 20 ທີ່ຈະໄດ້ຮ່ວມເຮັດແຄັມເປນຢ່າງເຕັມຮູບແບບໃນຮອບຕໍ່ໄປ. ແຕ່ຖ້າຄິດວ່າຜູ້ເຂົ້າປະກວດກຽມຕົວມາແໜ້ນແລ້ວ ຕ້ອງມາເຈອກັບບັນດາກຳມະການທີ່ “ຕຶງ” ບໍ່ແພ້ກັນ!

ຮອບຄັດເລືອກນີ້ ໄດ້ຮັບກຽດຈາກຄະນະກຳມະການຜູ້ຊົງຄຸນວຸດທິ ແລະ ຕົວແມ່-ຕົວພໍ່ ຂອງວົງການມານັ່ງແທ່ນຕັດສິນ ບໍ່ວ່າຈະເປັນ:ຕັອດ ລິນ່າ, ນຸນູ່ ຄອນວິໄລ, ຊານົນ ມະນີຜົນ, ຕຸຕູ່ ໄຜທິດາ.

ກຳມະການທຸກທ່ານຕ່າງກໍມາຮ່ວມສະແກນ ແລະ ຄັດເລືອກນ້ອງໆກັນແບບລະອຽດທຸກມຸມ ບໍ່ວ່າຈະເປັນບຸກຄະລິກກະພາບ, ທັກສະການຍ່າງ (Walking) ແລະ ທີ່ສຳຄັນທີ່ສຸດຄື “ສະເໜ່ສະເພາະຕົວ” ເພື່ອຄົ້ນຫາຄົນທີ່ມີຄຸນສົມບັດພ້ອມທີ່ສຸດ ແລະ ສາມາດຕໍ່ຍອດໃນວົງການບັນເທີງ-ແຟຊັ່ນໄດ້ຢ່າງແທ້ຈິງ.

ອ່ານຕື່ມ:  ເດືອດສຸດ! FAZ $F, GENIUS Flow ແລະ Zamio P ແທັກທີມປ່ອຍເພງໃໝ່ I let the God

ສຳລັບໃຜທີ່ໄດ້ເບິ່ງຈົບແລ້ວ ຄົງຈະເວົ້າເປັນສຽງດຽວກັນເລີຍວ່າ EP:0 ນີ້ ມ່ວນ, ເດືອດ, ເຜັດ ແລະ ຍັງຜະລິດມີມ (Meme) ອອກມາໃຫ້ຊາວເນັດໄດ້ແຊຣ໌ກັນແບບລົວໆ ຈົນຢາກໃຫ້ທາງລາຍການຟ້າວປ່ອຍ EP ຕໍ່ໄປອອກມາໄວໆ.

ແລ້ວທຸກຄົນເດ ເບິ່ງແລ້ວມັກໃຜ ຫຼື ເຊຍໃຜເປັນພິເສດໃນ FACE of LAOS 2026? ສຳລັບໃຜທີ່ຍັງບໍ່ທັນໄດ້ເບິ່ງ ຕ້ອງຮີບໄປຕາມເກັບດ່ວນໆ ຖ້າບໍ່ດັ່ງນັ້ນ ລະວັງຈະລົມນຳໝູ່ບໍ່ຮູ້ເລື່ອງ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.