ຖາມແທ້! ນີ້ປະກວດ FACE of LAOS ຫຼື ລາຍການ MasterChef? ເມື່ອຜູ້ເຂົ້າແຂ່ງຂັນຕ້ອງມາຮຽນແຕ່ງໜ້າເອງ

Key Takeaways:
- รายการได้จัดคลาส Workshop เพื่อสอนผู้เข้าแข่งขันเกี่ยวกับวิธีการเลือกเครื่องสำอางให้เข้ากับสภาพผิวและโครงหน้า
- มีการแนะนำเทคนิคการแต่งหน้าที่ถูกต้องสำหรับการปรากฏตัวบนเวทีหรือหน้ากล้อง
- ผู้เข้าแข่งขันบางคนแต่งหน้าได้ "จืด" เหมือนขาดรสชาติ
- บางคนแต่งหน้า "จัด" หรือ "เค็ม" เกินไป จนน่าเป็นห่วง
- ผู้ชมสามารถติดตามบรรยากาศของคลาส Workshop นี้ได้เพื่อรับทั้งความรู้และรอยยิ้ม
ຫຼັງຈາກທີ່ເດືອດກັນໄປແລ້ວໃນຮອບຄັດເລືອກ ມາຮອດອີພີນີ້ ລາຍການກໍຂໍດຣັອບຄວາມຕຶງລົງໜ້ອຍໜຶ່ງ ພາຜູ້ເຂົ້າແຂ່ງຂັນເຂົ້າຄລາສ Workshop ແບບຮຽນຮູ້ກັນຈິງຈັງ. ເຊິ່ງຖ້າເບິ່ງຜິວເຜີນ ອີພີນີ້ກໍຄືຈະບໍ່ມີຫຍັງຫຼາຍ (ແຕ່ແປວ່າມີ!) ເພາະທາງລາຍການເພິ່ນໄດ້ເນັ້ນສອນໃຫ້ນ້ອງໆ ໄດ້ຮູ້ຈັກວິທີການເລືອກເຄື່ອງສຳອາງໃຫ້ເຂົ້າກັບສະພາບຜິວ ແລະ ໂຄງໜ້າຂອງຕົວເອງ.
ນອກຈາກນັ້ນ ຍັງມີການແນະນຳເຕັກນິກການແຕ່ງໜ້າທີ່ຖືກຕ້ອງ ວ່າແຕ່ງແບບໃດເວລາໄປປະທະກັບແສງສະປອດໄລ້ເທິງເວທີ ຫຼື ເວລາອອກກ້ອງແລ້ວຈະໄດ້ບໍ່ໂປ໊ະ ເຊິ່ງຖືວ່າເປັນທັກສະພື້ນຖານທີ່ສຳຄັນຫຼາຍສຳລັບຄົນທີ່ຈະກ້າວເຂົ້າມາເປັນນາງແບບ-ນາຍແບບ.
ແຕ່ວ່າ ຫຼັງຈາກທີ່ເບິ່ງຈົບແລ້ວ ຄົນເບິ່ງຄືພວກເຮົາກໍຮອດກັບງົງ! ຕົກລົງນີ້ແມ່ນສອນແຕ່ງໜ້າ ຫຼື ສອນແຕ່ງກິນກັນແທ້? ຍ້ອນວ່າເມື່ອຮອດເວລາທີ່ຜູ້ເຂົ້າແຂ່ງຂັນຕ້ອງໄດ້ລົງມືສະບັດແປງດ້ວຍຕົນເອງ ຈັ່ງແມ່ນມີຫຼາຍສີສັນ ຫຼາຍລົດຊາດ!
ບາງຄົນກໍມືເບົາໂພດ ປຸງອອກມາຊະ “ຈືດ” ຄືແກງບໍ່ໃສ່ເກືອ. ສ່ວນບາງຄົນກໍຄືຈະຢ້ານກ້ອງບໍ່ເຫັນ ຟາດສີລົງໄປແບບບໍ່ຢັ້ງມື ປຸງອອກມາຊະ “ເຄັມ” ລະດັບທີ່ວ່າອີກນິດດຽວຕ້ອງໄດ້ຈູງມືກັນໄປຟອກໝາກໄຂ່ຫຼັງກັນເລີຍທີດຽວ! ເຫັນແລ້ວກໍອົດຄິດບໍ່ໄດ້ວ່າ ອີກນິດໜຶ່ງໃນອີພີຕໍ່ໄປ ທາງລາຍການຄົງຈະໃຫ້ນ້ອງໆ ໄປຢືນໂພສທ່າຖ່າຍຮູບກັບຄົກຕຳໝາກຮຸ່ງແລ້ວແຫຼະ (ຢອກໆ).
ເອົາເປັນວ່າສຳລັບໃຜທີ່ຢາກຮູ້ວ່າບັນຍາກາດໃນຄລາສ Workshop ນີ້ມັນຈະມ່ວນ, ຈະປ່ວນ ແລະ ເປັນຈັ່ງໃດກັນແທ້? ຜູ້ເຂົ້າແຂ່ງຂັນຄົນໃດຈະລອດ? ຄົນໃດຈະຕຸ້ບ? ໃຜຈະແຕ່ງໜ້າອອກມາຈືດ ຫຼື ໃຜຊິແຕ່ງເຂັ້ມຈົນເຄັມກາຍເບີ?
ສາມາດເຂົ້າໄປຕິດຕາມເບິ່ງເຕັມໆໄດ້ແລ້ວມື້ນີ້ ບອກເລີຍວ່າໄດ້ທັງຄວາມຮູ້ເລື່ອງການແຕ່ງໜ້າ ແລະ ໄດ້ຮອຍຍິ້ມກັບຄວາມເປັນທຳມະຊາດຂອງນ້ອງໆແນ່ນອນ!


